Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ນັ້ນ ກອງປະຊຸມຄົບຄະ ນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X ໄດ້ຕີລາຄາວ່າ: ໃນໜຶ່ງປີຜ່ານມາດ້ວຍຄວາມບຸກບືນສູ້ຊົນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນໄດ້ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາສ່ວນໃຫຍ່ ບັນລຸໝາກຜົນຕາມຄາດໝາຍທີ່ວາງໄວ້, ເສດຖະກິດຍັງ ສືບຕໍ່ຂະຫຍາຍຕົວໃນລະດັບ 6,4%, ຂະແໜງກະສິກຳ, ຂະ ແໜງອຸດສາຫະກຳ, ຂະແໜງບໍລິການ, ການລົງທຶນສືບຕໍ່ຂະ ຫຍາຍຕົວຕໍ່ເນື່ອງ, ການນຳເຂົ້າ-ສົ່ງອອກໃນປີນີ້ເກີນດູນ.
ສຳລັບທິດທາງແຜນການ ໃນປີ 2020 ນັ້ນ ມະຕິ 9 ສະໄໝທີ X ຂອງພັກ ໄດ້ເນັ້ນວ່າ: ຄາດໝາຍໃຫຍ່ ແມ່ນສືບຕໍ່ແກ້ໄຂບັນຫາ ແລະ ສາເຫດຕ່າງໆທີ່ຍັງຄົງຄ້າງ; ສືບຕໍ່ຢຶດໝັ້ນ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ຖືເປັນໜ້າທີ່ໃຈກາງໃນການສຸມໃສ່ແກ້ໄຂໜີ້ສິນ, ປັບຄວາມຄ່ອງຕົວຂອງເສດຖະກິດມະຫາພາກ ໂດຍສ້າງຄວາມເຂັ້ມແຂງຂອງງົບປະມານ ແລະ ເງິນຕາ;
ອັນສໍາຄັນຕ້ອງຢຶດໝັ້ນ ແລະ ຕັ້ງໜ້າຜັນຂະຫຍາຍຈັດຕັ້ງປະ ຕິບັດທິດນໍາທີ່ວາງອອກໃນມະຕິ 7 ຂອງຄະນະບໍລິຫານງານສູນກາງພັກ ໂດຍສະເພາະ 9 ມາດຕະການຮີບດ່ວນ ຊຶ່ງຕ້ອງໄດ້ຊີ້ນໍາ - ບັນຊາ ຄືກັບ “ຍຸດທະບັ້ນຮົບ ເສດຖະກິດ” ເພື່ອບຸກແກ້ບັນຫາຢ່າງເດັດຂາດ, ເປັນລະບົບ ແລະ ຕໍ່ເນື່ອງ ເອົາໃຈໃສ່ຄົ້ນຄວ້າຈັດສັນວຽກບຸລິມະສິດທີ່ມີຄວາມສໍາຄັນ ແລະ ຈໍາເປັນອັນຮີບດ່ວນໃນສະເພາະໜ້າເຊັ່ນ: ການຟື້ນຟູພື້ນຖານໂຄງລ່າງ, ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການຜະລິດ - ທຸລະກິດ ທີ່ຖືກຜົນກະທົບຈາກໄພທໍາມະຊາດ; ສືບຕໍ່ເປັນເຈົ້າການແກ້ໄຂ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ດ້ວຍການສົມທົບຢ່າງກົມກຽວ ລະຫວ່າງເສດຖະກິດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ເດັດດ່ຽວ ແລະ ເດັດຂາດໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ.
ມະຕິດັ່ງກ່າວ ຍັງໄດ້ເນັ້ນອີກວ່າ: ຕ້ອງສຸມໃສ່ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນຢູ່ຕາມເຂດພູດອຍ, ຊົນນະບົດ ແລະ ເຂດທຸລະກັນດານ ຫ່າງໄກສອກຫຼີກ ຢ່າງມີຈຸດສຸມ ແລະ ມີປະສິດທິຜົນ, ຮັບປະກັນການຊຸກຍູ້ສົ່ງເສີມການລົງທຶນ ກໍຄືການເຄື່ອນໄຫວຜະລິດ - ທຸລະກິດຂອງທຸກພາກສ່ວນເສດຖະກິດ ເພື່ອເລັ່ງໃສ່ສ້າງພື້ນຖານລາຍຮັບພາຍໃນໃຫ້ມີຄວາມໝັ້ນຄົງ, ຫຼຸດຜ່ອນການກູ້ຢືມທີ່ບໍ່ຈໍາເປັນ ແລະ ຫຼຸດຜ່ອນການເອື່ອຍອີງໃສ່ແຫຼ່ງທຶນຕ່າງປະເທດມາດຸ່ນດ່ຽງງົບປະມານ ໃນນີ້ໃຫ້ເບິ່ງບັນຫາການເພີ່ມລາຍຮັບພາຍໃນ ແລະ ຫຼຸດຜ່ອນລາຍຈ່າຍ ເພື່ອສ້າງຄວາມສົມດູນ ແລະ ກ້າວໄປເຖິງການເກີນດູນງົບປະມານ ເພື່ອເປັນພື້ນຖານໃຫ້ແກ່ການຊໍາລະໜີ້ສິນ ແນໃສ່ຮັບປະກັນໃຫ້ມີການສະສົມທາງດ້ານການເງິນ ເພື່ອມີງົບປະມານຮອງຮັບການແກ້ໄຂກໍລະນີຕ່າງໆທີ່ອາດຈະເກີດຂຶ້ນກໍຄືການໃຊ້ຈ່າຍຮັບໃຊ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ, ການສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ; ການສືບຕໍ່ກູ້ຢືມ, ການສືບຕໍ່ອອກພັນທະບັດ ເພື່ອມາຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ເຫັນວ່າມີຄວາມຈໍາເປັນ ເພື່ອຫຼຸດຜ່ອນການແບກຫາບພາລະໜີ້ສິນ ແຕ່ກໍເປັນພຽງການແກ້ໄຂສະເພາະໜ້າ ແລະ ບໍ່ແມ່ນທາງອອກສໍາລັບການແກ້ໄຂບັນຫາເສດຖະກິດຂອງປະເທດເຮົາ, ມອບໃຫ້ລັດຖະບານສືບຕໍ່ຄົ້ນຄວ້າເຖິງແຜນການໄລຍະຍາວ ແລະ ມີລັກສະນະຍຸດທະສາດຕໍ່ບັນຫາດັ່ງກ່າວ.
