Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຮີໂຣຊີມາ ຈາກເມືອງທີ່ເຄີຍຖືກລູກລະເບີດປະລະມານູ ສູ່ເມືອງທ່ອງທ່ຽວ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 06/08/2020 09:30:54 ຈຳ​ນວນ​​ຢ້ຽມ​ຊົມ 816 ຄັ້ງ

(ເນື່ອງ​ໃນ​ໂອກາດ​ວັນ​ອາ​ເມ​ຣິ​ກາ​ຖິ້ມ​ລະເບີດ​ປະລະ​ມານູ​ຢູ່​ເມືອງ​ຮີ​ໂຣ​ຊີ​ມາ ແລະ ນາ​ກາ​ຊາ​ກິ 6-9/8/1945-6-9/8/2020)
   ຮຽບຮຽງ​ໂດຍ: ລຸ້ງ​ດາວ

    ວັນ​ທີ 6 ສິງຫາຂອງທຸກໆ​ ປີ, ຜູ້ນຳ​ຍີ່ປຸ່ນ ພ້ອມ​ດ້ວຍ​ປະ ຊາຊົນ​ໃນ​ທົ່ວ​ປະເທດ ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ຢູ່​ເມືອງ​ຮີ​ໂຣ​ຊີ​ມາ ເພື່ອ​ລະນຶກ​ເຫດການປະ ຫວັດສາດທີ່​ອາ​ເມ​ຣິ​ກາ​ຖິ້ມ​ລະ ເບີດ​ໃສ່ ເມືອງ​ຮີ​ໂຣ​ຊີ​ມາ ແລະ ນາ​ກາ​ຊາ​ກິ ໃນ​ວັນ​ທີ 6-9/8/ 1945 ກ່ອນ​ສົງຄາມ​ໂລກ​ຄັ້ງ​   ທີ II ຈະ​ສິ້ນ​ສຸດ​ລົງ.
    ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ II, ການ​ຕໍ່ຕ້ານ​ການ​ແຂ່ງ ຂັນ​ອາວຸດ​ເປັນຕົ້ນ​ແມ່ນ​ອາ ວຸດ​ນິວ​ເຄ​ຣຍ, ຕ້ານ​ຜົນຮ້າຍ​ຂອງ​ສົງຄາມ​ໂລກ ໄດ້​ກາຍເປັນ ຂະບວນ ​ສັນຕິພາບ​ທີ່​ຍິ່ງໃຫຍ່. ຍີ່ປຸ່ນ​ເປັນ​ປະເທດ​ທຳອິດທີ່​ຖືກ​ຜົນຮ້າຍ​ຈາກ​ລູກ​ລະເບີດປະ​ລະ​ມາ​ນູ, ຂະບວນສັນຕິພາບ​ໄດ້ພັດທະນາ​ຢ່າງ​ແຂງແຮງ​ໃນ​ຊຸມ​ປີ 50 ສະພາຄວາມ ໝັ້ນ ຄົງ, ຍີ່ປຸ່ນ ຕ້ານ​ລະເບີດປະລະມານູ​ໄດ້​ສ້າງ​ຂຶ້ນ ເພື່ອ​ເຄື່ອນ​ໄຫວ​ສັນຕິພາບ, ຕ້ານ​ການ​ແຂ່ງຂັນ​ອາວຸດ​ນິວ​ເຄ​ຣຍ, ຮຽກຮ້ອງ​ສິດ ຜົນປະໂຫຍດ​ໃຫ້​ແກ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ລະເບີດ​ປະ​ລະ​ມາ​ນູູ. ເດືອນ 8/1955 ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະ ຊາຊາດໄດ້​ຈັດ​ກອງ​ປະຊຸມໂລກ ຕ້ານ​ລະເບີດ​ປະລະມາ​ນູ​ ຢູ່​ນະຄອນ ຮີ​ໂຣ​ຊີ​ມາ ແລະ ນາ​ກາ​ຊາ​ກິ ຂອງ​ຍີ່ປຸ່ນ ໂດຍ​ມີ​ຜູ້​ແທນ​ຫຼາຍ​ພັນ​ຄົນ​ເຂົ້າ​ຮ່ວມ. ຫົວຂໍ້​ຂອງກອງ​ປະຊຸມ​ຄັ້ງ​ນັ້ນ​ແມ່ນ “ເກືອດ​ຫ້າມ​ປະ​ລະ​ມາ​ນູ ແລະ ຕ້ານ​ສົງຄາມ​ອາວຸດ​ນິວ​ເຄ​ຣຍ”.
