Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອົງການກາແດງແຂວງໄຊຍະບູລີ ສະຫຼຸບວຽກງານ ປະຈຳປີ 2019

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 06/07/2020 09:25:37 ຈຳ​ນວນ​​ຢ້ຽມ​ຊົມ 284 ຄັ້ງ

    ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ອົງການ​ກາແດງ​ແຂວງ​ໄຊ​ຍະ​ບູ​ລີ ປະ​ຈໍາ​ປີ  2019  ແລະ ທິດ​ທາງ​ແຜນການ ປະ​ຈໍາ​ປີ 2020 ໄດ້​ຈັດ​ຂຶ້ນ​ເມື່ອ​ທ້າຍ​ເດືອນ ມິຖຸນາ​ຜ່ານ​ມາ​ ທີ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ປົກຄອງ​ເມືອງ​ໄຊ​ຍະ​ບູ​ລີ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ນາງ ບຸນ​ພັກ ອິນ​ທະ​ປັນຍາ  ຮອງ​ເຈົ້າແຂວງ ປະທານ​ອົງການ​ກາແດງ​ແຂວງ​ໄຊ​ຍະບູ​ລີ, ມີ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
    ທ່ານ ວັນນະ​ສິງ ມຸງຄຸນ​ສະ​ຫວັດ ຫົວໜ້າ​ອົງການກາ​ແດງ​ແຂວງ ໄດ້​ກ່າວ​ວ່າ: ອົງການ​ກາແດງ​ເປັນ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ ເປັນ​ຕົວ​ແທນ​ໃນ​ການ​ປະຕິບັດ​ວຽກ​ງານ ມະນຸດ​ສະ​ທໍາ ໂດຍ​ການ​ມີ​ສ່ວນ​ຮ່ວມ ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ, ມີ​ພາ ລະ​ບົດບາດ​ເປັນ​ເສນາ​ທິ​ການ​ໃຫ້​ອໍາ​ນາດ​ການ​ປົກຄອງ​ຂັ້ນ​ແຂວງ​-​ຂັ້ນ​ເມືອງ​-​ບ້ານ​ໃນ​ການ​ຊ່ວຍເຫຼືອ​ບັນເທົາ​ທຸກ​ໃຫ້​ແກ່​ປະຊາຊົນ​ຜູ້​ທຸກ​ຍາກ ຂາດເຂີນ, ຜູ້​ປະສົບ​ໄພພິບັດ​ຕ່າງໆ, ປົກ​ປັກ​ຮັກສາ​ສຸຂະພາບ​ຂັ້ນ​ພື້ນ ຖານ, ຈັດ​ຕັ້ງ​ປະຕິບັດ​ການ​ບໍ ລິຈາກ​ເລືອດ ສະໜອງ​ເລືອດ​ປອດ​ໄພ ແລະ ສົ່ງເສີມ​ຄຸນຄ່າ​ດ້ານ​ມະນຸດ​ສະ​ທໍາ, ຂົນຂວາຍ​ແຫຼ່ງ​ທຶນ ແລະ ອາສາ​ສະໝັກ​ກາແດງ ເພື່ອ​ປະກອບສ່ວນ​ໃນ​ວຽກ​ງານ​ມະນຸດ​ສະ​ທໍາ​ຕາມ 7 ຫຼັກການ ຂອງ​ຂະບວນ​ການ​ກາແດງ ແລະ ຊີກ​ວົງ​ເດືອນ​ແດງ​ສາ​ກົນ. 
    ໃນ 1 ປີຜ່ານມາ​ການ​ຊ່ວຍເຫຼືອ​ບັນເທົາ​ທຸກ ໄດ້​ຮັບ​ເຄື່ອງ​ຊ່ວຍເຫຼືອ​ບັນເທົາ​ທຸກ​ຈາກ​ກາແດງ​ລາວ​ສູນ​ກາງ, ກະ ຊວງ​ສາທາລະນະ​ສຸກ ແລະ ຈາກ​ບັນດາ​ເມືອງ​ປະເພດ​ເຄື່ອງ​ຄົວ, ເຄື່ອງນຸ່ງ​ຫົ່ມ ລວມ​ມູນ​ຄ່າ 45 ລ້ານ​ກວ່າ​ກີບ. ນໍາ​ເອົາ​ເຄື່ອງ​ຊ່ວຍເຫຼືອ​ບັນເທົາ​ທຸກ​ໄປ​ມອບ​ໃຫ້​ແກ່​ຜູ້​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ໄຟ​ໄໝ້, ລົມພາຍຸ​ພັດ, ເກີດ​ລູກ​ຝາແຝດ ແລະ ອື່ນໆ ລວມ​ມູນ​ຄ່າ 30 ລ້ານ​ກວ່າ​ກີບ. ໄດ້​ປຸກລະດົມ​ການ​ບໍລິຈາກ​ເລືອດ​ໄດ້​ທັງ​ໝົດ 2.796 ຖົງ ເທົ່າ​ກັບ 116,5%, ແຜນ​ສູ້​ຊົນ​ໃຫ້​ໄດ້ 2.400 ຖົງ. ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ສົກ​ປີ 2020 ຈະ​ຕ້ອງ​ໄດ້​ສູ້​ຊົນ​ບໍລິຈາກ​ເລືອດ​-​ສະໜອງ​ເລືອດ​ປອດ​ໄພ​ໃຫ້​ໄດ້ 2.600 ຖົງ ຊຶ່ງ​ມາ​ຮອດ​ປັດຈຸ​ບັນ​ສາມາດ​ປະຕິບັດ​ໄດ້​ແລ້ວ 41,96%. ຈາກ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ຍັງ​ໄດ້​ພ້ອມ​ກັນ​ປະ​ກອບ​ຄໍາ​ຄິດ​ຄໍາ​ເຫັນ ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ອົງການ​ກາແດງ​ໄດ້​ຮັບ​ຜົນ​ດີ​ໃນ​ຕໍ່​ໜ້າ. ພ້ອມ​ນີ້, ທ່ານ ນາງ ບຸນ​ພັກ ອິນ​ທະ​ປັນຍາ ໄດ້​ມອບ​ໃບ​ຍ້ອງຍໍ ຂອງ​ທ່ານ​ເຈົ້າແຂວງ​ໄຊ​ຍະ​ບູ​ລີ ໃຫ້​ແກ່​ບຸກຄົນ, ກົມ​ກອງ ທີ່​ໄດ້​ມີ​ພັນທະ​ໃນ​ການ​ຮັບ​ເລືອດ​-​ສົ່ງ​ເລືອດ ຕື່ມ​ອີກ.
(ຂ່າວ: ມະ​ໄລ​ວັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com