Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຄວາມຈຳເປັນພາວະວິໄສໃນການປັບປຸງ ຮາກຖານພັກໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ດ້ານການເມືອງ-ແນວຄິດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 16:06:18 ຈຳ​ນວນ​​ຢ້ຽມ​ຊົມ 152 ຄັ້ງ

ປະຫວັດສາດແຫ່ງການຕໍ່ສູ້ຂອງພັກປະຊາຊົນລາວ ໃນເຄິ່ງສະຕະວັດຜ່ານມາ ໄດ້ຕິດພັນກັບການນຳພາຂອງພັກປະຊາຊົນປະຕິວັດລາວຕະຫຼອດມາ, ຊຶ່ງທຸກບາດກ້າວເດີນ ແລະ ທຸກໄຊຊະນະຂອງປະຊາຊົນລາວໃນພາລະກິດປະຕິວັດປົດປ່ອຍຊາດໃນເມື່ອກ່ອນນັ້ນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນລ້ວນແຕ່ຕິດພັນກັບການນຳພາຂອງພັກ. ສະນັ້ນ, ການນຳພາຂອງພັກ ແມ່ນຂະບວນວິວັດແຫ່ງການເຄື່ອນໄຫວທີ່ເປັນລະບົບເອກະພາບລະຫວ່າງການວາງແນວທາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍ. ພ້ອມດຽວກັນນັ້ນ, ການກວດກາການຈັດຕັ້ງປະຕິບັດແນວທາງນະໂຍບາຍກໍແມ່ນປະຕິບັດຕາມຫຼັກການລວມສູນ-ປະຊາທິປະໄຕ, ເພື່ອແນ່ໃສ່ຍົກສູງບົດບາດການນຳຂອງພັກໃຫ້ຕິດພັນກັບສະພາວະຄວາມເປັນຈິງ. ໂດຍພັກເຮົາ ຍາມໃດກໍ່ເດີນຕາມແນວທາງຂອງມະຫາຊົນ, ຢຶດໝັ້ນທັດສະນະຖືປະຊາຊົນເປັນກົກ, ເປັນກຳລັງແຮງຂອງການປະຕິວັດ ແລະ ຖືການກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກງານຍຸດທະສາດ ທີ່ບໍ່ປ່ຽນແປງທັງເປັນມາດຕະການພື້ນຖານ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ເພື່ອເປັນພື້ນຖານອັນໜັກແໜ້ນ ຂອງລະບອບປະຊາທິປະໄຕປະຊາຊົນ.

ສະນັ້ນ, ເມື່ອເວົ້າເຖິງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ໃນປັດຈຸບັນແລ້ວ ແມ່ນໝາຍເຖິງບັນດາການຈັດຕັ້ງພັກ, ອຳນາດການປົກຄອງ, ແນວລາວສ້າງຊາດ ແລະ ບັນດາການຈັດຕັ້ງການເມືອງ-ສັງຄົມ ຂອງມະຫາຊົນ ທີ່ປະກອບເປັນລະບົບການເມືອງຢູ່ຂັ້ນບ້ານ ໂດຍມີຮາກຖານພັກເປັນແກນນຳ; ແມ່ນການຈັດຕັ້ງ ແລະ ການເຄື່ອນໄຫວຂອງຮາກຖານພັກ ແລະ ຂອງບັນດາການຈັດຕັ້ງມະຫາຊົນ ຢູ່ຫົວໜ່ວຍລັດຖະການ, ຫົວໜ່ວຍເສດຖະກິດ, ສັງຄົມ ແລະ ກຳລັງປະກອບອາວຸດ ທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງ ຂອງຄະນະພັກ ຫຼື ອົງການຈັດຕັ້ງມະຫາຊົນ ຖັດນັ້ນ, ນອກຈາກນີ້ ຍັງໝາຍເຖິງຮູບການຈັດຕັ້ງ ແລະ ເຄື່ອນໄຫວ ຂອງບັນດາການຈັດຕັ້ງສັງຄົມ-ເສດຖະກິດ ໃນບັນດາຫົວໜ່ວຍວິສາຫະກິດເອກະຊົນ ແລະ ການຈັດຕັ້ງສັງຄົມຕ່າງໆ ພາຍໃຕ້ການນຳພາຂອງຄະນະພັກທີ່ກ່ຽວຂ້ອງ ຕາມຄວາມເໝາະສົມ.

