Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 20/1/2019 ແມ່ນວັນຄົບຮອບ 70 ປີແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງໃນໄລຍະດັ່ງກ່າວ ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ, ມີຜົນງານ ແລະ ໄຊ ຊະນະທີ່ໃຫຍ່ຫຼວງ.
ພວກເຮົາສຸດທີ່ເອກອ້າງທະນົງໃຈທີ່ເຫັນວ່າ: ກວ່າເຄິ່ງສະຕະວັດແຫ່ງການຕໍ່ສູ້ອັນອົງອາດກ້າແກ່ນນັ້ນ ກຳລັງປະກອບອາວຸດຂອງພວກເຮົາ ໄດ້ມີຜົນງານ ແລະ ໄຊຊະນະທີ່ນັບມື້ນັບ ໃຫຍ່ຫຼວງຂຶ້ນເລື້ອຍໆ, ສ້າງວິລະກຳລຳ້ເລີດປະກອບສ່ວນຢ່າງສຳຄັນ ແລະ ສົມກຽດເຂົ້າໃນໄຊຊະນະລວມຂອງປະເທດຊາດ ກໍຄືການຂຽນໜ້າປະຫວັດສາດຍຸກໃໝ່ຂອງຊາດລາວທີ່ ສະຫວ່າງສະໄຫວ. ພັກ ແລະ ລັດເຮົາ ຍາມໃດກໍມີຄວາມພາກພູມໃຈ ແລະ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ຖັນແຖວພະນັກງານ-ນັກຮົບໃນກຳລັງປະກອບອາວຸດ ກໍຄືພະນັກງານປະຕິວັດອາວຸໂສ (ພະນັກງານບຳນານ) ຊຶ່ງຍາມໃດກໍໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອວິລະຊົນຂອງກອງທັບປະຕິວັດ. ເຖິງຈະຕົກຢູ່ໃນສະພາບທີ່ມີຄວາມຫຍຸ້ງຍາກທຸລະກັນດານພຽງໃດກໍຕາມ. ແຕ່ກໍຍັງຢຶດໝັ້ນໃນຄວາມຈົງຮັກພັກດີ, ຊື່ສັດບໍລິສຸດຢ່າງສຸດຊຶ້ງຕໍ່ພັກ, ຕໍ່ປະເທດຊາດ
ແລະ ປະຊາຊົນ, ບໍ່ຢ້ານກົວຕໍ່ອຸປະສັກ ແລະ ການເສຍສະຫຼະໃດໆ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໂດຍກຳແໜ້ນ 2 ໜ້າທີ່ຍຸດທະສາດຂອງພັກ, ກອງທັບເຮົາໄດ້ເສີມຂະຫຍາຍ ແລະ ມູນເຊື້ອຂອງຕົນ, ອອກແຮງປັບປຸງກໍ່ສ້າງລະບົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ຮອບດ້ານ, ຍາມໃດກໍໄດ້ເຊີດຊູສະຕິລະວັງຕົວ, ຝຶກແອບຮ່ຳຮຽນ, ກຽມພ້ອມສູ້ຮົບເປັນກຳລັງຫຼັກແຫຼ່ງສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍຂອງພວກອິດທິກຳລັງປໍລະປັກ ທີ່ຫວັງມ້າງເພທຳລາຍ, ເກາະຜິດດ້ວຍອາວຸດຢຶດຊາຍແດນໄດ້ຢ່າງທັນການ, ພິລະອາດຫານ ແລະ ມີໄຊ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບທາງການເມືອງໄວ້ໄດ້ຢ່າງໜັກແໜ້ນ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຫວນຄືນ 70 ປີທີ່ຜ່ານມາ, ຜົນງານໄຊຊະນະອັນເປັນປະຫວັດສາດຂອງກອງທັບເຮົານັ້ນ ກ່ອນອື່ນໝົດແມ່ນໄດ້ມາຈາກການນຳພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງພັກເປັນຜູ້ສ້າງຕັ້ງນຳພາ ແລະ ສຶກສາອົບຮົມກອງທັບເຮົາຕະຫຼອດມາ. ພັກໄດ້ວາງແນວທາງລວມ ແລະ ແນວທາງການທະຫານຢ່າງປະດິດສ້າງຖືກກັບເງື່ອນໄຂຂອງສະພາບການແຕ່ລະໄລຍະ, ໄດ້ວາງຍຸດທະສາດການຕໍ່ສູ້ທີ່ຖືກຕ້ອງ ແລະ ຍຸດໂທບາຍທີ່ຄ່ອງແຄ້ວ, ມີໄຫວພິບໄດ້ນຳໃຊ້ ແລະ ສົມທົບບັນດາຮູບການຕໍ່ສູ້ຢ່າງຊຳນິຊຳນານ, ເສີມຂະ ຫຍາຍທຸກກຳລັງບົ່ມຊ້ອນພາຍໃນປະເທດ ໂດຍສົມທົບຢ່າງແໜ້ນກັບກຳລັງແຮງຂອງຍຸກສະໄໝ, ຮ່ວມສຳພັນສູ້ຮົບກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ຍາດແຍ່ງເອົາການສະໜັບສະໜູນຈາກປະເທດເພື່ອນມິດ ແລະ ບັນດາກຳລັງທີ່ກ້າວໜ້າໃນທົ່ວໂລກ. ກອງທັບປະຊາຊົນລາວ ໄດ້ພ້ອມກັບປະຊາຊົນລາວທັງຊາດ ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ທົນທານໜຽວແໜ້ນ ແລະ ບໍ່ຍອມຈຳນົນ ເຮັດໃຫ້ການປະຕິວັດເຮົາໄດ້ຮັບໄຊຊະນະອັນສະຫງ່າງາມເລື້ອຍໆມາ, ສາມາດຕີຊະນະຈັກກະພັດຜູ້ຮຸກຮານໃຫ້ປະລາໄຊຢ່າງອັບອາຍຂາຍໜ້າ, ລົບລ້າງລະບອບເກົ່າທີ່ຄົງຕົວມາຫຼາຍຮ້ອຍປີ, ໄດ້ສະຖາປະນາລະບອບໃໝ່ ລະບອບທີ່ປະຊາຊົນທຸກເຜົ່າຊົນ ເປັນເຈົ້າປະເທດຊາດຢ່າງແທ້ຈິງ. ພ້ອມກັນນັ້ນ ກອງທັບປະຊາຊົນລາວ ໄດ້ສ້າງມູນເຊື້ອອັນສະຫງ່າງາມຂອງຕົນໄວ້ຄື: ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ; ມີນ້ຳໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນໜຽວແໜ້ນ, ມີໄຫວພິບ ແລະ ປະດິດສ້າງ; ມີນ້ຳໃຈດຸໝັ່ນຂະຫຍັນພຽນ, ອອກແຮງເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ; ມີຄວາມສາມັກຄີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ; ໄດ້ສາມັກຄີກັບກອງທັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ ໂດຍສະເພາະແມ່ນສາມັກຄີຮ່ວມສຳພັນສູ້ຮົບແບບພິເສດກັບກອງທັບປະຊາຊົນຫວຽດນາມອ້າຍນ້ອງ. ກອງທັບປະຊາຊົນລາວ ເວລາໃດກໍຮັກສາມູນເຊື້ອອັນດີງາມ, ມີປະຊາທິປະໄຕ ແລະ ມີລະບຽບວິໄນ.
ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດກ້າຫານຂອງກອງທັບປະຊາຊົນລາວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ແລະ ໜ້າທີ່ໄລຍະໃໝ່ນັ້ນ ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນຂອງກອງທັບປະຊາຊົນລາວ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ, ເປັນກຳລັງທີ່ຈົງຮັກພັກດີ ແລະ ເຄື່ອນໄຫວຢູ່ພາຍໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ; ຕັ້ງໜ້າສຶກສາອົບຮົມປຸກລະດົມທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວເຮົາເຂົ້າຮ່ວມວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, ເອົາ ໃຈໃສ່ພັດທະນາເສດຖະກິດ-ສັງຄົມຕິດແໜ້ນກັບການສ້າງ ທ່າສະໜາມປ້ອງກັນຊາດທົ່ວປວງຊົນ, ສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຈິງ; ຕັ້ງໜ້າປັບປຸງກໍ່ ສ້າງກຳລັງຫຼວງໃຫ້ມີກຳລັງແຮງສູ້ຮົບເປັນຫຼັກແຫຼ່ງ ແລະ ສາ ມາດຕອບຕ້ານ, ແກ້ໄຂສະພາບການທີ່ເກີດຂຶ້ນໄດ້ຢ່າງມີປະ ສິດທິພາບ, ເພີ່ມທະວີການປັບປຸງກໍ່ສ້າງກຳລັງທ້ອງຖິ່ນ ແລະ ຮາກຖານໃຫ້ສາມາດເປັນກຳລັງຈັ້ງທ່າ, ຊ່ວຍໜູນ ແລະ ແກ້ໄຂ ສະພາບການທີ່ເກີດຂຶ້ນຢູ່ທ້ອງຖິ່ນຕົນ, ປົກປັກຮັກສາລະບອບປະຊາທິປະໄຕ ປະຊາຊົນໄວ້ຢ່າງໝັ້ນຄົງ; ປະກອບພາຫະນະ-ເຕັກນິກທີ່ທັນສະໄໝໃຫ້ແກ່ກົມກອງເຫຼົ່າຮົບ ແລະ ຍົກລະ ດັບພະນັກງານ, ນັກຮົບໃນກຳລັງປະກອບອາວຸດດ້ວຍການ ຈັດຕັ້ງຝຶກແອບຢ່າງເປັນປະຈຳ ເພື່ອໃຫ້ສາມາດເຄື່ອນໄຫວ ປະຕິບັດວຽກງານວິຊາສະເພາະໄດ້ດີ, ມີຄວາມຊຳນານໃນການເຄື່ອນໄຫວສູ້ຮົບ ແລະ ອອກແຮງງານປະດິດສ້າງ; ປັບປຸງວຽກງານພະລາທິການ ແລະ ການລ້ຽງດູກອງທັບ, ປະຕິບັດລະບອບນະໂຍບາຍຕ່າງໆຕໍ່ນາຍ ແລະ ພົນທະຫານໃຫ້ດີຂຶ້ນເປັນກ້າວໆ.
(ໂດຍ: ມິງໂກ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com