Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຕັ້ງໜ້າເສີມຂະຫຍາຍທາດແທ້ ແລະ ມູນເຊື້ອ ອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 15:54:49 ຈຳ​ນວນ​​ຢ້ຽມ​ຊົມ 206 ຄັ້ງ

ວັນທີ 20 ມັງກອນ ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ (20/1/1949-20/1/2020) ຊຶ່ງການສະເຫຼີມສະຫຼອງວັນດັ່ງກ່າວ ໃນປີນີ້ແມ່ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນທ້າຍສະໄໝເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນສ້າງຂະບວນການ-ສ້າງຜົນງານຂ່ຳນັບຮັບຕ້ອນໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 65 ປີ, ວັນຊາດ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.

ກ່ອນໜ້ານີ້ 71 ປີຄືວັນທີ 20 ມັງກອນ 1949, ກອງທັບລາວອິດສະຫຼະ ຊຶ່ງແມ່ນຕົ້ນກຳເນີດຂອງກອງທັບປົດປ່ອຍ, ກອງທັບປະຊາຊົນລາວປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. ນັ້ນເປັນເຫດການສຳຄັນອັນໜຶ່ງເປັນບາດລ້ຽວທີ່ເປັນລັກສະນະຕັດສິນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ.

ໂດຍພາຍໃຕ້ການນຳພາຂອງພັກ ປປ ລາວ, ກຳລັງປະກອບອາວຸດເຮົາ ເລີ່ມຈາກເປັນກອງໂຄສະນາປະກອບອາວຸດທີ່ສ້າງຕັ້ງຂຶ້ນໃນທ້ອງຖິ່ນຕ່າງໆ ປະກອບດ້ວຍອາວຸດ-ຍຸດໂທປະກອນແບບປະຖົມປະຖານ ໄດ້ເຕີບໃຫຍ່ຂຶ້ນຢ່າງໄວວາທາງດ້ານຈຳນວນ ແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີຫຼາຍກົມກອງ-ເຫຼົ່າຮົບເຂັ້ມແຂງ, ສູ້ຮົບເດັດດ່ຽວອາດຫານ, ຍິ່ງຕີກໍຍິ່ງເຕີບໃຫຍ່ ຍິ່ງຕີກໍຍິ່ງອົງອາດກ້າແກ່ນ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງເປັນກ້າວໆມາ. ກອງທັບເຮົາໄດ້ມີບົດຮຽນອັນລ້ຳຄ່າ ແລະ ປະສົບການອັນໃຫຍ່ຫຼວງໃນວຽກງານຂົນຂວາຍກໍ່ສ້າງຮາກຖານການເມືອງ ແລະ ວຽກງານເພີ່ມພູນຜະລິດຜົນ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນກຳລັງຫຼັກແຫຼ່ງແກ່ນສານ ໃນພາລະກິດປະຕິວັດຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ກອງທັບປະຊາຊົນລາວ ໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍາມໃດກໍເຊີດຊູສະຕິລະວັງຕົວ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ເປັນກຳລັງຫຼັກແຫຼ່ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເຮັດໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ບົນເສັ້ນທາງຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ປະທານ ໄກສອນ ພົມວິຫານ ເວົ້າວ່າ: ເວລາໃດ ກອງທັບກໍນຳໜ້າທຸກວຽກງານ ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ ສຳເລັດທຸກໜ້າທີ່ ຕີຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ.

ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟຂອງສົງຄາມຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລຳບາກນັ້ນ ກອງທັບເຮົາໄດ້ສ້າງວິລະກຳອັນລ້ຳເລີດຫຼາຍປະການ, ສ້າງປະຫວັດສາດຍຸກໃໝ່, ທາດແທ້ ແລະ ມູນເຊື້ອວິລະຊົນຂອງຊາດລາວວິລະຊົນຢ່າງສະຫງ່າງາມ ໂດຍສະເພາະທາດແທ້ຂອງກອງທັບປະຊາຊົນລາວ ແມ່ນກອງທັບຂອງປະຊາຊົນທີ່ຕໍ່ສູ້ ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນຳເອົາເອກະລາດ ອຳນາດອະທິປະໄຕມາໃຫ້ແກ່ປະຊາຊົນ ໂດຍພາຍໃຕ້ການຊີ້ນຳ ນຳພາຂອງພັກ ຊຶ່ງເປັນຜູ້ກໍ່ຕັ້ງສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນນັກຮົບທີ່ມີທັດສະນະຫຼັກໝັ້ນ, ມີຄວາມຈົງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ແບບແຜນລະບຽບທີ່ເຂັ້ມງວດ ສົມວ່າເປັນກຳລັງຂອງປະຊາຊົນ ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ. ກອງທັບປະຊາຊົນລາວ ແມ່ນມີມູນເຊື້ອອັນສະຫງ່າອົງອາດ ເປັນຕົ້ນມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ມີນ້ຳໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນໜຽວແໜ້ນ, ມີໄຫວພິບ ແລະ ປະດິດສ້າງ, ມີນ້ຳໃຈດຸໝັ່ນຂະຫຍັນພຽນ, ອອກແຮງເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ, ມີຄວາມສາມັກຄີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ; ສາມັກຄີກັບກອງທັບປະຊາຊົນບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ. ເວລາໃດ ກອງທັບກໍຮັກສາມູນເຊື້ອອັນດີງາມ ມີປະຊາທິປະໄຕ ແລະ ມີລະບຽບວິໄນ.

