Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຕອນທີ່ຊ່ອງກ້ອງຂະຫຍາຍຈາກມູມສູງກວ່າ 238 ແມັດ ຈາກຫໍສົ່ງສັນຍານ CCTV ທີ່ຕັ້ງຢູ່ກົງກັນຂ້າມກັບສວນຢູຢວນຖານ ເຫັນຄົນພາກັນຂີ່ເຮືອເລາະຫຼິ້ນໜອງ ຈັ່ງແມ່ນເປັນຕາສະອອນ, ຂ້າພະເຈົ້າຈຶ່ງສັນຍາກັບຕົນເອງວ່າ ຕ້ອງໄປເບິ່ງໜອງຢູຢວນຖານ ໃນມື້ໃດມື້ໜຶ່ງ. ເມື່ອສະພາບພະຍາດໂຄວິດ-19 ຢູ່ປັກກິ່ງບໍ່ມີແລ້ວ. ສະນັ້ນ ຂ້າພະເຈົ້າຈຶ່ງບໍ່ມີຄວາມກັງວົນໃດໆ, ຈຶ່ງຂີ່ລົດຖີບສາທາລະນະສີເຫຼືອງແບບສະບາຍໆໄປສວນຢູຢວນເລີຍ.
ຜ່ານຈຸດວັດແທກອຸນນະພູມຮ່າງກາຍຕາມມາດຕະການປ້ອງກັນພະຍາດ ທີ່ຍັງບໍ່ທັນຖືກຍົກເລີກ ແລະ ຍື່ນປີ້ໃນລາຄາ 2 ຢວນ ໃຫ້ພະນັກງານສວນກວດເບິ່ງແລ້ວກໍ່ເຂົ້າໄປໃນສວນ ແລະ ມຸ້ງໜ້າໄປໃນຈຸດທີ່ມີເຮືອຈອດລຽງລາຍເປັນແຖວໆ ຊຶ່ງເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງຂ້າພະເຈົ້າ ໃນມື້ນັ້ນ.
ຕາມຂໍ້ກຳນົດຂອງການຂີ່ເຮືອ ແມ່ນເພິ່ນໃຫ້ຂີ່ເຮືອລຳໜຶ່ງນັບແຕ່ 2 ຄົນຂຶ້ນໄປ ຫາ 6 ຄົນ. ແຕ່ຕົນເອງພັດໄປຄົນດຽວເລີຍອົດຂີ່ເຮືອໃນມື້ນັ້ນ. ໃນຂໍ້ກຳນົດຍັງບອກອີກວ່າ: ຢ່າອອກຈາກເຮືອໃນຂະນະທີ່ແລ່ນເຮືອ, ຢ່າໂດດລົງນ້ຳ, ລອຍນໍ້າ ແລະ ອື່ນໆ ຕາມມາດຕະຖານຄວາມປອດໄພ. ແຕ່ຍັງມີຂໍ້ກຳນົດອັນໜຶ່ງທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈຄື: ເພື່ອຄວາມສະດວກໃນການຊື້ປີ້ຕ້ອງຖືເງິນສົດໄປນໍາ ເພື່ອມັດຈຳ ແລະ ເວລາມາຖອນເງິນຄືນຈະງ່າຍກວ່າ.
ດຽວນີ້ ສັງຄົມຈີນ ພັດທະນາຫຼາຍແລ້ວ, ການຈັບຈ່າຍໄດ້ຫັນມາໃຊ້ການຈ່າຍຜ່ານທາງມືຖື, ບັດທະນາຄານ ແລະ ວິທີອື່ນໆ ທີ່ບໍ່ຈຳເປັນຕ້ອງຖືເງິນສົດອີກແລ້ວ ແລະ ມີຄວາມສະດວກກວ່າການຈ່າຍເງິນສົດ, ແຕ່ກໍມີບາງບອ່ນຕ້ອງໃຊ້ເງິນສົດ. ຕາມຄົນຈີນ ອະທິບາຍໃຫ້ຮູ້ວ່າ: ຍາມໃດເງິນສົດກໍ່ມີບົດບາດສຳຄັນທີ່ສຸດໃນຊີວິດສັງຄົມ, ເຖິງເຕັກນິກຈະພັດທະນາໄປເຖິງລະດັບໃດກໍຕາມ, ວິທີຈັບຈ່າຍມີຫຼາຍຊ້ຳໃດ ກໍ່ບໍ່ຄວນປະຕິເສດການຈ່າຍດ້ວຍເງິນສົດ. ອີກຢ່າງໜຶ່ງ, ເຖິງວ່າສັງຄົມຈີນ ພັດທະນາຫຼາຍແລ້ວ, ແຕ່ທາງລັດຖະບານ ກໍ່ຮັບຮູ້ຢ່າງຈະແຈ້ງວ່າ: ຈີນ ຍັງແມ່ນປະເທດທີ່ພວມພັດທະນາ, ຍັງມີກຸ່ມຄົນທຸກຍາກທີ່ບໍ່ມີມືຖື, ຍັງມີຄົນທີ່ຍັງບໍ່ທັນຮູ້ເຕັກນິກການຈັບຈ່າຍດ້ວຍມືຖື. ສະນັ້ນ, ການໃຊ້ເງິນສົດຂອງກຸ່ມຄົນເຫຼົ່ານີ້ ກໍ່ເປັນການປົກປ້ອງສິດທິຂອງເຂົາເຈົ້າຈາກອີກດ້ານໜຶ່ງ, ທັງສ່ອງແສງໃຫ້ເຫັນທາດແທ້ຂອງລັດຖະບານຈີນ ໃນການຕອບສະໜອງຜົນປະໂຫຍດຂອງປະຊາຊົນ.
