Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອາຊຽນ ແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດ ໃນພາກພື້ນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 11/08/2020 08:59:27 ຈຳ​ນວນ​​ຢ້ຽມ​ຊົມ 292 ຄັ້ງ

    ວັນ​ທີ 8 ສິງຫາ​ປີ 2020, ສະຫະ​ສະມາຄົມ​ບັນດາ​ປະ ເທດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ໄດ້​ຈັດການ​ສະເຫຼີມ ສະຫຼອງ 53 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ເຄິ່ງ​ສະຕະວັດ​ທີ່​ຜ່ານ​ມາ, ອາ​ຊຽນ ໄດ້​ສ້າງພາກພື້ນ​ໃຫ້​ມີ​ສະຖຽນ​ລະ​ພາບ, ວັດທະນາ​ຖາວອນ ແລະ ສັນຕິພາບ,ກາຍ ເປັນ​ແບບຢ່າງ​ທີ່​ປະສົບ​ຜົນສຳ ເລັດ ໃນ​ການ​ຮ່ວມ​ມື​ໃນພາກ ​ພື້ນ. ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສໍາ​ເລັດ​ລວມ. ແມ່ນ​ຄວາມ​ພະ ຍາຍາມ​ຂອງ​ບັນດາປະເທດ ​ສະມາຊິກ​ອາ​ຊຽນ, ໃນ​ນັ້ນ ຫວຽດນາມ ນັບ​ມື້​ນັບ​ພົ້ນ​ເດັ່ນ ​ຂຶ້ນແມ່ນ​ປະເທດ​ທີ່​ມີ​ບົດບາດ ນຳພາ.
   ສະຫະ​ສະມາຄົມ​ບັນດາ​ປະເທດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 8 ສິງຫາ​ປີ 1967 ເບື້ອງ​ຕົ້ນ​ມີ 5 ປະເທດ​ສະມາຊິກ ແລະ ຄ່ອຍໆ​ພັດທະນາ​ເປັນ​ອົງການ​ຮ່ວມ​ມື​ຮອບດ້ານ, ແໜ້ນ​ແຟ້ນ ລວມ​ມີ 10 ປະເທດ​ສະມາຊິກ​ໃນ​ປັດ​ຈຸ​ບັນ.
   ອາ​ຊຽ​ນແບບຢ່າງ​ການ​ຮ່ວມ​ມື​ທີ່​ປະສົບ​ຜົນສຳເລັດ​ໃນ​ພາກ​ພື້ນ. ເຄິ່ງ​ສະຕະວັດ​ທີ່​ຜ່ານ​ມາ, ຜົນງານ​ການ​ຮ່ວມ​ມື​ຂອງ​ອາ​ຊຽນ ໄດ້​ສະແດງ​ອອກ​ໃນ​ຫຼາຍ​ດ້ານ. ກ່ຽວ​ກັບ​ດ້ານ​ລະບອບ​ລະບຽບ​ການ, ອາ​ຊຽນ ແມ່ນ​ອົງການ​ຮ່ວມ​ມື​ໃນ​ພາກ​ພື້ນ​ລວມ​ມີ 10 ປະເທດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້, ດຳ​ເນີນ​ການເຄື່ອນໄຫວບົນ​ພື້ນຖານ​ກົດໝາຍ ແລະ ບັນດາ​ຫຼັກການ​ ພື້ນຖານ​ທີ່​ໄດ້​ລະບຸ​ໄວ້​ໃນ​ກົດ​ບັດ​ອາ​ຊຽນ, ມີ​ກົງຈັກ​ການຈັດຕັ້ງ​ສົມບູນ​ແບບ, ໃນ​ນັ້ນ ມີຄະ ນະ​ກຳມະການ ບັນດາ​ຜູ້ຕາງໜ້າ​ປະຈຳ​ອາ​ຊຽນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ ປະ ເທດ​ອິນ​ໂດ​ເນ​ເຊຍ.
ອາ​ຊຽນ ໄດ້​ຊຸກຍູ້​ລັດທິ​ຫຼາຍ​ຝ່າຍ, ຫັນ​ການ​ຄ້າ​ເປັນ​ເສລີ, ສ້າງ​ບັນດາ​ກົນ​ໄກ​ເປັນ​ຫຼັກ​ແຫຼ່ງ​ໃຫ້​ແກ່ ໂຄງ​ປະກອບ​ເສດຖະກິດ, ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ​ອາ​ຊີ​-​ປາ​ຊີ​ຟິກ. ຍ້ອນ​ເຫດ​ນັ້ນ, ໄດ້​ດຶງ​ດູດ​ການ​ເຂົ້າ ຮ່ວມ, ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຂອງ​ບັນດາ​ປະເທດ, ອົງການ​ຈັດ​ຕັ້ງ​ໃນໂລກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.
