Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2019 ຂຶ້ນໃນວັນທີ 21 ກໍລະກົດ ທີ່ຜ່ານມາ ທີ່ສະຖາ ບັນວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ເລຂາຄະນະພັກ ແລະ ລັດຖະມົນຕີ ກະຊວງ ກວຕ, ມີບັນດາຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍສະມາຊິກພັກກະຊວງ ກວຕ ເຂົ້າຮ່ວມ.
ໃນພິທີສະຫາຍເລຂາໜ່ວຍພັກກົມຈັດຕັ້ງພະນັກງານໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີປີ 2019 ໂດຍມີເນື້ອ ໃນສຳຄັນວ່າ: ພາຍຫຼັງສຳ ເລັດກອງປະຊຸມບັ້ນປັບປຸງປົວແປງພັກປີ 2018 ຂອງຄະນະບໍລິຫານງານອົງຄະນະພັກກະຊວງ, ຄະນະພັກ, ຄະນະໜ່ວຍພັກພ້ອມດ້ວຍສະມາຊິກພັກພາຍໃນອົງຄະນະພັກກະຊວງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ເວົ້າລວມ, ເວົ້າສະເພາະກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກະຊວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງບັນດາໜ່ວຍພັກ, ທັງເປັນທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນການ ເຄື່ອນໄຫວທາງດ້ານວຽກງານການກໍ່ສ້າງພະນັກງານຂອງອົງຄະນະພັກກະຊວງສະໄໝທີ II ໃນນັ້ນວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຂະບວນການແຂ່ງຂັນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງ ແລະ ຄະນະພັກກໍໄດ້ວາງຄາດໝາຍສູ້ຊົນຢ່າງໜ້ອຍບໍ່ໃຫ້ຫຼຸດ 80% ຂອງຈຳນວນໜ່ວຍພັກໃນປີ 2019.
ຄະນະຮັບຜິດຊອບໄດ້ເອົາໃຈໃສ່, ຕິດຕາມ, ກວດກາ, ຄົ້ນຄວ້າບັນດາເອກະສານຂອງບັນດາໜ່ວຍພັກເປັນຕົ້ນແມ່ນບົດສະຫຼຸບ, ການປະເມີນຕີລາຄາຄຸນນະພາບຂອງສະມາ ຊິກພັກສົມບູນ ແລະ ກໍໄດ້ຈັດຕັ້ງປະເມີນຕີລາຄາຈັດປະເພດໜ່ວຍພັກໂດຍປະຕິບັດຕາມຄຳແນະນຳກໍຄືແຕ່ລະໜ່ວຍພັກຕ້ອງມີສະມາຊິກພັກແຂງກວມ 80% ຂຶ້ນໄປ ແລະ ໜ່ວຍພັກມີຄະແນນບັນລຸ 9-10 ຄະແນນ, ມາຮອດປັດຈຸບັນຄະນະພັກກະຊວງໄດ້ອອກມະຕິຕົກລົງສະບັບເລກທີ 125/ຄພ.ກວຕ ລົງວັນທີ 11 ມິຖຸນາ 2020 ວ່າດ້ວຍການຮັບຮອງເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປີ 2019 ຈໍານວນ 13 ໜ່ວຍພັກ ຊຶ່ງເປັນງປີທຳອິດຂອງບັນດາໜ່ວຍພັກກໍຄືອົງຄະນະພັກກະຊວງທີ່ໄດ້ຮັບ ຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຈາກທັງໝົດ 14 ໜ່ວຍພັກ, ສ່ວນອີກໜຶ່ງ ໜ່ວຍພັກຄື: ໜ່ວຍພັກສະຖາບັນການຄຸ້ມຄອງວິ ທະຍາສາດ ແລະ ເຕັກໂນໂລຊີແມ່ນໜ່ວຍພັກທີ່ສ້າງຂຶ້ນໃໝ່, ປັດຈຸບັນແມ່ນໄດ້ສຳເລັດການຮັບຮອງເອົາແຜນກໍ່ສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຈະໄດ້ຮັບການປະເມີນໃນປີ 2020 ນີ້.
ໃນພິທີຍັງໄດ້ມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນຈຳນວນ 55 ສະຫາຍ, ຍິງ 20 ສະຫາຍອີກດ້ວຍ.
(ຂ່າວ-ພາບ : ສຸກສາຄອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com