Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳ ພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ໃນວັນທີ 26 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແບບທາງໄກນີ້, ບັນດາຜູ້ນຳອາຊຽນ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ຄວາມພະຍາຍາມໃນການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຮ່ວມມືທັງໃນຂອບອາຊຽນ ແລະ ລະຫວ່າງ ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ໃນທ່າມກາງທີ່ພາກພື້ນ ແລະ ໃນໂລກ ປະສົບກັບສິ່ງທ້າທາຍຈາກການລະບາດຂອງໂຄວິດ-19 ພາຍໃຕ້ຄຳຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ”. ໃນນີ້, ຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025 ທີ່ກຳລັງຢູ່ໃນໄລຍະການທົບທວນກາງສະໄໝການຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ ທີ່ກວມເອົາສາມເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ. ພ້ອມນັ້ນ, ປຶກສາຫາລືກັນ ກ່ຽວກັບ ທິດທາງໃນຕໍ່ໜ້າຂອງອາຊຽນ ໂດຍສະເພາະການຟື້ນຟູເສດຖະກິດ-ສັງຄົມຮອບດ້ານຫຼັງໂຄວິດ-19.
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງກ່ຽວກັບ ຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ໄດ້ຢໍ້າຄືນການສືບຕໍ່ເພີ່ມທະວີການຮ່ວມມືກັນ ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາລະບາດຮອບໃໝ່ ໂດຍສືບຕໍ່ການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນໃນການສະກັດກັ້ນ, ປິ່ນປົວ, ຄົ້ນຄວ້າ, ພັດທະນາ ແລະ ຜະລິດຢາປົວພະຍາດໂຄວິດ ກໍຄື ຢາວັກແຊັງ ໃຫ້ໄດ້ໂດຍໄວ; ການກຽມພ້ອມຟື້ນຟູເສດ ຖະກິດສັງຄົມຮອບດ້ານຫຼັງໂຄວິດ-19 ໂດຍສະເພາະຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ການເຊື່ອມຈອດອາຊຽນ ເປັນຕົ້ນການຮັບປະກັນຕ່ອງໂສ້ດ້ານການຄ້າ, ສະຖຽນລະພາບຂອງການລົງທຶນໃນອາຊຽນ, ແກ້ໄຂບັນຫາໄພວ່າງງານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ຊຶ່ງທັງໝົດນີ້ໄດ້ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດອາຊຽນດ້ວຍກັນ ແລະ ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ, ລວມທັງ ການປັບຕົວຂອງສັງຄົມເຂົ້າກັບສະພາບວິຖີຊີວິດໃໝ່ (New Normal). ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ໄດ້ຕີລາຄາສູງຕໍ່ຜົນສຳ ເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນແກນກາງຂອງອາຊຽນ, ແລະ ໃນການພັດທະນາເສດຖະກິດ-ສັງຄົມຂອງອາຊຽນ ໂດຍສະເພາະສົ່ງເສີມຄວາມພະຍາຍາມຂອງອາຊຽນ ໃນການຕ້ານ, ຮັບມື ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ສະໜັບສະໜູນກອງທຶນສຸກເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂພະຍາດໂຄວິດ ແລະ ຄັງແຮສຸກເສີນພາກພື້ນອາຊຽນດ້ານຢາປົວພະຍາດ ແລະ ອຸປະກອນການ ແພດ. ກອງປະຊຸມ ໄດ້ຮັບ ຮອງ ເອົາ 2 ເອກະສານສຳຄັນ ຄື: 1. ຖະແຫຼງການວິໄສທັດຂອງຜູ້ນຳອາຊຽນ ວ່າດ້ວຍ ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ ແລະ 2. ຖະແຫຼງການອາຊຽນ ວ່າດ້ວຍ ການພັດທະນາຊັບ ພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດຂື້ນໃໝ່ໃນອະນາຄົດ.
ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ເຂົ້າຮ່ວມກອງປະຊຸມພິເສດຂອງຜູ້ນຳອາຊຽນ ກ່ຽວກັບ: “ການສ້າງຄວາມເຂັ້ມແຂງແກ່ແມ່ຍິງໃນຍຸກດີຈີຕອນ; ໄດ້ພົບປະກັບສະມັດຊາລັດຖະສະພາອາ ຊຽນ (AIPA)”; ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC) ແລະ ຊາວໜຸ່ມອາຊຽນ ແບບທາງໄກ ຊຶ່ງໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ສືບຕໍ່.
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com