Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເອົາໃຈໃສ່ປະຕິບັດບັນດາຄາດໝາຍສູ້ຊົນ ແຜນພັດທະນາວຽກງານ ຖວທ ໃຫ້ມີຜົນສຳເລັດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 16:17:42 ຈຳ​ນວນ​​ຢ້ຽມ​ຊົມ 187 ຄັ້ງ

ເຖິງວ່າສະພາບການລວມຂອງພາກພື້ນ ແລະ ສາກົນມີການຜັນແປໄປຢ່າງໄວວາ ແລະ ສັບສົນ, ມີທັງກາລະໂອກາດອັນດີ ມີທັງອັນທ້າທາຍທົດສອບ ເປັນຕົ້ນການກະຈາຍຂໍ້ມູນຂ່າວສານທີ່ບໍ່ມີພົມແດນ, ຄ່ານິຍົມກະແສວັດທະນະທຳຈາກພາຍນອກທີ່ແຊກເຂົ້າມາ, ການແກ້ງແຍ່ງແຂ່ງຂັນກັນ, ການຂະຫຍາຍຕົວຢ່າງແຂງແຮງຂອງວິທະຍາສາດເຕັກໂນໂລຊີຂ່າວສານອັນໃໝ່ ແລະ ທັນສະໄໝ, ການເຊື່ອມໂຕເຂົ້າກັບເສດຖະກິດຕະຫຼາດໂລກທີ່ສົ່ງຜົນກະທົບທາງກົງ ແລະ ທາງ ອ້ອມຕໍ່ປະເທດເຮົາ ແຕ່ດ້ວຍແນວທາງອັນຖືກຕ້ອງຂອງພັກລັດ, ຂອງຄະນະນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຄວາມຮັບຜິດຊອບສູງ ໃນການຊີ້ນຳນຳພາພະ ນັກງານເປັນເຈົ້າຕັ້ງໜ້າເຮັດຫ້ຼອນໜ້າທີ່ໆຂັ້ນເທິງມອບໝາຍ ໃຫ້ຢ່າງມີຜົນສຳເລັດເປັນກ້າວໆ ຊຶ່ງເຮັດໃຫ້ວຽກງານຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ປະ ກອບສ່ວນຢ່າງຫຼວງຫຼາຍເຂົ້າໃນຜົນງານລວມຂອງພາລະກິດປ່ຽນແປງໃໝ່ ແລະ ການປົກປັກຮັກສາພັດທະນາປະເທດຊາດ ໂດຍສະເພາະແມ່ນໄດ້ໂຄສະນາ

ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນການ, ລະບຽບ ກົດໝາຍຂອງລັດໃຫ້ທົ່ວສັງຄົມໄດ້ຮູ້ຢ່າງທົ່ວເຖິງ.

