Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສົ່ງເສີມການທ່ອງທ່ຽວ ແລະ ປີທ່ອງທ່ຽວ ລາວ ຈີນ 2019 ໃຫ້ມີປະສິດທິຜົນສູງິ່ແມ່ນໜຶ່ງໃນບັນດາວຽກງານຈຸດສຸມຂອງລັດຖະບານ ໃນປີ 2019 ຊຶ່ງບັນຫາດັ່ງກ່າວໄດ້ຖືກກຳນົດວາງອອກຢູ່ໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນ 2019 ຄັ້ງວັນທີ 2425/1/2019.
ປີ 2019 ເປັນປີທ່ອງທ່ຽວ ລາວ ຈີນ ຕາມການຕົກລົງເຫັນດີເປັນເອກະພາບຂອງ 2 ລັດຖະບານ ລາວ ຈີນ ຊຶ່ງພິທີເປີດປີທ່ອງທ່ຽວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25/1/2019 ທີ່ນະຄອນຫຼວງວຽງຈັນ.
ການເປີດປີທ່ອງທ່ຽວ ລາວ ຈີນ 2019 ແມ່ນມີຄວາມໝາຍສຳຄັນຍິ່ງໃນປະຫວັດສາດຂອງການພົວພັນຮ່ວມມືສອງຝ່າຍ ລາວ ຈີນ. ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ສົ່ງສານຊົມເຊີຍມາຍັງພິທີອັນສະຫງ່າລາສີແຫ່ງການເປີດປີທ່ອງທ່ຽວດັ່ງກ່າວ ໂດຍເນື້ອໃນສຳຄັນຂອງສານໄດ້ເນັ້ນວ່າ: “ການຈັດປີທ່ອງທ່ຽວ ລາວ ຈີນ 2019 ຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ຈີນ. ປີ 2019 ເປັນອີກປີໜຶ່ງທີ່ມີຄວາມໝາຍສຳຄັນໃນປະຫວັດສາດຂອງການຮ່ວມມືສອງຝ່າຍ ລາວ ຈີນ ໃນທ່າມກາງບັນຍາກາດທີ່ທັງສອງຝ່າຍກຳລັງສະເຫຼີມສະຫຼອງການຍົກລະດັບການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຄົບຮອບ 10 ປີ ກໍຄືການສ້າງຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ ຈີນ ທີ່ມີຄວາມໝາຍ ຍຸດທະສາດ. ການເປີດປີທ່ອງທ່ຽວ ລາວ ຈີນ 2019 ນີ້ ຈຶ່ງເປັນກິດຈະກຳ ທີ່ສຳຄັນໜຶ່ງໃນການເພີ່ມທະວີສາຍພົວພັນ ມິດຕະພາບ ແລະ ຄວາມເຂົ້າ ອົກເຂົ້າໃຈ ຊຶ່ງກັນ ແລະ ກັນ ຂອງປະຊາຊົນທັງສອງປະເທດ.
ການນຳພັກລັດຂອງສອງປະເທດ ລາວ ຈີນ ໄດ້ເຫັນດີເປັນເອກະພາບ ເລືອກເອົາປີ 2019 ເປັນປີທ່ອງທ່ຽວ ລາວ ຈີນ ນັ້ນ ກໍແມ່ນເພື່ອສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ໄດ້ມີໂອກາດໄປມາຫາສູ່ກັນ, ຮຽນຮູ້ວັດທະນະທຳຂອງກັນ ແລະ ກັນຫຼາຍຂຶ້ນກວ່າເກົ່າ, ທັງເປັນການສົ່ງເສີມໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວລາວຫຼາຍ ຂຶ້ນ ແລະ ໃຫ້ນັກທ່ອງທ່ຽວລາວ ໄດ້ມີໂອກາດໄປທ່ຽວຈີນຫຼາຍຂຶ້ນເຊັ່ນດຽວກັນ. ທັງນີ້ ກໍເນື່ອງຈາກ ສປປ ລາວ ສປ ຈີນ ແມ່ນປະເທດ ທີີ່ມີຊາຍແດນຕິດຈອດກັນ, ສອງປະເທດລ້ວນແຕ່ມີວັດທະນະທຳ ທີ່ຮຸ່ງເຮືອງສີວິໄລ, ມີທິວທັດທຳມະຊາດອັນສວຍສົດງົດງາມ ປະຊາຊົນສອງປະເທດຮ່ວມກັນ ດື່ມນຳ້ສາຍດຽວກັນ, ມີສາຍພົວພັນຮ່ວມມືກັນທີ່ເປັນມູນເຊື້ອອັນສະໜິດແໜ້ນ ມາແຕ່ດົນນານ, ເປັນເພື່ອນມິດຍຸດທະສາດ ທີ່ມີການຮ່ວມມືກັນຫຼາຍດ້ານເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືດ້ານການ ທ່ອງທ່ຽວ ຊຶ່ງໃນໄລຍະຜ່ານມາການ ທ່ອງທ່ຽວ ລາວ ຈີນ ໄດ້ມີທ່າຂະຫຍາຍຕົວນັບມື້ນັບເຂັ້ມແຂງຍິ່ງຂຶ້ນ, ມີເສັ້ນທາງເຊື່ອມຈອດກັນ ທັງພາກພື້ນດິນ ແລະ ທາງອາກາດເຮັດໃຫ້ປະຊາຊົນ ສອງຊາດໄປມາຫາສູ່ກັນຢ່າງສະດວກສະບາຍ. ອັນໄດ້ເຮັດໃຫ້ສະຖິຕິຈຳນວນ ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ນັບມື້ນັບເພີ່ມຂຶ້ນຄື: ຈຳນວນນັກທ່ອງທ່ຽວ ຈີນ ເຂົ້າມາທ່ຽວລາວ ໃນປີ 2012 ມີເກືອບ 2 ແສນຄົນ, ໃນປີ 2018 ແມ່ນເພີ່ມຂຶ້ນເກືອບ 8 ແສນຄົນ. ຄາດວ່າຈຳນວນນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ອງທ່ຽວລາວ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕໍ່ໜ້າ. ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ສົ່ງສານຊົມເຊີຍມາຍັງພິທີເປີດປີທ່ອງທ່ຽວ ລາວຈີນ 2019 ຊຶ່ງເນື້ອໃນສານໄດ້ເນັ້ນວ່າ: “ຫວັງວ່າ 2 ຝ່າຍຈະຖືເອົາໂອກາດເປີດປີທ່ອງທ່ຽວ ລາວຈີນ ນີ້ເປີດກວ້າງການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ທັງເພີ່ມທະວີການແລກປ່ຽນທາງດ້ານວັດທະນະທຳ ຮັດແໜ້ນຄວາມສຳພັນໄມຕີຈິດມິດຕະພາບ ລະຫວ່າງປະຊາຊົນ ເພື່ອພ້ອມກັນສ້າງຄູ່ຮ່ວມຊາຕາກຳ ຈີນລາວ”.
ພັກ ລັດ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານ ການທ່ອງທ່ຽວ ແລະ ຖືເປັນບຸລິມະສິດ ໜຶ່ງໃນແຜນພັດທະນາເສດຖະກິດຂອງຊາດ ດ້ວຍການສົ່ງເສີມການ ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ອັນອຸດົມສົມບູນເປັນຕົ້ນຕໍ ເພື່ອດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຈາກ ສປ ຈີນ ກໍຄືຈາກທົ່ວທຸກມຸມໂລກມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະປີທ່ອງທ່ຽວ ລາວ ຈີນ 2019 ແມ່ນ ມີຈຸດປະສົງ ດຶງດູດນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ຫຼາຍກວ່າ 4,5 ລ້ານຄົນ.
ເພື່ອສົ່ງເສີມປີທ່ອງທ່ຽວ ລາວຈີນ 2019 ໃຫ້ມີປະສິດທິຜົນສູງນັ້ນ ມັນຮຽກ ຮ້ອງມາຍັງທົ່ວສັງຄົມຈົ່ງຮ່ວມໃຈກັນເປັນເຈົ້າ ພາບທີ່ດີ ໃນການຕ້ອນຮັບ, ເປັນເຈົ້າການເຂົ້າຮ່ວມໃນວຽກງານປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບ ຮ້ອຍທາງດ້ານສັງຄົມ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈາກ ສປ ຈີນ ແລະ ຕ່າງປະເທດທີ່ຈະມາທ່ອງທ່ຽວລາວ ໃຫ້ມີຄວາມເບີກບານມ່ວນ ຊື່ນ ແລະ ທ່ຽວຊົມສະຖານທີ່ຕ່າງໆ ດ້ວຍຄວາມສະບາຍໃຈຄືກັນກັບຢູ່ບ້ານເກີດ ເມືອງນອນຂອງເຂົາເຈົ້າເອງ.
ໂດຍ: ມິງໂກ
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com