Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຈົ່ງເຮັດໃຫ້ວຽກງານຍຸຕິທຳມີການຫັນປ່ຽນ ຢ່າງຕັ້ງໜ້າ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 16:07:04 ຈຳ​ນວນ​​ຢ້ຽມ​ຊົມ 172 ຄັ້ງ

ໃນລະຫວ່າງວັນທີ  28-29  ມັງກອນ  2019  ທີ່ນະຄອນຫຼວງວຽງຈັນ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານຍຸຕິທຳ ປະຈຳປີ 2018 ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ປະຈຳປີ 2018 ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ສາເຫດທີ່ຕ້ອງສຸມໃສ່ແກ້ໄຂ ແນໃສ່ ຮັບປະກັນການຈັດຕັ້ງປະຕິບັດຕົວຈິງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າ, ກຳນົດທິດທາງ, ໜ້າທີ່ວຽກງານຈຸດສຸມໃນສົກປີ 2019 ໃຫ້ມີຜົນສຳເລັດເປັນກ້າວໆ.

ກອງປະຊຸມໄດ້ສັງເກດຕີລາຄາວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ຂະແໜງການຍຸຕິທຳ ໃນທົ່ວປະເທດໄດ້ມີຄວາມຕັ້ງໜ້າ ພະຍາຍາມ ບຸກບືນ ປະຕິບັດພາລະບົດບາດຂອງຕົນ ຊຶ່ງໄດ້ເຮັດໃຫ້ວຽກງານຍຸຕິທຳມີການຫັນປ່ຽນທີ່ຕັ້ງໜ້າໃນຫຼາຍດ້ານ ໃນນັ້ນໄດ້ມີຄວາມພະຍາຍາມຮ່ວມກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍຄືມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຕ່ລະຄັ້ງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໃນນັ້ນ ອັນພົ້ນເດັ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດພາລະບົດບາດເປັນເສນາທິການຊ່ວຍລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນວຽກງານສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ວຽກງານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍ ເພື່ອສ້າງສະຕິເຄົາລົບກົດໝາຍໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດກໍຄືປະຊາຊົນບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ, ວຽກງານກໍ່ສ້າງ ແລະ ບຳລຸງຍົກລະດັບໃຫ້ແກ່ບຸກຄະລາກອນກົດໝາຍໃນດ້ານລະດັບຄວາມຮູ້ ແລະ ດ້ານການຈັດຕັ້ງປະຕິບັດຕົວຈິງຢູ່ຮາກຖານ ໂດຍຕິດພັນກັບຂະບວນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຊຶ່ງຜ່ານຂະບວນການດັ່ງກ່າວ ເຮັດໃຫ້ກົງຈັກຂະແໜງຍຸຕິທຳໄດ້ຮັບການປັບປຸງ, ຖັນແຖວພະນັກງານຍຸຕິທຳໄດ້ຮັບການທົດສອບຜ່ານຂະບວນການວຽກງານຕົວຈິງ ແລະ ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ ໂດຍສະເພາະບາງຜົນງານເດັ່ນໃນໜຶ່ງປີຜ່ານມາ ໄດ້ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍໄດ້ຈຳນວນ 5.592 ຄັ້ງ, ຂຽນບົດອະທິບາຍກົດໝາຍລົງໜັງສືພິມ ກົດໝາຍກະຊວງຍຸຕິທຳໄດ້ຈຳນວນ 539 ບົດ, ໂຄສະນາຜ່ານລາຍການໂທລະພາບ “ເພື່ອສັງຄົມຍຸຕິທຳ” ອອກອາກາດທາງໂທລະພາບກະຊວງປ້ອງກັນຄວາມສະຫງົບຈຳນວນ 364 ບົດ, ນຳເອົາກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຮ່າງນິຕິກຳລົງໃນຈົດໝາຍເຫດທາງລັດຖະການຈຳນວນ 159 ສະບັບ, ປັດຈຸບັນມີນິຕິກຳທີ່ພິມລົງເວັບໄຊຈຳນວນ 723 ສະບັບ ອັນພົ້ນເດັ່ນໄດ້ສ້າງເປັນແອັບກົດໝາຍ Version ທີ 3 ສຳເລັດ ແລະ ໄດ້ຈັດພິທີເປີດນຳໃຊ້ຢ່າງເປັນທາງການ.  ປັດຈຸບັນໄດ້ເອົາກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ຮ່າງນິຕິກຳລົງແອັບຈຳນວນ 307 ສະບັບ, ໄດ້ຈັດຕັ້ງປະຕິບັດໜ້າທີ່ຄຸ້ມຄອງວຽກງານພິມ ແລະ ແຈກຢາຍປຶ້ມ, ວາລະສານ, ໜັງສືພິມກົດໝາຍເປັນປົກກະຕິ, ພະແນກຍຸຕິທຳແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການຍຸຕິທຳເມືອງ, ນະຄອນໄດ້ຕັ້ງໜ້າຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບັນດາເຜົ່າໃນຂອບເຂດຂອງຕົນ ໂດຍຜ່ານໂທລະໂຄ່ງຂອງແຂວງ, ຜ່ານສະຖາບັນການສຶກສາ ແລະ ອື່ນໆຢ່າງເປັນປົກກະຕິ ໃນນັ້ນ, ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍອົງການຈັດຕັ້ງຄຳຕັດສິນຂອງສານແຕ່ລະຂັ້ນໄດ້ຍົກສູງຄວາມຮັບຜິດຊອບນຳເອົາຄຳຕັດສິນຂອງສານມາຈັດຕັ້ງປະຕິບັດຕາມຂັ້ນຕອນຂອງກົດໝາຍ ຊຶ່ງໃນປີທີ່ຜ່ານມາຈຳນວນຄຳຕັດສິນຂອງສານ ໃນທົ່ວປະເທດມີທັງໝົດ 29.422 ເລື່ອງ ໃນນັ້ນ ຄຳຕັດສິນທີ່ຄ້າງມາແຕ່ປີ 2017 ຈຳນວນ 21.976 ເລື່ອງ ແລະ ຄະດີເຂົ້າໃໝ່ ໃນປີ 2018 ມີ 7.446 ເລື່ອງ, ສາມາດຈັດຕັ້ງ ປະຕິບັດສຳເລັດ 1.819 ເລື່ອງ ເທົ່າກັບ 6,17% ຂອງຈຳນວນຄຳຕັດສິນຂອງສານທັງໝົດສົ່ງໃຫ້ອົງການໄອຍະການປະຊາຊົນ ຕາມຄຳສັ່ງທວງຈຳນວນຄະດີ 131 ເລື່ອງ, ປັດຈຸບັນຈຳນວນຄຳຕັດສິນຂອງສານທົ່ວປະເທດທີ່ຍັງຄ້າງ ແລະ ຈັດຕັ້ງປະຕິບັດມີທັງໝົດ 27.472 ເລື່ອງ, ຄຽງຄູ່ກັບຜົນງານດັ່ງກ່າວນັ້ນຍັງມີຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງ ແກ້ໄຂ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດໃນທຸກກົງຈັກການຈັດຕັ້ງ, ຍົກລະດັບຄວາມຮູ້ໃຫ້ພະນັກງານ ລັດຖະກອນໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດຢ່າງໜັກແໜ້ນ, ມີຄວາມເປັນເຈົ້າການ ໃນການຝຶກຝົນຫຼໍ່ຫຼອມພັດທະນາຕົນເອງ ແລະ ຫັນປ່ຽນແນວຄິດອັນເກົ່າໄປສູ່ອັນໃໝ່ ເພື່ອເຮັດແນວໃດເຮັດໃຫ້ວຽກງານຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ.