ເພື່ອເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວນັ້ນ ຄະນະພັກ, ຄະນະບັນຊາການທຸກຂັ້ນ ຕະຫຼອດເຖິງພະນັກງານ-ນັກຮົບ ໃນກອງທັບປະຊາຊົນລາວຈົ່ງຕັ້ງໜ້າເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍົກສູງນ້ຳໃຈຮັກເຊື້ອແພງຊາດ, ຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ພັກ ແລະ ຕໍ່ປະຊາຊົນ, ເຊື່ອມຊຶມກຳແໜ້ນແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ, ກົດໝາຍຂອງລັດ ແລະ ທັງເປັນແບບຢ່າງໃນການຈັດຕັ້ງປະຕິບັດ, ຍົກສູງສະຕິລະວັງຕົວ ກຽມພ້ອມທັບມ້າງທຸກກົນອຸບາຍມ້າງເພທຳລາຍປະເທດເຮົາ. ເດັດດ່ຽວປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ສະຫງົບພາຍໃນໃຫ້ໄດ້ຢ່າງໜັກແໜ້ນ. ອອກແຮງປັບປຸງ-ກໍ່ສ້າງກຳລັງໃຫ້ໜັກແໜ້ນເຂັ້ມແຂງ ຕາມທິດກໍ່ສ້າງກອງທັບປະຕິວັດທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ຍົກສູງຄວາມສາມາດໃນການນຳພາ, ບັນຊາການກຽມພ້ອມສູ້ຮົບ ເປັນຕົ້ນແມ່ນຕັ້ງໜ້າຝຶກແອບສິລະປະຍຸດ-ຍຸດທະວິທີ, ຍຸດທະສາດ-ຍຸດທະບັ້ນຮົບ ໃຫ້ມີຄວາມຊຳນິຊຳນານ ສາມາດສູ້ຮົບໄດ້ໃນທຸກກໍລະນີ. ເພີ່ມທະວີຄວາມສາມັກຄີລະຫວ່າງພະນັກງານກັບນັກຮົບໃຫ້ໜັກແໜ້ນ, ປັບປຸງການພົວພັນລະຫວ່າງກອງທັບກັບປະຊາຊົນ ຄືປາກັບນ້ຳໃຫ້ແໜ້ນແຟ້ນ, ຮັບປະກັນການເບິ່ງແຍງລ້ຽງດູກອງທັບເປັນຢ່າງດີ. ບັນດາກົມກອງ-ເຫຼົ່າຮົບຢູ່ບ່ອນໃດ ກໍຕ້ອງຕັ້ງໜ້າເຮັດວຽກງານຂົນຂວາຍກໍ່ສ້າງຮາກຖານການເມືອງຢູ່ບ່ອນນັ້ນໃຫ້ດີ. ປັບປຸງອົງການປົກຄອງທ້ອງຖິ່ນ ແລະ ຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງ; ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ສຶກສາອົບຮົມປະຊາຊົນໃຫ້ຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ຕື່ນຕົວເຮັດພັນທະປົກປັກຮັກສາເຂດນ້ຳແດນດິນ ແລະ ພັດທະນາບ້ານຊ່ອງຂອງຕົນ. ຕ້ອງຕັ້ງໜ້າປະຕິບັດທິດນຳ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງພະລາທິການກັບທີ່ ເປັນເຈົ້າການຍົກລະດັບຊີວິດການເປັນຢູ່ຂອງກົມກອງຕົນໃຫ້ດີຂຶ້ນເປັນກ້າວໆ.

      ນ້ຳໃຈວັນທີ 20 ມັງກອນ ໝັ້ນຍືນ !

                                                (ໂດຍ: ມິງໂກ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com