ພັກເຮົາໄດ້ກຳນົດວ່າ ກຳລັງແຮງທາງດ້ານການເມືອງ ແລະ ແນວຄິດຂອງພັກ ແມ່ນຕ້ອງຮັບປະກັນດ້ວຍກຳລັງແຮງທາງດ້ານການຈັດຕັ້ງ, ໃນການກໍ່ສ້າງ ແລະ ປັບປຸງພັກ, ພັກເຮົາຕ້ອງໄດ້ເປັນເຈົ້າການປັບປຸງຕົນເອງທາງດ້ານການເມືອງ, ແນວຄິດການຈັດຕັ້ງ ແລະ ແບບແຜນນຳພາ, ຈັດຕັ້ງປະຕິບັດຫຼັກການປະຊາທິປະໄຕຢ່າງຖືກຕ້ອງ ແລະ ເຂັ້ມງວດ, ເຮັດໃຫ້ກາຍເປັນກ້ອນກຳລັງເອກະພາບທາງດ້ານແນວຄິດ, ມານະຈິດ ແລະ ການກະທຳ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ແລະ ໃນທົ່ວສັງຄົມຕິດພັນກັບການເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເຂັ້ມແຂງທາງດ້ານລະບຽບວິໄນ. ນອກຈາກນີ້, ພັກເຮົາເວລາໃດກໍຢຶດໝັ້ນທາດແທ້ຊົນຊັ້ນ ແລະ ມີຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນ, ຖືການສະໜັບສະໜູນປະຊາຊົນ ເປັນສິ່ງສຳຄັນຕັດສິນບົດບາດນຳພາ ແລະ ການກຳອຳນາດຂອງພັກ, ຈາກນັ້ນ ຈຶ່ງມີຄວາມເປັນເຈົ້າການປັບປຸງແບບແຜນວິທີນຳພາຂອງພັກ, ເຄື່ອນໄຫວຕິດແທດກັບປະຊາຊົນ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມຮັ່ງມີຜາສຸກຂອງປະຊາຊົນ ແລະ ຄວາມມັ່ງຄັ້ງເຂັ້ມແຂງຂອງປະເທດຊາດ.

ໂດຍເຫັນໄດ້ຄວາມສຳຄັນ ຂອງຮາກຖານການເມືອງ ພັກເຮົາໄດ້ອອກມະຕິ, ຄຳສັ່ງຫຼາຍສະບັບກ່ຽວກັບການກໍ່ສ້າງ-ປັບປຸງຮາກຖານການເມືອງ ເປັນຕົ້ນແມ່ນ: ມະຕິ 51/ກມສພ (1980), ມະຕິກອງປະຊຸມສູນກາງ ຄັ້ງທີ 6 ສະໄໝທີ IV (1988) ແລະ ຄັ້ງທີ 3 ສະໄໝທີ VIII (2006), ມະຕິເລກທີ 09/ກມສພ(2012), ມະຕິເລກທີ 25/ກມສພ (2014) ແລະ ອື່ນໆ, ຊຶ່ງມະຕິ, ຄຳສັ່ງເຫຼົ່ານັ້ນໄດ້ກາຍເປັນແຜນນະໂຍບາຍພື້ນຖານຂອງພັກ, ເປັນບ່ອນອີງໃຫ້ແກ່ການກຳນົດບັນດາມາດຕະການຕົວຈິງ ກ່ຽວກັບການກໍ່ສ້າງ ແລະ ປັບປຸງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ. ຜ່ານການຈັດຕັ້ງປະຕິບັດຕົວຈິງຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ລະບົບການເມືອງຢູ່ຮາກຖານ ໄດ້ຮັບການກໍ່ສ້າງ, ປັບປຸງຢ່າງເປັນລະບົບຕໍ່ເນື່ອງ ທັງໃນດ້ານການຈັດຕັ້ງ ກໍ່ຄືການເຄື່ອນໄຫວຕາມພາລະບົດບາດ ແລະ ຂອບເຂດສິດ ຂອງແຕ່ລະການຈັດຕັ້ງ. ເຖິງແມ່ນວ່າໃນການກໍ່ສ້າງ ແລະ ປັບປຸງຮາກຖານພັກໃຫ້ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ-ແນວຄິດ ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະບໍລິຫານງານສູນກາງພັກ ແລະ ເລຂາທິການສູນກາງພັກກໍ່ຕາມ, ແຕ່ກໍ່ຍັງມີບາງບັນຫາທີ່ຕ້ອງເອົາໃຈໃສ່ຕື່ມອີກເຊັ່ນ: ໜຶ່ງ: ການຈັດຕັ້ງຮາກຖານພັກ ກໍ່ຄື ຂອງບັນດາອົງການຈັດຕັ້ງມະຫາຊົນ ຢູ່ສຳນັກງານອົງການ, ນັບທັງກົມກອງກຳລັງປະກອບອາວຸດ ແລະ ບັນດາຫົວໜ່ວຍ ເສດຖະກິດ-ສັງຄົມ ຂອງລັດຈຳນວນບໍ່ໜ້ອຍ ຍັງບໍ່ທັນໄດ້ຮັບການເອົາໃຈໃສ່ນຳພາ-ຊີ້ນຳ ຈາກຄະນະ ຫຼື ຈາກອົງການຈັດຕັ້ງມະຫາຊົນຂັ້ນເທິງຖັດນັ້ນ (ຄະນະພັກກະຊວງ, ອົງການ, ຄະນະພັກແຂວງ, ເມືອງ ກໍ່ຄື ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ) ເພື່ອສ້າງບັນດາການຈັດຕັ້ງຮາກຖານຂອງຕົນໃຫ້ເຂັ້ມແຂງ, ເພື່ອປັບປຸງການຈັດຕັ້ງຮາກຖານຂອງຕົນ ໃຫ້ສາມາດເຮັດໜ້າທີ່ຄຸ້ມຄອງສະມາຊິກ ແລະ ສະກັດກັ້ນ-ຕ້ານປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກ, ສອງ: ພະນັກງານນຳພາ-ຄຸ້ມຄອງ, ບັນຊາ ຈຳນວນບໍ່ໜ້ອຍ ທີ່ດຳເນີນຊີວິດຢູ່ບັນດາການຈັດຕັ້ງຮາກຖານ ຍັງຂາດຄວາມເປັນແບບຢ່າງທີ່ດີ ໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່, ນັບທັງລະເມີີີດບັນດາຫຼັກການ, ລະບຽບການ, ມີພຶດຕິກຳທີ່ບໍ່ໂປ່ງໃສ, ເພື່ອຜົນປະໂຫຍດສ່ວນຕົວ, ອັນເປັນການບັນທອນບົດບາດ ແລະ ຄວາມເຊື່ອໝັ້ນ ຂອງມະຫາຊົນ ຕໍ່ການຈັດຕັ້ງຮາກຖານຢູ່ສຳນັກງານ-ອົງການ, ການແກ້ໄຂຈຸດອ່ອນ, ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ກໍ່ຂາດກຳລັງແຮງຕົວຈິງ, ສາມ: ຍັງຂາດປັດໄຈກະຕຸ້ນ ດ້ວຍການແຂ່ງຂັນຈາກພາຍໃນຖັນແຖວສະມາຊິກພັກ, ພະນັກງານ, ສະມາຊິກບັນດາອົງການຈັດຕັ້ງມະຫາຊົນ ກໍ່ຄືລະຫວ່າງ ບັນດາການຈັດຕັ້ງຮາກຖານດ້ວຍກັນເຊັ່ນ: ການຍ້ອງຍໍ, ການຄັດເລືອກເພື່ອບັນຈຸສັບຊ້ອນເຂົ້າໜ້າທີ່ຕຳແໜ່ງ, ການໄດ້ມີໂອກາດໄປສຶກສາຮຳ່ຮຽນຍົກລະດັບ ແລະ ອື່ນໆ, ສີ່: ຕ້ອງເພີ່ມທະວີການເຄື່ອນໄຫວສຶກສາອົບຮົມດ້ານຕ່າງໆ ໃຫ້ມະຫາຊົນຊາວຜູ້ອອກແຮງງານ ໃນໂຮງຈັກໂຮງງານ, ສະຖາບັນການສຶກສາ ຂອງພາກເອກະຊົນ ທີ່ຍັງບໍ່ທັນດີເທົ່າທີ່ຄວນໃນໄລຍະຜ່ານມາ.

