Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ້າຍອາທິດຜ່ານມານີ້, ທ່ານ ແສງສຸວັນ ວົງຄຳ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ຫົວພັນ ຜູ້ຊີ້ນຳ ວຽກງານຖະແຫຼງຂ່າວ-ສື່ມວນຊົນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຖະ ແຫຼງຂ່າວ-ສື່ມວນຊົນ ຢູ່ ເມືອງສົບເບົາ, ເມືອງຊຽງຄໍ້ ແລະ ເມືອງແອດ ໂດຍໃຫ້ການ ຕ້ອນ ຮັບຈາກບັນດາທ່ານຫົວໜ້າ ຫ້ອງການ ພ້ອມດ້ວຍ ພະນັກ ງານ-ລັດຖະກອນຫ້ອງການ ຖວທ ເມືອງ.
ການລົງເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານ ຮອງຫົວໜ້າພະແນກ ຖວທ ແຂວງ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ - ສື່ມວນຊົນຈາກທ່ານຫົວໜ້າຫ້ອງການ ຖວທ ພາຍໃນສາມເມືອງໃຫ້ທ່ານ ໄດ້ຮັບຊາບ ກ່ຽວກັບຜົນງານດ້ານດີທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ບາງບັນຫາທີ່ທ້າທາຍຕໍ່ການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໂດຍສະເພາະແມ່ນບັນຫາການຂາດເຂີນບຸກຄະລາກອນສື່ມວນຊົນ, ອຸປະກອນຮັບໃຊ້ສື່ ມວນຊົນມີສະພາບເກົ່າແກ່, ບໍ່ພຽງພໍ ແລະ ບໍ່ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາສື່ແບບໃໝ່.
ເພື່ອເຮັດໃຫ້ວຽກງານຖະແຫຼງຂ່າວ - ສື່ມວນຊົນຢູ່ຮາກຖານໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ບັນລຸຕາມແຜນພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ວິໄສທັດ 2030, ຍຸດທະສາດຮອດປີ 2025 ແລະ ກໍານົດແຜນພັດທະນາວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ 2016-2020 ພາຍໃຕ້ຈຸດໝາຍທີ່ວ່າ: ສ້າງໃຫ້ວຽກງານຖະແຫຼງຂ່າວ-ສື່ມວນຊົນໃຫ້ມີຄຸນນະພາບ, ທັນສະໄໝ, ວ່ອງໄວ, ທັນເຫດການ, ເປັນອາວຸດອັນແຫຼມຄົມຂອງພັກ, ລັດ ທັງລວງເລິກ ແລະ ລວງກວ້າງ, ເຂັ້ມແຂງ, ກຸ້ມຕົນເອງເທື່ອລະກ້າວ, ເຊື່ອມໂຍງກັບສາກົນ, ຮັບປະກັນຄວາມປອດໄພ ແລະ ມີສະຖຽນລະພາບດ້ານຂໍ້ມູນຂ່າວສານ, ມີບຸກຄະລາກອນທີ່ມີມາດຕະຖານ ສົມຄູ່ກັບຍຸກສະໄໝ.
ທ່ານ ຮອງຫົວໜ້າພະແນກ ຖວທ ຍັງໄດ້ຮຽກຮ້ອງໃຫ້ຫ້ອງການ ຖວທ ທັງ 3 ເມືອງພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກສຸມໃສ່ພັດທະນາວຽກງານຖະແຫຼງຂ່າວ - ສື່ມວນຊົນຢູ່ຂັ້ນເມືອງເປັນຕົ້ນ ແມ່ນການກໍ່ສ້າງ ແລະ ພັດທະນາດ້ານຄວາມຮູ້, ຄວາມສາມາດຂອງພະນັກງານນັກຂ່າວ, ໂຄສົກ, ເຕັກນິກ, ສ້າງຕາໜ່າງນັກຂ່າວຢູ່ບັນດາຫ້ອງການ, ສຳນັກງານ, ນັກຂ່າວຂັ້ນບ້ານ, ເພີ່ມການເກັບກຳຂ່າວ-ຂຽນຂ່າວ, ບົດ ແລະ ສົ່ງຂ່າວໃຫ້ຫຼາຍ, ຊັດເຈນ ວ່ອງໄວຂຶ້ນກວ່າເກົ່າ, ຫັນເຂົ້າສູ່ການອອກຂ່າວຜ່ານສື່ສັງຄົມອອນລາຍ, ເອົາໃຈໃສ່ແນະນຳການນຳໃຊ້ໂທລະໂຄ່ງຂັ້ນເມືອງ-ຂັ້ນບ້ານໃຫ້ເປັນປົກກະຕິ ເພື່ອໃຫ້ປະຊາຊົນໄດ້ຮັບຟັງຂໍ້ມູນຂ່າວສານ, ສາລະໜ້າຮູ້ຕ່າງໆຢ່າງທົ່ວເຖິງ ແລະ ຖືສຳຄັນຂອດປະສານງານລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອຍາດແຍ່ງການສະໜັບສະໜູນຈາກສັງຄົມ ແນໃສ່ເຮັດໃຫ້ວຽກງານຖະແຫຼງຂ່າວ-ສື່ມວນຊົນ ສາມາດປະ ຕິບັດພາລະບົດບາດ ເປັນກະ ບອກສຽງອັນແຫຼມຄົມຂອງພັກ-ລັດໃນໄລຍະໃໝ່ໄດ້ຢ່າງເຕັມສ່ວນ.
ໂອກາດດຽວກັນນີ້, ຍັງໄດ້ນຳເອົາ USB ສະປອດໂຄສະນາວຽກງານສຸຂະສຶກສາ, ໂພຊະນາການ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນການທຳຄວາມສະອາດໃນຮ່າງກາຍເພື່ອ ຫຼີກລ່ຽງການຕິດແປດພະຍາດຕ່າງໆ ໂດຍສະເພາະແມ່ນພະ ຍາດໂຄວິດ-19 ຈຳນວນໜຶ່ງ ມອບໃຫ້ຫ້ອງການ ຖວທ 3 ເມືອງລົງໄປເຜີຍແຜ່ໃຫ້ປະຊາ ຊົນໄດ້ຮັບຟັງຕື່ມອີກ.
(ຂ່າວ: ໄອແກ້ວ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com