   ປີ 2020, ໂຣກ​ລະບາດ​ໂຄ​ວິດ - 19 ແລະ ບັນດາ​ການ​ຫັນປ່ຽນ​ໃໝ່​ຂອງ​ສະພາບ​ແວດ ລ້ອມ ພູມ​ສາດ- ຍຸດທະສາດ​ພາກ​ພື້ນ ແລະ ທົ່ວ​ໂລກ ກໍຄື​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ​ແບບ​ໃໝ່ ທີ່​ພວມ​ພົ້ນເດັ່ນ​ຂຶ້ນ, ໄດ້​ສ້າງ​ໃຫ້​ມີ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ແກ່​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເອົາ​ທຸງຊາດ ແລະ ທຸງ​ອາ​ຊຽນ​ຂຶ້ນ​ສູ່​ຍອດ​ເສົາ ເມື່ອ​ວັນ​ທີ 4 ສິງຫາ ຢູ່​ນະຄອນຫຼວງ​ວຽງ​ຈັນ, ເນື່ອງ​ໃນ​ໂອກາດ ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ອາ​ຊຽນ​ຄົບຮອບ 53 ປີ (8 ສິງຫາ 1979-8 ສິງຫາ 2020) ແລະ ຄົບຮອບ 23 ປີ ສປປ ລາວ​ເຂົ້າ​ອາ​ຊຽນ (23 ກໍລະກົດ 1997- 23 ກໍລະກົດ 2020), ທ່ານ ສະເຫຼີມ​ໄຊ ກົມ​ມະສິດ ລັດຖະມົນຕີ​ການ​ຕ່າງປະເທດ ໄດ້​ຢໍ້າ​ເຖິງ​ຜົນ​ສໍາ​ເລັດ​ຂອງ​ອາ​ຊຽນ ໃນ 53 ປີຜ່ານມາ, ອັນໄດ້​ປະກອບ​ສ່ວນ​ສໍາ​ຄັນ ເຂົ້າ​ໃນ​ການ​ສ້າງ ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ແລະ ວັດທະນາ​ຖາວອນ​ໃນ ພາກ​ພື້ນ ແລະ ໃນ​ໂລກ.
    ບັນດາ​ສິ່ງ​ທ້າ​ທາຍ​ນີ້ ບໍ່​ແມ່ນ​ສາເຫດ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ທໍ້​ຖອຍ. ກົງກັນຂ້າມ, ມັນ​ຮຽກຮ້ອງໃຫ້​ອາຊຽນຕ້ອງ​ສະ ໜິດ​ຕິດ​ພັນ, ເປັນ​ເຈົ້າ​ການ​ຮັບ​ມື ແລະ ຮັກສາ​ບົດບາດ​ໃຈກາງ​ໃນ​ພາກ​ພື້ນ. ບັນດາ​ໝາກຜົນ ທີ່​ໜ້າ​ຊົມເຊີຍ ທີ່​ອາ​ຊຽນ ບັນລຸ​ໄດ້​ໃນ 6 ເດືອນ​ຕົ້ນ​ປີ 2020 ແມ່ນ​ການ​ພິສູດ​ໃຫ້​ເຫັນ​ຢ່າງ​ຈະແຈ້ງ ກ່ຽວກັບ​ອາ​ຊຽນ ທີ່​ບໍ່​ຍອມ​ຈຳ ນົນ​ຕໍ່​ສະພາບ​ຫຍຸ້ງຍາກ​ສັບ​ສົນ.
ນັບ​ແຕ່​ໄດ້​ເຂົ້າ​ເປັນ​ສະມາ ຊິກ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ ປີ 1997 ສປປ ລາວ ໄດ້ເປັນ​ເຈົ້າ​ການປະກອບສ່ວນ​ຢ່າງຕັ້ງ ໜ້າ​ເຂົ້າ​ໃນ​ການ​ພັດທະນາ ແລະ ຜົນສຳເລັດ​ຂອງ​ອາ​ຊຽນ ໃນ​ປັດ​ຈຸ​ບັນ.
