Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການພົວພັນສອງກອງທັບ ຈີນ-ລາວ ໃນຍຸກໃໝ່

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 05/08/2020 09:20:37 ຈຳ​ນວນ​​ຢ້ຽມ​ຊົມ 635 ຄັ້ງ

(ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ຄົບຮອບ 93 ປີ)
ໂດຍ: ພັນ​ເອກ​ພິເສດ ເສີນ ຢົງ​ຈິ່ງ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ສປ ຈີນ ປະ​ຈໍາ ສປປ ລາວ
    ການ​ລຸກ​ຮື້​ຂຶ້ນ​ຢູ່​ເມືອງ​ໜານ​ຊາງ, ວັນ​ທີ 1 ສິງຫາ 1927, ເປັນ​ຂີດ​ໝາຍ​ກໍາ​ເນີ​ດ​ຢ່າງ​ເປັນ​ທາງການຂອງ​ກອງ ທັບ​ປະຊາຊົນ​ຈີນ ແບບ​ໃໝ່​ທີ່ ສ້າງຕັ້ງ ແລະ ນໍາ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ. ພາຍ​ໃຕ້ ການ​ຊີ້​ນໍາ-ນໍາ​ພາ​ຂອງ ພັກ​ກອມ​ມູ​ນິດ​ຈີນ, ກອງທັບ​ປະຊາຊົນ​ຈີນ​ກໍໄດ້​ດໍາ​ເນີນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ຊາ ຊົນ​ຈີນ ຢ່າງ​ອົງອາດ​ກ້າຫານ, ເພື່ອ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ ແລະ ຟື້ນ​ຟູ​ຄວາມ​ຈະເລີນ​ຮຸ່ງ ເຮືອງ ຊຶ່ງ​ໄດ້​ຜູກ​ມັດ​ຊາ​ຕາ​ກໍາ​ປະຊາຊົນ​ຈີນ​ລວມ​ເຂົ້າກັນ​ໄວ້.
    93 ປີຜ່ານມາ, ກອງທັບ​ປະຊາຊົນ​ຈີນ ໄດ້​ຜ່ານ​ຜ່າ​ແປວ ໄຟ​ສົງຄາມ​ທີ່​ລະ​ອິດ​ລະ​ອ້ຽວ ແລະ ເສຍສະຫຼະ​ຊີວິດ ເລືອດ​ເນື້ອ​ຢ່າງ​ໃຫຍ່​ຫຼວງ, ແຕ່​ໄດ້​ຮັບ​ໄຊຊະນະ​ຢ່າງ​ສະ ຫງ່າ​ງາມ​ເປັນ​ໄລຍະໆ ຊຶ່ງໄດ້​ສ້າງ​ຜົນງານ​ຄວາມ​ດີ​ເປັນ​ປະຫວັດສາດ ແລະ  ເອກອ້າງ​ທະ​ນົງ​ໃຈ​ອັນ​ສູງ​ສົ່ງ​ ໃຫ້​ແກ່​ພັກ ແລະ ປະຊາຊົນ​ຈີນ.
ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ກອງ ທັບ​ຈີນ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາ​ພາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ແລະ ຄະ​ນະ​ກໍາ​ມະການທະຫານສູນກາງ ໂດຍ​ມີສະຫາຍ ສີ ຈິ້ນ​ຜິງ ເປັນ​ແກນນໍາ​ນັ້ນ, ບໍ່​ລືມ​ຕົ້ນ​ກໍາ​ເນີດ ແລະ ໄດ້​ຈົດ​ຈໍາ​ພາ​ລະ​ກໍາ ລົງ​ເລິກ​ປະຕິບັດ​ແນວ​ຄິດ​ກໍ່ສ້າງ​ກອງທັບ​ເຂັ້ມ​ເ​ເຂ​ງ​ຂອງ​ສະຫາຍ ສີ ຈິ້ນ​ຜິງ ແລະ ລົງ​ເລິກ​ປະຕິບັດ​ແນວ​ຄິດ​ຍຸດທະສາດ​ການ​ທະຫານ​ຂອງ​ສະຫາຍ ສີ ຈິ້ນ​ຜິງ ຢຶດ​ໝັ້ນ​ບໍ່​ປ່ຽນແປງ​ເດີນ​ຕາມ​ເສັ້ນທາງ​ສ້າງ​ກອງທັບ​ໃຫ້​ເຂັ້ມແຂງ​ຕາມ​ສີສັນສັງຄົມນິຍົມຂອງປະ   ເທດ​ຈີນ, ຢຶດໝັ້ນກໍ່ສ້າງ​ກອງ ທັບ​ຕາມ​ລະບອບ​ການເມືອງ, ປະຕິ​ຮູບ​ກອງທັບ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ເປັນ​ກອງທັບທີ່​ມີ​ ເຕັກນິກ​ວິທະຍາສາດ, ມີບຸກ ​ຄະລາ​ກອນ​ກອງທັບ​ເຂັ້ມແຂງ, ຄຸ້ມຄອງ​ກອງທັບ​ດ້ວຍ​ກົດ ໝາຍ, ແນໃສ່​ສາມາດ​ຕີ​ເອົາ​ໄຊຊະນະ​ສົງຄາມ, ຕັ້ງໜ້າ​ຊຸກ​ຍູ້​ກໍ່ສ້າງ​ວຽກ​ງານ​ປ້ອງ​ກັນ​ຊາດ ແລະ ກອງທັບ​ໃຫ້ທັນ​ສະໄໝ, ພະຍາຍາມ​ບັນລຸ​ເປົ້າ​ໝາຍຍຸກ​ ສະໄໝ​ໃໝ່ ໃຫ້​ກາຍເປັນ​ກອງ ທັບ​ປະຊາຊົນ​ເຂັ້ມແຂງດ້ວຍ​ຄໍາ​ຂວັນ​ທີ່​ວ່າ; “ກໍ່ສ້າງ​ກອງທັບ​ປະຊາຊົນ​ຕາມ​ການ​ຊີ້​ນໍາ-ນໍາ​ພາ​ຂອງ​ພັກ, ສາມາດ​ຕີ​ເອົາ​ໄຊ ຊະນະ, ມີ​ລະບຽບ​ແບບແຜນ​ດີເລີດ ແລະ ສ້າງ​ໃຫ້​ເປັນ​ກອງ ທັບ​ປະຊາຊົນ​ອັນ​ດັບ​ແຖວ​ໜ້າ​ຂອງ​ໂລກ”.
    ວຽກ​ງານ​ປ້ອງ​ກັນ​ຊາດ​ຈີນ, ຍາມ​ໃດ​ກໍຖື​ເອົາ​ການ​ປົກ​ປ້ອງ​ຜົນ​ປະໂຫຍດ​ທາງ​ດ້ານ​ອະທິປະ​ໄຕ, ຄວາມ​ໝັ້ນຄົງ ແລະ ການ​ພັດທະນາ​ຂອງ​ຊາດ ເປັນ​ຄາດໝາຍ​ຮາກ​ຖານ, ກອງທັບ​ຈີນ ເດັດດ່ຽວ ໃນ​ການ​ສະກັດ​ກັ້ນ ແລະ ຕ້ານ​ການ​ຮຸກ​ຮານ​ຂອງ​ອິດ​ທິ​ກໍາ​ລັງ​ປໍ​ລະ​ປັກ​ຈາກ​ພາຍ​ນອກ ເພື່ອ​ປົກ​ປ້ອງ ຄວາມ​ໝັ້ນຄົງ​ທາງ​ການເມືອງ, ປະຊາຊົນ ແລະ ສັງ​ຄົມ. ພ້ອມ​ທັງ​ຕໍ່ຕ້ານ​ກັບ​ກອງກໍາ​ລັງ​ທີ່​ຢາກ ແບ່ງ​ແຍກ​ດິນແດນ ເພື່ອ​ປົກ​ປ້ອງ​ອະທິປະ​ໄຕ​ຂອງ​ຊາດ, ຄວາມ​ເປັນ​ເອກະ​ພາບ, ຜືນ​ແຜ່ນ​ດີ​ນ​ອັນ​ຄົບຖ້ວນ​ຂອງ​ຊາດ, ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ທາງ​ທະເລ​ຂອງ​ຊາດ, ປົກ​ປ້ອງ​ຜົນ​ປະໂຫຍດ​ດ້ານ ຄວາມ​ປອດ​ໄພ​ຂອງ​ປະເທດ​ທາງ​ນ່ານ​ຟ້າ ແລະ ອະ​ວະ​ກາດ,  ອິນ​ເຕີ​ເນັດ ແລະ ອື່ນໆ. ປົກ​ປ້ອງ​ຜົນປະໂຫຍດ​ຂອງ​ຊາດ​ຢູ່​ນອກ​ປະເທດ, ສົ່ງເສີມ  ແລະ ສະ ໜັບສະໜູນ​ຍຸດທະສາດ​ການ​ພັດທະນາແບບຍືນ​ຍົງ​ຂອງ​ປະ​ເທດ. ບໍ່​ວ່າ​ຍາມ​ໃດ​ກໍຕາມ, ກອງທັບ​ຈີນ ກໍມີ​ສະຕິ​ລະວັງ​ຕົວ​ສູງ​ຕະຫຼອດ​ມາ, ມີ​ເຈດ​ຈໍາ ນົງ​ໜັກແໜ້ນ, ມີ​ຄວາມ​ເຊື່ອ​ ໝັ້ນ​ຢ່າງ​ເຕັມທີ່ ແລະ ມີ​ຄວາມ ​ສາມາດ​ອັນ​ພຽງພໍ​ໃນ​ການ​ປະ ຕິບັດ ໜ້າທີ່​ຕ່າງໆ​ໃຫ້​ສໍາ​ເລັດ​ທຸກ​ປະ​ການ.
