Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກຸມ ພາ 2019 ໄດ້ຈັດຂຶ້ນໃນວັນທີ 19-20/2/2019 ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.
ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ປະກອບຄຳຄິດເຫັນ ແລະ ພິຈາລະນາ ຮັບຮອງເອົາ 7 ເອກະສານສຳຄັນຄື: ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030; ບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສຳປະທານທີ່ດິນ ໃນຂອບເຂດທົ່ວປະເທດ; ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ); ດຳລັດ ວ່າດ້ວຍກອງທຶນພັດ ທະນາວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ); ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ; ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ; ບົດລາຍງານກ່ຽວກັບແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ.
ບັນດາ 7 ເອກະສານສຳຄັນ
ດັ່ງກ່າວ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາ ຫຼັກການ ແລະ ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງນຳໄປປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກ ລັດຖະບານ.
ໃນເດືອນມັງກອນທີ່ຜ່ານມາ, ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມທີ່ສຳຄັນ ຈຳນວນໜຶ່ງເຊັ່ນ: ໄດ້ສະຫຼຸບຕີລາຄາ ແລະ ຊີ້ນໍາການຟື້ນຟູ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນຳ້ຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍສະເພາະ ແມ່ນການຮີບຮ້ອນແກ້ໄຂເຮືອນຢູ່ຊົ່ວຄາວໃຫ້ປະຊາຊົນ, ການຟື້ນຟູພື້ນຖານໂຄງລ່າງ, ການຈັດສັນເຂດຜະລິດ ແລະ ເຂດຕັ້ງຖິ່ນຖານຖາວອນໃຫ້ແກ່ປະຊາຊົນ; ໄດ້ກະກຽມ ແລະ ເຂົ້າຮ່ວມການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໄດ້ເຂົ້າຮ່ວມສະຫຼຸບຕີລາຄາ ແລະ ຊີ້ນໍາການປະຕິບັດພາລະບົດບາດ, ໜ້າທີ່ ແລະ ວຽກຈຸດສຸມຂອງຫຼາຍກະຊວງ ແລະ ຄະນະກໍາມະການຕ່າງໆ, ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ 5 ກົດໝາຍ ເພື່ອຈະສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 7 ໃນເດືອນພຶດສະພາ ຄື: ຮ່າງກົດໝາຍ ວ່າດ້ວຍອາຊີວະສຶກສາ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ, ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ ການທຸ້ມຕະຫຼາດ ແລະ ການອຸດໜູນສິນຄ້ານຳເຂົ້າ, ຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ). ນອກນີ້ ຍັງໄດ້ຄົ້ນຄວ້າ ແລະ ອອກນິຕິກຳລຸ່ມກົດໝາຍ ຈຳນວນໜຶ່ງ ເປັນຕົ້ນແມ່ນ ດຳລັດ, ຂໍ້ຕົກລົງ, ຄຳແນະນຳ ແລະ ແຈ້ງການຂອງລັດຖະບານ ແລະ ໃນລະດັບຂະແໜງການລວມທັງໝົດຫຼາຍກວ່າ 165 ສະບັບ; ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢູ່ຫຼາຍທ້ອງຖິ່ນ, ນາຍົກ ແລະ ສະມາຊິກລັດຖະບານ ຈຳນວນໜຶ່ງໄດ້ເຄື່ອນໄຫວຢ້ຽມຢາມທາງການຢູ່ປະເທດບຣູໄນ, ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ 2018 ແລະ ຈັດຕັ້ງດໍາເນີນການເປີດປີທ່ອງທ່ຽວລາວ-ຈີນ ປີ 2019 ຢ່າງເປັນທາງການ.
ສຳລັບໃນເດືອນມີນາ, ລັດຖະບານ ຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍຈໍານວນໜຶ່ງເຊັ່ນ: ສືບຕໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ ເປັນຕົ້ນແມ່ນອຸບັດເຫດຕາມທ້ອງຖະໜົນ, ການຄ້າຂາຍຜິດກົດໝາຍ, ການປຸ້ນຈີ້ຊີງຊັບ ແລະ ອື່ນໆ, ສຸມໃສ່ການເກັບລາຍຮັບໃຫ້ໄດ້ຕາມແຜນແຕ່ຕົ້ນປີ ແລະ ໃນທ້າຍເດືອນມີນາ ຕ້ອງສູ້ຊົນໃຫ້ບັນລຸ 25% ຫຼືຢ່າງໜ້ອຍກໍບໍ່ຄວນຫຼຸດ 20% ຂອງແຜນການປີ, ເອົາໃຈໃສ່ແກ້ໄຂບັນຫາທີ່ເປັນຂອດອຸດຕັນ ແລະ ຖ່ວງດຶງຄວາມສະດວກໃນການດໍາເນີນທຸລະກິດ ໂດຍສະເພາະບັນດາຕົວຊີ້ວັດ ທີ່ປະເທດເຮົາບໍ່ເປັນໂຕເລກທີ່ດີ, ເລັ່ງຟື້ນຟູເຂດຖືກຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃຫ້ໄວ ແລະ ມີປະສິດທິຜົນກວ່າເກົ່າ, ກະກຽມຮອບດ້ານໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດ ທີ່ສໍາຄັນຂອງລັດຖະບານ, ພ້ອມນີ້ ກໍໃຫ້ເອົາໃຈໃສ່ຕິດຕາມ, ວິເຄາະ, ວິໄຈ ແລະ ລາຍງານສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ; ກະກຽມເນື້ອໃນກອງປະຊຸມລັດຖະບານປະຈໍາເດືອນມີນາ ຊຶ່ງຈະມີທັງກອງປະຊຸມວິສາມັນ ເພື່ອພິຈາລະນາຮ່າງກົດໝາຍ ແລະ ກອງປະຊຸມສາມັນເພື່ອພິຈາລະນາ ບັນດາຫົວຂໍ້ທີ່ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 2019 ແລະ ນໍາເອົາບັນດາກົດໝາຍທີ່ຜ່ານ ເພື່ອສະເໜີຕໍ່ກອງປະຊຸມສະພາສະໄໝສາມັນເທື່ອທີ 7 ໃນເດືອນພຶດສະພາ 2019.
ເພື່ອຈັດຕັ້ງປະຕິບັດວຽກງານຈຸດສຸມຂອງລັດຖະບານ ໃນເດືອນມີນາ ໃຫ້ປະກົດເປັນຈິງນັ້ນ ພາກສ່ວນກ່ຽວຂ້ອງຈົ່ງຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມລັດຖະບານຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານຕົວຈິງ ທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດ. ພ້ອມນີ້, ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງຍົກສູງນ້ຳໃຈເປັນເຈົ້າປະເທດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງສາຄະນາຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເດັດດ່ຽວສະກັດກັ້ນ ແລະ ຕ້ານກົນອຸບາຍແບ່ງແຍກ, ການໃສ່ຮ້າຍປ້າຍສີຂອງກຸ່ມຄົນທີ່ບໍ່ຫວັງດີຢູ່ພາຍໃນ ແລະ ຕ່າງປະເທດ.
ໂດຍ: ມິງໂກ
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com