Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທ່າແຕງ ຈະພັດທະນາຕາດໝາໄນໃຫ້ເປັນແຫຼ່ງທ່ອງທ່ຽວ ທາງທຳມະຊາດ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 29/09/2020 14:34:16 ຈຳ​ນວນ​​ຢ້ຽມ​ຊົມ 5659 ຄັ້ງ

ແຫຼ່ງ​ທໍາ​ມະ​ຊາດ​ຕາດ​ໝາ​ໄນ ຕັ້ງ​ຢູ່​ເມືອງທ່າ​ແຕງ ​ແຂວງ ເຊ​ກອງ ຈະ​ພັດທະນາ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ອີກ​ແຫ່ງ​ໜຶ່ງ​ ໃນ​ຂະນະ​ທີ່ ບໍລິສັດ​ແກ້ວ​ທະວີ​ຊັບກໍ່ສ້າງ ແລະ ສ້ອມແປງ ຂົວ​-​ທາງ​ ຈຳກັດ​ຜູ້​ດຽວ​ ໄດ້​ສະເໜີ​ເຈດ​ຈຳນົງ​ເພື່ອ​ພັດທະນາ ໂດຍ​ຫຼ້າ​ສຸດ​ໃນ​ວັນ​ທີ 24 ກັນຍາຜ່ານ​ມາ​ ທີ່​ຫ້ອງ​ປະຊຸມ​ຫ້ອງການ​ຖະແຫຼງ​ຂ່າວ, ວັດ​ທະ​ນະ​ທໍາ ແລະ ທ່ອງ​ທ່ຽວ​ເມືອງທ່າ​ແຕງ ໄດ້​ຈັດ​ກອງ​ປະ ຊຸມ​ປຶກສາ​ຫາລື​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດທະນາ​ໂດຍ​ມີ​ຫ້ອງການ ແລະ ຂະແໜງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
ທ່ານ ນາງ ແກ້ວ​ລາ​ວັນ ແກ້ວ​ລາດ​ຊະ​ວົງ​ໄຊ ເຈົ້າ​ຂອງ​ບໍລິສັດ ແກ້ວ​ທະວີ​ຊັບ ກໍ່ສ້າງ ແລະ ສ້ອມແປງຂົວ​-​ທາງ ​ຈໍາ​ກັດ​ຜູ້​ດຽວ​ ຊີ້​ແຈງ​ວ່າ: ການ​ພັດ​ທະ​ນາ​ນໍ້າ​ຕົກ​ຕາດ​ໝາໄນ ເປັນ​ສະຖານທີ່​ທ່ອງ​ທ່ຽວ​ຈະ​ພັດທະນາ​ໃຫ້​ໄດ້​ຕາມ​ຮູບ​ແບບ ໃນ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 5 ຕື້​ກີບ ຊຶ່ງ​ປະກອບ​ມີ​ຫຼາຍ​ກິດຈະກຳ​ເຊັ່ນ: ບຸກເບີກ​ເສັ້ນທາງ, ປູກ​ຕົ້ນໄມ້ 7 ຊັ້ນ (ຕົ້ນໄມ້​ປາລະມີ), ກໍ໋​ສ້າງ​ໂຮມ​ສະ​ເຕ, ລີ​ສອດ, ໄຟຟ້າ, ນໍ້າ​ປະປາ, ການ​ຕົບແຕ່ງ​ພາຍ​ໃນ​ຕາດ ແລະ ອື່ນໆ.
ຍ້ອນ​ເຫັນ​ໄດ້​ວ່າ​ມີ​ສະ ຖານທີ່​ທ່ອງ​ທ່ຽວສອງ​ແຫ່ງ​ທີ່ ຢູ່​ໃກ້​ກັບ​ນໍ້າ​ຕົກ​ຕາດ​ໝາໄນ, ຫ່າງ​ກັນ​ປະມານ 3 ກິໂລແມັດ ຊຶ່ງ​ເໝາະ​ແກ່​ການ​ສ້າງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ໃໝ່​ໃຫ້​ຕໍ່​ເນື່ອງ​ຢູ່​ພາຍ​ໃນ​ເມືອງທ່າ​ແຕງ ເພື່ອ​ເຮັດ​ໃຫ້​ການ​ດໍາ​ເນີນ​ງານ​ເປັນ​ໄປ​ຢ່າງ​ມີ​ປະສິດທິພາບ, ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ​ຂອງ​ຂະແໜງການ​ກ່ຽວຂ້ອງ​ໃນ​ການ​ພັດທະນາ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ທໍາ​ມະ​ຊາດ​ນໍ້າ​ຕົກ​ຕາດ​ໝາໄນ​ແຫ່ງ​ໃໝ່​ຂອງ​ເມືອງທ່າ​ແຕງ ໂດຍ​ລວມ​ຜູ້​ເຂົ້າ​ຮ່ວມ​ໄດ້​ປະ​ກອບ​ຄໍາ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ຊຶ່ງ​ທຸກ​ພາກສ່ວນ​ເຫັນ​ດີ​ເປັນ​ເອກ​ກະ​ພາບ​ໃຫ້​ບໍລິສັດ ແກ້ວ​ທະວີ​ຊັບ ກໍ່ສ້າງ ແລະ ສ້ອມແປງ​ຂົວ​-​ທາງ​ ຈໍາ​ກັດ​ຜູ້​ດຽວ ເປັນ​ຜູ້​ພັດທະນາ​ຕາດ​ດັ່ງ​ກ່າວ.
ເມືອງທ່າ​ແຕງ ເປັນ​ບ່ອນ​ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ, ຄຽງ​ຄູ່​ກັນ​ນັ້ນ ກໍຍັງ​ມີ​ທຳ​ມະ​ຊາດ​ທີ່​ໜ້າ​ສົນໃຈ​ອີກ​ຫຼາຍ​ບ່ອນ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ບູລະນະ​ເທື່ອ. ຕາດ​ໝາໄນ ແມ່ນ​ໜຶ່ງ​ໃນ​ຫຼາຍໆ​ຕາດ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ບຸກເບີກ ແລະ ພັດທະນາ​ໃຫ້​ກາຍເປັນ​ແຫຼ່ງ​ທ່ອງ​ທ່ຽວ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ຫຼາຍ​ຂຶ້ນ.
(ຂ່າວ​-​ພາບ: ພອນ ບຸນ​ອຸທິດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com