Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຂະບວນວິວັດແຫ່ງການພັດທະນາປະຊາຄົມອາຊຽນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 07/08/2020 09:05:18 ຈຳ​ນວນ​​ຢ້ຽມ​ຊົມ 749 ຄັ້ງ

(ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ອາ​ຊຽນ ​ຄົບຮອບ 53 ປີ  8/8/1967 - 8/8/2020)

   ນັບ​ແຕ່​ອາ​ຊຽນ​ໄດ້​ຮັບ​ການສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 8 ສິງຫາ 1967, ທີ່​ນະຄອນຫຼວງ​ບາງກອກ ປະເທດ​ໄທ. ອາ​ຊຽນ ໄດ້​ປະ​ ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ປະການ, ແຕ່​ດ້ວຍ​ການ​ຮ່ວມມື​ ກັນ​ຢ່າງ​ໃກ້ຊິດຂອງບັນດາ​ປະ ເທດ​ສະມາຊິກ​ອາ​ຊຽນ. ໃນ​ນັ້ນ​ມີ ສປປ ລາວ ແລະ ລະຫວ່າງ ອາ​ຊຽນ​ກັບ​ພາຍ​ນອກ. ອາຊຽນ ໄດ້​ຮັບ​ຜົນສຳເລັດ​ເທື່ອ​ລະ​ກ້າວ ໃນ​ການ​ປົກ​ປັກ​ຮັກສາ ແລະ ສົ່ງເສີມ​ສັນຕິພາບ, ສະ ຖຽນລະ​ພາບ ແລະ ການ​ຮ່ວມ​ມື ເພື່ອ​ຄວາມ​ອຸດົມສົມບູນ​ພູນ​ສຸກ​ຂອງ​ບັນດາ ປະຊາຊາດ​ອາຊີ​ຕາເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ແລະ  ໃນ​ໂລກ ຊຶ່ງ​ເປັນ​ຈຸດປະສົງ​ຕົ້ນຕໍ​ຂອງ​ຕົນ ແລະ ອາ​ຊຽນ ໄດ້​ປະກາດ​ການ​ສ້າງຕັ້ງ​ປະຊາ ຄົມ​ອາຊຽນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ທັນວາ 2015 ປີ.
   ວັນ​ທີ 31 ທັນວາ 2015 ປີ, ກາຍເປັນ​ຂີດ​ໝາຍ​ປະຫວັດ ສາດ​ໃນ​ຂະບວນ​ວິວັດ​ແຫ່ງ ການ ​ເຕີບ​ໃຫຍ່ ແລະ ຂະຫຍາຍ ຕົວ​ຂອງ​ອາ​ຊຽນ ດ້ວຍ​ການ​ສ້າງຕັ້ງ​ປະຊາ​ຄົມ​ອາ​ຊຽນ, ເປີດ​ສັງກາດ​ແຫ່ງ​ການ​ພັດທະນາ ໃໝ່​ສໍາ​ລັບ​ປະຊາ​ຄົມ. ປະຊາ​ຄົມ​ອາ​ຊຽນ ແມ່ນ​ປະຊາ​ຄົມ​ວັດ​ທະ​ນະ​ທໍາ​ໜຶ່ງ​ທີ່​ອຸດົມ​ສົມ ບູນ​ດ້ວຍ ຫຼາຍ​ຮູບ​ຫຼາຍ​ສີ​ທີ່​ເປັນ​ມູນ​ເຊື້ອ. ນັບ​ແຕ່​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ໃນ​ປີ 1997, ສປປ ລາວ ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ເລິກ​ເຊິ່ງ​ກ້​ວາງ​ຂວາງ ໃນ​ການ ເຄື່ອນໄຫວ​ຮ່ວມ​ມື​ໃນ​ທຸກ​ຂົງ ເຂດ​ວຽກ​ງານ​ຄື: ການເມືອງ- ຄວາມ​ໝັ້ນຄົງ, ເສດຖະກິດ, ວັດ​ທະ​ນະ​ທໍາ - ສັງຄົມ ແລະ ການ​ພົວພັນ​ການ​ທູດ. ການ​ປະຕິບັດ ບັນດາ​ສັນຍາ​ຢ່າງ​ເຂັ້ມ​ງວດ ແລະ ຂໍ້​ຕົກລົງ​ຕ່າງໆ ເປັນ​ການ​ປະກອບສ່ວນສໍາ​ຄັນ​ເຂົ້າ​ໃນ​ການ ສ້າງ​ປະຊາ​ຄົມ​ອາ​ຊຽນ.
