Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຈົ່ງສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ດ້ວຍບັນຍາກາດເບີກບານມ່ວນຊື່ນ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 15:57:01 ຈຳ​ນວນ​​ຢ້ຽມ​ຊົມ 132 ຄັ້ງ

ການສະຫຼອງສົ່ງທ້າຍປີເກົ່າ ຄ.ສ 2019 ແລະ ຕ້ອນຮັບປີໃໝ່ ຄ.ສ 2020 ກໍຄືກັນກັບຊຸມປີທີ່ຜ່ານມາ ປວງຊົນລາວພ້ອມກັບປວງຊົນໃນທົ່ວໂລກ ໄດ້ຈັດງານສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສຳເລັດທຸກດ້ານທີ່ຍາດມາໄດ້ ໃນ 1 ປີ ຜ່ານມາ ແລະ ກະກຽມຄວາມພ້ອມທຸກດ້ານກ້າວສູ່ປີໃໝ່ ຄ.ສ 2020 ຢ່າງມີໄຊ ຊຶ່ງປີ 2020 ເປັນປີທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດຂອງການປະຕິວັດປະເທດເຮົາເປັນຕົ້ນແມ່ນວັນສ້າງຕັ້ງພັກປປລາວ ຄົບຮອບ 65 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຄົບຮອບ 45 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.

ປີ 2019 ແມ່ນປີໜຶ່ງທີ່ມີຄວາມໝາຍສຳຄັນໃນປະຫວັດ ສາດຂອງຊາດລາວ ກໍຄືສຳລັບປະຊາຊົນລາວບັນດາເຜົ່າ ຊຶ່ງເປັນປີຄົບຮອບ 44 ປີ ແຫ່ງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນປີຄົບຮອບ 64 ປີ ແຫ່ງວັນສ້າງຕັ້ງພັກ ປປ ລາວ, ເປັນປີຄົບຮອບ 99 ປີ ແຫ່ງວັນເກີດຂອງປະທານ ໄກສອນ ພົມວິຫານ

ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ເປັນປີທີ່ຄົບຮອບ 70 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ, ເປັນປີທ່ອງທ່ຽວ ລາວ  ຈີນ ປີ 2019, ເປັນປີທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພ້ອມກັນສ້າງຂະບວນການຢ່າງຟົດຟື້ນ ໃນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເປັນປີສຳລັບປະຊາຊົນລາວ ບັນດາເຜົ່າໃຫ້ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ອົງການອຸຍແນັສໂກ ໄດ້ຮັບຮອງເອົາທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ.

ຕະຫຼອດໄລຍະ 1 ປີ ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດ ຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ທີ່ຜ່ານມາ, ປວງຊົນລາວທັງຊາດມີຄວາມເອກອ້າງທະນົງໃຈ ທີ່ເຫັນວ່າພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ ແລະ ລັດຖະບານ ສປປ ລາວ ໄດ້ຜ່ານຜ່າອຸປະສັກຄວາມຫຍຸ້ງຍາກນາໆປະການ  ທັງສາມາດຍາດເອົາຜົນສຳເລັດທີ່ສຳຄັນໃນຫຼາຍດ້ານມາສູ່ປະເທດຊາດ ແລະ ປະ ຊາຊົນລາວ. ອັນພົ້ນເດັ່ນແມ່ນ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ຄາດຄະເນໃນປີ 2019 ເສດຖະກິດສືບຕໍ່ຂະຫຍາຍຢູ່ໃນລະດັບ 6,4%, ຄິດໄລ່ມູນຄ່າໃນປີແມ່ນ 164.147 ຕື້ກີບ, ສະເລ່ຍຕໍ່ຫົວຄົນແມ່ນ 2.683 ໂດລາ ແລະ ໃນໄລຍະ 9 ເດືອນຂອງປີ 2019 ການລົງທຶນພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດມີ 1.266 ໂຄງການມູນຄ່າ 2.300 ລ້ານກວ່າໂດລາ ການຄຸ້ມຄອງ ແລະ ບໍລິຫານລັດໄດ້ຫັນເຂົ້າສູ່ລະບຽບ ແລະ ກົດໝາຍ ຊຶ່ງເປັນປັດໄຈສຳຄັນປະກອບ ສ່ວນເຂົ້າໃນການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ ກໍຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ສືບຕໍ່ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.

