Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເຢຍລະມັນ ສືບຕໍ່ສະໜັບສະໜູນການຄຸ້ມຄອງປ່າໄມ້

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 18/06/2020 08:58:37 ຈຳ​ນວນ​​ຢ້ຽມ​ຊົມ 934 ຄັ້ງ

   ລັດຖະບານ​ລາວ ແລະ ເຢຍ​ລະ​ມັນ ໄດ້​ຕົກລົງ​ເຫັນ​ດີ ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ ໂຄງການ “ປ້ອງ​ກັນ​ດິນ​ຟ້າ​ອາກາດ ໂດຍ​ຫຼີກ​ລ່ຽງ​ການ​ທຳລາຍ​ປ່າໄມ້ (CliPAD)” ໄລຍະ​ໃໝ່ ແລະ ແຜນ​ງານ’’ ການຈັດຕັ້ງ​ປະຕິ ບັດ​ການ​ສ້າງ​ຄວາມ​ເຂັ້ມແຂງ​ໃນ​ວຽກ​ງານ​ປ່າໄມ້, ການຄຸ້ມ ​ຄອງ​ປ່າໄມ້​ແບບ​ພູມີທັດ ແລະ ສົ່ງເສີມ​ຊີວິດ​ການ​ເປັນ​ຢູ່ (I-GFLL)”. ສັນຍາ​ສະບັບ ນີ້ປະກອບ​ ມີການ​ປະກອບ ສ່ວນຂອງ ເຢຍ​ລະ​ມັນ​ມີ​ມູນ​ຄ່າ 6.500.000 ເອີ​ໂຣ ແລະ ການ​ປະກອບສ່ວນ​ຮ່ວມ​ສະ ໜອງ​ທຶນຂອງກອງ​ທຶນ​ດິນ​ຟ້າ​ອາກາດ​ສີຂຽວ (GCF) ມູນ​ຄ່າ 16.140.000 ເອີ​ໂຣ ໂດຍ​ມີ​ຈຸດປະສົງ ເພື່ອ​ຈັດ​ຕັ້ງ​ປະຕິບັດ ແຜນ​ງານ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວຂອງ ສປປ ລາວ ຜ່ານ​ການ​ປັບປຸງ​ການ ​ ຄຸ້ມ​ຄອງ​ບໍລິຫານ   ແລະ  ການ ຄຸ້ມ​ຄອງ​ພູມີ​ທັດ​ປ່າໄມ້ ແບບ​ຍືນ​ຍົງ.
   ພິທີ​ເຊັນ​ສັນຍາ ວ່າ​ດ້ວຍ​ການຈັດຕັ້ງ​ປະຕິບັດ​ດ້ານ​ວິຊາ​ການ ໂດຍກົມ​ປ່າໄມ້ (ກະຊວງ​ກະສິກຳ ແລະ ປ່າໄມ້) ແລະ GIZ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມິຖຸ​ນາ​ນີ້ ທີ່​ໂຮງແຮມ​ຄຣາວ​ພາ​ຊາ ໂດຍ​ຕາງໜ້າ​ໃຫ້​ຝ່າຍ​ເຢຍ​ລະ​ມັນ ແມ່ນ ທ່ານ ໂອ​ລີ​ເວີ ວັດ​ເທັນ​ເບີກ (Oliver Wattenberg ຫົວໜ້າ​ບໍລິຫານ ແລະ ການ​ເງິນ GIZ, ທ່ານ ເຈນ ກາ​ລາ​ບິນ​ກີ (Jens Kalabineki) ຫົວໜ້າ​ທີ​ມ​ງານ​ທີ່​ປຶກສາ​ໂຄງການ CliPAO ແລະ ຝ່າຍ​ລາວ ແມ່ນ ທ່ານ ນາງ ສີ​ສົມ​ບຸນ ອຸ​ນາ​ວົງ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ ກະຊວງ​ແຜນການ ແລະ ການ​ລົງທຶນ, ທ່ານ ຊູ​ຊາດ ໄຊ​ຍະ​ກຸມມານ ຫົວໜ້າ​ກົມ​ປ່າໄມ້ ກະຊວງ​ກະ​ສິກຳ ແລະ ປ່າ​ໄມ້ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ ທ່ານ ທອງ​ພັດ ວົງ​ມະນີ, ຮອງ​ລັດຖະມົນຕີ ກະຊວງ​ກະ​ສິ​ກໍາ ແລະ ປ່າໄມ້, ມີ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. 
