Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫວ່າງບໍ່ດົນຜ່ານມາ ທີ່ ສະໂມສອນເມືອງທ່າແຕງ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມທິດສະດີການເມືອງ ແລະ ການປົກຄອງໃຫ້ເລຂາພັກບ້ານ, ນາຍບ້ານຢູ່ເມືອງທ່າແຕງ ພາຍຫຼັງດຳເນີນມາເປັນເວລາ 10 ວັນ ໂດຍມີທ່ານ ສົມເພັດ ເອີດລັດດາ ເລຂາພັກເມືອງ ເຈົ້າເມືອງທ່າແຕງ ທ່ານ ບຸນທັນ ຈູມຈັນທະວົງ ຜູ້ອຳນວຍການໂຮງຮຽນທິດສະດີການເມືອງແລະ ການປົກຄອງແຂວງ, ມີຄະນະຮັບຜິດຊອບການຮຽນ -ການສອນຂັ້ນແຂວງ-ຂັ້ນເມືອງ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ທ່ານ ຄຳເຂືອງ ໄຊຍະ ເສນ ຮອງອໍານວຍການໂຮງ ຮຽນທິດສະດີການເມືອງ-ການປົກຄອງແຂວງເຊກອງກ່າວວ່າ: ການຝຶກອົບຮົມຄັ້ງນີ້ເພື່ອແນໃສ່ ຜັນຂະຫຍາຍແນວທາງຂອງພັກ ໃຫ້ເຂົ້າສູ່ລວງເລິກ ແລະ ລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ບັນດາສະມາຊິກພັກ ພະນັກງານນຳພາ, ພະນັກງານຫຼັກແຫຼ່ງຢູ່ຮາກຖານໃຫ້ເຂົ້າໃຈຕໍ່ແນວທາງການນຳພາຂອງພັກ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແລະ ມີທັດສະນະຫຼັກໝັ້ນໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ ໂດຍມີສຳມະນາກອນທັງໝົດ 35 ສະຫາຍ ຍິງ 7 ສະຫາຍ, ສະມາຊິກພັກສົມບູນເປັນນາຍບ້ານ ຈຳນວນ 5 ສະຫາຍ ຍິງ 2 ສະຫາຍ ຮຽນທັງໝົດ 3 ກຸ່ມວິຊາ ລວມມີ 19 ຫົວຂໍ້ ໃຊ້ເວລາທັງໝົດ 66 ຊົ່ວໂມງເທົ່າກັບ 3 ໜ່ວຍກິດ ຜ່ານການປະເມີນສຳມະນາກອນເຫັນໄດ້ວ່າ ຄູ-ອາຈານ ທີ່ຈັດປະເພດເຂົ້າໃນການສອນດີ ສອນເກັ່ງ ມີ 14 ທ່ານ ຊຶ່ງສະເລ່ຍຄະແນນ ຈາກ 6 ມາດຕະຖານໄດ້ຄະແນນສູງສຸດ 9,68 ແລະ ຕ່ຳສຸດ 9,07 ຄະແນນການຝືກອົບຮົມໃນຄັ້ງນີ້ ສຳມະນາກອນສາມາດເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໄດ້ 52% ແລະ ສາມາດຍາດໄດ້ ຄະແນນດີເລີດຈຳນວນ 15 ສະຫາຍ ເທົ່າກັບ 42,88%, ຄະແນນດີ 15 ສະຫາຍ ຍິງ 4 ສະຫາຍ ເທົ່າກັບ 42,88%, ຄະແນນປານກາງ 5 ສະຫາຍເທົ່າກັບ 14,28% ໂດຍລວມຊຸດຝຶກອົບຮົມຄັ້ງນີ້ແມ່ນຢູ່ໃນລະດັບດີ. ຈາກນັ້ນ ໃນພິທີກໍໄດ້ມອບໃບຍັ້ງຢືນໃຫ້ສຳມະນາກອນ ທັງໝົດ 35 ສະຫາຍ ຍິງ 4 ສະຫາຍ ຊຶ່ງໃຫ້ກຽດມອບຕາມລຳດັບ ໂດຍ ທ່ານ ບຸນທັນ ຈູມຈັນທະວົງ ຜູ້ອຳນວຍການໂຮງຮຽນທິດສະດີການເມືອງແລະ ການປົກຄອງແຂວງເຊກອງ.
ໂອກາດນີ້ ທ່ານ ສົມເພັດ ເອີດລັດດາ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສຳມະນາກອນ ແລະ ຄູຝືກທຸກຄົນທີ່ມີຄວາມຕັດສິນໃຈສູງມີຄວາມອົດທົນຜ່ານຜ່າ ແລະ ເອົາໃຈໃສ່ປະຕິບັດລະບຽບຢ່າງເຂັ້ມງວດ, ເຮັດໃຫ້ການຮຽນ-ການສອນສຳເລັດຜົນຕາມຄາດໝາຍ ຂະນະດຽວກັນ ເຈົ້າເມືອງທ່າແຕງຍັງໄດ້ຮຽກຮ້ອງໃຫ້ເລຂາພັກບ້ານ-ນາຍບ້ານທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ນໍາເອົາເນື້ອໃນຈິດໃຈ ແລະ ບົດຮຽນດັ່ງກ່າວໄປໝູນໃຊ້ໃນທ້ອງຖິ່ນຂອງຕົນໃຫ້ເກີດປະໂຫຍດຢ່າງສູງ.
(ພາບ-ຂ່າວ: ລັດຕະນາຄຳສົມພູ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com