Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂ່າວສານຊີອາໄອລາຍງານວ່າ: ວັນທີ 28 ກໍລະກົດແມ່ນວັນຕັບອັກເສບໂລກ. ທ່ານ ເທໂດຣສ ອາດານອມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວວ່າ: ເຖິງວ່າໂລກ ໄດ້ຮັບຜົນສຳເລັດຢ່າງຫຼວງ ຫຼາຍໃນການລຶບລ້າງພະຍາດຕັບອັກເສບ, ແຕ່ສະພາບການທີ່ພະຍາດໂຄວິດ-19 ແຜ່ລະບາດຢ່າງຮຸນແຮງ ເຮັດໃຫ້ວຽກງານລຶບລ້າງຕັບອັກເສບປະສົບຄວາມຫຍຸ້ງຍາກຫຼາຍກວ່າເກົ່າ.
ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 27 ກໍລະກົດຜ່ານມາ, ທ່ານ ເທໂດຣສ ກ່າວວ່າ: ຜົນກະທົບຈາກການແຜ່ລະ ບາດຂອງພະຍາດໂຄວິດ-19 ໜັກໜ່ວງກວ່າ, ການບໍລິການສາທາລະນະສຸກຂັ້ນພື້ນຖານຫຼາຍຢ່າງໄດ້ຂາດສະບັ້ນລົງຍ້ອນເລື່ອງນີ້. ຕົວຢ່າງ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການບໍລິການດ້ານການປ້ອງກັນ, ກວດກາ ແລະ ປິ່ນປົວພະຍາດ ຕັບອັກເສບ ຢູ່ບາງເຂດແຄວ້ນຖືກຢຸດຕິ, ກຳລັງຄົນ ແລະ ເງິນທຶນ ທີ່ມີຈຳກັດຢູ່ແລ້ວ ຈຳເປັນຕ້ອງນຳໄປໃຊ້ໃນການປ້ອງກັນ, ຄວບຄຸມພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດ, ໝາຍຄວາມວ່າ: ປະຊາຄົມໂລກ ອາດຈະສູນເສຍໝາກຜົນໃນການລຶບລ້າງພະຍາດຕັບອັກເສບທີ່ຍາດມາໄດ້.
ຂະນະດຽວກັນ, ທ່ານ ນາງ ມາກາເຣັດ ແຮຣິສ ໂຄສົກ WHO ໄດ້ອອກຖະແຫຼງການວ່າ: ລະດູການເບິ່ງຄືຈະບໍ່ມີຜົນກະທົບຫຍັງກັບການແຜ່ລະບາດຂອງໄວຣັດ COVID-19. ເຖິງວ່າບາງປະເທດ ໄດ້ຮັບຜົນກະທົບຮຸນແຮງທີ່ສຸດ ກໍຍັງຢູ່ໃນໄລຍະລະດູການທີ່ແຕກຕ່າງໄປຈາກສະຖານທີ່ອື່ນໆເຊັ່ນ: ລະດູຮ້ອນໃນອາເມຣິກາ ພົບຜູ້ເສຍຊີວິດຍ້ອນໄວຣັດເກືອບ 148.000 ຄົນ ແລະ ຜູ້ປ່ວຍຕິດເຊື້ອສະສົມໃກ້ຈະເຖິງ 4,3 ລ້ານຄົນ ຊຶ່ງເປັນປະເທດທີ່ໄດ້ຮັບຜົນກະ ທົບຢ່າງຮຸນແຮງທີ່ສຸດໃນໂລກ. ຂະນະທີ່ ປະເທດ ບຣາຊິນ ຢູ່ໃນໄລຍະລະດູໜາວເປັນປະເທດທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດເປັນອັນດັບທີ 2 ຂອງໂລກ ໂດຍພົບຜູ້ເສຍຊີວິດ 87.000 ຄົນ. ໂຄສົກຂອງ WHO ໄດ້ຢືນຢັນວ່າ: ໄວຣັດສາມາດຢູ່ໄດ້ທຸກລະດູການຍ້ອນການລະບາດຈາກຄົນສູ່ຄົນ.
ສ່ວນອົງການທ່ອງທ່ຽວໂລກຂອງສະຫະປະຊາຊາດ ໄດ້ອອກຖະແຫຼງການວ່າ: ວິກິດໂຣກ COVID-19 ເຮັດໃຫ້ພາກທຸລະກິດທ່ອງທ່ຽວຂອງທົ່ວໂລກຂາດລາຍໄດ້ໄປເຖິງ 320.000 ລ້ານໂດລາ ໃນລະຫວ່າງເດືອນມັງກອນເຖິງເດືອນພຶດສະພາທີ່ຜ່ານມາ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com