    ຈີນ ຢຶດ​ໝັ້ນ​ຢ່າງ​ເດັດດ່ຽວ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ສວຍ​ໃຊ້​ສະຖານະ​ພາບ​ສັນຕິ​ພາບ​ສາກົນ ເພື່ອ​ເອື້ອ​ອໍາ​ນວຍ​ພັດທະນາ​ຕົນເອງ, ຜ່ານ​ການ​ພັດທະນາ​ຕົນ​ເອງ ເມື່ອ​ປົກ​ປ້ອງ ແລະ ສົ່ງເສີມ​ສັນຕິພາບ​ໂລກ. ສະຫາຍ ສີ   ຈິ້ນ​ຜິງ ຍັງ​ໄດ້​ເນັ້ນ​ໜັກ​ວ່າ: ຈີນ ເປັນ​ຜູ້​ສ້າງສັນ​ຕິ​ພາບ​ໂລກ ແຕ່​ຕົ້ນ​ຕະຫຼອດ​ປາຍ, ທັງ​ເປັນ​ຜູ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ໂລກ ແລະ ເປັນ​ຜູ້​ປົກ​ປ້ອງ ລະບຽບ​ການ​ສາ​ກົນ. ຕັ້ງໜ້າ​ປະຕິບັດ​ນະໂຍບາຍ​ປ້ອງ​ກັນ​ຊາດ​ປ້ອງ​ກັນຕົນ​ເອງ​ແຕ່​ຕົ້ນ​ຕະຫຼອດ​ປາຍ, ຢຶດ​ໝັ້ນ​ສະແຫວງ​ຫາ​ກໍາ​ລັງ​ມະ​ຫາ​ອໍາ​ນາດ, ບໍ່​ແຜ່​ຂະ​ຫຍາ​ຍກໍາ​ລັງ​ຕໍ່​ພາຍ​ນອກ ແລະ ຈະ​ບໍ່​ຂະຫຍາຍ ອິດ​ທິ​ພົນ​ຕະຫຼອດ​ໄປ, ປະຕິບັດ​ນະໂຍບາຍ​ຍຸດທະສາດ​ທາງ​ການ​ທະຫານ ໂດຍ​ອີງໃສ່​ຫຼັກການ​ປ້ອງກັນ​ຕົວ, ສົ່ງເສີມ​ການ​ພັດທະນາ​ຮ່ວມ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ, ສ້າງ​ຄວາມ​ສະເໝີພາບ, ຄວາມ​ຍຸ​ຕິ​ທໍາ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ແລະ ກັນ, ພະຍາຍາມ​ສະໜອງ​ຜະລິດ​ຕະ​ພັນ​ສາທາລະນະ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ໃຫ້​ແກ່​ພາກ​ພື້ນ ແລະ ສາ​ກົນ. ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ທາງ​ການເມືອງ​ຢ່າງ​ສ້າງສັນ,ຮ່ວມ​ກັນ​ຮັກສາ​ຄວາມ ປອດ​ໄພ​ເສັ້ນທາງ​ສາກົນ, ຕອບ​ຕ້ານ​ຕໍ່​ລັດທິ​ການ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ທາງ​ເຄື່ອ​ຂ່າຍ ອິນ​ເຕີເນັດ, ໄພ​ທໍາ​ມະ​ຊາດ ແລະ ສິ່ງ​ທີ່​ທ້າ​ທາຍ​ອື່ນໆ​ໃນ​ທົ່ວ​ໂລກ ຢ່າງ​ເໝາະ​ສົມ; ທັງ​ໝົດ​ເຫຼົ່ານັ້ນ ເພື່ອເປັນ​ກໍາ​ລັງ​ປະກອບສ່ວນ​ໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາ​ຕາ​ກໍາ​ຂອງ​ມວນ​ມະ​ນຸດ.
