Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ມື້ນີ້ (12/2/2019) ກອງປະຊຸມວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດປີ 2019 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍກອງປະຊຸມດັ່ງກ່າວຈະໄດ້ສັງເກດຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຖວທ ປີ 2018 ແລະ ທິດທາງແຜນການໃນປີ 2019.
ໃນປີ 2018 ທີ່ຜ່ານມາ, ຄະນະພັກ, ຄະນະນຳກະຊວງ ແລະ ການນຳຂັ້ນຕ່າງໆ ໃນຂະແໜງ ຖວທ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ພັດທະນາວຽກງານ ຖວທ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ; ສືບຕໍ່ເປັນກະບອກສຽງອັນແຫຼມຄົມໃນການໂຄສະນາແນວທາງ ນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາຂອງລັດ; ເປັນແຫຼ່ງຂໍ້ມູນຂ່າວສານ; ເຮັດໃຫ້ຄຸນ ຄ່າວັດທະນະທຳທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການຟື້ນຟູ, ສົ່ງເສີມ ແລະ ພັດທະນາຢ່າງເປັນຂະບວນຟົດຟື້ນ; ການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໄດ້ຮັບການຜັນຂະຫຍາຍລົງສູ່ຊຸມຊົນ ທ້ອງຖິ່ນຢ່າງກວ້າງຂວາງ, ເຮັດໃຫ້ການທ່ອງທ່ຽວແບບຍືນຍົງປະຊາຊົນມີສ່ວນຮ່ວມໄດ້ຮັບການພັດທະນາຢ່າງເປັນຮູບປະທຳ.
ເພື່ອສືບຕໍ່ປະກອບສ່ວນ ເຂົ້າໃນການກໍ່ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ພັດທະນາເສດຖະກິດໃຫ້ສົມຄູ່ກັບການພັດ ທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອບັນລຸເປົ້າໝາຍສະຫັດສະວັດການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ເວົ້າລວມ ເວົ້າສະເພາະ ໃນຂະແໜງ ຖວທ ໄດ້ສຸມໃສ່ບັນລຸເປົ້າໝາຍແຜນພັດທະນາວຽກງານ ໃນຂະແໜງຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນກ້າວໆ. ໂດຍສະເພາະໃນວຽກງານຖະແຫຼງຂ່າວ ກໍໄດ້ຂໍອະນຸຍາດຄື້ນຄວາມຖີ່ວິທະຍຸ ແລະ ໂທລະພາບຂອງເມືອງໂພນທອງ, ວິທະຍຸຊຸມຊົນ 8 ແຫ່ງຄື: ເມືອງນາໝໍ້ ແລະ ເມືອງຮຸນ ແຂວງອຸດົມໄຊ, ເມືອງຄູນ ແລະ ເມືອງໜອງແຮດ ແຂວງຊຽງຂວາງ, ເມືອງຄອບ ແຂວງໄຊຍະບູລີ, ເມືອງລະຄອນເພັງ ແຂວງສາລະວັນ, ເມືອງທ່າແຕງ ແລະ ເມືອງດາກຈຶງ ແຂວງເຊກອງ, ສຳເລັດການກໍ່ສ້າງ ແລະ ມອບ-ຮັບຕຶກອາຄານສຳນັກຂ່າວສານປະເທດລາວຫຼັງໃໝ່ ທີ່ບ້ານດົງໂພນແຮ່, ສຳເລັດການຈັດກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນຳ້ລ້ານຊ້າງ ທີ່ນະຄອນຫຼວງວຽງຈັນ ແລະ ອື່ນໆ. ໃນປີ 2018 ທີ່ຜ່ານມາໄດ້ມີສະຖານີໂທລະພາບ 