ເວົ້າລວມແລ້ວ, ການປັບປຸງຮາກຖານພັກໃນຕໍ່ໜ້າ ແມ່ນຕ້ອງມີລັກສະນະກວມລວມ ແລະ ດຳເນີນຢ່າງເປັນລະບົບ, ເລິກເຊິ່ງ, ຊຶ່ງໃນນັ້ນປະກອບມີ: ການປັບປຸງການຈັດຕັ້ງ, ພາລະບົດບາດ, ເນື້ອໃນ ແລະ ຮູບການເຄື່ອນໄຫວ ຂອງບັນດາການຈັດຕັ້ງທີ່ມີຢູ່ແລ້ວ ໃຫ້ມີຄວາມໜັກແໜ້ນ ແລະ ມີຄຸນນະພາບໃໝ່, ການສ້າງ ແລະ ຂະຫຍາຍການຈັດຕັ້ງພັກ, ການຈັດຕັ້ງມະຫາຊົນ ຫຼື ການຈັດຕັ້ງສັງຄົມ ໃນບັນດາການຈັດຕັ້ງເສດຖະກິດ-ສັງຄົມ, ລວມທັງວິສາຫະກິດເອກະຊົນ ທີ່ບໍ່ທັນມີການຂະຫຍາຍທົ່ວເຖິງໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍ່ເພີ່ມທະວີການເຄື່ອນໄຫວ ຂອງບັນດາການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນທີ່ກ່ຽວຂ້ອງ ໃນການສຶກສາອົບຮົມ, ຍົກລະດັບຄວາມຕື່ນຕົວ ແລະ ເປັນເຈົ້າການ ຂອງຖັນແຖວຜູ້ອອກແຮງງານ, ນັກຮຽນ-ນັກສຶກສາ, ການເຄື່ອນໄຫວສັງຄົມຕ່າງໆ ໃນການປະຕິບັດສິດ ພັນທະ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງຕົນ.

                                  ໂດຍ ສ. ລາດປາກດີ

                       ສະຖາບັນຄົ້ນຄວ້າ ການເມືອງວິທະຍາ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com