Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກກົມກວດກາ ກະຊວງການຕ່າງປະເທດ ໄດ້ເປີດຂຶ້ນເມື່ອບໍ່ດົນຜ່ານມາທີ່ກະຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ, ມີສະມາຊິກພັກ ສົມບູນ-ສຳຮອງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ເຫັນດີຮັບ ຮອງເອົາ ບົດລາຍງານການ ເມືອງ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງໜ່ວຍພັກກົມກວດກາ ຊຶ່ງໄດ້ຕີລາຄາຮອບດ້ານຕໍ່ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບັນດາສາເຫດ ແລະ ບົດຮຽນຕ່າງໆທີ່ຖອດຖອນໄດ້ ໂດຍສະເພາະ ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ວຽກກໍ່ສ້າງພັກ-ພະນັກງານ, ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກນະໂຍບາຍ ແລະ ການນໍາພາອົງການຈັດຕັ້ງມະຫາຊົນຂອງໜ່ວຍຢ່າງເປັນຂະບວນຟົດຟື້ນ. ໜ່ວຍພັກກົມກວດກາ ໄດ້ນໍາພາ-ຊີ້ນໍາວຽກງານວິຊາສະເພາະໄດ້ເປັນຢ່າງດີ, ສາມາດດໍາເນີນວຽກງານກວດກາປົກກະຕິໄລຍະ 5 ປີໄດ້ທັງໝົດ 100 ເປົ້າໝາຍ ທັງພາຍໃນ ແລະ ຕ່າງປະເທດ, ສະເພາະກິດ 1 ເປົ້າໝາຍ, ເຮັດໃຫ້ມີຄວາມສະຫງົບ ແລະ ປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນໃນຂະແໜງການຕ່າງປະເທດຫຼຸດໜ້ອຍຖອຍລົງ.
ພ້ອມນີ້ກໍໄດ້ກໍານົດບັນດາຄາດໝາຍສູ້ຊົນໃນແຕ່ລະດ້ານ ໃນອີກ 5 ປີຕໍ່ໜ້າເພື່ອເປັນທິດທາງໃຫ້ໜ່ວຍພັກກົມກວດກາ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ໄດ້ຮັບໝາກຜົນສູງເດັ່ນຂຶ້ນກວ່າເກົ່າ ໂດຍໄດ້ວາງຄາດໝາຍສູ້ຊົນສ້າງໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ກອງປະຊຸມໃຫຍ່ ໄດ້ຮັບ ຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ຊຶ່ງໄດ້ຕີລາຄາດ້ານດີ-ດ້ານອ່ອນ ທາງດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະໜ່ວຍພັກ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກ ລວມທັງ ໄດ້ກໍານົດມາດຕະການ ແລະ ວິທີແກ້ໄຂ ຈຸດອ່ອນ, ຂໍ້ຄົງຄ້າງ ໃຫ້ດີຂຶ້ນໃນຕໍ່ໜ້າ. ສໍາຄັນກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະສັນກັນຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກກົມກວດກາ ຊຶ່ງເປັນຕົວກຳນົດພື້ນຖານ ໃຫ້ແກ່ໜ່ວຍພັກໃນການຫັນເປັນແຜນງານ ແລະ ໂຄງການລະອຽດ ເພື່ອຊີ້ນໍາ-ນໍາພາການເຄື່ອນໄຫວວຽກພັກ ແລະ ພະນັກງານ ໃນຂັ້ນຕໍ່ໄປ, ກອງປະຊຸມ ໄດ້ຮັບຮອງເອົາຜົນການເລືອກຕັ້ງຄະນະໜ່ວຍພັກກົມກວດກາຊຸດໃໝ່, ຊຶ່ງໄດ້ເລືອກເອົາສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເປັນເລຂາໜ່ວຍພັກ; ສະຫາຍ ທົງສະຫວັນ ເພຍເທບ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ບຸນຍັງ ພົງສະໄໝ ເປັນກຳມະການໜ່ວຍພັກ ຜູ້ກວດກາຂອງໜ່ວຍພັກ.
ສະຫາຍ ສະເຫຼີມໄຊ ກົມມະສິດ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກກົມກວດກາໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນໍາ ກ່ຽວກັບການເພີ່ມທະວີວຽກງານພັກໃຫ້ຫຼາຍຂຶ້ນ ແລະ ເລິກເຊິ່ງກວ່າເກົ່າ ໂດຍຫັນປ່ຽນຕົວຈິງໄປສູ່ອັນຕັ້ງໜ້າ ແລະ ສຸມໃສ່ກຳຈັດການເສື່ອມຖອຍດ້ານຄຸນທາດການເມືອງ. ຄະນະໜ່ວຍພັກຊຸດໃໝ່ ຕ້ອງສືບຕໍ່ຍົກສູງຫຼັກການລວມສູນປະຊາທິປະໄຕ, ເພີ່ມທະວີຄວາມເປັນແບບຢ່າງໃນການນຳພາ, ພ້ອມທັງ ເພີ່ມທະວີປະສິດທິພາບ ແລະ ຄວາມເຂັ້ມແຂງໃນການຕິດຕາມ-ກວດກາຄະນະພັກ, ລວມທັງເອົາໃຈໃສ່ຝຶກອົບຮົມຮໍ່າຮຽນວິຊາສະເພາະດ້ານວຽກງານກວດກາໃຫ້ໜັກແໜ້ນ, ສ້າງໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ມີຄວາມເຂົ້າໃຈເລິກເຊິ່ງຕໍ່ພາລະບົດບາດຄວາມສຳຄັນຂອງວຽກງານກວດກາ, ຕີຖອຍທັດສະນະແນວຄິດຖືເບົາຕໍ່ວຽກງານກວດກາ, ຖືເອົາວຽກງານກວດກາເປັນວຽກທີ່ສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ, ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ ສຳລັບການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.
(ຂ່າວ: ກະຊວງການຕ່າງ ປະເທດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com