ເພື່ອເປັນເຂັ້ມທິດຊີ້ເຍືອງທາງໃນການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້ານັ້ນ ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມທ່ານ ພັນຄຳ ວິພາວັນ ຮອງປະທານປະເທດໄດ້ເນັ້ນໃຫ້ຂະແໜງຍຸຕິທຳປະຕິບັດແຜນການ ໃນປີ 2019 ໃຫ້ມີຜົນສຳເລັດເປັນກ້າວໆ ຊຶ່ງກ່ອນອື່ນຕ້ອງກຳແໜ້ນຖານະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ເພາະມີຄວາມໝາຍສຳຄັນຍິ່ງຕໍ່ການກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນສ້າງປະຖົມປັດໄຈກ້າວສູ່ສັງຄົມນິຍົມ, ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍຕ້ອງຮັບປະກັນລັກສະນະຊົນຊັ້ນ ແລະ ໃຫ້ຄົບຖ້ວນສົມບູນ, ການປະຕິບັດກົດໝາຍຕ້ອງໃຫ້ມີຄວາມສັກສິດ, ເຂັ້ມງວດ, ຮັບປະກັນຄວາມຍຸຕິທຳນີ້ເປັນສິ່ງທີ່ສັງຄົມ ແລະ ປະຊາຊົນເປັນຫ່ວງເປັນໄຍ ແລະ ເລັ່ງ ທວງໃຫ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດເຮົາຈັດຕັ້ງປະຕິບັດໃຫ້ດີກ່ວາເກົ່າ, ການຕິດຕາມກວດກາຂະບວນການຈັດຕັ້ງປະຕິບັດກົດໝາຍມີຄວາມຈຳເປັນຕ້ອງໄດ້ເພີ່ມທະວີໃຫ້ສູງກວ່າເກົ່າ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍມີຄວາມສັກສິດ, ມີຄວາມຍຸຕິທຳ, ການຍົກສູງຄຸນນະພາບຂອງວຽກງານພັດທະນາບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍແມ່ນມີຄວາມສຳຄັນທີ່ສຸດ ໃນນີ້ໃຫ້ເອົາໃຈໃສ່ເປັນພິເສດກ່ຽວກັບການສ້າງຄຸນທາດການເມືອງ, ຄຸນສົມບັດ ແລະ ຈັນຍາທຳຂອງນັກກົດໝາຍ, ຄວາມທ່ຽງທຳ, ຄວາມຊື່ສັດບໍລິສຸດ ແລະ ຈິດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງໜັກແໜ້ນ, ບັນຫາການຊີ້ນຳ-ນຳພາຂອງພັກແຕ່ລະຂັ້ນຕໍ່ວຽກງານຍຸຕິທຳຕ້ອງໄດ້ເພີ່ມທະວີການຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ແລະ ເບິ່ງແຍງດູແລຂອງຄະນະພັກທຸກຂັ້ນຕໍ່ວຽກງານຍຸຕິທຳ.

