Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

GDP ໄຕມາດທີ 2 ຍີ່ປຸ່ນ ຫຼຸດລົງ 7,8%

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 18/08/2020 09:39:18 ຈຳ​ນວນ​​ຢ້ຽມ​ຊົມ 406 ຄັ້ງ

   ຂ່າວ​ຕ່າງປະເທດ​ລາຍ​ງານ ວັນ​ທີ 17 ສິງຫາ​ທີ່​ຜ່ານ​ມາ, ສຳນັກງານ​ນາຍົກລັດຖະມົນຕີ​ຂອງ ຍີ່ປຸ່ນ ໄດ້​ອອກ​ຖະແຫຼງ ການ ຄາດ​ຄະເນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ສະຖານະ​ການທາງ​ດ້ານ​ເສດຖະກິດ ຂອງ​ປະເທດ​ປະຈຳ​ໄຕ​ມາດ​ທີ 2 ວ່າ: ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນປະ ເທດ (GDP) ຫຼຸດ​ລົງ 7,8% ຈາກ​ໄຕ​ມາດ​ທຳອິດ​ຂອງ​ປີ​ນີ້. ຖື​ວ່າ​ເປັນ​ສະຖິຕິ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບ​ຕັ້ງແຕ່​ລັດຖະບານ​ຍີ່ປຸ່ນ ປ່ຽນ​ລະບົບ ການ​ວິເຄາະ GDP ເມື່ອ​ປີ 1980.
  ເຖິງ​ຢ່າງໃດ​ກໍ​ຕາມ, ຫຼາຍ​ຝ່າຍ​ເຫັນ​ວ່າ: ບັນຍາກາດ​ທາງ​ດ້ານ​ເສດຖະກິດ​ຂອງ​ຍີ່ປຸ່ນ ໃນ​ຄວາມ ເປັນ​ຈິງ ຖື​ວ່າ​ຊັກ​ຊ້າ​ຫຼາຍ​ທີ່​ສຸດ ນັບ​ຕັ້ງແຕ່​ສະໄໝ​ສົງຄາມ​ໂລກ​ຄັ້ງ​ທີ 2, ເນື່ອງ​ຈາກ​ຄວາມ ຕ້ອງການ​ພາຍ ໃນ​ປະເທດ​ຂອງ​ໄຕ​ມາດ​ທີ 2 ຫຼຸດ​ລົງ 4,8%; ການ​ສົ່ງ​ອອກ​ສິນຄ້າ ແລະ ການ​ບໍລິການ​ຫຼຸດ​ລົງ 18,5%, ມູນ​ຄ່າ​ການ​ນຳ​ເຂົ້າ​ສິນຄ້າ ແລະ ການ​ບໍລິການ​ໃນ​ໄລຍະ​ເວລາ​ດຽວ​ກັນ​ຫຼຸດ​ລົງ​ພຽງ 0,5%. 
  ຂະນະ​ດຽວ​ກັນ, ສະຖິຕິ  ດັ່ງກ່າວ​ສະແດງ​ໃຫ້​ເຫັ​ນວ່າ:  ເປັນ​ການ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ເປັນ​ໄຕ​ມາດ​ທີ 3 ຕິດຕໍ່​ກັນ  ແລະ ຖ້າ​ຫາກ​ຄິດໄລ່​ແບບ​ເປັນ​ລາຍ​ປີເຫັນ​ວ່າ: GDP ຂອງ​ຍີ່ປຸ່ນ ​ໄຕມາດທີ 2 ຕິດ​ລົບ​ເຖິງ 27,8%. ຖື​ວ່າ​ມີ​ຄວາມ​ຮ້າຍ​ແຮງ​ຂອງພາວະ​ເສດຖະກິດ​ຖົດຖອຍ​ທີ່ຍີ່ປຸ່ນ ກຳລັງ​ປະ​ເຊີນ ໂດຍ​ເຮັດໃຫ້ທຸກຝ່າຍທັງ ​ພາຍ​ໃນ ແລະ ຕ່າງປະເທດສັງ ເກດ​ເຫັນ​ວ່າ: ທະນາຄານ​ກາງ​ຍີ່ປຸ່ນ (BOJ) ຈະມີ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດຂະໜາດ​ໃຫຍ່​ອັນ​ດັບ 3 ຂອງໂລກ ແລະ ອັນ​ດັບ 2 ຂອງອາຊີ ແນວໃດ​ຕໍ່​ໄປ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com