ສປປ ລາວ ລ້ວນ​ແຕ່​ກຽມ ພ້ອມ​ທັງ​ກາຍ ແລະ ໃຈ ຮ່ວມ​ກັບ​ປະຊາຊົນ​ປະເທດ​ສະມາຊິກ​ອາ ຊຽນ​ຊຸກຍູ້​ຄວາມ​ສາມັກຄີ, ເປັນ​ເອກະ​ພາບ ແລະ ປົກ​ປັກ​ຮັກສາ​ບົດບາດ​ເປັນ​ແກນ ກາງຂອງ ອາ​ຊຽນໃນ​ພາກ​ພື້ນ.
   ຜົນ​ສໍາ​ເລັດ​ທີ່​ສໍາ​ຄັນ​ຂອງ​ອາ​ຊຽນ ໃນ​ໄລຍະ​ຜ່ານ​ມາ, ສປປ ລາວ ກໍ​ໄດ້​ປະກອບ​ສ່ວນ​ສໍາ​ຄັນເຂົ້າ​ໃນ​ຂະບວນ​ວິວັດ ການສ້າງສາ ແລະ ພັດທະນາ​ປະຊາ​ຄົມ​ອາ​ຊຽນ ຊຶ່ງ​ສະແດງ​ອອກໃນ​ດ້ານຕ່າງໆເຊັ່ນ: ຄວາມ ​ໝັ້ນຄົງ​ດ້ານ​ການເມືອງ ໄດ້​ ປະສົບ​ຜົນ​ສໍາ​ເລັດ​ຫຼາຍ​ປະ ການ ​ອັນ​ພົ້ນ​ເດັ່ນ​ແມ່ນ ອາຊຽນ ໄດ້​ກາຍເປັນ​ພາກ​ພື້ນ​ທີ່​ມີ​ສັນ ຕິພາບ ແລະ ສະຖຽນ​ລະ​ພາບ ຊຶ່ງ​ເປັນ​ເງື່ອນໄຂ​ຕົ້ນຕໍ​ທີ່​ເອື້ອ ອໍາ​ນວຍໃຫ້​ແກ່​ການ​ຮ່ວມ​ມື ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ແລະ ຂອງ​ໂລກ ໂດຍ​ລວມ. ຜົນ​ສໍາ​ເລັດ​ດັ່ງກ່າວ ແມ່ນ​ຍ້ອນ​ການ​ຮ່ວມ​ມື​ກັນ​ຂອງ​ອາ​ຊຽນ ແລະ ລະຫວ່າງ ອາ​ຊຽນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ ບົນ​ພື້ນຖານ​ຫຼັກການ​ທີ່​ກໍາ​ນົດ​ໄວ້​ໃນ​ສົນທິສັນຍາ​ໄມຕີ​ຈິດ ແລະ ການ​ຮ່ວມ​ມື​ໃນ​ອາ​ຊຽນ, ກົດ​ບັດ​ອາ​ຊຽນ ແລະ ເອກະສານ​ອື່ນໆ​ຂອງ​ອາ​ຊຽນ. 
ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 36 ດຳເນີນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ປະເທດ​ຫວຽດນາມ ເປັນ​ເຈົ້າພາບ ຊຶ່ງ​ເປັນ​ຄັ້ງ​ທຳອິດ​ໃນ​ກວ່າ​ເຄິ່ງ​ສະ ຕະວັດ​ຜ່ານ​ມາ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ໄດ້​ຈັດຕັ້ງ​ທາງ​ອອນ​ລາຍ ຊຶ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ຕົວ​ຈິງ​ກ່ຽວ​ກັບ​ບັນດາ​ວິທີ​ການເຄື່ອນໄຫວ​ວຽກ​ງານ ທີ່​ພວມ​ຖືກ​ບັງຄັບ​ໃຫ້​ ມີ​ການ​ປ່ຽນແປງ, ບໍ່​ພຽງ​ແຕ່​ ຍ້ອນ​ການ​ພັດທະນາ​ຂອງ​ວິທະ ຍາສາດ​ເຕັກ​ໂນ​ໂລ​ຊີ​ເທົ່ານັ້ນ, ແຕ່​ຫາກ​ຍັງ​ແມ່ນ​ຍ້ອນ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຍ້ອນ​ເກີດໂຣກ​ລະບາດ​ໂຄ​ວິດ-19 ໃນ​ທົ່ວໂລກ​ອີກ​ດ້ວຍ. 