ຢ່າງໃດກໍຕາມ, ປີ 2019 ສະພາບດິນຟ້າອາກາດມີການປ່ຽນແປງ  ຊຶ່ງເຮັດໃຫ້ປະເທດເຮົາເກີດມີໄພພິບັດທຳມະຊາດເປັນຕົ້ນໄພພິບັດນ້ຳຖ້ວມ, ລົມພາຍຸພັດ, ຟ້າຜ່າ, ດິນເຈື່ອນ, ໄຟໄໝ້, ການລະບາດຂອງພະຍາດອະຫິວາໝູອາຟຣິກາ, ການລະບາດຂອງສັດຕູພືດປະເພດບົ້ງກິນຕົ້ນສາລີ, ການລະບາດໄຂ້ຍຸງລາຍ ແລະ ແຜ່ນດິນໄຫວ. ໃນນີ້ ໜັກໜ່ວງແມ່ນສະພາບໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ ປີ 2019 ລວມມີ 6 ແຂວງຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ  ອັດຕະປື ຊຶ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 47 ເມືອງ,  1.600 ກວ່າບ້ານ, 160.000 ກວ່າຄອບຄົວ, 540.000 ກວ່າຄົນ, ເສຍຊີວິດ 18 ຄົນ ປະຊາຊົນທີ່ຖືກຍົກຍ້າຍ 10.000 ກວ່າຄອບຄົວ ແລະ 30.000 ກວ່າຄົນ, ຜົນກະທົບຈາກໄພນ້ຳຖ້ວມໃນປີ  2019 ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ລ້ວນແຕ່ໄດ້ເຮັດໃຫ້ມີຜົນກະທົບເປັນບໍລິເວນກວ້າງ ແລະ ເສຍຫາຍທາງດ້ານຊີວິດ, ຊັບສິນ, ພື້ນຖານໂຄງລ່າງ ແລະ ພື້ນຖານການຜະລິດຢ່າງໜັກໜ່ວງ. ນອກນີ້ ແຜ່ນດິນໄຫວທີ່ໄດ້ເກີດຂຶ້ນຢູ່ແຂວງໄຊຍະບູລີ ໃນເດືອນພະຈິກທີ່ມີຄວາມແຮງເຖິງ 6,4 ຣິກເຕີ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ 4 ເມືອງຄື: ເມືອງໄຊສະຖານ, ເມືອງພຽງ, ເມືອງຫົງສາ ແລະ ເມືອງໄຊຍະບູລີ ລວມມູນຄ່າເສຍຫາຍເກືອບ 2 ຕື້ກີບ.

ໃນໂອກາດສະຫຼອງສົ່ງທ້າຍປີເກົ່າ ຄ.ສ 2019 ແລະ ຕ້ອນ ຮັບປີໃໝ່ ຄ.ສ 2020 ນີ້ ຮຽກຮ້ອງມາຍັງທຸກພາກສ່ວນສັງຄົມໃນການສະຫຼອງວັນດັ່ງກ່າວ  ຈົ່ງດຳເນີນໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ  ບົນພື້ນຖານປະຢັດມັດທະຍັດ,  ບໍ່ຟຸມເຟືອຍ, ບໍ່ດື່ມເມົາເກີນໄປ, ຮັບປະກັນໄດ້ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັກສາ ໄດ້ວັດທະນະທຳອັນດີງາມຂອງຊາດຕີຖອຍລັກສະນະປະ ປ່ອຍໄປຕາມຄ່ານິຍົມທີ່ບໍ່ຖືກຕ້ອງຂອງສັງຄົມທີ່ມີລັກສະນະກົດໜ່ວງຖ່ວງດຶງຕໍ່ການພັດທະນາ, ຮັກສາໄດ້ຄວາມສາມັກຄີ ເອກະພາບອັນເປັນປຶກແຜ່ນແໜ້ນໜາ ແລະ ກະກຽມຄວາມພ້ອມໃນທຸກດ້ານກ້າວເຂົ້າສູ່ປີ  ຄ.ສ 2020  ຢ່າງມີໄຊ  ຊຶ່ງປີ 2020 ເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດສັງຄົມແຫ່ງລັດ  5  ປີ  ຄັ້ງທີ VIII, ການດຳ ເນີນກອງປະຊຸມ 3 ຂັ້ນຂອງພັກ  ເພື່ອກ້າວເຂົ້າສູ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່  ຄັ້ງທີ XI ຂອງພັກ, ການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX.

ເນື່ອງໃນໂອກາດສະຫຼອງສົ່ງທ້າຍປີເກົ່າ ຄ.ສ 2019 ແລະ ຕ້ອນຮັບປີໃໝ່ ຄ.ສ 2020 ທີ່ຈະມາເຖິງ ຂໍສົ່ງພອນໄຊອັນປະເສີດມາຍັງການນຳພັກ-ລັດ  ຕະຫຼອດພີ່ນ້ອງຊາວລາວທຸກຖ້ວນໜ້າທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງປະສົບແຕ່ຄວາມສຸກກາຍສະບາຍໃຈ, ມີອາຍຸ ວັນນະ ສຸຂະ ພະລະ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ພ້ອມກັນສາມັກຄີກັນໃຫ້ແໜ້ນແຟ້ນ  ເພື່ອຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.

           ສະບາຍດີປີໃໝ່ສາກົນ ຄສ 2020


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com