Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ຫວຽດນາມ ຈະເດີນທາງມາຢ້ຽມຢາມສັນທະວະໄມຕີ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການແຕ່ວັນທີ 24-25 ກຸມພາ 2019. ປະຊາຊົນລາວບັນດາເຜົ່າທົ່ວທັງປະເທດ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈທີ່ໄດ້ມີໂອກາດຂ່ຳນັບຮັບຕ້ອນ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ຫວຽດນາມ ເພື່ອນມິດສະໜິດສະໜົມຂອງປະຊາຊົນລາວພວກເຮົາທີ່ໄດ້ນຳເອົານ້ຳໃຈມິດຕະພາບອັນຍິ່ງໃຫຍ່
ແລະ ຄວາມສາມັກຄີຮັກແພງແບບພິເສດຂອງປະຊາຊົນຫວຽດນາມອ້າຍນ້ອງມາສູ່ ປະຊາຊົນລາວບັນດາເຜົ່າ.
ສອງຊາດລາວ ແລະ ຫວຽດນາມ ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ; ປະຊາຊົນລາວ ແລະ ຫວຽດນາມໄດ້ດຳລົງຊີວິດທຳມາຫາກິນບົນຜືນແຜ່ນດິນທີ່ມີສາຍພູ ແລະ ແມ່ນ້ຳຕິດຈອດກັນແຕ່ເໜືອຮອດໃຕ້ຍາວກ່ວາ ສອງພັນກິໂລແມັດ. ປະຊາຊົນສອງຊາດມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປ່ຽນວັດທະນະທຳ, ມີການໄປມາຫາສູ່ກັນຖານບ້ານໃກ້ເຮືອນຄຽງຢ່າງສະໜິດແໜ້ນມາແຕ່ດົນນານ. ນຳ້ໃຈມິດຕະພາບ, ຄວາມສາມັກຄີ ແລະ ຄວາມສຳພັນສູ້ຮົບ ທີ່ເປັນ ມູນເຊື້ອໃນພາລະກິດປະຕິວັດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາໃນເມື່ອກ່ອນ ໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ ປະເທດລາວ-ຫວຽດນາມໃນປັດຈຸບັນ ແລະ ສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ, ນັບມື້ນັບເຂົ້າສູ່ ລວງເລິກ, ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານ. ຕະຫຼອດໄລຍະເວລາ ແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ໂດຍສະເພາະນັບແຕ່ສອງປະເທດ ໄດ້ເລີ່ມຕົ້ນ ດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານມານີ້ ມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຫວຽດນາມ ໂດຍແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ພ້ອມດ້ວຍບັນດາການນຳຮຸ່ນກໍ່ຕັ້ງ ການປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ທີ່ໄດ້ທຸ້ມເທເຫື່ອແຮງຮ່ວມກັນສ້າງຕັ້ງຂຶ້ນ ແລະ ໄດ້ຮັບການຖະນຸຖະໜອມ, ເພີ່ມພູນຄູນສ້າງຢ່າງໜັກແໜ້ນ ແລະ ເລິກເຊິ່ງກາຍເປັນມໍລະດົກອັນຍອດຍິ່ງ ແລະ ສະຫວ່າງສະໄຫວ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ທັງເປັນປັດໄຈຕັດສິນໄຊຊະນະການປະຕິວັດ ຂອງແຕ່ລະປະເທດໃນທຸກຍຸກ, ທຸກສະໄໝ ແລະ ນັບມື້ກໍຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຢ່າງເລິກເຊິ່ງ ບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕຂອງກັນ ແລະ ກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ສອງປະເທດລາວ-ຫວຽດນາມ ອ້າຍນ້ອງພວກເຮົາ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນທ່ຽງດ້ານການເມືອງ-ສັງຄົມ, ເອກະພາບທົ່ວປວງຊົນ ແລະ ຕາມທິດຂະຫຍາຍຕົວຂອງແຕ່ລະປະເທດ; ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ ຮັບການເອົາໃຈໃສ່, ມີຄວາມຄືບໜ້າ ແລະ ມູນຄ່າການຄ້າ ລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຫວຽດນາມ ຈັດຢູ່ໃນແຖວໜ້າ ຂອງບັນດາປະເທດ ແລະ ເຂດແຄວ້ນ ທີ່ມີການລົງທຶນຫຼາຍທີ່ສຸດ ຢູ່ ສປປ ລາວ, ການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ກິລາ, ວິທະຍາສາດ-ເຕັກນິກ, ການຄົມມະນາຄົມ-ຂົນສົ່ງ,ການຕ່າງປະເທດ ແລະ ດ້ານອື່ນໆ ກໍມີການຜັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບການເສີມຂະຫຍາຍໄປພ້ອມໆກັນ. ທັງໝົດນີ້ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາພັດທະນາຂອງທັງສອງປະເທດ ໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ຊື່ສຽງ ແລະ ຖານະບົດບາດຂອງສອງປະເທດ ລາວ- ຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ
ປະຊາຊົນລາວ ບັນດາເຜົ່າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ການເດີນທາງມາຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການຂອງສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ຫວຽດນາມໃນຄັ້ງນີ້. ພ້ອມກັນນັ້ນກໍຂໍອວຍພອນໃຫ້ການມາຢ້ຽມຢາມຄັ້ງນີ້ຈົ່ງປະສົບຜົນສຳເລັດຢ່າງຈົບງາມ ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ເພື່ອປະກອບສ່ວນນຳເອົາປະເທດຊາດຂອງພວກເຮົາກ້າວຂຶ້ນຢ່າງໜັກແໜ້ນ, ຕອບສະໜອງຜົນປະໂຫຍດ ຂອງປະຊາຊົນສອງປະເທດ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງຄວາມເຂັ້ມແຂງ ແລະ ອຸດົມຮັ່ງມີໃຫ້ ແກ່ກັນ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com