Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພາຍຫຼັງສຳເລັດການເກັບກູ້ຜົນຜະລິດລະດູຝົນແລ້ວ ບັນດາຊາວກະສິກອນທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ ກໍໄດ້ສືບຕໍ່ດຳເນີນການຜະລິດລະດູແລ້ງ ເປັນຕົ້ນການເຮັດນາແຊງ ແລະ ປູກພືດລະດູແລ້ງ ທັງນີ້ ກໍເພື່ອເປັນການທົດແທນຜົນເສຍຫາຍຂອງຜົນຜະລິດໃນປີ 2019 ທີ່ຜ່ານມາ.
ໃນປີ 2019 ທີ່ຜ່ານມາ, ຜົນຜະລິດເຂົ້າຢູ່ປະເທດເຮົາ ແມ່ນບໍ່ບັນລຸຕາມແຜນການຄາດໝາຍວາງໄວ້ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພທຳມະຊາດ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2019 ແລະ ທິດທາງແຜນປີ 2020 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອເດືອນພະຈິກ 2019 ຜ່ານມາວ່າ: ຜົນຜະລິດເຂົ້າທັງໝົດ ຄາດວ່າຈະປະຕິບັດໄດ້ 3,53 ລ້ານໂຕນ ເທົ່າກັບ 80,22% ຂອງແຜນການປີ (ມະຕິສະພາ 4,4 ລ້ານໂຕນ) ເຫັນວ່າຈະບໍ່ບັນລຸຕາມແຜນທີ່ວາງໄວ້ ໃນນັ້ນ, ຜົນຜະລິດເຂົ້ານາແຊງໄດ້ທັງໝົດ 454.800 ໂຕນ ເທົ່າກັບ 86,4% ຂອງແຜນການ (ແຜນການ 526.000 ໂຕນ). ຍ້ອນລະບົບຊົນລະປະທານຖືກກະທົບ ແລະ ເສຍຫາຍຫຼາຍໃນລະດູຝົນ ປີ 2018. ຜົນຜະລິດເຂົ້າໄຮ່ໄດ້ປະມານ 169.000 ກວ່າໂຕນ ເທົ່າກັບ 84,5% ຂອງແຜນການປີ (ແຜນການ 200.000 ໂຕນ) ເນື່ອງຈາກການລະບາດຂອງສັດຕູພືດ ແລະ ໄພແຫ້ງແລ້ງໃນໄລຍະຕົ້ນປີ ຊຶ່ງໄດ້ເຮັດໃຫ້ເນື້ອທີ່ປູກເຂົ້າໄຮ່ໄດ້ຮັບຜົນກະທົບ ຈຳນວນ 18.450 ກວ່າເຮັກຕາ. ຜົນຜະລິດເຂົ້ານາປີ ຄາດວ່າຈະໄດ້ປະມານ 2,91 ລ້ານໂຕນ ເທົ່າກັບ 78,8% ຂອງແຜນ ການປີ (ແຜນການ 3,6 ລ້ານກວ່າໂຕນ). ເນື່ອງຈາກເກີດໄພນຳ້ຖ້ວມຢ່າງໜັກ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ສົ່ງຜົນໃຫ້ເນື້ອທີ່ການຜະລິດເຂົ້ານາປີ ໄດ້ຮັບຜົນກະທົບເຖິງ 172.830 ເຮັກຕາ ຊຶ່ງເນື້ອທີ່ເສຍຫາຍມີ 105.206 ເຮັກຕາ ກວມ 13,63% ຂອງເນື້ອທີ່ປູກເຂົ້ານາປີທົ່ວປະເທດ. ສຳລັບປີ 2020 ນີ້ ຄາດໝາຍສູ້ຊົນຜະລິດເຂົ້າລວມໃຫ້ໄດ້ ໃນລະດັບ 4,4 ລ້ານກວ່າໂຕນ.
