Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ພະແນກການຄ້າແຂວງໄຊຍະບູລີ ແມ່ນໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາລົງທຶນໃນບັນດາຂະແໜງການຜະລິດອຸດສາຫະກໍາ ແລະ ການຄ້າ ນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ການຜະລິດດ້ານອຸດສາຫະກໍາ ແລະ ການຄ້າ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນປັດຈຸບັນທົ່ວແຂວງໄຊຍະບູລີ ມີຈໍານວນໂຮງງານ ແລະ ກິດຈະການດ້ານອຸດສາຫະກໍາທັງໝົດ 2.186 ແຫ່ງ ໃນນີ້ໂຮງງານຂະໜາດໃຫຍ່ມີ 52 ແຫ່ງ, ຂະໜາດກາງ 56 ແຫ່ງ ແລະ ຂະໜາດນ້ອຍ 2.078 ແຫ່ງ; ທຽບໃສ່ປີ 2015 ມີການຂະຫຍາຍຕົວເພີ່ມຂຶ້ນ 13,38%, ສ້າງວຽກເຮັດງານທໍາໃຫ້ສັງຄົມໃນຂົງເຂດອຸດສາຫະກໍາທັງໝົດ 9.000 ກວ່າຄົນ, ທຽບໃສ່ປີ 2015 ເພີ່ມຂຶ້ນ 3,2% ມູນຄ່າການຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາ ບັນລຸ 842 ຕື້ກວ່າກີບ, ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 38,95% ສິ່ງທີ່ສໍາຄັນ ແລະ ພົ້ນເດັ່ນນັ້ນໄດ້ເກີດມີບັນດາຫົວໜ່ວຍການຜະລິດດ້ານອຸດສາຫະກໍາ ທີ່ສໍາຄັນຈໍານວນໜຶ່ງ ທີ່ເກີດຂຶ້ນ ເຊັ່ນ: ໂຮງງານສີ ແລະ ອົບແຫ້ງສາລີ, ໝາກເດືອຍ, ໂຮງງານປຸງແຕ່ງຊາໝ້ຽງ, ໂຮງງານຜະລິດດິນຈີ່ທັນສະໄໝ, ໂຮງງານປຸງແຕ່ງສ່ວນປະສົມຊີມັງ (ໂຮງງານຂີ່ເຖົ່າລອຍ) ແລະ ໂຮງງານຜະລິດປຸຍຊີວະພາບ ທັງໝົດນີ້ ແມ່ນເພື່ອສະໜອງຄວາມຕ້ອງການແກ່ຜູ້ຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ທັງເປັນການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ຊຶ່ງເຫັນວ່າ: ໃນ 5 ປີຜ່ານມາມູນຄ່າສົ່ງອອກສິນຄ້າໄປຕ່າງປະເທດມີທັງໝົດ 136,5 ລ້ານກວ່າໂດລາ, ທຽບໃສ່ແຜນການ 5 ປີປະຕິບັດໄດ້ 29,95%, ສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ ແມ່ນພືດ ກະສິກໍາ ມູນຄ່າ 111,6 ລ້ານໂດລາ, ເຄື່ອງປ່າຂອງດົງມູນຄ່າ 4,7 ລ້ານໂດລາ. ສ່ວນການນໍາເຂົ້າສິນຄ້າຈາກຕ່າງປະເທດມີທັງໝົດ 64,238 ລ້ານໂດລາ, ທຽບໃສ່ແຜນການ 5 ປີປະຕິບັດໄດ້ 22,7% ໃນນີ້ສິນຄ້ານໍາເຂົ້າຫຼາຍກວ່າໝູ່ ແມ່ນອຸປະກອນໄຟຟ້າ ແລະ ເຄື່ອງກໍ່ສ້າງ ມູນຄ່າ 14,8 ລ້ານໂດລາ, ພາຫະນະແນວພັນ ແລະ ເຄື່ອງຮັບໃຊ້ການຜະລິດ ມູນຄ່າ 7 ລ້ານໂດລາ, ດ້ານມູນຄ່າການນໍາເຂົ້າເຄື່ອງຈັກ, ອຸປະກອນ ແລະ ວັດສະດຸກໍ່ສ້າງ ເພື່ອມາຮັບໃຊ້ກໍ່ສ້າງພື້ນຖານໂຄງລ່າງ ຂອງແຂວງມີມູນຄ່າ 404,88 ລ້ານໂດລາ. ພ້ອມນີ້ຍັງໄດ້ອໍານວຍຄວາມສະດວກ ໃຫ້ຜູ້ປະກອບການທຸລະກິດຕ່າງໆ ເຂົ້າເຖິງການບໍລິການງ່າຍຂຶ້ນ; ໂດຍແບ່ງຂັ້ນຄຸ້ມຄອງໃຫ້ເມືອງຮັບຜິດຊອບໃນການອອກອະນຸຍາດ, ການຂຶ້ນທະບຽນວິສາຫະກິດທີ່ມີມູນຄ່າຕໍ່າກວ່າ 500 ລ້ານກີບລົງມາ. ປັດຈຸບັນທົ່ວແຂວງມີຫົວໜ່ວຍທຸລະກິດທັງໝົດ 9.466 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 3.417 ຕື້ກີບ ແລະ ທົ່ວແຂວງມີຜະລິດຕະພັນທີ່ໄດ້ຮັບກາໝາຍ ພ້ອມປະກາດເປັນໂອດ໋ອບແຫ່ງຊາດທັງໝົດ 10 ຜະລິດຕະພັນ. ທ່ານຍັງໃຫ້ຮູ້ຕື່ມວ່າ: ແຕ່ນີ້ຫາປີ 2025 ຕ້ອງໄດ້ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດວຽກງານອຸດສາຫະກໍາ ແລະ ການຄ້າ 5 ປີ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ຊຸກຍູ້ການຈັດຕັ້ງປະຕິບັດມູນຄ່າການສົ່ງອອກສິນຄ້າໃຫ້ໄດ້ 263,2 ລ້ານໂດລາ ແລະ ນໍາເຂົ້າສິນຄ້າບໍ່ໃຫ້ເກີນ 105,5 ລ້ານໂດລາ, ຕັ້ງໜ້າຄຸ້ມຄອງກວດກາບັນດາໂຮງງານ ແລະ ກິດຈະການດ້ານອຸດສາຫະກໍາ ແລະ ຫັດຖະກໍາພາຍໃນແຂວງໃຫ້ເຂັ້ມງວດຕໍ່ເນື່ອງ ເພື່ອເຮັດໃຫ້ການດໍາເນີນກິດຈະການຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະການຄຸ້ມຄອງກວດກາໂຮງງານປຸງແຕ່ງໄມ້, ການສົ່ງອອກຜະລິດຕະພັນໄມ້ ເພື່ອໃຫ້ສອດຄ່ອງກັບກົດໝາຍ ຂອງລັດຖະບານ ແລະ ມາດຕະການທີ່ກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ, ຊຸກຍູ້ສ້າງເງື່ອນໄຂດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນເຂົ້າໃສ່ຂະແໜງການອື່ນໆ ໃຫ້ນັບມື້ນັບຫຼາຍ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນຈາກຕ່າງປະເທດ, ສູ້ຊົນເຮັດໃຫ້ຍອດຂາຍ ມູນຄ່າການຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາ ບັນລຸ 1.210 ຕື້ກວ່າກີບ.
ໂດຍ: ບຸນທີ
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com