Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງ ທີ III ຂອງຄະນະພັກຮາກຖານ ສະ ຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ສຳເລັດລົງໃນວັນທີ 11 ມິຖຸນາ 2020 ຢູ່ຫ້ອງປະຊຸມສະຖານທູດລາວ ທີ່ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຮອງເລຂາຄະນະພັກ ກະຊວງການຕ່າງປະເທດ, ເລຂາຄະນະພັກຮາກຖານສະຖານທູດລາວ ປະຈຳ ສສ ຫວຽດນາມ, ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 73 ສະຫາຍ ຍິງ 10 ສະ ຫາຍ.
ໃນໂອກາດດັ່ງກ່າວ, ສະ ຫາຍ ຄຳສິງ ດວງວັນດີ ຮອງ ເລຂາຄະນະພັກຮາກຖານສະ ຖານທູດລາວ ປະຈຳ ສສ ຫວຽດນາມ ໄດ້ຜ່ານບົດລາຍ ງານການເມືອງ ໂດຍໄດ້ຕີລາ ຄາຜົນສຳເລັດ ໃນການຊີ້ນຳ- ນຳພາ ການຈັດຕັ້ງປະຕິບັດ ແຕ່ລະຂົງເຂດວຽກງານໃນໄລຍະປີ 2015-2020, ຄະນະພັກຮາກຖານສະຖານທູດລາວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຄະ ນະພັກແຕ່ລະຂັ້ນ ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ສະມາຊິກພັກພະນັກງານ, ນັກການທູດ ແລະ ນັກສຶກສາລາວ ທີ່ກຳລັງປະຕິດບັດ ໜ້າທີ່ ແລະ ສຶກສາຢູ່ ສສ ຫວຽດນາມ ໃຫ້ມີຄວາມເປັນເອກະພາບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ຢຶດໝັ້ນອຸດົມການກ້າວຂຶ້ນສັງຄົມນິຍົມ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມອົດທົນເດັດ ດ່ຽວ, ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບທີ່ຜັນແປຕ່າງໆ. ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າສະມາຊິກ ພັກ, ພະນັກງານ, ນັກການທູດ ຮັກສາໄດ້ມີທັດສະນະຫຼັກໝັ້ນ ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິວັດ, ມີຄວາມຈົງຮັກ ພັກດີ ຕໍ່ພັກ-ຕໍ່ປະເທດຊາດ, ຫ້າວຫັນໃນການປະຕິບັດ ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
ກອງປະຊຸມ ໄດ້ວາງທິດ ທາງແຜນການໜ້າທີ່ໃນຕໍ່ໜ້າ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນ ດາວຽກງານຈຸດສຸມແຕ່ ປີ 2020 - 2025 ໂດຍສຸມໃສ່ເພີ່ມທະ ວີການນຳພາສຶກສາອົບຮົມ ການເມືອງແນວຄິດໃຫ້ແກ່ສະ ມາຊິກພັກ, ພະນັກງານ ແລະ ນັກສຶກສາໃຫ້ມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍ ບາຍຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກຳ ນົດ, ກົດລະບຽບ ແລະ ກົດ ໝາຍຂອງລັດ, ກໍຄືເອກະສານ ສຳຄັນ, ທີ່ກ່ຽວຂ້ອງກັບມູນ ເຊື້ອສຳຄັນຂອງພັກ, ຂອງ ລັດ; ເພີ່ມທະວີປັບປຸງກໍ່ສ້າງພັກ ນັບທັງປະລິມານ ແລະ ຄຸນນະພາບ ຖືເອົາຄຸນນະພາບເປັນກົກ; ສືບຕໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມຄາດໝາຍ; ປັບປຸງການຈັດຕັ້ງພັກເປັນລະບົບ ຕໍ່ເນື່ອງເພື່ອຮັບປະກັນການນຳ ພາການເມືອງແນວຄິດ, ການ ຈັດຕັ້ງ ແລະ ມີແບບ ແຜນ ນຳພາ ແລະ ປະຕິບັດ ໜ້າ ທີ່ການເມືອງ ວິຊາສະເພາະ, ກຳແໜ້ນ ແລະ ປະຕິບັດຖືກຕ້ອງຫຼັກການກໍ່ ສ້າງພັກຕາມ 5 ຫຼັກການ, 3 ທິດນຳໃນການປັບປຸງກໍ່ສ້າງພັກ ແລະ ຂະຫຍາຍສະມາຊິກພັກ.
ກອງປະຊຸມ ໄດ້ປ່ອນບັດເລືອກເອົາຄະນະ ພັກຮາກຖານຊຸດໃໝ່ ຈຳນວນ 7 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເປັນເລຂາຄະນະພັກຮາກຖານສະ ໄໝທີ III, ສະຫາຍ ຄຳສິງ ດວງ ວັນດີ ເປັນຮອງເລຂາ, ສະຫາຍ ພັນເອກ ບາງສີ ໄຊສົມໂຄດ ເປັນປະທານກວດກາ ແລະ ອີກ 4 ສະຫາຍເປັນຄະນະ.
(ຂ່າວ-ພາບ: ໂອລໍາ ຈັນທະວິໄລ)
19/05/2020 10:11:43
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
23/09/2020 09:29:31
20/12/2020 20:38:27
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com