ປັດຈຸບັນ, ການຜະລິດລະດູແລ້ງຂອງຊາວກະສິກອນທ້ອງຖິ່ນຕ່າງໆ ແມ່ນພວມດຳເນີນໄປຢ່າງເປັນຂະບວນຟົດຟື້ນ ຊຶ່ງຊາວກະສິກອນບາງທ້ອງຖິ່ນ ກໍໄດ້ສຳເລັດການປັກດຳເຂົ້ານາແຊງຂອງຕົນ ແລະ ບາງທ້ອງຖິ່ນກໍພວມດຳເນີນຢ່າງຂຸ້ນຂ້ຽວ ເພື່ອໃຫ້ທັນກັບລະດູການ ແລະ ສຳເລັດຕາມແຜນການຄາດໝາຍ. ນອກນີ້ ການປູກພືດເປັນສິນຄ້າ ກໍໄດ້ຮັບການຊຸກຍູ້ສົ່ງເສີມ ໂດຍຊາວກະສິກອນບາງທ້ອງຖິ່ນ ກໍໄດ້ສຸມໃສ່ປູກພືດເປັນສິນຄ້າ. ອີງຕາມແຫຼ່ງຂ່າວຈາກໜັງສືພິມປະຊາຊົນເສດຖະກິດ-ສັງຄົມ ສະບັບວັນທີ 16 ມັງກອນ 2020 ໃຫ້ຮູ້ວ່າ: ການຜະລິດເຂົ້ານາແຊງຂອງຊາວກະສິກອນໃນທົ່ວປະເທດ ແມ່ນເປັນຂະບວນຟົດຟື້ນດີ ຊຶ່ງມາຮອດປັດຈຸບັນ ຊາວກະສິກອນໄດ້ຕົກກ້າໄດ້ 5.000 ກວ່າເຮັກຕາ ເທົ່າກັບ 80%, ກຽມດິນໄດ້ 50.000 ກວ່າເຮັກຕາ ເທົ່າກັບ 50% ແລະ ປັກດຳໄດ້ 30.000 ກວ່າເຮັກຕາ ເທົ່າກັບ 36% ຂອງເນື້ອທີ່ແຜນການ 90.000 ເຮັກຕາ ໂດຍຈະໃຫ້ໄດ້ຜົນຜະລິດປະມານ 3,6 ແສນໂຕນ. ສຳລັບການສະໜອງນ້ຳຊົນລະປະທານໃຫ້ແກ່ການຜະລິດລະດູແລ້ງ ໃນຂອບເຂດທົ່ວປະເທດ ມີເນື້ອທີ່ທັງໝົດ 155.000 ເຮັກຕາ. ໃນນີ້ ເນື້ອທີ່ປູກເຂົ້ານາແຊງ 90.000 ເຮັກຕາ ແລະ ເນື້ອທີ່ປູກພືດ 65.000 ເຮັກຕາ. ໜັງສືພິມດັ່ງກ່າວ ສະບັບວັນທີ 7/1/2020 ໄດ້ໃຫ້ຮູ້ວ່າ: ການຜະລິດເຂົ້າໃນປີ 2020 ນີ້ ນະຄອນຫຼວງວຽງຈັນ ຈະສູ້ຊົນໃຫ້ໄດ້ 60.000 ກວ່າເຮັກຕາ. ໃນນີ້ ເນື້ອທີ່ປູກນາແຊງ 14.000 ເຮັກຕາ. ສ່ວນການປູກພືດຜັກ ຈະສູ້ຊົນໃຫ້ໄດ້ໃນເນື້ອທີ່ 11.000 ກວ່າເຮັກຕາ. ໃນນີ້ ເນື້ອທີ່ປູກພືດລະດູແລ້ງ 1.350 ເຮັກຕາ. ໜັງສືພິມປະຊາຊົນເສດຖະກິດ-ສັງຄົມ ສະບັບວັນທີ 14/1/2020 ຍັງໄດ້ລາຍງານອີກວ່າ: ການປັກດຳເຂົ້ານາແຊງຂອງຊາວກະສິກອນເມືອງຫີນບູນ ແຂວງຄຳມ່ວນ ແມ່ນສຳເລັດ 700 ກວ່າເຮັກຕາ ເທົ່າກັບ 75% ຂອງເນື້ອທີ່ແຜນການ 1.000 ເຮັກຕາ ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້. ສ່ວນການຜະລິດພືດລະດູແລ້ງຕາມເນື້ອທີ່ແຜນການແມ່ນ 1.700 ກວ່າເຮັກຕາ. ໜັງສືພິມປະຊາຊົນ ສະບັບວັນທີ 13/1/2020 ໄດ້ລາຍງານວ່າ: ປະຊາຊົນບັນດາເຜົ່າໃນ 4 ເມືອງເໜືອຂອງແຂວງໄຊຍະບູລີຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ ກໍໄດ້ຂຸ້ນຂ້ຽວດຳເນີນການຜະລິດລະດູແລ້ງໃຫ້ທັນກັບລະດູການ ເປັນຕົ້ນການປູກພືດສະບຽງອາຫານ, ພືດອຸດສາຫະກຳເປັນສິນຄ້າ ແລະ ລ້ຽງສັດ ຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ. ໃນນີ້ ເມືອງຄອບ ຈະປູກເຂົ້ານາແຊງໃຫ້ໄດ້ 150 ເຮັກຕາ ຊຶ່ງປັດຈຸບັນສຳເລັດການປັກດຳ 50%. ນອກນີ້ ຍັງໄດ້ປູກພືດເປັນສິນຄ້າປະເພດສາລີແຂງ, ໝາກຖົ່ວດິນ, ໝາກໂມ ໃນຈຳນວນຫຼາຍຮ້ອຍເຮັກຕາ. ເມືອງຊຽງຮ່ອນ ຈະປູກເຂົ້ານາແຊງໃຫ້ໄດ້ 850 ເຮັກຕາ ຊຶ່ງໄດ້ປັກດຳແລ້ວ 200 ກວ່າເຮັກຕາ, ປູກພືດເສດຖະກິດ 500 ເຮັກຕາ ຊຶ່ງປະຕິບັດໄດ້ແລ້ວ 300 ກວ່າເຮັກຕາ. ເມືອງເງິນ ປູກເຂົ້ານາແຊງໃນເນື້ອທີ່ເກືອບ 20 ເຮັກຕາ ໂດຍໄດ້ປັກດຳສຳເລັດແລ້ວ 100%. ນອກນີ້ ຍັງມີແຜນປູກພືດອຸດສາຫະກຳເປັນສິນຄ້າ ຈຳນວນ 260 ກວ່າເຮັກຕາ ຊຶ່ງປັດຈຸບັນ ສາມາດປູກໄດ້ແລ້ວ 50 ກວ່າເຮັກຕາ, ພືດສະບຽງອາຫານໃນແຜນ ແມ່ນ 410 ກວ່າເຮັກຕາ ໂດຍປູກໄດ້ 404 ກວ່າເຮັກຕາ. ເມືອງຫົງສາ ຈະປູກເຂົ້ານາແຊງໃຫ້ໄດ້ 25 ເຮັກຕາ ຊຶ່ງປູກໄດ້ແລ້ວ 10 ກວ່າເຮັກຕາ. ນອກນີ້ ຊາວກະສິກອນເມືອງດັ່ງກ່າວ ຍັງຈະໄດ້ປູກພືດຜັກຕ່າງໆເປັນຈຳນວນຫຼາຍຮ້ອຍເຮັກຕາເຊັ່ນ: ຜັກບົ່ວ, ຜັກທຽມ, ສາລີຫວານ, ໝາກເຜັດ, ໝາກເຂືອ, ໝາກແຕງ, ໝາກໂມ.
ເພື່ອສູ້ຊົນການຜະລິດລະດູແລ້ງ ໃຫ້ບັນລຸຕາມແຜນການຄາດໝາຍທີ່ວາງໄວ້ ແລະ ທັງເປັນການທົດແທນຜົນເສຍຫາຍຜົນຜະລິດໃນປີ 2019 ທີ່ຜ່ານມານັ້ນ ຕ້ອງເອົາໃຈໃສ່ເພີ່ມທະວີ ແລະ ແກ້ໄຂທຸກອຸປະສັກຕໍ່ການສົ່ງເສີມການຜະລິດ ແລະ ການບໍລິການເປັນຕົ້ນການຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງສະບຽງອາຫານທີ່ພຽງພໍ ແລະ ມີສ່ວນແຮໄວ້, ມີນະໂຍບາຍສິນເຊື່ອແບບຜ່ອນຜັນ ແລະ ນະໂຍບາຍຫຼຸດຄ່າບໍລິການຕ່າງໆໃນເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເພື່ອໃຫ້ປະຊາຊົນສາມາດກັບມາສູ່ການຜະລິດທົດແທນຜົນເສຍຫາຍ. ສຸມໃສ່ຊີ້ນຳນຳພາປະຊາຊົນ ໃນການຜະລິດລະດູແລ້ງໃຫ້ໄດ້ຕາມແຜນການ ເປັນຕົ້ນການປູກເຂົ້ານາແຊງ, ການປູກພືດສະບຽງອາຫານ ແລະ ພືດອຸດສາຫະກຳເປັນສິນຄ້າ ເພື່ອສົ່ງອອກ, ສົ່ງເສີມນັກລົງທຶນທາງດ້ານການປູກ-ການລ້ຽງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ໃນທ້ອງຖິ່ນຕ່າງໆ; ຈັດສົ່ງພະນັກງານ-ວິຊາການກະສິກຳດ້ານການປູກຝັງ ແລະ ລ້ຽງສັດ ລົງຕິດຕາມການຜະລິດຂອງຊາວກະສິກອນ, ປຸກລະດົມປະຊາຊົນເຂົ້າຮ່ວມໃນຂະບວນການສ້ອມແປງລະບົບຊົນລະປະທານທີ່ເປ່ເພ ແລະ ອະນາໄມຄອງເໝືອງ, ຈັກສູບນ້ຳ ໃຫ້ຢູ່ໃນສະພາບດີ ແລະ ນຳໃຊ້ ເພື່ອຮັບປະກັນການສະໜອງນ້ຳໃຫ້ແກ່ການຜະລິດເຂົ້ານາແຊງ. ສຳລັບບ່ອນທີ່ມີເງື່ອນໄຂກໍແນະນຳໃຫ້ຊາວກະສິກອນນຳໃຊ້ກົນຈັກກະສິກຳເຂົ້າຊ່ວຍ ເພື່ອຫຼຸດແຮງງານ ເປັນຕົ້ນລົດໄຖນາ, ລົດຄາດນາ, ຈັກດຳນາ, ຈັກຟາດເຂົ້າຕາມທິດຫັນເປັນອຸດສາຫະກຳທັນສະໄໝ. ລົງຊຸກຍູ້ປຸກລະດົມປະຊາຊົນໃຫ້ມີຄວາມຕື່ນຕົວ ໃນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໃຫ້ເປັນຂະບວນຟົດຟື້ນ. ທັງນີ້ ກໍເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າໃຫ້ພຽງພໍກັບຄວາມຕ້ອງການ, ມີສ່ວນແຮໄວ້ ແລະ ເປັນສິນຄ້າເພື່ອສົ່ງອອກ.
(ໂດຍ: ມິງໂກ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com