ສະນັ້ນ ເພື່ອເຮັດໃຫ້ວຽກງານຍຸຕິທຳໄດ້ຮັບການປັບປຸງໃຫ້ມີບາດກ້າວໃໝ່ ແລະ ທິດທາງແຜນການໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຄາດໝາຍນັ້ນ, ຄະນະນຳກະຊວງບັນດາພະນັກງານ ວິຊາການ ໃນຂົງເຂດວຽກງານຍຸຕິທຳຂັ້ນຕ່າງໆຕ້ອງພ້ອມກັນເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນກ່ວາເກົ່າ, ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃຫ້ໄດ້ຕາມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍຄືມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລຂຶ້ນເລື້ອຍໆ ໂດຍສະເພາະເອົາໃຈໃສ່ສູ້ຊົນປະຕິບັດທິດທາງແຜນການ ໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ ເປັນຕົ້ນສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນປົກກະຕິ, ຕັ້ງໜ້າຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມແນວທາງ, ນະໂຍບາຍຂອງພັກແຕ່ລະໄລຍະໃຫ້ທັນກັບສະພາບການ, ນຳພາຜັນຂະຫຍາຍບັນດາມະຕິຄະນະບໍລິຫານງານສູນກາງພັກ ພ້ອມທັງຫັນເປັນລະອຽດຂອງຂະແໜງຍຸຕິທຳ, ສືບຕໍ່ບຸກທະລຸດ້ານຈິນຕະນາການ ໂດຍເລີ່ມຈາກການປັບປຸງແບບແຜນນຳພາ, ວິທີເຮັດວຽກ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ, ສຸມໃສ່ສ້າງ ແລະ ປັບປຸງກົດໝາຍໃຫ້ສຳເລັດຕາມແຜນການ ແລະ ມີຄຸນນະພາບ, ສ້າງກົນໄກ, ລະບຽບການກ່ຽວກັບການປະເມີນຜົນນິຕິກຳ, ສືບຕໍ່ຍູ້ແຮງໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ດ້ວຍຫຼາຍຮູບການ, ວິທີການ ແທດເໝາະກັບລະດັບຄວາມຮູ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ຄົ້ນຄວ້າ, ສ້າງປຶ້ມຄູ່ມືກ່ຽວກັບການໂຄສະນາເຜີຍແຜ່ກົດໝາຍ ແລະ ສືບຕໍ່ເອົາໃຈໃສ່ວຽກງານ ອື່ນໆຕື່ມອີກໃຫ້ມີຜົນສຳເລັດ ເພື່ອເຮັດແນວໃດໃຫ້ວຽກງານຍຸຕິທຳໃຫ້ເປັນທີ່ຍອມຮັບຂອງສັງຄົມໃນປັດຈຸບັນ.

(ໂດຍ: ສຳນານ ພົມພັກດີ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com