Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ມັງກອນ 2019 ໄດ້ຈັດຂຶ້ນໃນວັນທີ 2425/1/2019 ທີ່ສຳ ນັກງານນາຍົກລັດຖະມົນຕີ ໂດຍການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.
ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ພິຈາລະນາ ແລະ ປະ ກອບຄຳເຫັນໃສ່ 5 ເອກະສານ ສຳຄັນຄື: ຮ່າງແຜນພັດທະນາອຸດ ສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຮອດປີ 2025, ບົດລາຍງານ ກ່ຽວກັບແຜນພັດທະນາທົ່ວເຂດພູພຽງບໍລະເວນ, ບົດລາຍງານກ່ຽວ ກັບຜົນການຄົ້ນຄວ້າ ແລະ ກວດກາຕີລາຄາກ່ຽວກັບ ການປະເມີນຜົນຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້ານຳ້ໂມ້ມີລີ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຮ່າງກົດໝາຍວ່າດ້ວຍການ ແຂ່ງຂັນ ແລະ ຍ້ອງຍໍ ແລະ ຮ່າງດຳລັດວ່າດ້ວຍການຈັດຕັ້ງຂອງລັດ. ບັນດາເອກະສານດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳ ໃຫ້ພາກສ່ວນກ່ຽວຂ້ອງປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ.
ໃນກອງປະຊຸມທ່ານ ທອງລຸນ ສີສຸລິດ ຍັງໄດ້ຊີ້ນຳໃຫ້ບັນ ດາສະມາຊິກລັດຖະບານ ເອົາໃຈໃສ່ໃນການກະກຽມ ແລະ ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ
ຂອງລັດຖະບານ ໃນປີ 2019 ຄື: ຂົງເຂດເສດຖະກິດ ຈະສຸມໃສ່ຈັດຕັ້ງປະຕິບັດມະຕິ 057 ຂອງ ຄະນະບໍລິຫານງານສູນກາງພັກ ຊຶ່ງໃນນັ້ນ, ສຸມໃສ່ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ, ປັບປຸງລັດວິສາຫະກິດໃຫ້ເປັນຮູບປະທຳ, ປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍ ລະບຽບການ ແລະ ກົນໄກ ປະສານງານ ໃນການດຳເນີນທຸລະກິດຢູ່ ສປປ ລາວ, ປັບປຸງການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນຜ່ານປະຕູດຽວ, ສົ່ງເສີມການ ທ່ອງທ່ຽວ ແລະ ປີທ່ອງທ່ຽວ ລາວຈີນ ໃຫ້ມີປະສິດທິຜົນສູງ. ຂົງເຂດວັດທະນະທຳສັງຄົມ ຈະສຸມໃສ່ສຶກສາອົບຮົມວຽກງານແນວຄິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ແລະ ພັດທະນາການສຶກສາໃຫ້ມີຄຸນນະພາບ ແລະ ກວ້າງຂວາງ ໄປສູ່ປະຊາຊົນ ເຂດຫ່າງໄກສອກ ຫຼີກ ທຸລະກັນດານ, ຍົກລະດັບ ແລະ ຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ, ພັດທະນາ ແລະ ຍົກຄຸນນະພາບ ສີມືແຮງງານພາຍໃນໃຫ້ດີຂຶ້ນ ແລະ ສາມາດ ຕອບສະໜອງແຮງງານໃຫ້ພຽງພໍ ແລະ ຄຸ້ມຄອງແຮງງານຕ່າງປະເທດ ໃຫ້ເຂົ້າສູ່ລະ ບຽບການ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຊ່ວຍເຫຼືອປະຊາຊົນ ແລະ ຟື້ນຟູເຂດທີ່ຖືກກະທົບຈາກໄພພິບັດ. ຂົງເຂດການເຕີບໂຕສີຂຽວ ແລະ ການ ພັດທະນາແບບຍືນຍົງ ຈະສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາແມ່ບົດຈັດສັນທີ່ດິນ, ປັບປຸງລະບົບເຕື່ອນໄພລ່ວງໜ້າ ແລະ ກະກຽມຮັບມືໄພພິບັດ, ສືບຕໍ່ຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບ ຍືນຍົງ. ຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຈະສຸມໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສະຖຽນລະພາບການເມືອງ ແລະ ຄວາມສະຫງົບຮຽບຮ້ອຍຂອງສັງຄົມ, ເອົາໃຈ ໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ. ຂົງເຂດການພົວພັນຮ່ວມມືຕ່າງປະເທດ ແລະ ການເຊື່ອມໂຍງກັບສາ ກົນ ຈະສຸມໃສ່ສືບຕໍ່ເສີມຂະຫຍາຍວຽກງານ ການພົວພັນຮ່ວມມືສາກົນ ໃນຂອບ 2 ຝ່າຍ ແລະ ຫຼາຍຝ່າຍໃຫ້ດີຂຶ້ນກວ່າເກົ່າ; ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການ ແລະ ກິດຈະກຳການຮ່ວມມືທີ່ໄດ້ຕົກລົງກັບບັນດາປະເທດເພື່ອນມິດ ແລະ ອົງການສາກົນ ໃຫ້ແຕກດອກອອກຜົນໂດຍໄວ ທີ່ການນຳ 2 ປະເທດໄດ້ຕົກລົງກັນ, ຄົ້ນຄວ້າ ແລະ ສ້າງໂຄງການຮ່ວມມື ເພື່ອຜັນຂະຫຍາຍບັນດາສັນຍາ ແລະ ບົດບັນທຶກການ ຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການສາກົນ. ຂົງເຂດນະໂຍບາຍ, ແຜນຍຸດທະສາດ ກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ການຄຸ້ມຄອງບໍລິຫານລັດ ການສັງລວມຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈະມີແຜນສ້າງນະໂຍບາຍ 4 ສະບັບ, ແຜນຍຸດທະສາດ 14 ສະບັບ, ກົດໝາຍ 31 ສະບັບ, ນິຕິລຸ່ມກົດໝາຍ 65 ສະບັບ ແລະ ຫົວຂໍ້ອື່ນໆ 24 ຫົວຂໍ້. ຄຽງຄູ່ກັນນັ້ນ ຈະຕ້ອງໄດ້ເອົາໃຈໃສ່ວຽກງານ ຄຸ້ມຄອງບໍລິຫານລັດ ເປັນຕົ້ນ ໂຄສະນາເຜີຍແຜ່ບັນດານິຕິກຳ ທີີ່ໄດ້ສ້າງຂຶ້ນ, ຕິດຕາມ, ກວດກາ ແລະ ຊຸກຍູ້ ຈັດຕັ້ງປະຕິບັດນິຕິກຳ ແລະ ແກ້ໄຂຜົນການກວດສອບ ແລະ ກວດກາ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເບົາບາງ ແລະ ສົມເຫດສົມຜົນ, ສະ ກັດກັ້ນ ແລະ ຕ້ານປະກົດການ ຫຍໍ້ທໍ້ໃນການຄຸ້ມຄອງບໍລິຫານລັດ, ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ, ຄຳຂວັນຮັກຊາດ ແລະ ພັດທະນາ, ສືບຕໍ່ສູ້ຊົນຮັບປະກັນຄວາມຍຸຕິທຳທາງສັງຄົມ. ນອກນີ້ ກະກຽມ ສ້າງແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2020.
ເພື່ອຮັບປະກັນການບັນລຸວຽກງານໃນເດືອນກຸມພາ 2019 ກໍຄືບັນດາວຽກງານ ຈຸດສຸມຂອງລັດຖະບານ ໃນປີ 2019 ທີ່ກອງປະຊຸມ ໄດ້ກຳນົດໄວ້ຢ່າງມີຜົນສຳເລັດນັ້ນບັນດາ ຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນຕ້ອງຍົກສູງຄວາມ ຮັບຜິດຊອບ ແລະ ຄວາມເປັນເຈົ້າປະຕິບັດພາລະບົດ ບາດໜ້າທີ່ຂອງຕົນ, ເອົາໃຈໃສ່ຈັດຕັ້ງ ເຊື່ອມຊຶມເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອ ຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຈຸດສຸມ ທີ່ລັດຖະບານ ໄດ້ກຳນົດວາງອອກນັ້ນ ໃຫ້ປະກົດຜົນເປັນຈິງ. ນອກນີ້, ຮຽກຮ້ອງມາ ຍັງທົ່ວສັງຄົມຈົ່ງພ້ອມກັນເຊີດຊູນຳ້ໃຈເປັນເຈົ້າ ປະເທດຊາດ, ສາມັກຄີ ເປັນຈິດໜຶ່ງໃຈດຽວ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິ ບັດວຽກງານ ສຳຄັນຕ່າງໆ ທີ່ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ຂອງພວກເຮົາໝົດທຸກຄົນ.
ໂດຍ: ມິ່ງໂກ
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com