Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງປະຊຸມ AIIB ຄັ້ງທີ 5 ທ່ານ ສີຈິ້ນຜິງ ເນັ້ນສີ່ບັນຫາຫຼັກ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 30/07/2020 10:42:57 ຈຳ​ນວນ​​ຢ້ຽມ​ຊົມ 569 ຄັ້ງ

   ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ບໍລິຫານ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB ຄັ້ງ​ທີ 5 ດໍາ​ເນີນ​ໃນ​ຮູບ​ແບບ​ທາງ​ໄກ. ທະນາຄານ AIIB ຄວນ​ສ້າງ​ເປັນ​ເວທີ​ໃໝ່​ເພື່ອ​ຊຸກຍູ້​ປະເທດ​ສະ​ມາຊິກ​ໃຫ້​ພັດທະນາ​ຮ່ວມ​ກັນ ແລະ ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະ​ນຸດ. ບັນ ດາ​ສະ​ມາ ຊິກ ຕ້ອງ​ສຸມ​ໃສ່​ການ​ພັດທະນາ​ຮ່ວມ​ກັນ, ກ້າ​ບຸກເບີກ ແລະ ປະດິດ​ສ້າງ​ໃໝ່, ສ້າງ​ພຶດ ຕິ​ກຳ​ຕົວ​ຈິງ​ທີ່​ດີ​ທີ່​ສຸດ, ຢຶດ​ໝັ້ນ​ການ​ເປີດ​ກວ້າງ ແລະ ກວມ ລວມ ເພື່ອ​ສ້າງສາ​ພັດທະນາ​ທະນາຄານ AIIB ໃຫ້​ເປັນ​ທະ​ນາຄານ​ການ​ພັດທະນາ​ຫຼາຍ​ຝ່າຍ​ແບບ​ໃໝ່ ເພື່ອ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ທົ່ວ​ໂລກ, ເປັນ​ເວທີ ການ​ປະຕິ​ບັດ​ງານ​ຕົວ​ຈິງ​ເພື່ອ​ການ​ພັດທະນາ​ແບບ​ໃໝ່​ທີ່​ກ້າວໜ້າ​ທັນ​ກັບ​ຍຸກ​ສະໄໝ, ເປັນ​ອົງການຮ່ວມມື​ ສາກົນ​ແບບ​ໃໝ່​ທີ່​ມີ​ມາດຕະ ຖານ​ສູງ ແລະ ເປັນ​ແບບຢ່າງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຫຼາຍ​ ຝ່າຍ ​ຂອງ​ສາ​ກົນ. ຈີນ ໄດ້​ສະໜັບສະ ໜູນ ແລະ ປະຕິບັດງານຕາມ​ ລັດທິ​ຫຼາຍ​ຝ່າຍ​ຢ່າງ​ສະເໝີ​ ຕົ້ນ​ສະເໝີ​ປາຍ, ຈະ​ສືບຕໍ່​ຮ່ວມກັບ  ​ບັນດາ​ສະມາຊິກ​ຕ່າງໆ ສະໜັບ ສະໜູນ ແລະ ສ້າງ​ທະນາຄານ AIIB ໃຫ້​ດີ​ບົນ​ຈິດໃຈ​ເປີດ​ກວ້າງ, ຮ່ວມ​ມື ແລະ ຕ່າງ​ຝ່າຍ  ​ຕ່າງ​ມີ​ຜົນ​ປະໂຫຍດ ເພື່ອ​ປະ ກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ປະຊາ​ຄົມ​ໂລກ ໃນການຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ ກໍ​ຄື​ການ​ບັນລຸ​ການ​ພັດທະ ນາ​ຮ່ວມ​ກັນ.