    ລາວ ມີ​ການ​ປະກອບສ່ວນ​ສຳຄັນ​ຫຼາຍ​ຢ່າງ ເຂົ້າ​ໃນ​ການ​ກຳນົດ​ເປົ້າ​ໝາຍ, ທິດ​ທາງ​ການ​ພັດທະນາ ແລະ ສ້າງ​ບັນດາ​ນະໂຍບາຍ ອາ​ຊຽນ​ເຊັ່ນ: ວິໄສ​ທັດ​ອາ​ຊຽນ 2020 ແລະ ບັນດາ​ແຜນການຜັນ​ຂະຫຍາ​ຍວິ​ໄສ​ທັດ, ກົດ​ບັດ​ອາ​ຊຽນ, ແຜນການ​ສັງ​ລວມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ອາ​ຊຽນ 2025. 
   ໃນ​ຖານະ​ເປັນ​ປະທານ​ອາ​ຊຽນ 2020, ຫວຽດນາມ ໄດ້​ນຳພາ​ອາ​ຊຽນ ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການຮັບ​ມື​ກັບ​ ໂຣກ​ລະບາດ​ໂຄ​ວິດ-19 ເພື່ອ​ ຮັກສາ​ສຸຂະພາບ​ຂອງ​ປະຊາ ຊົນ, ຫຼຸດຜ່ອນ​ບັນດາຜົນກະ ທົບທີ່​ຫຍໍ້ທໍ້​ຕໍ່​ເສດຖະກິດ,ຜັນ​ ຂະຫຍາຍ​ແຜນການ​ຟື້ນ​ຟູ​ຮອບດ້ານ​ເພື່ອ​ບືນ​ຕົວ​ຂຶ້ນ. ຕາມ​ທິດ​ນຳ​ທີ່​ວ່າ; “ຈິ​ນ​ຕະນາ​ການ​ປະຊາ​ຄົມ, ການ​ກະທຳ​ຂອງ​ປະຊາ​ຄົມ”, ຫວຽດນາມ ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ສືບຕໍ່​ຮ່ວມ​ມື​ຢ່າງ​ແໜ້ນແຟ້ນ​ກັບ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ພ້ອມ​ກັນ​ສ້າງ​ປະຊາ​ຄົມ​ອາ​ຊຽນ ແຫ່ງ​ຄວາມ​ສາມັກຄີ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. 
    ທ່ານ ຟ້າ​ມ​ບິ່ງ​ມິງ ລັດຖະ ມົນຕີ​ການ​ຕ່າງປະເທດ​ຫວຽດ ນາມ ຢືນຢັນ​ວ່າ: ສືບຕໍ່​ຄຽງ​ບ່າ​​ຄຽງ​ໄຫຼ່ນຳ​ກັນ, ພວກ​ເຮົາ​ຈະ​ສາມາດ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຕ່າງໆ ເພື່ອ​ນຳ​ອາ​ຊຽນ ກ້າວ​ຂຶ້ນ. ວັນ​ທີ 8 ສິງຫາ, ບັນ ດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ ອອກ​ຖະແຫຼງການ​ຮ່ວມ​ກ່ຽວ​ກັບ​ຄວາມ​ສຳຄັນ ຂອງ​ການ​ຮັກສາ​ສັນຕິພາບ ແລະ ສະຖຽນ​ລະ​ພາບ ຢູ່​ພາກ​ພື້ນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ເນື່ອງ​ໃນ​ໂອກາດ​ວັນ​ອາ​ຊຽນ, ຢືນຢັນ​ຄືນໃໝ່​ບັນດາ​ວິໄສ​ທັດ, ຄຳ​ໝັ້ນ​ສັນຍາ ແລະ ຫຼັກການ​ພື້ນຖານ​ຂອງ​ອາ​ຊຽນ, ສ້າງ​ອາ​ຊຽນ ໃຫ້​ກາຍເປັນ​ພາກ​ພື້ນ​ແຫ່ງ​ຄວາມ​ສາມັກຄີ, ກ້າວໜ້າ ແລະ ວັດທະນາ​ຖາ​ວອນ.
   ປະຫວັດສາດ 53 ປີ​ແຫ່ງ​ການ​ຄົງ​ຕົວ, ຂະຫຍາຍຕົວ​ຂອງ​ອາ​ຊຽນ ໄດ້​ພິສູດ​ໃຫ້​ເຫັນ ກ່ຽວ​ກັບ ອາ​ຊຽນ ທີ່​ມີ​ຄວາມ​ສາມັກຄີ, ເອກະ​ພາບ, ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ, ຮູ້​ຕິດ​ພັນ​ກັບ​ຜົນ​ປະໂຫຍດ​ຂອງ​ຊາດ, ຂອງ ພາກ​ພື້ນ ຈະ​ຮັກສາ​ບົດບາດ​ເປັນໃຈ​ກາງ​ໄດ້. ຂະບວນ​ວິວັດ​ດັ່ງກ່າວ, ມີ​ບັນດາ​ການ​ປະກອບສ່ວນ​ທີ່ມີປະສິດ​ທິ​ຜົນ​ຂອງ​ລາວ - ປະເທດ​ສະມາຊິກທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ພາກ​ພື້ນ ແລະ ສາ​ກົນ.
