Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຈົ່ງຮ່ວມມືກັນໃນການກັນ ແລະ ຄວບຄຸມ ພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກ ສາຍພັນໃໝ່

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 15:53:59 ຈຳ​ນວນ​​ຢ້ຽມ​ຊົມ 1224 ຄັ້ງ

ຕາມການລາຍງານຂອງອົງການອະນາໄມໂລກ ມີການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍ ພັນໃໝ່ (Novel Corona Virus-nCOV) ຢູ່ເມືອງອູຫັ້ນ  ແຂວງຫູເປີຍ ສປ ຈີນ, ໃນວັນທີ 13 ມັງກອນ 2020, ຫ້ອງວິເຄາະຢັ້ງຢືນວ່າມີ 41 ກໍລະນີ, ໃນນັ້ນ 7 ກໍລະນີຮຸນແຮງ, ເສຍຊີວິດ 1 ກໍລະນີ, ຕິດຕາມເຝົ້າລະວັງກໍລະນີສໍາຜັດ 763 ກໍລະນີ ແລະ ມີທ່າອ່ຽງເພີ່ມຂຶ້ນ; ສະເພາະ ສປປ ລາວ ແມ່ນບໍ່ມີລາຍງານກໍລະນີເທື່ອ.

ດັ່ງນັ້ນ, ຫ້ອງການ, ກະຊວງສາທາລະນະສຸກ ຈຶ່ງໄດ້ອອກແຈ້ງການສະບັບເລກທີ 030/ຫກ ລົງວັນທີ 20/1/2020 ວ່າດ້ວຍການກະກຽມຄວາມພ້ອມຢູ່ດ່ານ ເພື່ອຮັບມືໃນການກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Novel Corona Virus-nCOV) ເມືອງອູຫັ້ນ ແຂວງ ຫູເປີຍ ສປ ຈີນ ເຖິງທ່ານຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ແລະ ນະຄອນຫຼວງວຽງຈັນ.

ທ່ານຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ

ທ່ານຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ແຂວງໃນຂອບເຂດທົ່ວປະເທດ ຊຶ່ງເນື້ອໃນແຈ້ງການໄດ້ລະບຸວ່າ:

1. ຂໍໃຫ້ທ່ານຜັນຂະຫຍາຍ ແຈ້ງການສະບັບນີ້ ໄປເຖິງຫົວໜ້າດ່ານສາກົນທາງບົກ ແລະ ດ່ານສະໜາມບິນ

2. ອໍານວຍຄວາມສະດວກໃຫ້ແກ່ທີມງານຈາກກະຊວງສາທາລະນະສຸກ, ພະແນກສາທາລະນະສຸກນະຄອນຫຼວງ  ແລະ ແຂວງ ໃນການເຄື່ອນໄຫວຕິດຕາມຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງຂອງວຽກການກັນ ແລະ ຄວບຄຸມພະຍາດຕິດຕໍ່.

3. ໃຫ້ເອົາໃຈໃສ່ປັບປຸງວຽກງານສາທາລະນະສຸກປະຈໍາດ່ານ ແລະ ນໍາໃຊ້ເຄື່ອງວັດແທກອຸນຫະພູມ (ສໍາລັບບ່ອນທີ່ມີເງື່ອນໄຂ) ເພື່ອຕິດຕາມເຝົ້າລະວັງ, ລາຍງານກໍລະນີສົງໃສຢ່າງໃກ້ຊິດ, ເນັ້ນໜັກ ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ ເຊັ່ນ: ແຂວງຜົ້ງສາລີ, ຫຼວງນຳ້ທາ ແລະ ອຸດົມໄຊ  ຊຶ່ງໃຫ້ເອົາໃຈໃສ່ໃນດ່ານສາກົນ ແລະ ດ່ານທ້ອງຖິ່ນ ທີ່ມີຜູ້ໂດຍສານ ແລະ ການຂົນສົ່ງເຂົ້າ-ອອກ, ນອກຈາກນັ້ນຍັງລວມໄປເຖິງ ສະໜາມບິນສາກົນ ຕ່າງໆ ເຊັ່ນ: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ ແລະ ດ່ານ ອື່ນໆ.

4 ເມື່ອມີລາຍງານກໍລະນີສົງໃສ ໃຫ້ຮີບຮ້ອນລາຍງານ ຫາພະນັກງານສາທາລະນະສຸກປະຈໍາດ່ານ ຫຼື ໜ່ວຍງານລະບາດຂັ້ນເມືອງ ແລະ ແຂວງ, ເພື່ອດໍາເນີນການສອບສວນ ແລະ ວາງແຜນປະຕິບັດມາດຕະການສະກັດກັ້ນ ແລະ ໂຕ້ຕອບຕໍ່ເຫດການ ຊຶ່ງພະແນກສາທາລະນະສຸກແຂວງ, ນະຄອນຫຼວງຈະໄດ້ ລາຍງານເຫດການດັ່ງກ່າວຕາມສາຍຕັ້ງຂອງຕົນ.

5. ອໍານວຍຄວາມສະດວກ ໃນການໃຫ້ຂໍ້ມູນຂ່າວສານແກ່ຜູ້ໂດຍສານທີ່ເດີນທາງເຂົ້າ - ອອກຢູ່ດ່ານຕ່າງໆ ໂດຍນຳໃຊ້ສື່ສິ່ງພິມ ແລະ ການປະກາດເທິງເຮືອບິນ.

6. ອໍານວຍຄວາມສະດວກ ໃນການຈັດສັນກະກຽມສະຖານທີ່ ເພື່ອກັ່ນກອງຜູ້ໂດຍສານເດີນທາງມາຈາກ ສປ.ຈີນ ທີ່ມີອາການສົງໃສອັກເສບລະບົບຫາຍໃຈ ເພື່ອຕິດຕາມອາການ ແລະ ສອບຖາມປະຫວັດຂອງການເດີນທາງ ແລະ ກໍານົດເສັ້ນທາງການເຄື່ອນຍ້າຍຄົນເຈັບຈາກດ່ານ ໄປຍັງໂຮງໝໍທີ່ຖືກກໍານົດໄວ້.

7. ອໍານວຍຄວາມສະດວກໃນການຈັດປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການລະບາດຂອງພະຍາດ, ຈັດຝຶກອົບຮົມກ່ຽວກັບວຽກງານ ກັນ ແລະ ຄວບຄຸມພະຍາດຕິດຕໍ່ໃຫ້ພະນັກງານປະຈໍາດ່ານ.

8. ທ່ານສາມາດປະສານ ຫາພະນັກງານປະຈໍາການ ຂອງຈຸດປະສານງານແຫ່ງຊາດຂອງກົດລະບຽບສາກົນ  ດ້ານສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ໄດ້ທີ່ເບີ 020 54066777 (ຕະຫຼອດ 24 ຊົ່ວໂມງ) ໃນກໍລະນີພົບຄວາມຫຍຸ້ງຍາກໃນການປະສານງານ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com