Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຫວຽດນາມ ເພີ່ມຄວາມໄວການຫັນເປັນດີຈີຕອນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 12/08/2020 09:06:38 ຈຳ​ນວນ​​ຢ້ຽມ​ຊົມ 650 ຄັ້ງ

 ຮຽບຮຽງ​ໂດຍ: ສີ​ວັນ
ໂຣກ​ລະບາດ​ໂຄ​ວິດ-19 ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ຍູ້​​ຂະບວນ​ວິວັດ​ການ​ຫັນ​ໄປ​ສູ່​ດີ​ຈີ​ຕອນ ຢູ່ ຫວຽດນາມ. ລັດ ຖະບານ ຫວຽດນາມ ແລະ ບັນ ດາ​ກະຊວງ, ຂະແໜງການ, ວິ​ສາ​ຫະ​ກິດ ໄດ້​ໝູນໃຊ້​ເຕັກ​ໂນ ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂຣກ​ລະບາດ ແລະ ການເຄື່ອນໄຫວ ຜະລິດ, ດຳເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດ​ທິ​ຜົນ. ເພີ່ມ​ຄວາມ​ໄວ​ໃນ​ການ​ຫັນ​ໄປ​ສູ່​ດີ​ຈີ​ຕອນ ແມ່ນ​ຈຸດ​ພົ້ນ​ເດັ່ນຂອງ​ຫວຽດນາມ ໃນ 6 ເດືອນ​ຕົ້ນ​ປີ 2020.
ເຕັກ​ໂນ​ໂລ​ຊີ ດີ​ຈີ​ຕອນ ໄດ້​ໜູນ​ຊ່ວຍ, ຊຸກຍູ້​ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນ​ການ​ຍູ້​ຖອຍ​ໂຣກລະບາດ ​ໂຄ​ວິດ-19 ຢ່າງ​ມີ​ປະສິດ​ທິ ຜົນ ທີ່​ສຸດ. ໃນ​ໄລຍະ​ເກີດໂຣກ​ໂຄ ​ວິດ-19 ແຜ່​ລະບາດ, ມີຫຼາຍຂະ ແໜງການ, ຫຼາຍ​ວິສາ​ຫະ​ກິດ​ຂອງຫວຽດນາມ ໄດ້​ປ່ຽນແປງ​ຮູບ​ການເຄື່ອນໄຫວດ້ວຍ​ວິທີ​ ການໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ ຈີ​ຕອນ ເພື່ອ​ຮັບປະກັນ​ການ ເຄື່ອນໄຫວຜະລິດ, ດຳເນີນ​ທຸລະ​ກິດ. ໃນ​ຂະບວນ​ວິວັດ​ການ​ຫັນ​ໄປ​ສູ່​ດີ​ຈີ​ຕອນ, ມີ​ຫຼາຍ​ຮູບ​ການ​ເສດຖະກິດ​ໄດ້​ຮັບການ​ ແລກປ່ຽນ​ບົດຮຽນ ແລະ ຂະ ຫຍາຍຕົວ​ຢ່າງ​ວ່ອງໄວ, ສ້າງ​ບາດກ້າວ​ບຸກ​ທະລຸ​ກ່ຽວກັບສະ ມັດ​​ຖະ​ພາບ​ແຮງ​ງານ, ປັບປຸງ​ກຳລັງ​ຄວາມສາມາດ​ໃນການ ຄຸ້ມ​ຄອງ, ຫັນ​ຮູບ​ແບບດຳເນີນ​ທຸລະ​ກິດ​ໃຫ້​ດີ​ທີ່​ສຸດ. ເພາະ ສະນັ້ນ, ບັນດາ​ຮູບ​ແບບ​ເສດ​ ຖະກິດ​ໃນ​ພື້ນຖານ​ດີ​ຈີ​ຕອນ ຈຶ່ງ​ມີ​ຄວາມ​ໝັ້ນຄົງ ໂດຍສະເພາະ ໃນ​ໄລຍະ​ເກີດ​ໂຣກ ​ລະ ບາດ​ໂຄ​ວິດ-19 ໄດ້​ມີ​ການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ທ່ານ ຫ​ງວຽນ​ຊວັນ​ເຈື່ອງ ອະດີດຫົວໜ້າ​ສູນ​ ບໍລິການ​ໂອນ​ເງິນ Momo ກ່າວ ​ວ່າ: ໃນ​ໄລຍະ​ເກີດ​ໂຣກ​ລະ ບາດ​ໂຄ​ວິດ-19, ຜູູ້​ຄົນ​ທັງ ຫຼາຍ ຈະ​ເຮັດ​ວຽກ​ຢູ່​ເຮືອນ. ພື້ນຖານ​ດີຈີຕອນມີຄວາມແຕກ​ຕ່າງ​ໂດຍ​ພື້ນຖານ ເມື່ອ​ທຽບໃສ່​ອັນ​ທີ່​ເປັນ​ປະເພນີ ນັ້ນ​ແມ່ນ​ໄດ້​ໝູນ​ໃຊ້​ກຳລັງແຮງ​ຈາກເຕັກ​ໂນ​ໂລ​ຊີ. ເຕັກ​ໂນ​ໂລ​ຊີ ຊ່ວຍ​ໃຫ້​ບໍລິສັດ​ພັດທະນາ​ໃນ​ໄລຍະ​ສັ້ນ​ໄວ​ທີ່​ສຸດ. ນີ້​ແມ່ນ​ຮູບ​ແບບ​ຂອງ​ພື້ນ ຖານ​ເຕັກ​ໂນ​ໂລ​ຊີ ໄດ້​ສະທ້ອນ​ຕໍ່​ພື້ນຖານ​ເສດຖະກິດ​ຫຼາຍ​ທີ່​ສຸດ ແລະ ສ້າງ​ບັນດາ​ແຮງ​ງານ​ໃໝ່.
ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ໄດ້​ໜູນ​ຊ່ວຍ, ຊຸກຍູ້​ລັດຖະບານ ແລະ ປະຊາຊົນຫວຽດນາມ ໃນ​ການຍູ້​ຖອຍ​ໂຣກ​ລະບາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດ​ທິ​ຜົນ​ ທີ່​ສຸດ. ໃນ​ໄລຍະ​ເວລາ​ນີ້, ຂະ ແໜງເຕັກ​ໂນໂລ​ຊີຂໍ້​ມູນຂ່າວ ສານ ໄດ້​ປະຕິບັດ​ການ​ຝຶກ​ຊ້ອມ​ຕົວ​ຈິງ​ຄັ້ງ​ໃຫຍ່ ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ວິສະວະກອນ 1.000 ຄົນ​ທີ່​ມາ​ຈາກ​ບັນດາ​ວິ​ສາ​ຫະ​ກິດ​ພັດທະນາ​ໂປ​ຣ​ແກ​ຣມ​ຮັບ​ໃຊ້​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂຣກ​ລະບາດ​ໂຄວິດ-19 ໄດ້​ຫຼາຍ​ກ່​ວາ 20 ໂປ​ຣ​ແກ​ຣມ. 
ຕາມ​ຂ່າວສານຫວຽດ ນາມ, ອັດຕາ​ການບໍລິການ​ສາທາລະນະ​ແບບ​ອອນລາຍ​ໃນທຸກ​ຂົງເຂດເສດ​ຖະ​ກິດ​-​ສັງຄົມ​ຢູ່​ລະດັບ 3 ແລະ 4 ກໍ​ເພີ່ມ​ຂຶ້ນ​ສູງ​ໃນ​ໄລຍະ​ເກີດ​ໂຣກ​ລະບາດ​ໂຄ​ວິດ-19. ພິເສດ​ແມ່ນກະຊວງ​ຖະແຫຼງ​ຂ່າວ ແລະ ສື່ສານ, ກະຊວງ​ສາທາ ລະນະ​ສຸກ ໄດ້​ສ້າງ​ການ​ບໍລິການ​ສາທາລະນະ​ທາງອອນລາຍ​ລະດັບ 4 ໃນ​ການເຄື່ອນໄຫວ​ປ້ອງ​ກັນ, ສະກັດ​ກັ້ນ​ໂຣກ​ລະ ບາດ​ໄດ້​ສຳເລັດ 100%. ກ່ຽວ​ກັບດ້ານ​ເຕັກ​ໂນ​ໂລ​ຊີ, ບັນດາ​ວິສະວະກອນຫວຽດນາມ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ລົງທຶນ, ຄົ້ນຄວ້າ​ຜະລິດຕະ​ພັນ, ບັນດາ​ເຄື່ອງ​ອຸປະກອນ​ເຄືອ​ຂ່າຍ​ໂທ ລະ​ຄົມມະນາຄົມ​ລະບົບ 5 ຈີ, ຄາດ​ຄະເນ​ວ່າ: ບາງ​ເຄື່ອງອຸ ປະກອນ​ລະບົບ 5 ຈີ ທີ່​ມີ​ເຄື່ອງ ໝາຍ​ການ​ຄ້າຫວຽດນາມ ຈະ​ຖືກ​ນຳ​ມາ​ຂາຍ​ໃນ​ຕະ​ຫ​ຼາດ​ໃນ​ທ້າຍ​ປີ​ນີ້.
