Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ADB ຄາດຄະເນຈຳນວນເງິນສົ່ງກັບປະເທດ ທົ່ວໂລກຫຼຸດລົງຫຼາຍ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 06/08/2020 09:28:50 ຈຳ​ນວນ​​ຢ້ຽມ​ຊົມ 706 ຄັ້ງ

    ຂ່າວ​ຕ່າງປະເທດ​ລາຍ​ງານ ວັນ​ທີ 3 ສິງຫາ​ທີ່​ຜ່ານ​ມາ, ທະນາຄານ​ເພື່ອ​ການ​ພັດທະນາ​ແຫ່ງ​ອາຊີ (ADB) ໄດ້​ຄາດ​ຄະເນ​ວ່າ: ຍອດ​ການ​ສົ່ງ​ເງິນ​ກັບ​ຄືນ​ປະເທດ​ຂອງ​ປະເທດ​ຕ່າງໆ​ທົ່ວ​ໂລກ ຈະ​ຫຼຸດ​ລົງ 1.086 ແສນ​ລ້ານ​ໂດ​ລາ ໃນ​ປີ 2020 ເນື່ອງ​ມາ​ຈາກ​ມີ​ການ​ເລີກ​ຈ້າງ​ງານ ແລະ ຫຼຸດ​ຄ່າ​ແຮງ​ງານ​ລົງ ໃນ​ໄລຍະ ທີ່​ເກີດ​ການ​ແຜ່​ລະບາດ​ຂອງ​ໂຣກ COVID-19.
    ADB ເປີດເຜີຍ​ວ່າ: ຈໍາ​ນວນ​ເງິນ​ທີ່​ສົ່ງ​ກັບ​ຄືນ​ປະເທດ​ໃນ​ອາຊີ ຊຶ່ງ​ເປັນ​ພາກ​ພື້ນທີ່​ມີແຮງ​ງານ​ຕ່າງຊາດ​ຢູ່​ເປັນ​ຈຳນວນ​ຫຼາຍ​ເຖິງ 1 ໃນ 3 ຂອງໂລກ​ນັ້ນ ອາດ​ຈະ​ຫຼຸດ​ລົງ 5,43 ໝື່ນ​ລ້ານ​ໂດ​ລາ. ໃນ​ປີ 2019 ຈໍາ​ນວນ​ເງິນ​ທີ່​ສົ່ງ​ກັບ​ຄືນ​ປະເທດ​ໃນ​ອາຊີ​-ປາ​ຊີ​ຟິກ ມີ​ຈຳນວນ​ທັງ​ໝົດ 3,15 ແສນ​ລ້ານ​ໂດ​ລາ ໂດຍ​ເງິນ​ເຫຼົ່າ​ນີ້ ມີ​ສ່ວນ​ຊ່ວຍ​ກະ​ຕຸ້ນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໃນ​ພາກ​ພື້ນ​ດັ່ງ​ກ່າວ. 
   ບົດ​ລາຍ​ງານ​ຂອງ ADB ລະບຸ​ວ່າ: ການ​ແຜ່​ລະບາດ​ຂອງ​ໂຣກ COVID-19 ຈະ​ສົ່ງ​ ຜົນກະທົບ​ຢ່າງ​ໜັກ​ຕໍ່​ຈໍານວນ ​ເງິນ​ທີ່​ສົ່ງ​ກັບ​ຄືນ​ປະເທດ​ໃນ​ອາຊີ​-ປາ​ຊີ​ຟິກ. ກ່ອນ​ໜ້າ​ນີ້, ADB ໄດ້​ເຜີຍແຜ່​ການຄາດ​ຄະເນ​ໃນ​ບົດ​ລາຍ​ງານ​ທ່າ​ອ່ຽງ​ເສດຖະກິດ​ຂອງ​ປະເທດ​ກຳລັງ​ພັດທະນາ​ໃນ​ອາຊີ ໂດຍ​ລະບຸ​ວ່າ: ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະເທດ (GDP) ຂອງ​ກຸ່ມປະເທດ​ກຳລັງ​ພັດທະນາ​ໃນ​ອາຊີ ຈະ​ຂະຫຍາຍຕົວ​ພຽງ 0,1% ໃນ​ປີ 2020 ຊຶ່ງ​ຫຼຸດ​ລົງ​ຈາກ​ທີ່​ເຄີຍ​ຄາດ​ຄະເນ​ໄວ້​ໃນ ເດືອນ​ເມສາ ທີ່​ຜ່ານມາ​ວ່າ ຈະ​ຂະຫຍາ​ຍ​ຕົວ 2,2%. ໂຕ​ເລກ​ການ​ຄາດ​ຄະເນ GDP ຫຼ້າ​ສຸດ​ນີ້​ຖື​ວ່າ​ເປັນ​ການ ຂະຫຍາຍ ຕົວ​ໃນ ອັດຕາຕ່ຳ​ທີ່​ສຸດ ນັບ​ຕັ້ງແຕ່​ປີ 1961, ເນື່ອງ​ຈາກ​ມາດ​ຕະການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ COVID-19 ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ກິດຈະກຳ​ທາງ​ເສດຖະກິດ ແລະ ເຮັດ​ໃຫ້​ຄວາມ​ຕ້ອງການ​ໃນ​ຕ່າງປະເທດ​ອ່ອນແອ​ລົງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com