ມາຮອດປັດຈຸບັນຂົງເຂດວຽກງານ  ຖວທ ໄດ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ຂະຫຍາຍ ຕົວຢ່າງຕໍ່ເນື່ອງໂດຍສະເພາະວຽກງານສື່  ໄດ້ມີທ່າກ້າວຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຮັບການປັບປຸງຍົກສູງຂຶ້ນເທື່ອລະກ້າວ, ສາມາດສົ່ງຂໍ້ມູນຂ່າວສານອອກສູ່ພາຍນອກ ແລະ ຕ່າງປະ ເທດຢ່າງວ່ອງໄວ, ທັນການ ແລະ ກວ້າງຂວາງ, ພື້ນຖານວັດຖຸເຕັກນິກຂອງວຽກງານຖະແຫຼງຂ່າວສື່ມວນຊົນກໍມີຄວາມທັນສະໄໝເທື່ອລະກ້າວ,ຖັນແຖວບຸກຄະລາກອນຮັບຜິດຊອບວຽກຖະແຫຼງຂ່າວສື່ມວນຊົນກໍມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ຄຽງຄູ່ກັນນັ້ນວຽກງານວັດທະນະທຳ ແລະ ວຽກງານທ່ອງທ່ຽວກໍມີທ່າຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ ປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ແລະ ປະກອບສ່ວນເຂົ້າໃນວຽກງານລຶບ ລ້າງຄວາມທຸກຍາກ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ຄຽງຄູ່ກັບຜົນງານເດັ່ນໃນຂົງເຂດ  ຖວທ  ທີ່ຍາດມາໄດ້ ແຕ່ກໍຍັງມີ ຈຸດອ່ອນ ແລະ  ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ  ໂດຍສະ ເພາະ ໃນຊຸມປີຕໍ່ໜ້າຄະນະນຳກະຊວງຕະຫຼອດຮອດພະນັກ ງານທຸກຂັ້ນ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ກຳແໜ້ນທ່າອ່ຽງລວມຂອງຍຸກສະໄໝ ແລະ ສະພາບແວດລ້ອມສາກົນ ກໍຄືພາກພື້ນທີ່ຍັງຈະສືບຕໍ່ຜັນແປໄປຢ່າງສະຫຼັບສັບຊ້ອນ  ແລະ  ຫຼາຍບັນ ຫາຄາດຄະເນໄດ້ຍາກ ຄຽງຄູ່ກັນນັ້ນ ຄວາມກ້າວໜ້າທາງດ້ານວິທະຍາສາດ ເຕັກໂນໂລຊີໃໝ່ທີ່ທັນສະໄໝ ເປັນປັດໄຈຊຸກຍູ້ໃຫ້ເສດຖະກິດຂອງໂລກເຕີບໂຕ, ການກ້າວເຂົ້າສູ່ປະຊາຄົມອາຊຽນ,ການເຊື່ອມໂຍງ ເຂົ້າສູ່ລະບົບເສດຖະກິດ ແລະ ການຮ່ວມມືໃນຂົງເຂດອື່ນໆ ສາມາດເປັນທ່າແຮງ, ໂອກາດ ແລະ ເປັນ ເງື່ອນໄຂທີ່ດີ ສະນັ້ນຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນໃນແຜນພັດທະນາວຽກງານ ຖວທ ປະຈຳສົກປີ 2019 ແລະ ແຜນ 5 ປີ (20162020) ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ເພື່ອເຮັດໃຫ້ວຽກງານ ຖວທ ໄດ້ຮັບການພັດທະນາໃຫ້ໜັກແໜ້ນເລິກເຊິ່ງ ແລະ ກວ້າງຂວາງ ຂຶ້ນກວ່າເກົ່າ ທາງດ້ານປະລິ ມານ ແລະ ຄຸນນະພາບ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ,ວັດທະນາທຳສັງຄົມ 5 ປີ ຄັ້ງທີ VIII ຂອງລັດວາງອອກ ບົນພື້ນຖານເນື້ອໃນຈິດໃຈ ມະຕິ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ປະກົດຜົນເປັນຈິງ  ຕ້ອງເພີ່ມທະວີທາງດ້ານການເມືອງແນວຄິດ ໃຫ້ມີຄວາມເປັນເອກະພາບກັບ ແນວທາງນະໂຍບາຍຂອງພັກລັດວາງອອກ ແລະ ມີຄວາມເປັນເອກະ ພາບພາຍໃນໃຫ້ໜັກແໜ້ນ, ມີຄວາມສາມັກຄີປຸ້ມລຸມທີ່ແໜ້ນແກ່ນ,ຮູ້ຈຳແນກມິດສັດຕູ ແລະ ຕີຕ້ານກົນອຸບາຍມ້າງເພຂອງກຸ່ມຄົນບໍ່ດີ, ຄົ້ນຄວ້າ ແລະ ປັບປຸງລະບົບກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບວຽກງານ ຕົວຈິງໃນໄລຍະໃໝ່, ເອົາໃຈໃສ່ຈັດວາງສັບຊ້ອນພະນັກງານ ແລະ ກໍສ້າງບຸກຄະລາກອນ ໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ, ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະທີ່ແນ່ນອນ ແລະ ແທດເໝາະກັບຄວາມຮູ້ຄວາມສາມາດ ພອນສະຫວັນຂອງແຕ່ລະບຸກຄົນ, ເພີ່ມທະວີການສ້າງພະນັກງານນຳພາ, ສ້າງພະນັກງານສືບທອດ, ຫັນເປັນໜຸ່ມແຕ່ໃຫ້ມີຄວາມຮູ້ຄວາມສາມາດທີ່ແທ້ຈິງສາມາດຕອບສະ ໜອງໄດ້ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ສູ້ຊົນຫັນການຄຸ້ມຄອງບໍລິຫານວຽກງານ ໄປສູ່ການຊົມໃຊ້ເຕັກໂນໂລຊີທີ່ທັນສະໄໝ,ເອົາໃຈໃສ່ປັບປຸງເນື້ອໃນ ຂ່າວບົດ ແລະ ລາຍການຕ່າງໆຂອງສື່ ໃຫ້ມີຫຼາຍຮູບແບບ, ຫຼາຍສີສັນ, ຮັບປະ ກັນການນຳເອົາແນວທາງນະໂຍບາຍ, ກົດໝາຍ, ລະບຽບການ, ສາລະໜ້າຮູ້, ຊີວິດ, ວັດທະນາທຳສັງຄົມໄປເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ, ວ່ອງໄວທັງຢູ່ພາຍໃນ ແລະ ປະເທດຕ່າງໆໃນໂລກ ໃຫ້ສາມາດເວົ້າໄດ້ວ່າ ສື່ສານມວນຊົນເປັນກະ ບອກສຽງອັນແຫຼມຄົມຂອງພັກ ແລະ ລັດຢ່າງແທ້ຈິງ, ເອົາໃຈໃສ່ສູ້ຊົນປະຕິບັດໂຄງການຫັນເປັນດີຈີຕອນທົ່ວປະເທດ, ເອົາໃຈ ໃສ່ເຮັດໜ້າທີ່ໃນການໂຄສະນາ ປີທ່ອງທ່ຽວ ລາວຈີນ ໃຫ້ມີຫຼາຍຮູບແບບ, ຫຼາຍສີສັນ ແລະ ມີຫຼາຍກິດຈະກຳໃຫ້ມີຄວາມ ຟົດຟື້ນ ແນໃສ່ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວໃຫ້ໄດ້ຕາມແຜນການທີ່ກຳນົດໄວ້ໃນປີ 2019 ບໍ່ໃຫ້ຫຼຸດ 4,5 ລ້ານເທື່ອຄົນ ສ້າງລາຍຮັບໃຫ້ໄດ້ຫຼາຍກວ່າ 700 ລ້ານໂດລາ, ໃນຍຸກແຫ່ງການແຂ່ງຂັນໃນການເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍບັນດາສື່ຕ່າງໆ ຕ້ອງຮູ້ໝູນໃຊ້ສື່ສັງຄົມອອນລາຍ ເຂົ້າຮັບໃຊ້ໃນວຽກງານຢ່າງມີປະສິດທິຜົນ ເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ວ່ອງໄວທັນກັບສະພາບການຄວາມນິຍົມຊົມໃຊ້ຕົວຈິງຂອງສັງຄົມ, ສືບຕໍ່ຈັດຕັ້ງການແຂ່ງຂັນດ້ານວິຊາສະເພາະໃຫ້ ເປັນຂະບວນທີ່ ກວ້າງຂວາງໃນຂອບເຂດທົ່ວປະເທດ ເພື່ອເປັນການຊຸກຍູ້ວຽກງານໃຫ້ມີຄວາມຄຶກຄື້ນມີການພັດທະນາຢ່າງຕັ້ງໜ້າ ແລະ ວ່ອງໄວທັນສະໄໝ.

