Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດນາມມະຍົດນັກຂ່າວ ເມື່ອວັນທີ 3 ກໍລະກົດຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານ ຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີບັນດາຫົວໜ້າກົມ, ກອງ, ສະຖາບັນອ້ອມຂ້າງກະຊວງເຂົ້າຮ່ວມ.
ກອງປະຊຸມ ທ່ານ ທອງຫຼໍ່ ດວງສະຫວັດ ຫົວໜ້າບັນ ນາທິການໃຫຍ່ໜັງສືພິມພາ ສາຕ່າງປະເທດ ສະເໜີຮ່າງ ດຳລັດນາມມະຍົດນັກຂ່າວ ຊຶ່ງຮ່າງດຳລັດດັ່ງກ່າວ ປະກອບມີ 6 ໝວດ, 16 ມາດຕາ, ດຳ ລັດສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ເງື່ອນໄຂໃນການມອບນາມມະຍົດໃຫ້ນັກຂ່າວ ເພື່ອເປັນການຊຸກຍູ້, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບຂອງສື່ມວນຊົນ ແນໃສ່ເພື່ອຈາລຶກຄຸນງາມຄວາມດີ ແລະ ຜົນງານອັນດີເດັ່ນຂອງນັກສື່ມວນຊົນລາວທຸກຂະແໜງການທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ຂອງຕົນໃນຖານະເປັນນັກຮົບດ້ານຖະແຫຼງຂ່າວ,ເປັນບ່ອນອີງໃນການປະຕິບັດນະໂຍບາຍອັນຊອບທຳທາງດ້ານວັດຖຸ ແລະ ຈິດໃຈກໍຄືດ້ານສະຫວັດດີການສັງຄົມ,ທັງເປັນການເຊີດຊູຖານະບົດບາດຂອງນັກສື່ມວນຊົນລາວໃຫ້ນັບມື້ສູງຂຶ້ນຕໍ່ພາຍໃນ ແລະ ສາກົນ,ນັກຂ່າວແມ່ນຜູ້ທີ່ເຄື່ອນໄຫວດ້ານວຽກງານຖະແຫຼງຂ່າວປະກອບມີນັກຂ່າວ, ນັກວິຊາການດ້ານສື່ມວນຊົນທີ່ມີຜົນງານ, ມີປະສົບການ ແລະ ເປັນທີ່ຍອມຮັບຈາກມະຫາຊົນ, ມີພາລະບົດບາດ ແລະ ໜ້າທີ່ເປັນກະບອກສຽງຂອງອົງການຈັດຕັ້ງພັກ,ລັດ ແລະ ສັງຄົມໃນການໂຄສະນາເຜີຍແຜ່, ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມ ປະກອບສ່ວນຕ້ານປະກົດການຍໍ້ທໍ້ໃນສັງຄົມ, ຕອບໂຕ້ຖ້ອຍທຳນອງບິດເບືອນຄວາມຈິງ, ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າ.
ຈາກນັ້ນບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ດຳລັດວ່າດ້ວຍນາມມະຍົດນັກຂ່າວຢ່າງພາວະວິໄສ ແນໃສ່ເພື່ອເຮັດໃຫ້ຮ່າງດຳລັດດັ່ງກ່າວມີຄວາມຮັດກຸມ,ສອດຄ່ອງ,ແທດເໝາະກັບຄວາມເປັນຈິງເພື່ອກ້າວໄປໃນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
(ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com