ຕາມ​ແຫຼ່ງ​ຂ່າວ​ຊີ​ອາ​ໄອ, ໃນ​ວາ​ລະ​ດໍາ​ເນີນ​ກອງປະຊຸມ,  ທ່ານ ສີ​ຈິ້ນ​ຜິງ ປະທານ​ປະເທດ​ຈີນ ໄດ້ສະແດງ​ຄວາມ​ຊົມເຊີຍ​ຕໍ່​ກອງ​ປະຊຸມ ແລະ ໄດ້​ຕີ​ລາ ຄາ​ ສູງ ຕໍ່​ການ​ເຕີບ​ໃຫຍ່​ຂະຫຍາຍ ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງຂອງທະນາ ຄານ AIIB. ທ່ານ ກ່າວ​ເນັ້ນ​ວ່າ: ໃນ​ທ້າຍ​ປີ 2013, ຂ້າພະເຈົ້າ​ໄດ້ສະເໜີ​ໃຫ້​ກະກຽມສ້າງຕັ້ງ​ທະນາຄານ AIIB ເພື່ອ​ຊຸກຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ແລະ ການ​ເຊື່ອມຈອດກັນ​ຢູ່​ພາກພື້ນ​ອາຊີ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ບັນລຸ​ການ​ພັດທະນາ​ຮ່ວມ​ກັນ. ໃນ​ການ​ດຳເນີນ​ງານ​ໃນ 4 ປີກ​ວ່າ​ຜ່ານ​ມາ​ນີ້, ທະນາຄານ AIIB ໄດ້​ຢຶດ​ໝັ້ນ​ໃນ​ລັກສະນະ​ສາກົນ, ມີ​ກົດ​ລະບຽບ ແລະ ມາດຕະຖານ​ສູງ ຊຶ່ງ​ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີງາມ ແລະ ໄດ້​ພັດທະນາ​ຈາກ 57 ສະມາຊິກ​ໃນ​ເບື້ອງ​ຕົ້ນ ຂຶ້ນ​ເປັນ 102 ສະມາຊິກ​ທີ່​ມາ​ຈາກ​ທົ່ວ​ໂລກ​ໃນ​ປັດຈຸບັນ, ວົງ​ການ​ໝູ່​ເພື່ອນ​ນັບ​ມື້​ນັບ​ກວ້າງ​ອອກ, ຄູ່​ຮ່ວມ​ມື​ທີ່​ດີ​ນັບ​ມື້​ນັບຫຼາຍ​ຂຶ້ນ, ຄຸນ​ນະ​ພາບ​ການ​ຮ່ວມ​ມື​ກໍ​ນັບ​ມື້​ນັບ​ສູງ​ຂຶ້ນ ໂດຍ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ພາບ​ພົດອັນ​ໃໝ່ຂອງ ທະນາຄານ​ພັດທະນາ​ຫຼາຍ​ຝ່າຍ​ແບບ​ໃໝ່​ທີ່​ມີ​ວິຊາ​ການ, ປະສິດທິພາບ​ສູງ ແລະ ປອດ ໃສ​ ຂາວສະ​ອາດ.
ທ່ານ ສີ​ຈິ້ນ​ຜິງ ຊີ້​ອອກ​ວ່າ: ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19 ຂອງ​ທົ່ວ​ໂລກ​ສະແດງ​ໃຫ້​ເຫັນ​ວ່າ: ມວນ​ມະນຸດ ແມ່ນ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ, ມີ​ແຕ່​ສະໜັບສະໜູນ​ຊຶ່ງ​ກັນ ແລະ ກັນ, ສາມັກຄີກັນ ແລະ ຮ່ວມ​ມື​ກັນ ຈຶ່ງ​ແມ່ນ​ເສັ້ນ ທາງ​ທີ່​ຖືກຕ້ອງ​ໃນ​ການ​ເອົາ​ ຊະນະ​ວິ​ກິດ​ການ. ເພື່ອ​ແກ້​ ໄຂຄວາມ​ຂັດ​ແຍ່ງ​ກັນ​ທີ່​ເກີດ​ ຂຶ້ນ​ໃນ​ຂະບວນ​ວິວັດ​ຂອງ​ເສດ ຖະກິດ​ໂລກາ​ພິ​ວັດ, ບັນດາ​ປະ ເທດ ຄວນ​ພະຍາຍາມ​ສ້າງ​ໃຫ້​ມີ​ການ​ບໍລິຫານ​ທົ່ວ​ໂລກ ທີ່​ມີ​ລັກສະນະ​ກວມ​ລວມ​ຫຼາຍ​ກວ່າ​ເກົ່າ, ກົນ​ໄກ​ຫຼາຍ​ຝ່າຍ ທີ່​ມີ​ປະສິດ​ທິ​ຜົນ​ຫຼາຍ​ກວ່າ​ເກົ່າ ແລະ ການ​ຮ່ວມ​ມື​ພາກ​ພື້ນ​ທີ່​ຕັ້ງໜ້າ​ກວ່າ​ເກົ່າ. ທະນາຄານ AIIB ຄວນ​ກາຍເປັນ​ເວທີ​ໃໝ່ ເພື່ອ​ຊຸກຍູ້​ບັນດາ​ສະມາຊິກ​ໃຫ້​ພັດທະນາ​ຮ່ວມ​ກັນ ແລະ ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະ​ນຸດ. ທ່ານ ສີ​ຈິ້ນ​ຜິງ ສະເໜີ​ວ່າ:
ໜຶ່ງ, ຕ້ອງ​ສຸມ​ໃສ່​ການ​ພັດ ທະນາ​ຮ່ວມ​ກັນ, ສ້າງ​ທະນາ ຄານ AIIB ໃຫ້​ເປັນ​ທະນາຄານ ​ພັດທະນາ​ຫຼາຍຝ່າຍ​ແບບໃໝ່ ເພື່ອ​ຊຸກຍູ້​ການ​ພັດທະນາ​ ຮ່ວມ​ກັນ​ຂອງ​ທົ່ວ​ໂລກ. ທະນາ ຄານ AIIB ຄວນ​ສຸມ​ຄວາມ​ພະຍາຍາມ​ໃຫ້ການ​ບໍລິການ​ຕາມ​ຄວາມ​ຕ້ອງການ ໃນການ ​ພັດທະນາ​ຂອງ​ປະເທດ​ສະມາ ຊິກ​ທັງ​ໝົດ, ສະໜອງການລົງ ທຶນ​ພື້ນຖານ​ໂຄງ​ລ່າງ ທີ່​ມີຄຸນ ​ນະ​ພາບ​ສູງ, ຕົ້ນ​ທຶນ​ຕ່ຳ ແລະ ສາມາດ​ດຳເນີນ​ໄປ​ຢ່າງ​ຍືນ​ຍົງ, ຕ້ອງ​ສະໜັບສະໜູນ​ພື້ນຖານ​ໂຄງ​ລ່າງ​ແບບ​ເກົ່າ, ທັງ​ຕ້ອງ​ສະ ໜັບສະໜູນ​ພື້ນຖານ​ໂຄງ​ລ່າງ​ແບບ​ໃໝ່, ເພີ່ມ​ແຮງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ຂອງ​ອາຊີ ກໍ​ຄື​ພາກ​ພື້ນ​ອື່ນໆ. 
ສອງ, ກ້າ​ບຸກເບີກ ແລະ ປະດິດ​ສ້າງ​ໃໝ່, ສ້າງ​ທະນາ ຄານ AIIB ໃຫ້​ເປັນ​ເວທີ​ປະຕິ ບັດ​ງານ​ຕົວ​ຈິງ ເພື່ອ​ການ​ພັດທະ ນາ​ແບບ​ໃໝ່​ທີ່​ກ້າວໜ້າ​ທັນ​ກັບ​ຍຸກ​ສະ​ໄໝ. ທະນາຄານ AIIB ຄວນ​ປະດິດ​ສ້າງ​ແນວ​ຄວາມ ຄິດ​ພັດທະນາ​ໃໝ່, ຮູບ​ແບບ​ການ​ບໍລິການ ແລະ ການ​ຄຸ້ມ​ຄອງ​ອົງການ​ຈັດ​ຕັ້ງ. ຜ່ານ​ຈາກ​ຜະລິດ​ຕະ​ພັນລະດົມ​ທຶນ ເພື່ອ​ການ​ພັດທະນາ​ທີ່​ຄ່ອງ​ແຄ້ວ ແລະ ຫຼາຍ​ຮູບ​ແບບ, ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ, ຊຸກຍູ້​ການ​ພັດ ທະນາ​ແບບ​ສີຂຽວ ແລະ ສະ ໜັບສະໜູນ​ຄວາມ​ກ້າວໜ້າ​ດ້ານ​ເຕັກ​ນິກ.
