Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາຕະຫຼາດປາກຊັນ ຢູ່ເຂດບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ພະແນກແຜນການ ແລະ ການລົງທຶນແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ, ທ່ານ ຈ່ຽນ ວັນນະເລີດ ປະທານບໍລິສັດ VNL ຈໍາກັດຜູ້ດຽວ ມີບັນດາພະແນກການທີ່ກ່ຽວຂ້ອງພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຕະຫຼາດປາກຊັນ ເປັນໂຄງການໜຶ່ງທີ່ເລັ່ງດ່ວນ ແລະ ນອນໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແຕ່ການພັດທະນາໂຄງການໃນໄລຍະຜ່ານມາ ກໍຍັງບໍ່ພົບບໍລິສັດທີ່ຈິງໃຈຈະພັດທະນາໂຄງການດັ່ງກ່າວ ແຂວງຈຶ່ງໄດ້ແຕ່ງຕັ້ງຄະນະກຳມະການ ເພື່ອຄັດເລືອກເອົາຜູ້ທີ່ຈະມາພັດທະນາໃນໂຄງການດັ່ງກ່າວໃຫ້ສຳເລັດຜົນຕາມຄາດໝາຍ. ການຄົ້ນຄວ້າດ້ານວິຊາການທີ່ລະອຽດ ໂດຍມີຕົວຊີ້ວັດທາງດ້ານມາດຖານ ເງື່ອນໄຂທີ່ຊັດເຈນ ແລະ ຕົກລົງເປັນເອກະພາບ ຮັບຮອງເອົາບໍລິສັດດັ່ງກ່າວນີ້ ເປັນຜູ້ສຶກສາລາຍລະອຽດໃນການພັດທະນາໂຄງການດັ່ງກ່າວ ເປັນເວລາ 3 ເດືອນ ແລະ ບໍລິສັດ ກໍມີຄວາມພ້ອມທີ່ຈະຈັດຕັ້ງປະຕິບັດໂຄງການນີ້ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍຢ່າງເຂັ້ມງວດ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງເຊັນໂດຍທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງ ທຶນພັດທະນາ ເຊັນໂດຍທ່ານ ຈ່ຽນ ວັນນະເລີດ ປະທານບໍລິສັດ VNL ຈໍາກັດຜູ້ດຽວ ແລະ ຕາງໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
(ຂ່າວ : ວຽງສະຫວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com