   ທ່ານ ທອງ​ພັດ ວົງ​ມະນີ ໄດ້​ເນັ້ນ​ໜັກ​ວ່າ: ສັນຍາ​ສະບັບ​ນີ້ ສະແດງ​ເຖິງ ຄວາມ​ມຸ່ງ​ໝັ້ນ ທີ່​ພວກ​ເຮົາ​ກໍາ​ລັງ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຢູ່ ແລະ ທັງ​ເປັນ​ການ​ເພີ່ມ​ທະວີການ​ຮ່ວມ​ມື​ສອງ​ຝ່າຍ ລະຫວ່າງ ລັດຖະບານ​ລາວ ແລະ ເຢຍ​ລະ​ມັນ. ໃນ​ໄລຍະ​ແຕ່​ປີ 2009 ຫາ 2019, ໂດຍ​ໄດ້​ຮັບ​ການ​ສະໜັບ​ສະ ໜູນ ຈາກ​ໂຄງການ, ປະເທດ​ລາວ ໄດ້​ມີ​ຄວາມ​ຄືບ​ໜ້າ ທີ່​ເປັນ​ຮູບ​ປະ​ທໍາ ໄປ​ສູ່ ການ​ບັນລຸ​ເປົ້າ​ໝາຍ ແຫ່ງ​ການ​ພັດທະນາ ແບບ​ຍືນ​ຍົງ ໂດຍ​ສະເພາະທີ່​ກ່ຽວຂ້ອງ​ກັບການ​ຫຼຸດຜ່ອນ ການ​ປ່ຽນແປງຂອງ​ດິນ​ຟ້າ​ອາກາດດ້ວຍ​ການ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ ຈາກ​ຂະແໜງການ​ນຳ​ໃຊ້​ທີ່​ດິນ ແລະ ປ່າ​ໄມ້. ໂຄງການ ຈະ​ຫຼຸດຜ່ອນ 5,6 ລ້ານ​ໂຕນ ໃນ​ໄລຍະ​ເວລາ​ການຈັດຕັ້ງ​ປະຕິບັດ 4 ປີ ຊຶ່ງ​ໄດ້​ສ້າງ​ຜົນ​ປະໂຫຍດແກ່​ປະຊາຊົນ​ໃນ 3 ແຂວງ​ພາກ​ເໜືອຂອງ​ລາວ ໂດຍ​ການ​ສົ່ງເສີມການ​ຄຸ້ມ​ຄອງ​ປ່າໄມ້, ພູມີທັດ ແລະ ຊັບພະຍາກອນ​ກະສິກຳແບບ​ຍືນ​ຍົງ. ໃນ​ການ​ເຮັດ​ວຽກ​ຮ່ວມ​ກັບອໍາ​ນາດ​ການ​ປົກຄອງ ໃນ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖີ່ນ ລວມ​ທັງບັນດາ​ຜູ້​ມີ​ບົດບາດ ທີ່​ບໍ່​ສັງກັດ​ລັດ ຈະ​ໄດ້​ປັບປຸງ​ສະພາບ​ເງື່ອນໄຂສໍາ​ລັບການ​ຄຸ້ມ​ຄອງ​ປ່າໄມ້​ແບບ​ຍືນ​ຍົງ ແລະ ໂດຍ​ສະເພາະ ສຳລັບການ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວຈາກ​ການ​ທຳລາຍ​ປ່າໄມ້ ແລະ ການ​ເຮັດ​ໃຫ້​ປ່າໄມ້​ເສື່ອມ​ໂຊມ (REDD+).”
   ທ່ານ ເຢັນ ລູກ​ເກິ​ນ​ແຮມ ກ່າວ​ວ່າ: “ການ​ປົກ​ປັກ​ຮັກສາ ດິນ​ຟ້າ​ອາກາດ ຜ່ານ​ການ​ຄຸ້ມ​ຄອງ​ປ່າໄມ້ ແລະ ກະສິກຳ ແບບ​ຍືນ​ຍົງທີ່​ເຢຍ​ລະ​ມັນ ໃຫ້ການ​ສະໜັບ​ສະ​ໜູນ. ໂຄງການຈະ​ສືບຕໍ່ເສີມ​ສ້າງ​ຄວາມ​ອາດ​ສາມາດ ຂອງ ລັດຖະບານ​ລາວ, ພາກ​ເອກະ​ຊົນ ແລະ ຊຸມ​ຊົນ​ທີ່​ອາໄສ​ປ່າໄມ້ ໃນ 3 ແຂວງ ເພື່ອ​ຄຸ້ມ​ຄອງ​ປ່າໄມ້ ຂອງ​ປະເທດ ໃຫ້​ມີ​ຄວາມ​ຍືນ​ຍົງ​ຫຼາຍ​ຂຶ້ນ ພ້ອມ​ທັງປົກ​ປັກ​ຮັກສາ​ປ່າໄມ້ ໃຫ້​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ ເພື່ອ​ຜົນ​ປະໂຫຍດຂອງ​ຄົນ​ຮຸ່ນ​ຕໍ່​ໄປ. ເງື່ອນໄຂຂອງ​ກອບ​ວຽກ (REDD+) ໃນ​ລາວ ຈະ​ໄດ້​ຮັບ​ການ​ສ້າງ​ຄວາມ​ເຂັ້ມແຂງ ແລະ ພວກ​ເຮົາຈະ​ລົງ​ທຶນເຂົ້າ​ໃນ ການ​ຄຸ້ມ​ຄອງ​ກະສິກຳ ແລະ ປ່າໄມ້ ເພື່ອ​ແກ້​ໄຂສາເຫດຂອງ​ການ​ທຳລາຍ​ປ່າໄມ້ ແລະ ການ​ເຮັດ​ໃຫ້​ປ່າໄມ້​ເສື່ອມ​ໂຊມ. ໃນ​ຕອນ​ທ້າຍ, ພວກ​ເຮົາຢາກ​ຈະ​ເຫັນ​ໂຄງການສ້າງ​ຜົນ​ປະໂຫຍດແກ່ປະຊາຊົນ​ລາວ ຈາກການ​ຈ່າຍ​ເງິນ​ທີ່​ອີງ​ຕາມ​ຜົນງານ”.