ສາມ, ສ້າງ​ພຶດຕິ​ກຳ​ຕົວ​ຈິງ​ທີ່​ດີ​ທີ່​ສຸດ, ສ້າງ​ທະນາຄານ AIIB ໃຫ້​ກາຍເປັນ​ອົງການ​ຮ່ວມມື​ສາກົນ ແບບ​ໃໝ່​ທີ່​ມີ​ມາດຕະຖານ​ສູງ. ທະນາຄານ AIIB ຄວນ​ຖື​ເອົາ​ການ​ເຄົາລົບ​ໃນ​ການ​ປະຕິບັດ​ຕາມ​ມາດ ຕະ ຖານ​ສາກົນ​ທີ່​ໃຊ້​ທົ່ວ​ໄປ ແລະ ການ​ເຄົາລົບ​ກົດເກນ​ທົ່ວ​ໄປ​ກ່ຽວ​ກັບ​ການ​ພັດທະນາ​ນັ້ນ ກັບ​ຄວາມ​ຕ້ອງ ການ​ຕົວ​ຈິງ​ໃນ​ການ​ພັດທະນາ​ຂອງ​ບັນດາ​ປະເທດ​ສະມາຊິກໃຫ້​ສາມາດ​ປະສົມ​ປະສານ​ກັນ​ແບບ​ກາຍ​ອິນ​ຊີ, ສ້າງ​ພຶດຕິ​ກຳ​ຕົວ​ຈິງ​ທີ່​ດີ​ທີ່​ສຸດ​ສຳລັບ​ການ​ຮ່ວມ​ມື​ສາກົນ​ເພື່ອ​ການ​ພັດ​ທະ​ນາ.
ສີ່, ຕ້ອງ​ຢຶດ​ໝັ້ນ​ການ​ເປີດ​ກວ້າງ ແລະ ກວມ​ລວມ, ສ້າງ​ທະນາຄານ AIIB ໃຫ້​ກາຍເປັນ​ແບບຢ່າງ​ໃໝ່ ແຫ່ງ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ຂອງ​ສາ​ກົນ. ຕ້ອງ​ຢຶດ​ໝັ້ນ​ໃນ​ຫຼັກການ​ປຶກສາ​ຫາລື​ຮ່ວມ​ກັນ, ສ້າງສາ​ຮ່ວມ​ກັນ ແລະ ຊົມໃຊ້​ຮ່ວມ​ກັນ, ປະຕິບັດ​ໄປ​ຕາມ​ທ່າ​ອ່ຽງ​ການ​ປ່ຽນແປງ​ຂອງໂຄງ​ປະກອບ​ເສດຖະ​ກິດ​ໂລກ, ດຳເນີນ​ການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ປະເທດ​ພວມ​ພັດທະນາ​ໃຫ້​ຫຼາຍ​ກວ່າ​ເກົ່າ, ຊຸກຍູ້​ໃຫ້​ເສດ ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ແລະ ຊຸກຍູ້​ໃຫ້​ເສດຖະກິດ​ໂລກາ​ພິ​ວັດ​ຂະຫຍາຍຕົວ​ໄປ​ຕາມ​ທິດ​ທາງ​ທີ່​ເປີດ​ກວ້າງ, ກວມ​ລວມ, ສ້າງ​ຜົນ​ປະໂຫຍດ​ໃຫ້​ທຸກ​ຝ່າຍ, ມີ​ຄວາມ​ດຸ່ນ​ດ່ຽງ​ ແລະ ຕ່າງ  ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
ໃນ​ຕອນ​ທ້າຍ, ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: ຈີນໄດ້​ສະໜັບສະໜູນ ແລະ ປະຕິບັດງານ​ຕາມ​ລັດທິ​ຫຼາຍ​ຝ່າຍ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ ປາຍບົນ​ຈິດໃຈ​ເປີດ​ກວ້າງ, ຮ່ວມ ມື ແລະ ຕ່າງ​ຝ່າຍຕ່າງມີຜົນ​  ປະໂຫຍດ​ໃນ​ການ​ຮ່ວມ​ກັບ​ບັນດາ​ປະເທດ​ໃນ​ໂລກ ເພື່ອ ​ສະແຫວງຫາ​ການ​ພັດ​ທະ​ນາ.  ຈີນ ຈະ​ສືບຕໍ່​ຮ່ວມ​ມື​ກັບ​ບັນດາ ປະເທດ​ສະມາຊິກ ເພື່ອ​ສະໜັບ ສະໜູນ ແລະ ພັດທະນາ​ທະ ນາຄານ AIIB ໃຫ້​ດີ, ປະກອບ ສ່ວນ​ຫຼາຍ​ກວ່າ​ເກົ່າ ເພື່ອ​ປະຊາ​ຄົມ​ໂລກ ໃນ​ການ​ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ ກໍ​ຄື​ການ​ບັນລຸ​ການ​ພັດທະນາ​ຮ່ວມ​ກັນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com