Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ວຽກງານປ້ອງກັນຊາດຈີນຍຸກໃໝ່ໃນການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 04/08/2020 09:12:41 ຈຳ​ນວນ​​ຢ້ຽມ​ຊົມ 602 ຄັ້ງ

ຂຽນ​ໂດຍ: ພັນ​ເອກ​ພິເສດ ເສິນ​ຢົງ​ຈິ້ງ ທີ່​ປຶກສາ​ທູດ ປ້ອງ​ກັນ​ຊາດ ສປ​ ຈີນ ປະຈຳ ສປປ ລາວ
   ໂລກ​ປັດຈຸບັນ, ມວນ​ມະນຸດ​ນັບ​ມື້​ກາຍເປັນ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ທີ່​ມີ​ຜົນ​ປະ ໂຫຍດ​ຮ່ວມ ແລະ ຄວາມ​ປອດ​ໄພ​ຢູ່​ຮ່ວມ​ກັນ. ຈີນ ປັດຈຸບັນ ແມ່ນ​ໄລຍະ​ສຳຄັນ​ໃນ​ການ​ສ້າງ​ສັງຄົມ​ອີ່ມ​ໜຳ​ສຳລານຢ່າງ ຮອບດ້ານ, ເປີດ​ສາກ​ສ້າງ​ ປະ ເທດ​ສັງຄົມ​ນິຍົມ​ທັນ​ສະໄໝ ​ໃໝ່​ຢ່າງຮອບດ້ານ ແລະ ລະ ບອບ​ສັງຄົມ​ນິຍົມ​ແບບ​ສີສັນ​ຈີນ​ເຂົ້າ​ສູ່​ຍຸກ​ໃໝ່. ສັນຕິພາບ, ສະຖຽນ​ລະ​ພາບ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຈີນ ແມ່ນ​ສ້າງ​ໂອກາດ ແລະ ຄວາມ​ຜາ​ສຸກ​ໃຫ້​ໂລກ. ຄວາມ​ເຂັ້ມແຂງ​ຂອງ​ກອງທັບ​ຈີນ ເປັນ​ກຳລັງ​ອັນ​ແໜ້ນ​ແກ່ນ​ໃຫ້ການ​ຮັກສາ​ສະຖຽນ​ລະ​ພາບ, ສັນຕິພາບ ແລະ ຮັບ​ໃຊ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະ​ນຸດ.
   ກອງທັບ​ຈີນ ຢຶດ​ໝັ້ນ​ທັດ ສະນະ​ຄວາມ​ໝັ້ນຄົງ​ແບບ​ຮ່ວມ​ກັນ, ສັງ​ລວມ, ຮ່ວມ​ມື ແລະ ສືບ​ເນື່ອງ, ສົ່ງເສີມ​ທັດສະນະ​ກ່ຽວ​ກັບ​ພັນທະ​ກັບ​ຜົນ​ປະໂຫຍດ​ທີ່​ຖືກຕ້ອງ​ຊອບ​ທໍາ, ຕັ້ງໜ້າ​ເຂົ້າ​ຮ່ວມ ການ ປະຕິ​ຮູບ​ລະບົບ​ລະບຽບ​ການ​ຄວາມ​ໝັ້ນຄົງ​ຂອງ​ໂລກ, ລົງ​ເລິກ​ຮ່ວມ​ມື​ຄວາມ ໝັ້ນຄົງ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ, ສົ່ງເສີມ​ການ​ຮ່ວມ​ມື ແລະ ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ ກົນ​ໄກ ຄວາມ ໝັ້ນຄົງ​ຫຼາຍ​ຮູບ​ການ, ສ້າງ​ສະພາບ​ຄວາມ​ໝັ້ນຄົງ​ໃຫ້​ມີ​ຄວາມ​ສະເໝີພາບ ແລະ ຄວາມ​ໄວ້​ເນື້ອເຊື່ອ​ໃຈ​ຊຶ່ງ​ກັນ ແລະ ກັນ, ມີ​ຄວາມ​ຍຸ​ຕິ​ທໍາ ແລະ ສະ ເໝີພາບ, ທັງ​ຮ່ວມ​ກັນ​ກໍ່ສ້າງ ແລະ ແບ່ງປັນ​ຜົນ​ປະ​ໂຫຍ​ດ.