    ສອງ​ປະເທດ​ຈີນ - ລາວ ມີ​ສາຍພູ​ ສາຍ​ນໍ້າ​ຕິດ​ຈອດ​ກັນ, ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ແລະ ຄູ່​ຮ່ວມ​ມື​ທີ່​ດີ, ສະຫາຍ ສີ ຈິ້ນ​ຜິງ ເລຂາທິການ​ໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ແລະ ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຮ່ວມ​ກັນ​ລົງ​ນາມ​ແຜນ​ແມ່​ບົດ​ໃນ​ການ​ສ້າງປະຊາ​ຄົມ​ຄູ່​ຮ່ວມ​ຊາ​ຕາ​ກໍາ​ຈີນ - ລາວ ໃນ​ເດືອນ​ເມສາ ປີ 2019. ນີ້​ໄດ້​ສະແດງ​ໃຫ້​ເຫັນ​ວ່າ: ການ​ພົວພັນ ຈີນ​-​ລາວ ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່ ຊຶ່ງ​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະໂຫຍດ​ອັນ​ພື້ນຖານ ແລະ ຄວາມ​ມຸ່ງ​ ມາດ​ປາຖະໜາ​ຮ່ວມ ກັນຂອງ​ສອງ​ພັກ, ສອງ​ປະເທດ ແລະ ປະຊາຊົນ​ສອງ​ຊາດ​ເທົ່າ ນັ້ນ, ແຕ່​ຫາກ​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິ ພາບ, ສະຖຽນ​ລະ​ພາບ, ການ ພັດ​ທະ​ນາ​ຂອງ​ພາກ​ພື້ນ​ນໍາ​ອີກ.
ພາຍ​ໃຕ້​ການ​ຊີ້​ນໍາ - ນໍາພາ ຂອງ​ສອງ​ພັກ, ສອງ​ລັດ ແລະ ຜູ້​ນໍາ​ຂັ້ນ​ສູງ​ຂອງ​ສອງ​ປະເທດ, ກໍາ​ລັງ​ປະກອບ​ອາວຸດ​ຈີນ - ລາວ ໄດ້​ຮັກສາ ແລະ ຖະນຸຖະໜອມ​ສາຍ​ພົວພັນ​ມິດຕະພາບ​ໄດ້​ຢ່າງເລິກເຊິ່ງ, ດໍາເນີນ​ການ ແລກປ່ຽນ​ຄະນະ​ຜູ້​ແທນ​ໃນ​ທຸກ​ລະດັບ​ຢ່າງ​ບໍ່​ຢຸດຢັ້ງ  ແລະ  ສືບຕໍ່​ຮັກສາສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ຊາຍ​ແດນ ແລະ ສົ່ງ ເສີມ​ຮ່ວມມືໃນ​ການ​ປ້ອງ​ກັນ​ຄວາມປອດ​ໄພ​ໃຫ້​ໂຄງການ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນທາງ”, ຮ່ວມ​ມື​ໃນ​ການ​ກໍ່ສ້າງ​ໂຮງຮຽນ​ການ​ທະຫານ, ຄ້າຍ​ຄູ, ຝຶກ​ຊ້ອມ​ຮ່ວມ ແລະ ການ​ຝຶກ​ອົບຮົມ​ບຸກ​ຄະລາກອນ​ໃຫ້​ໄດ້​ຮັບ​ຜົນ​ສໍາ​ເລັດ​ເປັນ​ ຢ່າງ​ດີ.