    ໃນ​ຫຼາຍ​ປີຜ່ານມາ, ຢູ່​ສວນ​ອຸທິຍານ​ລະນຶກ​ສັນຕິພາບ, ບຸກຄົນ​ໃນ​ວົງ​ການ​ຕ່າງໆ ໃນ​ນະຄອນ​ຮີ​ໂຣ​ຊີ​ມາ ຫຼາຍ​ພັນ​ຄົນ ໄດ້​ຈັດ​ພິທີ​ໄວ້ອາໄລ​ຜູ້​ປະ ສົບ​ເຄາະ​ຮ້າຍ​ຍ້ອນ​ອາ​ເມ​ຣິ​ກາ​ຖິ້ມ​ລະເບີດ​ລົງ​ໃສ່​ເມືອງ​ຮີ​ໂຣ​ຊີ​ມາ ໃນ​ວັນ​ທີ 6/8/1945 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 140.000  ຄົນ, ຕໍ່​ມາ​ກໍ​ມີ​ຄົນ​​ເສຍ​ຊີວິດ​ຈຳ ນວນຫຼາຍຍ້ອນ​ພະຍາດ​ຈາກ​ ຜົນກະທົບຂອງ​ລູກ​ລະເບີດ​ປະ​ລະ​ມາ​ນູ.
    ປັດຈຸບັນ, ຮີ​ໂຣ​ຊີ​ມາ ກາຍ ເປັນ​ສະຖານທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນໃຈ​ອີກ​ແຫ່ງ​ໜຶ່ງ​ຂອງ​ປະ ເທດ ຊຶ່ງ​ຮີ​ໂຣຊີ​ມາເປັນ​ເຂດ​ເຄີຍ​ຜ່ານ​ການ​ຖືກ​ທຳລາຍ​ລ້າງຜານ​ຂອງ​ລູກ​​ລະ​ເບີດປະ​ລະ​ມາ​ນູ, ອັນ​ເຮັດ​ໃຫ້​ເກີດ​ເລື່ອງລາວ​ໂສກ ເສົ້າ​ມາ​ເຖິງ​ປັດ​ຈຸ​ບັນ. ດອນ​ມີ​ຢາ​ຊີ​ມະ ກໍ​ແມ່ນ​ດອນ​ໜຶ່ງ ທີ່​ນອນ​ຢູ່​ແຂວງ​ຮີ​ໂຣ​ຊີ​ມາ ມີ​ສະຖານທີ່​ທ່ອງທ່ຽວທີ່​ໜ້າ​ສົນໃຈ ແລະ ສຳຄັນ​ທີ່​ສຸດ ມີ​ຫໍ​ພິ​ພິ​ທະ​ພັນ ແລະ ສວນ​ອະ​ນຸ​ສອນ​ສັນຕິພາບ ອັນ​ເປັນ​ສູນ​ລວມ​ແຫ່ງການ​ອະນຸລັກ​ຄວາມ​ຫາຍຍະນະ​ໃນ​ສະໄໝ​ສົງ​ຄາມ. ນອກຈາກ​ນັ້ນ, ກໍ​ຍັງ​ມີ​ອາຄານ​ຫຼົງ​ເຫຼືອ​ຈາກ​ການທຳລາຍ ຂອງ​ລະ​ເບີດ. ສິ່ງ​ຫຼົງ​ເຫຼືອ​ດັ່ງກ່າວ ລ້ວນ​ແຕ່​ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ຜົນ​ຮ້າຍ​ຂອງ​ສົງຄາມ ລວມ​ທັງ​ເປັນ ການ​ປູກ​ຈິດ​ສຳນຶກ​ໃຫ້​ຄົນ​ຮຸ່ນ​ໃໝ່ ມີ​ແນວ​ຄິດ​ຮັກຫອມ​ສັນຕິ​ພາບ. ເຖິງ​ແມ່ນ​ວ່າ ຈະ​ມີ​ບັນດາ​ຮ່ອງຮອຍປະຫວັດສາດ​ທີ່​ສະທ້ອນ​ໃຫ້​ເຫັນ ໂດຍ​ຜ່ານ​ອະ​ນຸ​ສອນ​ສະຖານ​ແຫ່ງ​ຕ່າງໆ ທີ່​ສຳຄັນ​ແລ້ວ. ຮີ​ໂຣ​ຊີ​ມາ ຍັງ​ເປັນ​ສະຖານທີ່​ທ່ອງ​ທ່ຽວ​ທີ່​ປະ ທັບ​ໃຈ ຈາກ​ເຄີຍ​ເປັນ​ເມືອງ​ທີ່​ຖືກ​ທຳລາຍ​ລ້າງຜານ​ຂອງ​ລະ ເບີດ​ປະ​ລະມາ​ນູໃນ​ອະດີດ, ກາຍເປັນ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ອີກ​ແຫ່ງ​ໜຶ່ງ​ຂອງ​ປະເທດ​ຍີ່​ປຸ່ນ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com