Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເຊີດຊູເສີມຂະຫຍາຍມູນເຊື້ອ ກຳມະບານລາວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 16:16:37 ຈຳ​ນວນ​​ຢ້ຽມ​ຊົມ 159 ຄັ້ງ

ມື້ນີ້ (1/2/2019) ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົາໃນທົ່ວປະເທດ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 63 ປີ (1/2/1956-1/2/2019).

ກ່ອນໜ້ານີ້ 63 ປີ, ພັກໄດ້ສ້າງຕັ້ງຮາກຖານກຳມະບານຂຶ້ນ ໃນວັນທີ 1/2/1956 ທີ່ເຂດປົດປ່ອຍ ເພື່ອເປັນກຳລັງປົກປັກຮັກສາ 2 ແຂວງເຕົ້າໂຮມ ແຂວງຫົວພັນ ແລະ ແຂວງຜົ້ງສາລີ ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ນຳ, ຕໍ່ມາໃນວັນທີ 1/2/1966 ສູນກາງພັກ ໄດ້ຕົກລົງປັບປຸງການຈັດຕັ້ງກຳມະບານ ໂດຍແມ່ນທ່ານ ໜູຮັກ ພູມສະຫວັນ ເປັນຜູ້ຊີ້ນຳໂດຍກົງ ພາຍໃຕ້ຄຳຂວັນທີ່ວ່າ: “ທຸກສິ່ງທຸກຢ່າງ ເພື່ອແນວໜ້າ, ເພື່ອໄຊຊະນະ ຂອງການປະຕິວັດປົດປ່ອຍຊາດ. ເຖິງວ່າ ອົງການກຳມະບານລາວ ໄດ້ກຳເນີດຂຶ້ນຢູ່ໃນເຂດປົດປ່ອຍໃນສະພາບເງື່ອນໄຂຂອງປະເທດເຮົາ ຍັງດຳເນີນການຕໍ່ສູ້ປົດປ່ອຍຊາດອັນດູດດື່ມຂ້ຽວຂາດຢ່າງເອົາເປັນ-ເອົາຕາຍ, ພື້ນຖານອຸດສາຫະກຳຫາກໍ່ຈໍ່ແໜງ ແລະ ເງື່ອນໄຂເສດຖະກິດມີຄວາມຫຍຸ້ງຍາກກໍຕາມ. ແຕ່ອົງການກຳມະບານລາວ ກໍມີຄວາມເປັນເອກະພາບກັນທາງດ້ານແນວຄິດການເມືອງ ແລະ ການຈັດຕັ້ງ ພ້ອມທັງໄດ້ເຄື່ອນໄຫວຢູ່ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ. ສະມາຊິກກຳມະບານໃນເວລານັ້ນ ເຖິງວ່າຈະມີຕົ້ນກຳເນີດມາຈາກຊົນຊັ້ນຕ່າງໆໃນສັງຄົມ, ລະດັບຄວາມຮູ້ທາງດ້ານສັງຄົມ ແລະ ທຳມະຊາດແຕກຕ່າງຫຼຸດໂຕນກັນປານໃດກໍຕາມ, ແຕ່ຜ່ານການທົດສອບຢູ່ໃນແປວໄຟສົງຄາມ ໄດ້ຮັບການອົບຮົມບົ່ມສອນຈາກພັກໂດຍກົງ, ຄວາມຕື່ນຕົວທາງຊົນຊັ້ນຂອງພະນັກງານ ແລະ ສະມາຊິກກຳມະບານ ກໍໄດ້ຮັບການຍົກຂຶ້ນເປັນກ້າວໆ, ເຂດປົດປ່ອຍກໍໄດ້ຮັບການປັບປຸງໃຫ້ເຂັ້ມແຂງຮອບດ້ານ, ໜໍ່ແໜງອຸດສາຫະກຳໄດ້ເຕີບໃຫຍ່ຂະຫຍາຍຕົວ, ຮາກຖານກຳມະບານໂຮງງານຕ່າງໆ ໄດ້ກຳເນີດຂຶ້ນເຊັ່ນ: ໂຮງງານກີ່ກະຕຸກ 12 ຕຸລາ, ໂຮງງານຕີເຫຼັກ, ໂຮງພິມ, ໂຮງງານສ້ອມແປງລົດ ແລະ ສ້ອມແປງອາວຸດ, ໂຮງງານຜະລິດເຂົ້າໜົມ, ໂຮງງານຜະລິດຢາປົວພະຍາດ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ. ຕະຫຼອດໄລຍະສົງຄາມອັນດຸເດືອດ, ອົງການກຳມະບານໄດ້ປຸກລະດົມຂົນຂວາຍກຳມະກອນ-ລັດຖະກອນສະໝັກໃຈໄປລຳລຽງຂົນສົ່ງສະບຽງອາຫານ ອາວຸດຍຸດໂທປະກອນໄປໃຫ້ແນວໜ້າ, ເຂົ້າຮ່ວມໃນການກໍ່ສ້າງສາຍທາງຕ່າງໆ, ເຂົ້າຮ່ວມຂະບວນການກໍ່ສ້າງເສດຖະກິດ ແລະ ການເມືອງ, ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຂົ້າຮ່ວມວຽກງານກໍ່ສ້າງສະຖານທີ່ສຳນັກງານຕ່າງໆ, ວຽກງານຕິດຕໍ່ສື່ສານ ແລະ ປຸກລະດົມຂົນຂວາຍກໍ່ສ້າງພື້ນຖານປະຊາຊົນ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975 ຄະນະຂົນຂວາຍສ້າງຕັ້ງກຳມະບານລາວ ໄດ້ຖືກແຕ່ງຕັ້ງຂຶ້ນ ເພື່ອຂົນຂວາຍເຕົ້າໂຮມເອົາຖັນແຖວຊົນຊັ້ນກຳມະກອນ ແລະ ສະມາຊິກກຳມະບານໃນສອງເຂດເຂົ້າໃນອົງການກຳມະບານອັນດຽວກັນ ໂດຍພາຍໃຕ້ການນຳພາຂອງພັກ. ໜ້າທີ່ຕົ້ນຕໍຂອງຄະນະຂົນຂວາຍໃນໄລຍະນັ້ນແມ່ນຖືເອົາວຽກງານຈັດຕັ້ງ, ສຶກສາອົບຮົມ, ຂົນຂວາຍກຳມະກອນ, ລັດຖະກອນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນເວລານັ້ນ ທຸກແຂວງ, ກະຊວງ ແລະ ຮາກຖານການຜະລິດ ໄດ້ມີການຈັດຕັ້ງກຳມະບານຢ່າງທົ່ວເຖິງ. ການເຕີບໃຫຍ່ເຂັ້ມແຂງຂອງອົງການຈັດຕັ້ງກຳມະບານ ໄດ້ຄ່ອຍໆປະກົດຕົວຂຶ້ນເທື່ອລະກ້າວ. ຊົນຊັ້ນກຳມະກອນ ແລະ ສະມາຊິກກຳມະບານ ກໍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ກຳລັງແຮງຂອງຊົນຊັ້ນຕົນ.

