Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ຈັດຂຶ້ນໃນວັນທີ 2230/10/2018 ທີ່ສຳນັກງານສູນກາງພັກ ປປ ລາວ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າປຶກສາຫາລືບາງບັນຫາສຳຄັນ ໃນຂົງເຂດເສດຖະກິດການເງິນ, ເວົ້າລວມ, ຄົ້ນຄວ້າ ປະກອບຄຳເຫັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປີ 2018 ແລະ ທິດທາງແຜນການສຳລັບປີ 2019, ຄົ້ນຄວ້າ ຕີລາຄາ ສະພາບການຈັດຕັ້ງປະຕິບັດວຽກງານຮາກຖານການ ເມືອງ ໃນໄລຍະຜ່ານມາ ແລະ ທິດທາງວຽກງານໃນຊຸມປີຕໍ່ໜ້າ. ພ້ອມນີ້, ກອງປະຊຸມໄດ້ເປັນເອກະພາບຮັບຮອງບາງເນື້ອໃນສຳຄັນຄື:
ກ່ຽວກັບວຽກງານເສດຖະກິດສັງຄົມນັ້ນ ກອງປະຊຸມໄດ້ຕີລາຄາວ່າ: ຜ່ານມາສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ກຳນົດທິດທາງ, ມາດຕະການຫຼາຍຢ່າງ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ ທີ່ສະສົມມາດົນ ສົມຄວນ ແລະ ມີຜົນສຳເລັດຫຼາຍດ້ານ. ແຕ່ເບິ່ງລວມແລ້ວ ການດຳເນີນການແກ້ໄຂບັນດາບັນຫາ ທີ່ເປັນຈຸດອ່ອນ, ຄົງຄ້າງ ໃນໄລຍະຜ່ານມາ ຍັງບໍ່ທັນສ້າງການຫັນປ່ຽນອັນຈະແຈ້ງເທື່ອ. ພ້ອມນັ້ນ, ກອງປະຊຸມກໍໄດ້ເປັນເອກະພາບຊີ້ໃຫ້ເຫັນເຖິງບັນດາສາເຫດທັງອັນທີ່ເປັນພື້ນຖານ ແລະ ອັນທີ່ເປັນຕົ້ນຕໍ ເພື່ອເປັນບ່ອນອີງໃນການວາງແຜນແກ້ໄຂ, ພ້ອມທັງເປັນເອກະພາບກ່ຽວກັບບັນດາເນື້ອໃນທີ່ເປັນທັດສະນະ ເປັນທິດທາງ ແລະ ມາດຕະການອັນເປັນພື້ນຖານ ເພື່ອດຳເນີນແກ້ໄຂໃນຕໍ່ໜ້າ.
ສຳລັບວຽກງານປັບປຸງຮາກຖານການເມືອງນັ້ນ ກອງປະ ຊຸມໄດ້ເປັນເອກະພາບສູງຕໍ່ທັດສະນະອັນເປັນຫຼັກການຂອງພັກ ທີ່ຖືປະຊາຊົນເປັນກົກ, ເປັນກຳລັງແຮງຂອງການປະຕິວັດ ແລະ ການກໍ່ສ້າງ, ປັບປຸງຮາກຖານການເມືອງ ທີ່ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງ ປະຊາຊົນ ເປັນຍຸດທະສາດ ທັງເປັນມາດຕະການ ໃນການຈັດຕັ້ງ ປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍກົດໝາຍ ແລະ ລະບຽບຂອງລັດ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບອບປະຊາທິ ປະໄຕ ປະຊາຊົນລາວ ຈາກຮາກຖານ ຂຶ້ນມາ. ໃນໄລຍະຜ່ານມາວຽກງານຮາກຖານການເມືອງຂອງພັກ ໄດ້ຮັບການເອົາໃຈໃສ່ນຳພາຊີ້ນຳປະຕິບັດຢ່າງຕໍ່ເນື່ອງ ແລະ ແຂງແຮງສົມຄວນ. ອັນໄດ້ເຮັດໃຫ້ລະບົບການເມືອງຢູ່ຂັ້ນຮາກຖານ ເປັນ ຕົ້ນແມ່ນຮາກຖານບ້ານໄດ້ກາຍເປັນໜຶ່ງໃນປັດໄຈຄຳ້ປະກັນສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບ ຮ້ອຍ ໂດຍພື້ນຖານທາງດ້ານສັງຄົມ, ນຳພາ ຄວາມສະຫງົບສຸກຂອງບ້ານເມືອງ, ເປັນກົນໄກຄຸ້ມຄອງທີ່ສຳຄັນໃນການພັດທະນາເສດຖະກິດສັງຄົມ ຂອງຊຸມຊົນ.