ໃນຕໍ່ໜ້າ ຕ້ອງຈໍາກັດການສ້າງໜີ້ນອກລະບົບງົບປະມານຂອງລັດ ຕິດພັນກັບການສ້າງແຜນຊໍາລະໜີ້ເກົ່າໃຫ້ຕົກໄປເປັນກ້າວໆນັ້ນ ຕ້ອງສືບຕໍ່ປະຕິບັດນະໂຍບາຍປະຢັດແຫ່ງຊາດ, ຕ້ານການຟຸມເຟືອຍຢ່າງຖືກຕ້ອງ ແລະ ເຄັ່ງຄັດ ດ້ວຍການອັດໃຫ້ໄດ້ໝົດຊ່ອງຫວ່າງທີ່ເຮັດໃຫ້ງົບປະມານຮົ່ວໄຫຼ, ຈໍາກັດຂອດການໃຊ້ຈ່າຍທີ່ບໍ່ຈໍາເປັນ, ຟຸມເຟືອຍ; ສືບຕໍ່ຜັນຂະຫຍາຍທິດຊີ້ນໍາ ໃນການປັບປຸງລັດວິສາຫະກິດໃຫ້ເຂັ້ມແຂງ, ຫັນກິດ ຈະການຂອງລັດຈໍານວນໜຶ່ງໄປສູ່ຮູບການອື່ນທີ່ມີປະສິດທິຜົນ ພ້ອມທັງກວດກາ ແລະ ເອົາໃຈໃສ່ປັບປຸງປະເມີນຄືນການນໍາໃຊ້ດ້ານບໍ່ແຮ່ທີ່ມີຢູ່ ເພື່ອສ້າງເປັນຖານລາຍຮັບຕົວຈິງໃຫ້ແກ່ເສດຖະກິດແຫ່ງຊາດ; ຮັບປະກັນສະຖຽນລະພາບທາງດ້ານເງິນຕາ, ນະໂຍບາຍເງິນຕາ ຕ້ອງຮັບໃຊ້ແນວທາງນະໂຍບາຍຂອງພັກ-ລັດ ເພື່ອກະຕຸກຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະແມ່ນການເຂົ້າເຖິງແຫຼ່ງທຶນຮັບໃຊ້ການຜະລິດ, ບໍລິການທີ່ມີຕົ້ນທຶນຕໍ່າ, ເອົາໃຈໃສ່ພັດທະນາ ແລະ ຄຸ້ມຄອງສະຖາບັນການເງິນ, ນັບທັງສະຖາບັນການເງິນຈຸລະພາກໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເຄື່ອນໄຫວຖືກຕ້ອງຕາມລະບຽບການຢ່າງເຂັ້ມງວດ; ສືບຕໍ່ປະຕິບັດນະໂຍບາຍສົ່ງເສີມການສົ່ງອອກໃຫ້ຫຼາຍ ໂດຍໃຫ້ມີແຜນການຈັດຕັ້ງການຜະລິດຕົວຈິງ ປະເພດສິນຄ້າທີ່ເພື່ອນມິດຍຸດທະສາດເປີດຕະຫຼາດໃຫ້ແລ້ວນັ້ນ (ງົວ, ເຂົ້າສານ, ກາເຟ ແລະ ອື່ນໆ) ແລະ ຈໍາກັດການນໍາເຂົ້າສິ່ງຂອງຟຸມເຟືອຍ, ບໍ່ຮັບໃຊ້ການຜະລິດ-ທຸລະກິດ ດ້ວຍຮູບການຕ່າງໆ, ປ້ອງກັນອັນທີ່ພາຍໃນຜະລິດໄດ້ມີນໍ້າຕານ, ເຈ້ຍ, ເຄື່ອງດື່ມ ແລະ ອື່ນໆ...ທີ່ຕິດພັນກັບການຫັນໄປສູ່ການຊົມໃຊ້ວັດຖຸ-ເຕັກນິກ ທີ່ເຮົາມີທ່າແຮງ ແລະ ເປັນທາງເລືອກທີ່ດີ ເພື່ອຈໍາກັດການນໍາເຂົ້າ; ສືບຕໍ່ເຊີດຊູບົດບາດຂອງຄະນະພັກແຕ່ລະຂັ້ນໃນການນໍາພາ - ຊີ້ນໍາ - ບັນຊາ ຈັດຕັ້ງແຜນ ປະຈໍາປີ 2020 ກໍຄືແກ້ໄຂບັນຫາເສດຖະກິດ - ສັງຄົມ ຢ່າງເປັນລະບົບ ແລະ ມີປະສິດທິຜົນໄປພ້ອມໆກັບການປັບປຸງພາຍໃນໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.
(ໂດຍ: ຣັດສະໝີ ດວງສັດຈະ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com