   ພາຍຫຼັງ​ການ​ສ້າງຕັ້ງ​ປະ ຊາ​ຄົມ​ອາ​ຊຽນ ມາ​ເປັນ​ເວລາ 5 ປີ, ອາ​ຊຽນ ພວມ​ຢືນຢູ່​ຕໍ່ໜ້າ ກາລະໂອກາດ ແລະ ສິ່ງ​ທ້າ ທາຍ​ດ້ວຍ​ຫຼາຍ​ປັດໄຈ​ທາງຍຸດ ທະສາດ​ທົ່ວ​ໂລກ ກໍຄື​ຜົນກະທົບ ​ຂອງ​ໂຣກ ລະບາດ ໂຄ​ວິດ-19. ເຖິງ​ຢ່າງໃດ​ກໍຕາມ, ທາດແທ້​ ຂອງ​ປະຊາ​ຄົມອາ​ຊຽນ ຍັງ​ໄດ້​ ສະແດງ​ອອກໃຫ້​ເຫັນ​ຢ່າງຈະ ແຈ້ງ, ຄວາມ​ສະໜິດ​ຕິດ​ພັນ ຂອງ​ບັນດາ​ສະມາຊິກ ໄດ້​ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມ ເພື່ອ​ຜ່ານ​ຜ່າ​ສິ່ງທ້າ​ທາຍ​ໄດ້​ຢ່າງ​ໝັ້ນຄົງ. ປະຊາ​ຄົມອາ​ຊຽນໄດ້​ມີ​ການເຄື່ອນໄຫວ, ເປັນ​ເຈົ້າ​ການ​ຮັບມື, ສະໜິດຕິດພັນກັບ​ບັນ ດາປະເທດ​ໄດ້​ຢ່າງທັນການ.ລະບົບຮັບມື​ດ້ານ​ການ​ແພດ​ສຸກເສີນ​ຂອງອາ​ຊຽນ ແລະ  ການ​ຮ່ວມມື​ກັບ​ບັນດາ​ຄູ່​ຮ່ວມ​ມືໄດ້​ເລີ່ມ​ເຄື່ອນ​ໄຫວ​ແຕ່ຫົວທີ ​ເມື່ອ​ເກີດ​ໂຣກ​ລະ​ບາດ. ບັນດາ​ປະເທດ​ອາ​ຊຽນ ໄດ້​ຕັ້ງໜ້າ​ແບ່ງ ປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ສົມທົບ​ກັນ​ໃນ​ການ​ຄວບ​ຄຸມ, ສະກັດ​ກັ້ນ​ໂຣກ​ລະ​ບາດ. ທົ່ວ ອາ​ຊຽນ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ດ້ານ​ການເມືອງ​ຢູ່​ລະດັບ​ສູງ​ສຸດ, ມີ​ວິທີ​ການ​ສຳຜັດ​ຢ່າງ​ຄົບ​ຊຸດ, ສັງ​ລວມ ຢູ່​ລະດັບ​ຊາດ ແລະ ພາກ​ພື້ນ, ໄດ້​ສະແດງ​ໃຫ້​ເຫັນ​ທາດ​ແທ້​ທີ່​ໝັ້ນຄົງ​ຂອງ​ກຸ່ມ ອາ​ຊຽນ ສາມັກຄີ ແລະ ສະໜິດ​ຕິດ​ພັນ, ເຕັມ​ໄປ​ດ້ວຍ​ນ້ຳໃຈ​ຮັກ​ແພງ, ຊ່ວຍເຫຼືອ​ກັນ.
   ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 36 ແມ່ນ​ໂອກາດ ເພືຶ່ອ​ໃຫ້​ພວກ​ເຮົາ ຢັ້ງຢືນ​ອີກ ຄັ້ງ​ໜຶ່ງ ກ່ຽວ​ກັບ​ນ້ຳໃຈ​ສາມັກຄີ, ເຈດ​ຈຳນົງ​ດ້ານ​ການເມືອງ​ທີ່​ເຂັ້ມແຂງ ແລະ ຄວາມ​ຕັດສິນ ໃຈ ຢ່າງ​ສູງ ຂອງ ບັນດາ​ປະເທດ​ສະມາຊິກອາ​ຊຽນຜ່ານ​ຜ່າ​ບັນ ດາ​ສິ່ງ​ທ້າ​ທາຍ, ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ. ກອງ​ປະຊຸມຄັ້ງນີ້, ບັນ ດາ​ຜູ້​ແທນ​ໄດ້​ແລກປ່ຽນກ່ຽວ ກັບ​ແຜນການ​ຟື້ນ​ຟູ​ສັງລວມ ຂອງອາ​ຊຽນ ພາຍຫຼັງ​ໂຣກລະ ບາດ, ສ້າງ​ສາງ​ແຮ​ອຸປະກອນ​ການແພດສຸກ​ເສີນຂອງອາ​ຊຽນ, ສ້າງ​ຂັ້ນ​ຕອນ​ຮັບ​ມື​ກັບ​ ໂຣກ​ລະບາດ​ໃຫ້​ເປັນມາດຕະ ຖານ​ຂອງອາ​ຊຽນ ໃນ​ກໍລະນີ​ການ​ແພດ​ສຸກ​ເສີນ.