ໃນວັນທີ 14-16/12/1983, ສູນກາງພັກໄດ້ຕົກລົງເປີດກອງປະຊຸມໃຫຍ່ ສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ I ຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດຫຼັກການ, ທີ່ຕັ້ງບົດບາດ, ໜ້າທີ່ວິທີເຮັດວຽກຂອງກຳມະບານ. ໃນມະຕິຂອງກອງປະຊຸມຄັ້ງນີ້ ກໍໄດ້ຮັບຮອງເອົາວັນທີ 1/2/1956 ເປັນວັນສ້າງຕັ້ງກຳມະບານລາວ.

ໃນໄລຍະຜ່ານມາ ສະຫະພັນກຳມະບານລາວ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ຕັ້ງໜ້າພະຍາຍາມສຶກສາອົບຮົມການເມືອງແນວຄິດ ແລະ ວັດທະນະທຳໃຫ້ສະມາຊິກກຳມະບານ, ພະນັກງານ, ນັກສຶກສາປັນຍາຊົນ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ຊຶ່ງເຮັດໃຫ້ເຂົາເຈົ້າໄດ້ເພີ່ມທະວີແນວຄິດຮັກຊາດ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບປະຊາທິປະໄຕ ປະຊາຊົນ, ເຊີດຊູຄຸນສົມບັດສິນທຳປະຕິວັດ ແລະ ຕື່ນຕົວປະຕິບັດລະບຽບກົດໝາຍວາງອອກ, ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມດ້ວຍຄວາມຫ້າວຫັນ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານບັນດາເຜົ່າດີຂຶ້ນເທື່ອລະກ້າວ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ປະຊາຊົນສູງຂຶ້ນ, ເຊີດຊູບົດບາດຂອງປະເທດເຮົາ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ການກໍ່ສ້າງພະນັກງານ-ສະມາຊິກກຳມະບານ ນັບມື້ນັບສູງຂຶ້ນ, ບັນດາສະຫະພັນກຳມະບານລາວຂັ້ນຕ່າງໆ ກໍໄດ້ສູ້ຊົນສ້າງຂະບວນການປັບປຸງ ແລະ ຂະຫຍາຍການຈັດຕັ້ງກຳມະບານຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງ. ການຈັດຕັ້ງກຳມະບານຂັ້ນຕ່າງໆ ກໍໄດ້ເອົາໃຈໃສ່ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານລາວບັນດາເຜົ່າ, ໄດ້ເອົາໃຈໃສ່ຕິດຕາມດູແລບັນຫາເງິນເດືອນ-ຄ່າແຮງງານ ແລະ ບັນດານະໂຍບາຍຕ່າງໆ, ຍູ້ຂະບວນການຫັນລົງຮາກຖານ, ວຽກງານຂະບວນການແຂ່ງຂັນນ້ຳໃຈຮັກຊາດ, ຂະບວນການແຂ່ງຂັນ 2 ດີ 5 ເປັນເຈົ້າ, ວຽກງານກອງທຶນ ແລະ ກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ການຊອກຫາແຫຼ່ງລາຍຮັບ ເພື່ອກຸ້ມຕົນເອງເທື່ອລະກ້າວ.

ເພື່ອເຊີດຊູເສີມຂະຫຍາຍມູນເຊື້ອ ແລະ ຜົນງານຂອງສະຫະພັນກຳມະບານລາວທີ່ຍາດມາໄດ້ນັ້ນ ຈຶ່ງຮຽກຮ້ອງມາຍັງອົງການຈັດຕັ້ງກຳມະບານທຸກຂັ້ນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຕັ້ງໜ້າປັບປຸງກໍ່ສ້າງສະຫະພັນກຳມະບານທຸກຂັ້ນໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເພື່ອກໍ່ສ້າງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ກາຍເປັນກຳລັງການຜະລິດ ທີ່ກ້າວໜ້າ, ນຳໜ້າພາທາງໃນການສ້າງເສດຖະກິດ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ຈະເລີນກ້າວໄປຕາມທິດສັງຄົມນິຍົມ, ສະຫະພັນກຳມະບານລາວທຸກຂັ້ນ ຈົ່ງສາມັກຄີທົ່ວປວງຊົນເປັນປຶກແຜ່ນແໜ້ນໜາ, ສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ຈັດຕັ້ງຂະບວນການແຂ່ງຂັນ 2 ດີ 5 ເປັນເຈົ້າ, ສືບຕໍ່ປຸກລະດົມ ແລະ ເປັນເຈົ້າການຊຸກຍູ້ຂະບວນການຜະລິດເປັນສິນຄ້າໃຫ້ຫຼາຍດ້ວຍຄຸນນະພາບດີ, ເປັນແບບຢ່າງນຳໜ້າໃນການຫັນລົງຮາກຖານຮອບດ້ານ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ສ້າງກອງທຶນພັດທະນາຂັ້ນບ້ານ, ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເປັນເຈົ້າການເຂົ້າຮ່ວມໃນການປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ແລະ ໃນການຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ຊົມເຊີຍກຳມະບານລາວພ້ອມກັບທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ສາມັກຄີກັນອາດຫານກ້າວຂຶ້ນ. ສ້າງ ສປປ ລາວ ໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນໄປຕາມທິດສັງຄົມນິຍົມ.

ນ້ຳໃຈວັນທີ 1 ກຸມພາໝັ້ນຍືນ !

                                              (ໂດຍ: ມິ່ງໂກ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com