Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ລັດຖະບານໄດ້ອອກມາດຕະການຜ່ອນຜັນເພີ່ມຕື່ມ ໂດຍສາມາດຈັດງານກິລາທຸກປະເພດໄດ້ ໂດຍມີຜູ້ເຂົ້າຊົມຕາມຄວາມເຫມາະສົມຂອງ ສະຖານທີ່ ປະຕິບັດ ໄລຍະຫ່າງ 1 ແມັດຂຶ້ນໄປ, ເຫັນດີໃຫ້ເປີດກາຊີໂນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແລະ ອະນຸຍາດໃຫ້ຈັດງານປະເພນີ, ງານດອງໄດ້ ແຕ່ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ, ສືບຕໍ່ປິດຮ້ານບັນເທີງ, ຮ້ານຄາຣາໂອເກະ, ສືບຕໍ່ປິດດ່ານ, ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານ ປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 697/ຫສນຍ ລົງວັນທີ 30 ມິຖຸນາ 2020, ເນື້ອໃນແຈ້ງການລະບຸວ່າ:
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບດັ່ງນີ້: ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແຜ່ ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງຫມົດ ແລະ ສາມາດເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃຫມ່ (New Normal) ເທື່ອລະກ້າວ.
ເຖິງຢ່າງໃດກໍ່ຕາມ, ພວກເຮົາ ກໍບໍ່ຄວນຖືເບົາ ແລະ ປະໝາດຢ່າງເດັດຂາດ ເນື່ອງຈາກ ໃນຕໍ່ຫນ້າ ຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຈະເກີດມີການລະບາດອີກຮອບໃຫມ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ທັນສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ, ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງ ໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ສະກັດກັ້ນ ການລະບາດ ຂອງພະຍາດ COVID-19, ລັດຖະບານ ໄດ້ຕົກລົງ ແລະ ຊີ້ນໍາ ດັ່ງນີ້:
1. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍ ຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນໍາຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.
2. ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນທີ່ໄດ້ກໍານົດໃນແຈ້ງການຂອງຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ສະບັບເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020.
3. ເຫັນດີໃຫ້ມີການຜ່ອນຜັນການປະຕິບັດບາງມາດຕະການທີ່ກໍານົດໃນແຈ້ງການ 597/ຫສນຍ ແລະ ຜ່ອນຜັນ ເພີ່ມຕື່ມມາດຕະການຈໍານວນຫນຶ່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ຫນ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ກັບມາໃຊ້ຊີວິດຕາມປົກກະຕິແບບໃຫມ່ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພຸມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ລາຍລະອຽດບັນດາມາດຕະການ ທີ່ຜ່ອນຜັນເພີ່ມຕື່ມ ມີດັ່ງນີ້:
3.1. ເຫັນດີໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດໄດ້ ໂດຍມີຜູ້ເຂົ້າຊົມຕາມຄວາມເຫມາະສົມຂອງ ສະຖານທີ່, ປະຕິບັດ ໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພຸມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ;
3.2. ເຫັນດີໃຫ້ເປີດກາຊີໂນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເປັນຕົ້ນ ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດ ປາກ-ດັງ, ແທກອຸນຫະພຸມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ. ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດ ຕົວຈິງ;
3.3. ອະນຸຍາດໃຫ້ຈັດກິດຈະກໍາຊມນຸມຕ່າງໆ, ງານສັງສັນ, ງານປະເພນີ ແລະ ງານແຕ່ງດອງ ຕາມຮີດຄອງ ປະເພນີອັນດີງາມ ຂອງຊາດເຮົາ ບົນຈິດໃຈປະຢັດ ມັດທະຍັດ ແຕ່ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ໂດຍປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພຸມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ;
4. ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກໍານົດໃນຄໍາສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:
4.1.. ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ;
4.2. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງ ສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວ ຕ່າງປະເທດ ທີ່ມີຄວາມຈໍາເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ;
4.3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານ ປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19. ສໍາລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດ ເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ. ສໍາລັບ ຂັ້ນຕອນໃນການປະຕິບັດຕົວຈິງກະຊວງການຕ່າງປະເທດ ຈະອອກຄໍາແນະນໍາ ຕ່າງຫາກ.
5. ມາດຕະການຈັດຕັ້ງປະຕິບັດ:
5.1. ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານ ກໍລະນີມີຜູ້ຕິດເຊື້ອເກີດຂຶ້ນ ຢູ່ໃນ ແຂວງໃດແຂວງຫນຶ່ງ ຈະໄດ້ຈໍາກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆ ຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນ ຈະເປັນຜູ້ພິຈາລະນາ; ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ກໍານົດໃນຄໍາສັ່ງ ສະບັບເລກທີ 06/ນຍ ຄືນໃຫມ່ ຢ່າງເຂັ້ມ ງວດ;
5.2. ມອບໃຫ້ບັນດາກະຊວງ, ຂະແຫນງການ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ກວດກາຄືນບັນດານິຕິກໍາ, ຄຳແນະນໍາຕ່າງໆຂອງຕົນ ເພື່ອປັບປຸງໃຫ້ສອດຄ່ອງກັບມາດຕະການຜ່ອນຜັນຂ້າງເທິງ ແລະ ຜັນຂະຫຍາຍເປັນອັນລະອຽດ ເພື່ອມີຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດແລະ ໃຫ້ການຖະແຫຼງຂ່າວ ຊີ້ແຈງອະທິບາຍບັນຫາທີ່ສັງຄົມມີຄວາມສົນໃຈ ຫຼື ບໍ່ເຂົ້າໃຈແຈ້ງ. ພ້ອມກັນນັ້ນ ກໍໃຫ້ສົ່ງນິຕິກໍາ, ຄໍາແນະນໍາສະບັບປັບປຸງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອໂຄສະນາເຜີຍແຜ່ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ;
5.3. ໃຫ້ບັນດາກະຊວງ, ຂະແຫນງການ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ກໍາລັງປ້ອງກັນຊາດ ປ້ອງກັນຄວາມ ສະຫງົບ, ຄະນະສະເພາະກິດ ແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດມາດຕະການທີ່ລັດຖະບານໄດ້ກໍານົດ ຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19 ຂຶ້ນມາໃຫມ່ ພາຍຫຼັງມີການຜ່ອນຜັນ. ກໍລະນີມີ ການລະເມີດ ແມ່ນໃຫ້ເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບ ແລະ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ດໍາເນີນມາດຕະການຕາມກົດຫມາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ;
5.4. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີການຕິດຕາມ ເຝົ້າລະວັງການຕິດເຊື້ອພະຍາດ COVID-19 ແລະ ພະຍາດຕາມລະດູການອື່ນໆ, ລາຍງານກໍລະນີສົງໄສ ໃຫ້ໄວ ພ້ອມທັງຕິດຕາມກໍລະນີສໍາຜັດໃກ້ຊິດຜູ້ຕິດເຊື້ອ ໃນ ຊຸມຊົນ ຮ່ວມກັບຂະແຫນງສາທາລະນະສຸກ ຢ່າງເຂັ້ມງວດ;
5.5. ມາດຕະການທີ່ກໍານົດໄວ້ຂ້າງເທິງນີ້ ມີຜົນສັກສິດ ນັບແຕ່ວັນທີ 01 ຫາ 31 ກໍລະກົດ 2020. ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເຫມາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com