Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະຜູ້ແທນຂັ້ນສູງພັກ-ລັດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຊຶ່ງນຳໂດຍ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສຳເລັດການຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການແຕ່ວັນທີ 24-25 ກຸມພາ 2019 ຕາມຄຳເຊີນຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍໄດ້ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ໃນໄລຍະຢ້ຽມຢາມ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ; ພົບປະແລກປ່ຽນຄຳຄິດເຫັນກັບສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນ ກາງພັກ ນາຍົກລັດຖະມົນຕີ ແລະ ສະຫາຍ ນາງ ປານີ ຢາທໍໍ່ ຕູ້ ກຳມະການກົມການເມືອງສູນກາງພັກ
ປະທານສະພາແຫ່ງຊາດ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ;ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ປະທານຄະນະກຳມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັັ້ນສູນກາງ ແລະ ຢ້ຽມຢາມບັນດາອະດີດການນຳພັກ-ລັດ ລາວ ຈຳນວນໜຶ່ງ; ຢ້ຽມຢາມ ແລະ ກວດກາຄວາມຄືບໜ້າ ຂອງໂຄງການປຸກສ້າງຫໍສະພາແຫ່ງຊາດລາວ, ຊຶ່ງເປັນຂອງຂວັນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ, ຕາງໜ້າບັນດາວິສາຫະກິດ ແລະ ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ລາວ; ຢ້ຽມຢາມພື້ນຖານວັດທະນະທຳຈຳນວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ.
ໃນການພົບປະເຈລະຈາ, ແລກປ່ຽນຄຳຄິດຄຳເຫັນໄດ້ ດຳເນີນໄປໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ເຊືຶ່ອໝັັ້ນຊຶ່ງກັນ ແລະ ກັນ. ການນຳຂັ້ນສູງຂອງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດນັບແຕ່ຕົ້ນສະ ໄໝຂອງກອງປະຊຸມໃຫຍ່ຂອງແຕ່ລະພັກເປັນຕົ້ນມາ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະທີ່ຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອນຳເອົາການພົວພັນຮ່ວມມືແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ກ້າວໄປສູ່ຈຸດສູງອັນໃໝ່, ໂດຍສະເພາະໄດ້ຕີລາຄາສູງຕໍ່ຜົນສຳເລັດຮອບດ້ານ, ສຳຄັນຂອງແຕ່ລະປະເທດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຫຼ້າສຸດຂອງພັກຕົນ ແລະ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາອັນຖືກຕ້ອງຂອງພັກທັງສອງ, ພາລະກິດປ່ຽນແປງໃໝ່ຢູ່ແຕ່ລະປະເທດ ຈະສືບຕໍ່ມີຜົນສຳເລັດໃໝ່, ນຳເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ ໂດຍສະເພາະແມ່ນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ປປ ລາວ ແລະ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ເພື່ອກ້າວໄປສູ່ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງຕໍ່ໄປຂອງພັກຕົນ ໃຫ້ປະສົບຜົນສຳເລັດຕົວຈິງ. ການນຳຂັ້ນສູງຂອງ ລາວ-ຫວຽດນາມ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຊຶ່ງກັນ ແລະ ກັນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນມາ ໂດຍຕະຫຼອດ ທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ຢູ່ແຕ່ລະປະເທດ. ພາຍຫຼັງການພົບປະສອງຝ່າຍ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ເປັນສັກຂີພິຍານໃນການລົງນາມບັນດາເອກະສານຮ່ວມມື ລະຫວ່າງ ສອງປະເທດຈຳນວນ 9 ສະບັບ, ໃນນັ້ນ ມີສັນຍາ ວ່າດ້ວຍການຮ່ວມມືດ້ານການເງິນ; ບົດບັນທຶກສັນຍາ ວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ເສັ້ນທາງລົດໄຟຫວຸງອາງ-ວຽງຈັນ; ສັນຍາ ວ່າດ້ວຍການຮ່ວມມືດ້ານການພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ແລະ ບົດບັນທຶກ, ຂໍ້ຕົກລົງຈຳນວນໜຶ່ງ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດ.
ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດອັນຈົບງາມການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ນຳເອົາການພົວພັນພິເສດລາວ-ຫວຽດນາມກ້າວສູ່ຈຸດສູງອັນໃໝ່.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com