    ຕະຫຼອດ​ໄລຍະ​ເວລາ 1 ປີ​ທີ່​ຜ່ານ​ມາ, ທ່ານ ພົນ​ເອກ ເວີຍ ເຊີ່ງ​ເຫີ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ຈົບງາມ ແລະ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາລາດ  ລັດຖະມົນຕີ​ກະຊວງ ​ປ້ອງ​ກັນປະເທດ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ມະ​ຫະ​ກໍາ​ກິລາ​ທະຫານ​ໂລກ​ ຄັ້ງທີ 7 ຢູ່​ນະ      ຄອນ​ ອູ​ຮັນ ສປ ຈີນ. ນອກ​ນີ້, ສອງ​ກອງທັບ​ຈີນ - ລາວໄດ້​ ສໍາ​ເລັດ​ຈັດ​ກິດ​ຈະ​ກໍາ​ຝຶກຊ້ອມ​ ຮ່ວມ​ໃນ​ການ​ຊ່ວຍເຫຼືອດ້ານ​ມະນຸດ​ສະ​ທໍາ​ທາງ​ດ້ານການ ​ແພດ, ຂະບວນ​ລົດໄຟ​ສັນຕິ ພາບ 2019. ພ້ອມ​ດຽວ​ກັນ​ນັ້ນ. ໄດ້​ເຂົ້າ​ຮ່ວມ ການ​ປະຕິບັດ​ງານ​ການ​ແພດ​ສຸກ​ເສີນ​ຕົວ​ຈິງ ກ່ຽວ​ກັບ​ລົດ​ບັດ​ໂດຍສານ​ຈີນ ເກີດ​ອຸບັດເຫດ​ຄັ້ງ​ໃຫຍ່ ໃນ​ວັນ​ທີ 19 ສິງຫາ ຢູ່​ຫຼວງ​ພະ​ບາງ. ພາຍຫຼັງ​ມີ​ການ​ແຜ່​ລະບາດ​ຂອງ​ໂຣກ​ປອດອັກເສບ​ສາຍ ​ພັນ​ໃໝ່ ໂຄ​ວິດ-19. ສອງ​ກອງ ທັບໄດ້​ປະຕິບັດ​ຕາມ​ຈິດໃຈ​ ຂອງ​ການ​ນໍາ​ສູງ​ສຸດ​ຂອງ​ສອງ​ພັກ, ສອງ​ລັດ ທີ່​ໄດ້​ໂອ້​ລົມ​ກັນ​ຜ່ານ​ໂທລະສັບ​ທາງໄກ ໂດຍ​ມີ​ຄວາມ​ສະດຸ້ງ​ໄວ, ປະສານ​ງານ​ກັນ​ຢ່າງ​ໃກ້ຊິດ, ສະໜັບສະໜູນ​ໃຫ້ການ​ຊ່ວຍເຫຼືອ​ຊຶ່ງ​ກັນ ແລະ ກັນ, ຮ່ວມ​ມື​ກັນ​ໃນ​ການ​ຕໍ່ສູ້​ກັບ​ພະຍາດ​ລະບາດ ຊຶ່ງໄດ້​ຮັບ​ຜົນ​ສໍາ​ເລັດເປັນ​ຢ່າງ​ດີ ແລະ ໄດ້​ເປັນ​ການ​ປະກອບສ່ວນ​ອັນ​ສໍາ​ຄັນ​ໃນ​ການ​ຄວບ​ຄຸມພະຍາດ​ລະບາດ​ດັ່ງກ່າວ ເພື່ອ​ສືບຕໍ່​ສ້າງ​ປະຊາ​ຄົມ​ຄູ່​ຮ່ວມ​ຊາ​ຕາ​ກໍາ​ຈີນ - ລາວ ແລະ ສ້າງ​ປະຊາ ຄົມ​ຮ່ວມ ຊາ​ຕາ​ກໍາ​ດ້ານ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ​ຢ່າງ​ມີ​ຊີວິດ​ຊີ​ວາ. ການ​ຮວ່ມ​ມື ແລະ ການ​ແລກປ່ຽນດັ່ງກ່າວ, ແມ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ຢ່າງ​ກວ້າງຂວາງ​ຈາກ​ທຸກຝ່າຍ​ກໍໄດ້​ເພີ່ມ​ກໍາ​ລັງ​ແຮງອັນ​ໃໝ່​ໃຫ້​ແກ່ການ​ສົ່ງ ເສີມ​ສາຍ​ພົວພັນ​ສອງ​ກອງທັບ​ຈີນ​-​ລາວ, ລາວ​-​ຈີນ ໃຫ້ນັບມື້​ນັບ​ເລິກເຊິ່ງ​ກວ່າ​ເກົ່າ​ອີກ​ດ້ວຍ.
    ພາຍ​ໃຕ້​ເງື່ອນໄຂ​ຂອງຍຸກ​ ສະ​ໄໝໃໝ່, ກອງທັບ​ປົດ​ປ່ອຍ ປະ​ຊາ​ຊົນ​ຈີນ ຍິນດີ​ຮ່ວມ​ກັບ​ກອງທັບປະຊາຊົນ​ລາວ ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ກັນໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມອີກ​ບາດກ້າວ​ໜຶ່ງ​ ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາ​ຕາ​ກໍາ​ຈີນ​-​ລາວ, ພ້ອມ​ທັງ​ເສີມ ຂະຫຍາຍການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ​ຈີນ - ອາ​ຊຽນ ເພື່ອ​ປົກ​ປ້ອງ​ສັນຕິພາບ ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກ​ໄວ້​ຢ່າງ​ແໜ້ນ​ແກ່ນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com