ປັດຈຸບັນ, ຫວຽດນາມ ພວມສຸມ​ໃສ່ຜັນຂະຫຍາຍ​       ມະຕິ​ ເລກ​ທີ 749 ຂອງ​ນາຍົກ ລັດຖະມົນຕີ ກ່ຽວ​ກັບ “ໂຄງ ການຫັນ​ໄປສູ່ດີຈີຕອນ​ແຫ່ງ​ ຊາດ​ຮອດ​ປີ 2025, ກຳນົດ​ທິດ​ຮອດ​ປີ 2030”. ນີ້​ແມ່ນໜ້າທີ່​ຈຸດ​ສຸມ​ໃນ​ການ​ໃຫ້​ບຸລິມະສິດ​ຜັນ​ຂະຫຍາຍ​ໃນ​ທົ່ວ​ຂະແໜງ​ຖະແຫຼງ​ຂ່າວ ແລະ ສື່ສານ ເພື່ອ ​ແນໃສ່ນຳ​ການ​ຫັນປ່ຽນສູ່​ດີຈີ​ຕອນ​ແຫ່ງ​ຊາດ​ໃຫ້​ທຸກ​ຄົນ, ທຸກ​ແຫ່ງ​ຫົນ​ຂອງ​ຊີວິດ​ສັງ​ຄົມ. ທ່ານ ຟານ​ເຕິມ ຮອງລັດຖະ​ມົນຕີ​ກະຊວງ​ຖະແຫຼງ​ຂ່າວ ແລະ ສື່ສານ ຫວຽດນາມ ໃຫ້​ຮູ້​ວ່າ:  ກະຊວງ​ໄດ້​ກຳນົດພື້ນຖານໂຄງ ​ລ່າງ​ໂທລະ​ຄົມມະນາຄົມ​ລຸ້ນ​ໃໝ່ ຊຶ່ງ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ ນັບ​ແຕ່​ນີ້​ຈົນ​ໄປຮອດ​ທ້າຍ​ປີ 2020. ກະຊວງຈະ​ໜູນ​ຊ່ວຍ,  ແນະນຳ​ເພື່ອ​ໃຫ້ບັນດາ​ທ້ອງຖິ່ນ​ພັດທະນາພື້ນຖານ​ໂຄງລ່າງ​ໂທລະ​ຄົມມະນາຄົມ​ລຸ້ນ​ໃໝ່ 100%. ໃນ​ນັ້ນ ຍົກ​ອັດຕາ​ການ​ນຳ​ໃຊ້​ພື້ນຖານ​ໂຄງ​ລ່າງ​ລວມ ປະມານ 20% ໃນ​ປີ​ນີ້. ກະຊວງ ໄດ້​ອະນຸຍາດ​ໃຫ້​ບັນດາ​ວິ​ສາ​ຫະ​ກິດ​ໂທລະ​ຄົມມະນາຄົມ ຜັນ​ຂະຫຍາຍ​ການສະໜອງການ​ບໍລິການ​ລະບົບ 5 ຈີ. 