   ຖະແຫຼງການ​ວິໄສ​ທັດ​ຂອງ​ບັນດາ​ການ​ນຳ​ອາຊຽນ ກ່ຽວ​ກັບ​ປະຊາ​ຄົມອາ​ຊຽນສະ ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຊຸກຍູ້​ການ​ເຕີບ​ໂຕ ແລະ ແມ່ນ​ເຂັມ​ຊີ້​ທິດໃຫ້​ແກ່ອາ​ຊຽນ ມີ​ຄວາມ​ເຊື່ອ​ໝັ້ນ​ກ້າວ​ເດີນ​ໄປ.
   ວັນ​ທີ 4 ສິງຫາ​ຜ່ານມາ, ທ່ານ ສະເຫຼີມ​ໄຊ ກົມ​ມະສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້​ເປັນ​ປະທານ​ໃນ​ພິທີ​ເອົາ​ທຸງ ຊາດ​ລາວ ແລະ ທຸງ​ອາ​ຊຽນ​ ຂຶ້ນ​ສູ່​ຍອດ​ເສົາ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ຄົບຮອບ 53 ປີ ແຫ່ງ​ການ​ສ້າງຕັ້ງ​ອາ​ຊຽນ (8 ສິງຫາ 1967 - 8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ (23 ກໍລະກົດ 1997- 23 ກໍລະກົດ 2020).
    ທ່ານ ສະເຫຼີມ​ໄຊ ກົມ ມະ​ສິດ ໄດ້​ກ່າວ​ຢໍ້າ​ເຖິງ​ຜົນສຳ ເລັດ​ຂອງ​ອາ​ຊຽນ​ໃນ​ໄລຍະ 53 ປີຜ່ານມາ ອັນ​ໄດ້​ປະກອບ ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ ສັນ​ຕິ​ພາບ, ສະຖຽນ​ລະພາບ ແລະ ຄວາມ​ວັດທະນາ​ຖາວອນ ໃນ​ພາກ​ພື້ນ ແລະ ໃນ​ໂລກ. ຜົນສຳເລັດ​ອັນ​ໜຶ່ງ ແມ່ນ​ອາ​ຊຽນ ໃນ​ນາມ​ເປັນ​ອົງການຈັດ​ ຕັ້ງ​ພາກ​ພື້ນລະຫວ່າງລັດຖະ ບານ ໄດ້​ສືບຕໍ່​ຮັດ​ແໜ້ນການ ​ພົວພັນ​ຮ່ວມ​ມື ລະຫວ່າງ ປະ ເທດ​ສະມາຊິກ​ອາ​ຊຽນ​ດ້ວຍ​ກັນ ກໍ​ຄື​ກັບ​ປະເທດ​ຄູ່​ຮ່ວມ​ເຈລະຈາ ແລະ ຄູ່​ຮ່ວມ​ມື​ພາຍ​ນອກ​ອາ​ຊຽນ ບົນ​ພື້ນຖານ​ຫຼັກການ​ທີ່​ກຳນົດ​ໄວ້​ໃນ​ກົດ​ບັດ​ອາ​ຊຽນ, ສົນທິສັນຍາ​ໄມຕີ​ຈິດ ແລະ ການ​ຮ່ວມ​ມື (TAC) ແລະ ບັນດາ​ກົນ​ໄກ​ທີ່​ອາ​ຊຽນ​ເປັນ​ຜູ້​ສ້າງ​ຂຶ້ນ ຫຼັກການ​ແຫ່ງ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ; ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ການ​ບໍ່​ແຊກ​ແຊງ​ເຂົ້າ​ ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ແລະ ກັນ; ແກ້​ໄຂ​ບັນຫາໂດຍ ​ສັນຕິ​ວິທີ, ຫຼັກການ​ຄວາມ​ເປັນ​ເອກະສັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ ປະໂຫຍດ ແລະ ອີງໃສ່​ຄວາມ ​ຫຼາກ​ຫຼາຍ​ຂອງ​ປະເທດ​ສະມາ ຊິກ ທີ່​ເອີ້ນ​ວ່າ “ວິຖີ​ທາງ​ຂອງ​ອາ​ຊຽນ” (ASEAN Way).
    ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ກ່າວ​ເຖິງ​ຜົນ​ສໍາ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 36 ແລະ ກອງ​ປະຊຸມ ​ກ່ຽວຂ້ອງ​ຜ່ານ​ມາ ພາຍໃຕ້​ ການ​ ເປັນ​ປະທານ​ຂອງ ສສ ຫວຽດ ນາມ (ແບບ​ທາງໄກ) ເຫັນ​ວ່າ​ໃນ​ໄລຍະ​ເກືອບ​ໜຶ່ງ​ປີຜ່ານມາ, ເຖິງ​ວ່າ​ສະພາບ​ການ​ພາກ​ພື້ນ ແລະ ສາກົນ ກຳລັງ​ປະ​ເຊີນ​ກັບ​ໄພພິບັດ​ທຳ​ມະ​ຊາດ ແລະ ການ​ແຜ່​ລະບາດ​ຂອງ​ພະຍາດ ໂຄ​ວິດ-19 ອັນ​ເປັນ​ໄພ​ຂົ່ມຂູ່ ແລະ ສົ່ງ​ຜົນ​ກະທົບ​ໜັກໜ່ວງ​ຕໍ່​ສຸຂະພາບ, ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ແລະ ຂອງ​ໂລກ, ແຕ່​ສະມາຊິກ​ອາ​ຊຽນ ແລະ ປະເທດ​ຄູ່​ຮ່ວມ ກໍ​ຍັງ​ສືບຕໍ່​ມີ​ຄວາມ​ສາມັກຄີ ແລະ ສາມາດ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ຂໍ້​ລິ​ເລີ່ມ, ມາດ​ຕະການ ແລະ ແຜນ​ງານ, ໂຄງການ​ຮ່ວມ​ມື​ໃນ 3 ເສົາຄ້ຳ​ປະຊາ​ຄົມ​ອາ​ຊຽນ ໄດ້​ຮັບ​ຜົນ ສຳເລັດ​ເປັນ​ກ້າວໆ​ມາ; ໄດ້​ສ້າງຕັ້ງ​ກອງ​ທຶນ​ອາ​ຊຽນ ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19; ສ້າງຕັ້ງ​ຄັງ​ແຮ​ອຸປະກອນ​ການ​ແພດສຸກ​ເສີນ​ອາ​ຊຽນ; ການ​ຮ່າງແຜນ​ຟື້ນ​ຟູ​ເສດຖະກິດ​ຮອບດ້ານ ຫຼັງ​ໂຄ​ວິດ-19 ສິ້ນ​ສຸດ.
     ນອກຈາກ​ນີ້, ທ່ານ ສະ ເຫຼີມ​ໄຊ ກົມ​ມະ​ສິດ ຍັງ​ໄດ້​ເນັ້ນ​ຕື່ມ​ອີກ​ວ່າ: ຕະຫຼອດ​ໄລ ຍະ 23 ປີ ທີ່ ສປປ ລາວ​ເຮົາ ໄດ້​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ. ສປປ ລາວ ໄດ້​ເຂົ້າ​ຮ່ວມ​ຢ່າງຕັ້ງ ໜ້າ  ແລະ ເປັນ​ເຈົ້າ​ການ​ສູງ​ ໃນ​ຂະບວນ​ການ​ລວມ​ຂອງ​ອາ​ ຊຽນ ອັນ​ໄດ້​ເຮັດ​ໃຫ້​ບົດບາດ ຂອງ ສປປ ລາວ ໃນ​ພາກ​ພື້ນ ແລະ ສາກົນນັບ​ມື້​ພົ້ນ​ເດັ່ນ.
    ທ່ານ​ລັດຖະມົນຕີ ໄດ້​ຢືນຢັນ​ເຖິງ​ຄວາມ​ໝາຍ​ໝັ້ນ ຂອງ ສປປ ລາວ ທີ່​ຈະ​ສືບຕໍ່​ເຂົ້າ​ຮ່ວມ​ໃນ​ຂະບວນ​ການ​ລວມ​ຂອງ​ອາ​ຊຽນ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ ເພື່ອ​ສາມາດ​ບັນລຸ​ໄດ້​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ໃນ​ປີ 2025. 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com