42 ແຫ່ງ, ວິທະຍຸກະຈາຍສຽງມີ 76 ແຫ່ງ, ໂທລະໂຄ່ງ 5.700 ກວ່າໜ່ວຍ, ໜັງສືພິມມີ 33 ສຳນັກພິມ ແລະ ວາລະສານ 111 ສຳນັກພິມ. ສຳລັບວຽກງານວັດທະນະທຳ ກໍໄດ້ຮັບການພັດທະນາ ຊຶ່ງໃນປີ 2018 ສາມາດສ້າງຄອບຄົວວັດທະນະທຳເພີ່ມຂຶ້ນອີກ 48.689 ຄອບຄົວ (ຄາດໝາຍ 30.000 ຄອບຄົວ), ບ້ານວັດທະນະທຳ 374 ບ້ານ (ຄາດໝາຍ 200 ບ້ານ), ກຸ່ມບ້ານວັດທະນະທຳ 17 ກຸ່ມ. ມາຮອດປີ 2018 ຈຳນວນຄອບຄົວວັດທະນະທຳທັງໝົດ ໃນຂອບເຂດທົ່ວປະເທດ 890.744 ຄອບຄົວ ເທົ່າກັບ 76,24%, ບ້ານວັດທະນະທຳ ໄດ້ 5.907 ບ້ານ ເທົ່າກັບ 69,25% ແລະ ກຸ່ມບ້ານວັດທະນະທຳ 139 ກຸ່ມບ້ານ ເທົ່າກັບ 13,28%, ສຳເລັດການສົ່ງເອກະສານບົດສະເໜີກຳນົດ “ລຳວົງລາວ” ປະເພດສິລະປະການສະແດງ ແລະ ດົນຕີ ເພື່ອຂຶ້ນທະບຽນເປັນມໍລະດົກທາງດ້ານວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດໂລກ ໃນສົກປີ 2019, ສຳຫຼວດເກັບກຳຂໍ້ມູນ ເພື່ອສະເໜີໂຄງການພູຫີນໜາມໜໍ່ ແຂວງຄຳມ່ວນ ໂຄງການທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ; ສຳເລັດການຮັບໃຊ້ວຽກງານແຂ່ງຂັນສິລະປະ-ວັນນະຄະດີ ສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ເຂດທີ II ທີ່ແຂວງສະຫວັນນະເຂດ ແລະ ເຂດທີ III ທີ່ແຂວງວຽງຈັນ ແລະ ອື່ນໆ. ສ່ວນວຽກງານທ່ອງທ່ຽວກໍໄດ້ມີທ່າກ້າວຂະຫຍາຍຕົວດີ, ໄດ້ມີການພັດທະນາບັນດາຮູບແບບການບໍລິການທີ່ມີຄຸນນະພາບສູງທາງດ້ານການອະນຸລັກຮັກສາທຳມະຊາດທີ່ສວຍງາມ, ວັດທະນະທຳຮີດຄອງປະເພນີທີ່ເກົ່າແກ່ດັ່ງເດີມ ແລະ ປະຫວັດສາດອັນຍາວນານ, ໄດ້ໃຫ້ການບໍລິການພັກເຊົາຕາມແຫຼ່ງທ່ອງທ່ຽວ ແລະ ເທດສະການທີ່ສາມາດດຶງດູດນັກທ່ອງທ່ຽວຢູ່ບັນດາແຂວງຕ່າງໆ, ໄດ້ສ້າງຕັ້ງການທ່ອງທ່ຽວເປັນຈຸດສຸມ ແລະ ບັນດາພື້ນຖານໂຄງລ່າງໄດ້ຮັບການປັບປຸງນັບມື້ນັບດີຂຶ້ນເລື້ອຍໆ; ໄດ້ສຳເລັດການຈັດຕັ້ງປະຕິບັດແຜນພັດທະນາສະເຫຼີມສະຫຼອງປີທ່ອງທ່ຽວລາວ ປີ 2018 ຢ່າງກວ້າງຂວາງໃນທົ່ວປະເທດ, ໄດ້ເຂົ້າຮ່ວມງານວາງສະແດງທ່ອງທ່ຽວອາຊຽນ ທີ່ຊຽງໃໝ່ ປະເທດໄທ, ງານວາງສະແດງທ່ອງທ່ຽວໂລກ ທີ່ເບີລິນ ປະເທດເຢຍລະມັນ ແລະ ປະເທດຝຣັ່ງ ແລະ ອື່ນໆ. ໃນປີ 2018 ໄດ້ມີນັກທ່ອງທ່ຽວເຂົ້າມາລາວ ຈຳນວນ 4,1 ລ້ານກວ່າຄົນ ເພີ່ມຂຶ້ນຈາກປີ 2017 ເທົ່າກັບ 8,20% ຄາດຄະເນ ຈະສາມາດສ້າງລາຍຮັບໄດ້ປະມານ 697 ລ້ານກວ່າໂດລາ. ສ່ວນວຽກງານເສນາທິການນັ້ນ ຄະນະນຳກະຊວງ ກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາການເມືອງແນວຄິດ, ວິຊາສະເພາະຈັດຕັ້ງຜັນຂະຫຍາຍມະຕິຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ມະຕິກອງປະຊຸມ ຄັ້ງທີ IV ຂອງອົງຄະນະພັກກະຊວງ ຖວທ ເຂົ້າສູ່ວຽກງານຕົວຈິງ, ໄດ້ເອົາໃຈໃສ່ຊຸກຍູ້ບັນດາແຂວງ ເຂົ້າຮ່ວມກິດຈະກຳປີທ່ອງທ່ຽວລາວ 2018 ຢູ່ບັນດາແຂວງຕ່າງໆ, ລົງຊຸກຍູ້ວຽກງານໂຄສະນາປະຊາສຳພັນ, ເຫດການໄພພິບັດ ຄູກັ້ນນຳ້ເຂື່ອນໄຟຟ້າເຊປຽນ-ເຊນຳ້ນ້ອຍແຕກຫັກ ພ້ອມທັງໄດ້ມອບໂທລະໂຄ່ງຈຳນວນ 5 ຊຸດ, ໂທລະພາບ 5 ໜ່ວຍ, ເຄື່ອງຮັບສັນຍານດາວທຽມ 5 ຊຸດ ໄປຕິດຕັ້ງໃຫ້ແກ່ປະຊາຊົນ ແລະ ນຳເອົາຄອມພິວເຕີຈຳນວນ 2 ໜ່ວຍ ມອບໃຫ້ແກ່ພະແນກ ຖວທ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໄດ້ຈັດຕັ້ງພິທີແຫ່ສະເຫຼີມສະຫຼອງສຽງແຄນເຊື້ອຊາດລາວ ເຂົ້າເປັນມໍລະດົກນາມມະທຳໂລກ ແລະ ອື່ນໆ.
ການຈັດຕັ້ງປະຕິບັດການລົງທຶນຂອງລັດ ວຽກງານ ຖວທ ໃນປີ 2018 ກໍໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ຊຶ່ງກະຊວງ ຖວທ ໄດ້ຮັບງົບປະມານປະຈຳ ປີ 2018 ຈຳນວນ 26 ໂຄງການ ມູນຄ່າລວມທັງໝົດ 28.369 ລ້ານກວ່າກີບ ໂດຍໄດ້ຈັດແບ່ງເຂົ້າໃນການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2018 ຈຳນວນ 15 ໂຄງການມູນຄ່າ 11.347 ລ້ານກີບ. ໃນນີ້ ມີໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ 61 ໂຄງການມູນຄ່າ 6.945 ລ້ານກວ່າກີບ, ໂຄງການສະໜອງວັດຖຸປະກອບມີ 6 ໂຄງການມູນຄ່າ 2.951 ລ້ານກວ່າກີບ ແລະ ໂຄງການສົ່ງເສີມວິຊາການມີ 3 ໂຄງການມູນຄ່າ 145 ລ້ານກີບ. ວຽກງານນິຕິກຳໃນຂົງເຂດ ຖວທ ກໍໄດ້ເອົາໃຈໃສ່ປະຕິບັດຢ່າງຕັ້ງໜ້າ ຊຶ່ງໃນປີ 2018 ທີ່ຜ່ານມາ ແມ່ນໄດ້ຄົ້ນຄວ້າຮ່າງດຳລັດ ວ່າດ້ວຍການຄຸ້ມຄອງສະໂມສອນວັດທະນະທຳ, ປັບປຸງຮ່າງດຳລັດ ວ່າດ້ວຍແຫຼ່ງທ່ອງທ່ຽວ, ຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍປ້າຍ, ວ່າດ້ວຍຮູບເງົາ, ວ່າດ້ວຍການພິມຈຳໜ່າຍ ແລະ ອື່ນໆ.
ເພື່ອສືບຕໍ່ການເສີມຂະຫຍາຍມູນເຊື້ອຜົນງານ ແລະ ຜົນສຳເລັດໃນຂົງເຂດວຽກງານ ຖວທ ທີ່ຍາດມາໄດ້ໃນໜຶ່ງປີທີ່ຜ່ານມານັ້ນ ບັນດາກົມກອງຂະແໜງການຕ່າງໆ ໃນຂະແໜງ ຖວທ ແຕ່ສູນກາງຮອດທ້ອງຖິ່ນ ຈົ່ງຍົກສູງເປັນເຈົ້າການນຳເອົາຜົນສຳເລັດກອງປະຊຸມວຽກງານ ຖວທ ທົ່ວປະເທດໃນຄັ້ງນີ້. ໄປຜັນຂະຫຍາຍຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດ.
ຊົມເຊີຍ ແລະ ອວຍພອນ ກອງປະຊຸມວຽກງານ ຖວທ ທົ່ວປະເທດຄັ້ງນີ້ ຈົ່ງປະສົບຜົນສຳເລັດ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com