ກອງປະຊຸມ ຍັງໄດ້ຕີລາຄາວ່າ: ການນຳພາປັບປຸງຮາກຖານການເມືອງ ຜ່ານມາ ຍັງມີຫຼາຍດ້ານທີ່ບໍ່ທັນແທດເໝາະກັບສະພາບຕົວຈິງ, ເຮັດໃຫ້ຄຸນນະພາບການເຄື່ອນໄຫວຂອງລະບົບການເມືອງຢູ່ຮາກຖານເປັນຕົ້ນໃນການນຳພາ ຄຸ້ມຄອງການພັດທະນາເສດຖະກິດສັງຄົມ ເວົ້າລວມຍັງຈຳກັດ ແລະ ຄວາມສາມາດໃນການຕ້ານ, ສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃນສັງຄົມຍັງຕໍ່າ.
ກອງປະຊຸມໄດ້ເຫັນດີ ຫັນເອົາບັນດາເນື້ອໃນດ້ານເສດຖະກິດສັງຄົມ ແລະ ວຽກງານປັບປຸງຮາກຖານການເມືອງ ທີ່ໄດ້ປຶກສາຫາລື ແລະ ເປັນເອກະພາບສູງ ໃນຄັ້ງນີ້ ເປັນມະຕິສະ ເພາະ ຂອງກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X.
ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃຫ້ປະກົດເປັນຈິງນັ້ນ ຕ້ອງເຊີດຊູບົດບາດນຳພາຊີ້ນຳ ການເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາເນື້ອໃນ ຈິດໃຈບັນຫາສຳຄັນທີ່ໄດ້ຮັບຮອງຢູ່ໃນກອງປະຊຸມຄັ້ງນີ້ ໃຫ້ກວ້າງຂວາງ, ເລິກເຊິ່ງ, ເປັນບັນດາມາດຕະການຕົວຈິງຢ່າງເປັນລະບົບ ໃນການສ້າງ ແລະ ປັບປຸງແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ, ວຽກງານປັບປຸງຮາກຖານການເມືອງ. ພ້ອມນີ້ ຮີບຮ້ອນຫັນໃຫ້ເປັນແຜນປະຕິບັດລະອຽດ, ລວມທັງດຳເນີນການປັບປຸງບັນດານິຕິກຳ ທີ່ຈຳເປັນໃຫ້ສອດຄ່ອງ ກັບທິດທາງທີີ່ວາງອອກ ຢູ່ໃນກອງປະຊຸມຄັ້ງນີ້ ໃຫ້ເປັນລະບົບຮັດ ກຸມ ທັງຈັດ ຕັ້ງປະຕິບັດເຂັ້ມງວດ. ຄະນະພັກ, ອົງການປົກຄອງ ແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຢູ່ອ້ອມຂ້າງສູນກາງພັກ, ລັດຖະບານ ພ້ອມກັນເຊີດຊູນຳ້ໃຈຮັກຊາດ ແລະ ເປັນເຈົ້າການເຂົ້າຮ່ວມການເຊື່ອມຊຶມ ເພື່ອກຳແໜ້ນ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃຫ້ເປັນຂະບວນການຟົດ ຟື້ນ, ຕໍ່ເນື່ອງ, ເຮັດໃຫ້ວຽກງານຈຸດສຸມ ທີ່ສູນກາງພັກວາງອອກມີຜົນສຳເລັດຕົວຈິງ, ປະກອບສ່ວນເຂົ້າໃນຜົນສຳເລັດລວມແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com