ທັງໝົດນີ້ເຊື່ອແນ່ວ່າ ທຸກພາກສ່ວນທີ່ກ່ຽວຂ້ອງໃນຂົງເຂດ ຖະແຫຼງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວຈະໄດ້ພ້ອມກັນຄົ້ນຄວ້າ, ປັບປຸງ ແລະ ພັດທະນາວຽກງານດັ່ງກ່າວໃຫ້ມີການຫັນປ່ຽນດີຂຶ້ນເປັນກ້າວໆ ແລະ ດ້ວຍຄວາມຮັບຜິດຊອບເອົາ ໃຈໃສ່ໃນໜ້າທີ່ການເມືອງຂອງພະນັກງານລັດຖະກອນທົ່ວຂະ ແໜງ ຖວທ ໃຫ້ມີບາດກ້າວໃໝ່ຢ່າງໜັກແໜ້ນນັ້ນຕ້ອງພ້ອມກັນຕັດສິນໃຈບຸກທະລຸ ເພື່ອບັນລຸເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຂອງອົງ ຄະນະພັກກະຊວງ ຄັ້ງທີ IV ວາງອອກໃຫ້ປະກົດຜົນເປັນຈິງ.

                          (ໂດຍ: ສຳນານ ພົມພັກດີ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com