   ໂຄງການສຸມ​ໃສ່ຂົງເຂດ 1) ສ້າງ​ຄວາມ​ເຂັ້ມແຂງໃຫ້​ແກ່​ການ​ສ້າງ​ສະພາບ​ແວດ​ລ້ອມທີ່​ເອື້ອ​ອຳນວຍຕໍ່​ວຽກ​ງານ REDD+ ຜ່ານ 3 ວິທີ​ການ​ຕົ້ນຕໍຄື: ເພີ່ມ​ທະວີ​ຄວາມ​ພ້ອມ ໃນ​ການ​ສະໜອງ​ທຶນ ເພື່ອ​ການ​ຫັນປ່ຽນ ໃນ​ລັກສະນະ​ທີ່​ປະເທດ​ລາວ ຄຸ້ມ​ຄອງ​ພູມີທັດ​ປ່າໄມ້ ຂອງ​ຕົນ​ເອງ; ປັບປຸງ ແລະ ສ້າງ​ຄວາມ​ເຂັ້ມແຂງແກ່ຂອບ​ນິຕິ​ກໍາ ແລະ ລະບຽບ​ການສຳລັບ​ຂະແໜງ​ປ່າໄມ້ ແລະ​ປັບປຸງ ການ​ປະຕິບັດຂອບ​ລະບຽບ​ການ​ໃໝ່. 2) ສະໜັບສະໜູນ ການ​ເຮັດ​ກະສິກຳ ແລະ ກະ​ສິ​ກໍາ​ປ່າໄມ້​ແບບ​ປະສົມ​ປະສານ ທີ່​ປາສະຈາກການ​ທໍາ​ລາຍ​ປ່າໄມ້ ໂດຍ​ການ​ເພີ່ມ​ຜະລິດ​ຕະ​ຜົນ, ເພີ່ມ​ການ​ເຊື່ອມ​ໂຍງ ຂອງ​ຊາວ​ກະສິກອນ ເຂົ້າ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ກະສິກຳ ແລະ ປັບປຸງການ​ເຂົ້າ​ເຖິງແຫຼ່ງ​ທຶນ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ເອກະ​ຊົນ ໃນ​ກິດຈະກຳ​ທາງ​ເສດຖະກິດ ທີ່​ຫຼຸດຜ່ອນ ຄວາມ​ກົດ​ດັນຕໍ່ປ່າ​ໄມ້. 3) ສະໜັບສະໜູນການຈັດຕັ້ງ​ປະຕິບັດການ​ຄຸ້ມ​ຄອງ​ພູມີທັດ​ປ່າໄມ້ແບບ​ຍືນ​ຍົງ (SFM) ແລະ ການ​ຟື້ນ​ຟູ​ພູມີທັດ​ປ່າໄມ້ (FLR) ໃນ​ເນື້ອທີ່​ດິນ​ເສື່ອມ​ໂຊມຫຼາຍ​ກວ່າ 1,5 ລ້ານ​ເຮັກຕາ.
   ໂຄງການ​ດັ່ງກ່າວ​ຈະ​ຈັດ​ຕັ້ງ​ປະຕິບັດ​ຢູ່ແຂວງໄຊ​ຍະ​ບູ​ລີ, ເ​ເຂ​ວງຫຼວງ​ພະ​ບາງ ແລະ ແຂວງຫົວພັນ ໂດຍ​ກະຊວງ​ກະສິກຳ ແລະ ປ່າໄມ້​ຈັດ​ຕັ້ງ​ປະຕິບັດ ຮ່ວມ​ກັບ GIZ ໃນ​ນາມ​ຕາງໜ້າລັດຖະບານ​ເຢຍ​ລະ​ມັນ. ໂຄງການ​ໄລຍະ​ນີ້ ຈະ​ຖືກ​ຈັດ​ຕັ້ງ​ປະຕິບັດ ຈົນ​ຮອດ ເດືອນ​ມິຖຸນາ ປີ 2024.
(ຂ່າວ​ຈາກ ຈີ​ໄອ​ແຊ້ດ ຮູບ ສຸກ​ສະ​ຫັ​ວນ)
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com