ໂຄງການ​ຫັນປ່ຽນ​ສູ່​ດີ​ຈີ​ຕອນ​ແຫ່ງ​ຊາດ, ຮອດ​ປີ 2025, ເປົ້າ​ໝາຍ​ຂອງ​ຫວຽດນາມ ແມ່ນ​ຕ້ອງ ບັນລຸ​ໄດ້ 80% ການ​ບໍລິການ​ສາທາລະນະອອນ​ລາຍ ​ລະດັບ 4, ຕົ້ນຕໍ​ແມ່ນ​ນຳ​ໃຊ້​ຜ່ານໂທລະສັບ​ມື​ຖື. ພິເສດ 50% ການເຄື່ອນໄຫວ​ກວດກາ, ຄຸ້ມ​ຄອງ​ລັດ ໄດ້​ປະຕິບັດ​ດ້ວຍ​ຮູບການ​ທາງ​ອອນ​ລາຍ. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ ແນໃສ່​ຍົກ​ສູງ​ລັກສະນະໂປ່​ງ​ ໃສ, ຫຼຸດຜ່ອນ​ການ​ສໍ້​ລາດບັງ ​ຫຼວງ, ຍົກ​ສູງ​ປະສິດທິ​ຜົນ​ໃນ​ການກວດກາ​ຂອງ​ການ​ຄຸ້ມ ຄອງ​ລັດ. ທ່ານ ຫ​ງວຽນ​ຮຸຍຢຸງ ຫົວໜ້າ​ກົມ​ຄອມ​ພິວ​ເຕີ, ກະ ຊວງຖະແຫຼ​ງ​ຂ່າວ ແລະ ສື່ ສານ  ຫວຽດນາມ ໃຫ້​ຮູ້​ວ່າ:ການ ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ ພວກ​ເຮົາ​ໄດ້​ວາງເປົ້າ​ໝາຍ​ເສດຖະກິດ​ດີ​ຈີ​ຕອນໃຫ້​ກວມ​ເອົາ​ອັດຕາ​ປະມານ 20% GDP, ປັດຈຸບັນ​ປະຕິບັດ​ໄດ້ 8%. ພວກ​ເຮົາ​ສູ້​ຊົນ​ປະຕິບັດ​ອັດຕາ​ສ່ວນ​ເສດຖະກິດ​ດີ​ຈີ​ຕອນ ໃນ​ແຕ່​ລະ​ຂະແໜງການ, ຂົງເຂດ​ຂຶ້ນ​ໃຫ້​ໄດ້​ຢ່າງໜ້ອຍ 10%, ສະມັດ​ຖະ​ພາບ​ແຮງງານ​ ນັບ​ແຕ່​ປີ 2023 ເປັນຕົ້ນ​ໄປ ຈະ​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​ໜ້ອຍ 7% ໃນ​ແຕ່​ລະ​ປີ. ສຸດ​ທ້າຍຫັນ​ເປົ້າ​ໝາຍ​ສັງຄົມ​ດີ​ຈີ​ຕອນ​ເປັນ​ລະ ອຽດ ໃຫ້​ແຕ່​ລະ​ຄອບຄົວ​ມີ​ສາຍ​ໄຍ​ແກ້ວ, ປະຊາຊົນ​ແຕ່ລະຄົນ​ມີ​ສະມາດ​ໂຟນ​ໃຊ້. ນີ້​ແມ່ນ​ພາຫະນະ​ເຂົ້າ​ໂລກ​ດີ​ຈີ​ຕອນ​ຕົ້ນຕໍ​ຂອງ​ແຕ່ລະຄົນ ແລະ ຊຳ ລະ​ເອ​ເລັກ​ໂຕ​ຣ​ນິກ ໂດຍ​ບໍ່​ນຳ​ໃຊ້​ເງິນສົດ ກວມ 50% ຍອດ​ຈຳນວນ​ການ​ຊຳລະ​ເງິນ.
ການ​ຫັນ​ໄປ​ສູ່​ດີ​ຈີ​ຕອນ ເຮັດ​ໃຫ້​ປະເທດ​ຊາດ​ພັດທະນາ​ຢ່າງ​ວ່ອງໄວ​ກວ່າ, ສັງຄົມ​ມີສະ ຖຽນ​ລະ​ພາບກວ່າ, ຮັບໃຊ້​ປະ ຊາຊົນ​ເປັນ​ຢ່າງ​ດີ, ເສີມ​ຂະ ຫຍາຍ​ສິດ​ເປັນ​ເຈົ້າ​ຕົນເອງ ຂອງ​ປະຊາຊົນ​ໄດ້​ຫຼາຍ​ກວ່າ.  ພິເສດ ແມ່ນ​ກິດຈະການ​ຫັນປ່ຽນ​ໄປ​ສູ່​ດີ​ຈີ​ຕອນ​ຂອງ​ຫວຽດນາມ ຍາມ​ໃດ​ກໍຖື​ປະຊາຊົນ​ເປັນໃຈ​ກາງ. ສະນັ້ນ, ການພັດທະນາ​ລັດຖະບານ​ເອ​ເລັກ​ໂຕຣນິກ ຫຼື ເພີ່ມ​ທະວີ​ການ​ຫັນປ່ຽນ​ໄປ​ສູ່​ດີ​ຈີ​ຕອນ​ລ້ວນແຕ່​ເພື່ອແນໃສ່​ຈຸດປະສົງ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ມີ​ປະສິດ​ທິ​ຜົນ​ທີ່​ສຸດ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com