ປັກກິ່ງໃນຍາມນີ້ອາກາດສົດຊື່ນ ແລະ ເຢັນສະບາຍ, ສວນແຫ່ງນີ້ ມີຕົ້ນໄມ້ໃຫຍ່ໃຫ້ຮົ່ມເງົາເໝາະສຳລັບການຍ່າງເລາະຫຼິ້ນ, ການພັກຜ່ອນແບບຄອບຄົວ ແລະ ອື່ນໆ. ແຜນການຂີ່ເຮືອຂອງຂ້າພະເຈົ້າ ໃນມື້ນັ້ນຈຶ່ງປັບປ່ຽນມາເປັນການຍ່າງອ້ອມໜອງ ຕາງອອກກຳລັງກາຍ ແລະ ຖ່າຍຮູບ. ສ່ວນການຂີ່ເຮືອ ເມື່ອຮູ້ຂໍ້ມູນລະອຽດແລ້ວ ຕ້ອງກັບມາຂີ່ໃຫ້ໄດ້ໃນໂອກາດຕໍ່ໄປ.
ທຳອິດຂ້າພະເຈົ້າເຫັນມືກ້ອງອາຊີບຕັ້ງກ້ອງຖ່າຍຮູບກໍຄິດວ່າພວກເພິ່ນຄົງຖ່າຍຮູບຄົນຂີ່ເຮືອຫຼິ້ນ ໜອງ. ພໍແຕ່ຍ່າງໄປອີກຝາກໜຶ່ງໃນທິດເໜືອຂອງໜອງ ກໍເຫັນການວາງສະແດງພາບຖ່າຍພວກນົກຈຳນວນຫຼາຍຈຶ່ງເຂົ້າໃຈທັນທີວ່າ: ພວກເພິ່ນຖ່າຍຮູບຈໍາພວກນົກ ແລະ ສັດທີ່ມີຢູ່ໃນສວນແຫ່ງນີ້. ການເຄື່ອນເໜັງທຸກກິລິຍາທ່າທາງຂອງພວກນົກຖືກຖ່າຍຖືກບັນທຶກດ້ວຍນັກຖ່າຍຮູບມືອາຊີບໄວ້ໄດ້ຢ່າງຈະແຈ້ງ.
ຍາມນີ້ເຫັນນົກເປັດນ້ຳບໍ່ຫຼາຍ, ແຕ່ຈາກພາບຖ່າຍທີ່ເພິ່ນວາງສະແດງຈະເຫັນນົກເປັດນ້ຳຫຼາຍໃນຍາມລະດູໜາວທີ່ມີຫິມມະຕົກ, ຄົງເປັນຍ້ອນສວນແຫ່ງນີ້ ອອກແບບສ້າງຂຶ້ນແບບທຳມະຊາດ ແລະ ຄວາມອຸດົມສົມບູນຂອງອາຫານພວກສັດປີກເຊັ່ນ: ປານ້ອຍທີ່ລ່ອງລອຍໃນໜອງເປັນຝູງເປັນຝູງ. ພວກນົກເປັດຈຶ່ງມັກມາອອກແມ່ແຜ່ລູກຢູ່ທີ່ນີ້.