   ກອງທັບ​ຈີນ ຢຶດ​ໝັ້ນ​ປະຕິບັດ​ພັນທະ ແລະ ໜ້າທີ່​ຂອງ​ສາກົນ, ຍົກ​ສູງ​ຄັນ​ທຸງ​ການ​ຮ່ວມ ມື​ມີ​ໄຊ​ສູງ​ຂຶ້ນ, ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ສະໜອງ​ຜະລິດ​ຕະ​ພັນ​ດ້ານ​ຄວາມໝັ້ນຄົງ​ສາ ທາລະນະ ໃຫ້​ແກ່​ສະມາຄົມ​ໂລກ, ຕັ້ງໜ້າ​ເຂົ້າ​ຮ່ວມ​ປະຕິບັດ​ການ​ຮັກສາ​ສັນຕິພາບ​ສາກົນ, ປ້ອງ​ກັນ​ການເດີນເຮືອ​ທາງ​ທະເລ, ຊ່ວຍເຫຼືອ​ດ້ານ​ມະນຸດ​ສະ​ທໍາ ແລະ ອື່ນໆ. ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄວບຄຸມ​ກໍາ​ລັງ​ທະຫານ ແລະ ເກືອດ​ຫ້າມ​ການ​ແຜ່​ກະຈາຍ​ຂອງ​ອາວຸດ, ເຂົ້າ​ຮ່ວມ​ແກ້​ໄຂ​ບັນຫາ ຫຍຸ້ງຍາກ ທາງ​ດ້ານ​ການເມືອງ​ຢ່າງ​ສ້າງສັນ, ຮ່ວມ​ກັນ​ປົກ​ປ້ອງ​ແລວ​ທາງ​ສາກົນ​ໃຫ້​ມີ​ຄວາມ​ປອດ​ໄພ, ສົ່ງ​ກໍາ​ລັງເຂົ້າ​ຮ່ວມ​ຕອບ​ຕ້ານ​ລະບອບ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ທາງ​ດ້ານ​ອິນ​ເຕີ​ເນັດ, ​ໄພ​ທາງ ທໍາ​ມະ​ຊາດ ແລະ ສິ່ງ​ທ້າ​ທາຍ​ອື່ນໆ ຢູ່​ໃນ​ທົ່ວ​ໂລກ. ສຸມ​ກໍາ​ລັງ​ປະກອບສ່ວນ​ຢ່າງ ຕັ້ງໜ້າ​ໃນ​ການ​ສ້າງ ສະມາຄົມ​ຮ່ວມ​ຊາ​ຕາ​ກໍາ​ມວນ​ມະ​ນຸດ.