   ອາ​ຊຽນ​ອອກ​ຖະແຫຼງ ການຮ່ວມ​ກ່ຽວ​ກັບ​ຄວາມ​ສຳ ຄັນ​ຂອງ​ການ​ຮັກສາ​ສັນຕິ ພາບ ແລະ ສະຖຽນ​ລະ​ພາບ ຢູ່​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້. ໃນ​ການ​ພົວພັນ​ທາງ​ການ​ທູດ, ອາ​ຊຽນ ສົ່ງເສີມ​ບັນດາ​ຄູ່​ຮ່ວມ​ມື​ສືບຕໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ, ປະກອບສ່ວນ​ເຂົ້າ​ບັນດາ​ຂອບ​ເຂດ, ກົນ​ໄກ​ຮ່ວມ​ມື​ໂດຍ​ອາ​ຊຽນ​ນຳ​ພາ. ຢູ່​ລະດັບ​ທົ່ວໂລກ, ອາ​ຊຽນ ຢັ້ງຢືນ ​ຄືນ​ຄຳ​ໝັ້ນ​ສັນຍາ​ສະໜັບສະ ໜູນ​ລັດທິ​ຫຼາຍ​ຝ່າຍ ໂດຍ​ອີງໃສ່​ບັນດາຫຼັກການຂອງກົດ​ບັດ ສປຊ ແລະ ກົດໝາຍສາ​ກົນ.
    ບັນດາ​ລັດຖະມົນຕີ​ກະ ຊວງ​ ການ​ຕ່າງປະເທດ ໄດ້ຢັ້ງ ຢືນ​ຄືນໃໝ່​ຢ່າງ​ແຮງ​ຄຳ​ໝັ້ນ​ສັນຍາ​ໃນ​ການຮັກສາ​ພາກ​ພື້ນ​ອາຊີ​ຕາເວັນ​ອອກ​ສ່ຽງໃຕ້​ ທີ່​ມີ​ສັນຕິພາບ, ຄວາມໝັ້ນ ຄົງ, ເປັນກາງ ແລະ ມີ​ສະຖຽນ ລະພາບ, ພ້ອມ​ທັງ​ປັບປຸງບັນ ດາ​ຄຸນຄ່າ​ສັນຕິພາບບົນພື້ນ ຖານ​ກົດໝາຍ​ສາ​ກົນບັນດາ​ລັດຖະມົນຕີ ກະຊວງ​ການຕ່າງ ປະເທດ​ອາ​ຊຽນ ໄດ້​ຮຽກຮ້ອງ​ໃຫ້​ທຸກໆ​ປະເທດ​ມີ​ຄວາມ​ລະ ງັບ​ໃຈ, ບໍ່​ມີ​ບັນດາ​ການກະທຳ​ ທີ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ​ຕື່ມ, ສ້າງ​ຜົນ​ກະທົບຕໍ່ສັນ ຕິພາບ ແລະ ຄວາມ​ໝັ້ນຄົງ,  ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳໃຊ້​ກຳລັງ ​ແຮງ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ ກັນ​ໂດຍ​ສັນຕິ​ວິທີບົນພື້ນຖານ​ ກົດໝາຍ​ສາ​ກົນ. ບັນດາລັດ ຖະມົນຕີ​ກະຊວງການຕ່າງ ປະເທດ ກໍຮຽກຮ້ອງ​ໃຫ້ບັນດາ​ປະເທດ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອໃຈຍຸດທະສາດ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຊຶ່ງກັນ ແລະ ກັນ ໂດຍ​ຜ່ານ ການເຈລະຈາ, ການ​ຮ່ວມ​ມື​ ທີ່ ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ.  ນີ້​ເປັນ​ຄັ້ງ​ທຳອິດ, ບັນດາ​ລັດ ຖະມົນຕີ​ກະຊວງ​ການຕ່າງປະ ເທດ ອາ​ຊຽນອອກ​ຖະແຫຼງ ການ​ຮ່ວມ​ກ່ຽວ​ກັບ​ ຫົວຂໍ້; ສັນຕິພາບ ແລະ ຄວາມ​ໝັ້ນຄົງ​ພາກ​ພື້ນ  ໃນ​ວັນ​ສະເຫຼີມສະຫຼອງວັນ​ສ້າງ  ຕັ້ງອາ​ຊຽນ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com