ຂ້າພະເຈົ້າຍ່າງໄປຖ່າຍຮູບໄປເລື້ອຍໆ ແລະ ສັງເກດມູມນັ້ນມູມນີ້, ອີກມູມໜຶ່ງທີ່ຂ້າພະເຈົ້າມັກກໍຄື: ຢູ່ກ້ອງຮົ່ມໄມ້ທີ່ເຢັນສະບາຍນັ້ນ ເຫັນຄົນກຸ່ມໜຶ່ງພາກັນນັ່ງເສບດົນຕີ ມີທັງຕີກອງມີທັງດີດພີນຈີນ,ຮ້ອງເພງຈີນ, ຟັງແລ້ວກໍ່ມວນຫຼາຍ. ເບິ່ງຊົງເຂົາເຈົ້າຄືປະຊາຊົນທົ່ວໄປ, ອາດແມ່ນສິລະປິນສະໝັກຫຼິ້ນຢູ່ແຫ່ງນີ້ທີ່ມາຜັກຜ່ອນ, ເມື່ອເບິ່ງເຫັນຄວາມກະຕືລືລົ້ນຂອງເຂົາເຈົ້າຢູ່ໃນເລື່ອງທີ່ຕົນເອງມັກຮັກແລ້ວ, ຂ້າພະເຈົ້າກໍໄດ້ເຫັນອີກມູມໜຶ່ງໃນຄວາມມີຊີວິດຊີວາ ແລະ ມີຄວາມສຸກອີກແບບໜຶ່ງຂອງຄົນຈີນໃນຍຸກປັດຈຸບັນ.
ປັກກິ່ງດຽວນີ້ ຢູ່ໃນລະດູໃບໄມ້ຫຼົ່ນ, ແຕ່ອາກາດຍັງບໍ່ໜາວຫຼາຍ, ຕົ້ນໄມ້ໃບຫຍ້າໃນສວນແຫ່ງນີ້ຍັງຂຽວອຸ່ມທຸ່ມ, ມີບາງຍ່ານຍັງມີດອກໄມ້ໃຫ້ຄົນໄດ້ຖ່າຍຮູບໄດ້ຍ່າງເລາະຊົມ, ຖ້າມາທ່ຽວສວນນີ້ ໃນຍາມທີ່ດອກໄມ້ບານ ກໍຍິ່ງສວຍງາມຫຼາຍ. ອາຈານ ລີ ເພິ່ນມີຊື່ພາສາລາວ ແມ່ນໄຊຊະນະ ໄດ້ເວົ້າໃຫ້ຟັງວ່າ: ດອກສະກຸຣະ ໃນສວນນີ້ຈະບານໃນເດືອນສາມເດືອນສີ່, ສ່ວນດອກບົວຈະບານໃນຍາມເດືອນ ຫົກເດືອນເຈັດ, ໃນເດືອນທ້າຍປີ ຄືປະມານກາງເດືອນຕຸລາ ແລະ ພະຈິກ, ຄົນທັງຫຼາຍຈະໄດ້ຊົມໃບໄມ້ທີ່ປ່ຽນສີຄື: ເປັນສີແດງ, ສີເຫຼືອງຄໍາ, ເມື່ອຮອດລະດູໜາວ ມື້ໃດມີຫິມະຕົກ, ສວນແຫ່ງນີ້ກໍ່ຈະກາຍເປັນໂລກສີຂາວຈ່ານພ່ານ. ຖືວ່າເປັນອີກສະຖານທີ່ແຫ່ງໜຶ່ງທີ່ມີຄວາມຫຼາກຫຼາຍສີສັນໃຫ້ຜູ້ມາທ່ຽວຊົມໄດ້ສະອອນໃຈຕະຫຼອດເວລາ.
ຄ່ອຍໆຍ່າງຊົມສວນທັງຖ່າຍຮູບດອກໄມ້ແດ່, ທັງຖ່າຍຮູບຢູ່ຂົວກາງນ້ຳແດ່, ເບິ່ງຄືວ່າບຶດດຽວແຕ່ຄວາມຈິງເວລາກໍໄດ້ຜ່ານໄປ 2 ຊົ່ວໂມງແລ້ວ. ຂ້າພະເຈົ້າຈຶ່ງສະຫຼຸບວ່າ: ການປັບປ່ຽນແຜນການທ່ອງທ່ຽວຍ່າງອ້ອມໜອງຈັ່ງແມ່ນກຸ້ມຄ່າ, ໄດ້ທັງອອກກຳລັງກາຍ ແລະ ໄດ້ເຫັນຄວາມສວຍງາມຫຼາຍບ່ອນໃນສວນ. ມີແຕ່ກຳໄລຊີວິດແທ້ໆ.
ບຸນຄົງ ມິດຕະພອນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com