ນັບ​ແຕ່​ປີ 1990 ເປັນຕົ້ນ​ມາ, ຈີນ ໄດ້​ສົ່ງ​ກໍາ​ລັງ​ ເຂົ້າ​ຮ່ວມ​ປະຕິບັດ​ໜ້າທີ່​ຮັກ ສາ ສັນຕິພາບ ຂອງ ສະຫະ​ປະ ຊາຊາດ​ເປັນ ​ຈໍາ​ນວນທັງ​ໝົດ 40.000 ກວ່າ​ເທື່ອ​ຄົນ, ກາຍເປັນ​ປະເທດ​ທີ່​ໃຫ້​ທຶນ ແລະ ສົ່ງ​ກໍາ​ລັງເຂົ້າ​ ຮ່ວມ​ປະຕິບັດ​ການ​ຂອງ ສປຊ ຫຼາຍ​ທີ່​ສຸດ ເພື່ອ​ເຮັດ​ໃຫ້​ຂົງ ເຂດທີ່​ມີ​ຄວາມ​ຂັດແຍ້ງເກີດ​ ມີ​ສັນຕິພາບ ຕາມ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະເທດ​ເຂດ​ນັ້ນ. ສປຊ ຂະໜານ​ນາມ​ວ່າ: ເປັນ​ກໍາ​ລັງ​ຫຼັກ ແລະ ເປັນ​ປັດ​​ໄຈ​ສໍາ​ຄັນ​ໃນ​ການ​ປະຕິບັດ​ໜ້າທີ່​ຮັກສາ​ສັນຕິພາບ, ນໍາ​ໃຊ້​ການ​ປະຕິບັດ ໜ້າທີ່​ຕົວ​ຈິງ ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ປະເທດ​ໃຫຍ່. ໃນ​ຕົ້ນ​ເດືອນ​ກໍລະກົດ​ປີ​ນີ້, ກອງທັບ​ເຮືອ​ຈີນ ໄດ້​ປະຕິບັດ​ໜ້າທີ່​ປ້ອງ​ກັນ​ໃຫ້ການເດີນ​ເຮືອ​ທາງ​ທະເລ​ຢູ່​ອ່າວ​ອາ​ເດັນ (ADEN) 35 ຄັ້ງ, ລວມ​ທັງ​ປ້ອງ​ກັນ​ເຮືອ​ສິນຄ້າ 6.799 ລໍາ (ໃນ​ນັ້ນ​ມີ​ເຮືອ​ຕ່າງປະເທດ 3.543 ລໍາ), ໄດ້​ຕັ້ງໜ້າ​ປະກອບສ່ວນ​ດ້ານ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ສາກົນ ແລະ ເສັ້ນທາງ​ເດີນ​ເຮືອ​ທາງ​ທະ​ເລ.
    ການ​ລະບາດ​ຂອງ​ພະ ຍາດ​ໂຄ​ວິດ-19 ໃນ​ຕົ້ນ​ປີ​ນີ້, ເປັນ​ເຫດການ​ສາທາລະນະ​ສຸກ​ທົ່ວ​ໂລກ​ອັນ​ຮ້າຍ​ແຮງ​ທີ່​ສຸດ​ທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ ນັບ​ແຕ່​ສົງຄາມ​ໂລກ​ໄດ້​ສິ້ນ​ສຸດ​ລົງ​ເປັນຕົ້ນ​ມາ, ແຕ່​ປະຊາ ຄົມ​ໂລກ ກໍໄດ້​ເດີນ​ໄປ​ໜ້າ​ຢ່າງ​ອາດ​ຫານ, ຊ່ວຍເຫຼືອ​ຊຶ່ງ​ກັນ ແລະ ກັນ ແລະ ພ້ອມ​ກັນ​ຜ່ານ​ຜ່າ​ພາ ຍຸ​ລົມແດງ​ໄປ​ດ້ວຍ​ກັນ. ຈີນ ຢຶດ​ໝັ້ນ​ຖື​ເອົາ​ຊີວິດ​ປະຊາຊົນ​ເປັນ​ສິ່ງ​ສໍາ​ຄັນ​ສູງ​ສຸດ, ໂດຍ​ມີ​ລັກສະນະ ເປີດເຜີຍ, ໂປ່​ງ​ໃສ ແລະ ມີ​ຄວາມ​ຮັບຜິດຊອບ​ແຕ່​ຕົ້ນ​ຕະຫຼອດ​ປາຍ. ກ່ຽວ​ກັບ​ເຫດການ​ດັ່ງກ່າວ, ຈີນ ມີ​ວິ​ໄສ​ທັດ​ສົ່ງເສີມ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາ​ຕາ​ກໍາ​ມວນ​ມະນຸດ​ແຕ່​ຕົ້ນ​ຕະຫຼອດ​ປາຍ, ທັງ​ຄວາມ​ຮັບ​ຜິດຊອບຕໍ່​ຄວາມ​ປອດ​ໄພ​ຊີວິດ ແລະ ສຸຂະພາບ​ຂອງ​ປະຊາ ຊົນ​ຈີນ, ທັງ​ເຮັດ​ສຸດ​ຄວາມສາ ມາດ​ຮັບ​ຜິດຊອບ​ຕໍ່​ພາລະກິດ ​ສາທາລະນະ​ສຸກ​ໃນ​ທົ່ວ​ໂລກ. ກອງທັບ​ຈີນ ບໍ່​ພຽງ​ແຕ່​ມີໜ້າ​ທີ່​ອັນ​ໜັກໜ່ວງ​ໃນ​ການຕ້ານ ການ​ແຜ່​ລະບາດ​ຂອງ​ພະຍາດ​ພາຍ​ໃນ​ປະເທດ​ເທົ່ານັ້ນ, ແຕ່​ຍັງ​ໄດ້​ຕັ້ງໜ້າ​ຮ່ວມ​ມື​ກັບ​ສາກົນ​ໃນ​ການ​ຕ້ານ​ພະຍາດ​ລະບາດ ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ດ້ານ​ສາທາລະນະ​ສຸກ​ໃຫ້​ປະຊາ​ຄົມ​ຂອງມວນ​ມະ​ນຸດ. ປັດຈຸບັນ, ກອງທັບ​ຈີນ ໄດ້​ສົ່ງ​ຊ່ຽວຊານ​ມາ​ຊ່ວຍ​ລາວ, ກໍາ​ປູ​ເຈຍ ແລະ ປະເທດ​ອື່ນໆ ໂດຍນໍາ​ໃຊ້​ຍົນ​ຂົນສົ່ງ​ກອງທັບ​ຂົນສົ່ງ​ອຸປະກອນ​ການ​ແພດ​ໃຫ້ລາວ, ຣັດ​ເຊຍ, ປາ​ກິ​ສຖານ, ໄທ, ຕາ​ຊີກິ​ສຖານ, ເອ​ທີ​ໂອ​ປີ, ອາ​ກ​ຊັງ​ຕິນ ແລະ ປະ ເທດ​ອື່ນໆ ພ້ອມ​ທັງ​ຈັດ​ກອງ​ປະຊຸມ​ທາງໄກ ເພື່ອ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ກັບ 17 ກອງທັບ​ຕ່າງປະເທດ, ເພື່ອ​ປະ ກອບສ່ວນ​ທາງ​ພະ​ລະ​ກໍາ​ລັງ​ຂອງ​ຕົນ​ໃຫ້​ສາກົນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ໄວ​ຣັດ​ດັ່ງ​ກ່າວ.
   ກອງທັບ​ຈີນ​-​ລາວ ຢຶດ​ໝັ້ນ​ປະຕິບັດ​ຕາມ​ຈິດໃຈ​ຂອງ​ທ່ານ ສີ​ຈິ້ນ​ຜິງ ເລຂາທິການ​ໃຫຍ່, ປະທານ​ປະເທດ ສປ ຈີນ ແລະ ທ່ານ ບຸນ​ຍັງ ວໍລະຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ສປປ ລາວ ທີ່​ໄດ້​ໂອ້​ລົມ​ໂທລະສັບ​ທາງ​ໄກ​ນໍາ​ກັນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ການ​ແລກປ່ຽນ​ການ​ຮ່ວມມື​ກັນ​ຕ້ານ​ພະຍາດ​ລະບາດ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ ຊຶ່ງ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃໝ່​ຂອງ​ສອງ​ຝ່າຍ. ສອງ​ກອງທັບ​ພວກ​ເຮົາ​ມີ​ຄວາມ​ສະດຸ້ງ​ໄວ, ຮັກສາ​ການ​ປະສານ​ງານ​ຢ່າງ​ໃກ້ຊິດ​ຂອງ​ສອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກົມ​ກອງ​ທີ່​ກ່ຽວຂ້ອງ, ໃຫ້ການ​ຊ່ວຍເຫຼືອ​ຊຶ່ງ​ກັນ ແລະ ກັນ ຢ່າງ​ທັນ ການ, ເຮັດ​ໃຫ້ການ​ຮ່ວມ​ມື​ປ້ອງ​ກັນ​ພະຍາດ​ລະບາດ​ຂອງ​ສອງ​ກອງທັບ ຢືນ​ຢູ່​ແຖວ​ໜ້າ ຂອງ​ກອງ ທັບ​ສາກົນ ແລະ ກາຍເປັນ​ແບບ​ຢ່າງ​ນໍາ​ໜ້າ​ໃນ​ການ​ຕ້ານ​ ໄວ​ຣັດ​ໂຄ​ວິດ. ຈີນ ແລະ ກອງ ທັບ​ລາວ ໄດ້​ພ້ອມ​ຈິດ​ພ້ອມ​ໃຈ ແລະ ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ໄດ້​ຮັບ​ຜົນ​ສໍາ​ເລັດ​ອັນ​ໃຫຍ່​ພາຍຫຼັງ​ສອງ​ຝ່າຍ​ຈັດການ​ຝຶກ​ຊ້ອມ​ຮ່ວມ​ລົດໄຟ​ສັນຕິພາບ​ຢ່າງ​ມີ​ໄຊ, ທັງ​ໄດ້​ໄປ​ປະຕິບັດ​ໜ້າທີ່​ຢູ່​ແຂວງ​ອັດ​ຕະ​ປື ໃນ​ເຫດການ​ຄູ​ກັນ​ນໍ້າ​ເຂື່ອນ​ເຊ​ປຽນ​-​ເຊ​ນຳ້​ນ້ອຍ​ແຕກ​ປີ 2018 ແລະ ຊ່ວຍເຫຼືອ​ເຫດການ​ລົດ​ບັດ​ໂດຍສານ​ຈີນ​ເກີດ​ອຸບັດເຫດ​ໃນ​ປີ 2019 ຢູ່​ແຂວງ​ຫຼວງ​ພະ​ບາງ. ການ​ຮ່ວມ​ມື​ຕ້ານ​ພະ ຍາດ​ລະບາດ​ຂອງສອງ​ກອງທັບ ຈີນ​-​ລາວ ໄດ້​ປະກອບສ່ວນ​ອັນ​ສຳຄັນ​ໃຫ້​ສອງ​ປະເທດ ໃນ​ການ​ຄວບ​ຄຸມພະ​ຍາດລະບາດ ທີ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ຍຸດທະ ສາດ, ໄດ້​ເພີ່ມ​ພຶດຕິ​ກຳ​ທີ່​ມີ​ຊີວິດ​ຊີວາ​ໃຫ້​ແກ່​ການ​ສ້າງ​ປະຊາ​ຄົມຄູ່​ຮ່ວມ​ຊາ​ຕາ​ກໍາ ລາວ​-​ຈີນ ແລະ ປະຊາ​ຄົມ​ຊາ​ຕາ​ກໍາ​ດ້ານ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ​ອີກ​ດ້ວຍ. 
   ປັດຈຸບັນ, ໄວ​ຣັດ​ໂຄ​ວິດ-19 ໄດ້​ແຜ່​ລະບາດ​ໄປ​ທົ່ວ​ໂລກ ຊຶ່ງ​ຍັງ​ບໍ່​ສາມາດ​ແກ້​ໄຂ​ໄດ້, ແຕ່ ກອງທັບ​ຈີນ ເຫັນ​ດີ​ພ້ອມ​ກັບ​ກອງທັບ​ລາວ​ອ້າຍ​ນ້ອງ ສືບ​ຕໍ່​ຮ່ວມ​ມື​ສາມັກຄີ​ກັນ, ເພີ່ມ​ທະວີ​ຄວບ​ຄຸມພະ ຍາດ​ລະບາດ​ດັ່ງກ່າວ ເພື່ອ​ພ້ອມ​ກັນ​ປົກ​ປ້ອງ​ສຸຂະພາບ​ຂອງ​ປະຊາຊົນ​ສອງ​ຊາດ ແລະ ສອງ​ກອງທັບ​ໃຫ້​ມີ​ຄວາມ​ປອດ​ໄພ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com