Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສູ້ຊົນການຜະລິດລະດູແລ້ງໃຫ້ບັນລຸ ຕາມຄາດໝາຍ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/10/2020 16:34:11 ຈຳ​ນວນ​​ຢ້ຽມ​ຊົມ 208 ຄັ້ງ

ພາຍຫຼັງສຳເລັດການເກັບກູ້ຜົນຜະລິດລະດູຝົນແລ້ວບັນດາຊາວກະສິກອນທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ ກໍໄດ້ສືບຕໍ່ດຳເນີນການຜະລິດລະດູແລ້ງ ເປັນຕົ້ນການເຮັດ ນາແຊງແລະປູກພືດລະດູແລ້ງທັງນີ້ກໍເພື່ອເປັນການທົດແທນ ຜົນເສຍຫາຍຂອງຜົນຜະລິດໃນປີ2019 ທີ່ຜ່ານມາ. ໃນປີ2019 ທີ່ຜ່ານມາ, ຜົນຜະລິດເຂົ້າຢູ່ປະເທດເຮົາ ແມ່ນບໍ່ບັນລຸຕາມແຜນການຄາດໝາຍວາງໄວ້ເນື່ອງຈາກໄດ້ ຮັບຜົນກະທົບຈາກໄພທຳມະຊາດ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ2019ແລະທິດທາງແຜນປີ2020ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ8 ຂອງສະພາແຫ່ງຊາດ ຊຸດທີVIII ເມື່ອ ເດືອນພະຈິກ 2019 ຜ່ານມາວ່າ: ຜົນຜະລິດເຂົ້າທັງໝົດ ຄາດ ວ່າຈະປະຕິບັດໄດ້3,53 ລ້ານໂຕນ ເທົ່າກັບ 80,22% ຂອງ ແຜນການປີ(ມະຕິສະພາ 4,4 ລ້ານໂຕນ) ເຫັນວ່າຈະບໍ່ບັນລຸ ຕາມແຜນທີ່ວາງໄວ້ໃນນັ້ນ,ຜົນຜະລິດເຂົ້ານາແຊງໄດ້ທັງໝົດ 454.800 ໂຕນ ເທົ່າກັບ 86,4% ຂອງແຜນການ (ແຜນການ 526.000 ໂຕນ). ຍ້ອນລະບົບຊົນລະປະທານຖືກກະທົບ ແລະ ເສຍຫາຍຫຼາຍໃນລະດູຝົນ ປີ2018. ຜົນຜະລິດເຂົ້າໄຮ່ໄດ້ປະມານ 169.000 ກວ່າໂຕນ ເທົ່າກັບ 84,5% ຂອງແຜນການປີ(ແຜນການ 200.000 ໂຕນ) ເນື່ອງຈາກການລະບາດຂອງສັດຕູພືດ ແລະ ໄພແຫ້ງແລ້ງໃນ ໄລຍະຕົ້ນປີຊຶ່ງໄດ້ເຮັດໃຫ້ເນື້ອທີ່ປູກເຂົ້າໄຮ່ໄດ້ຮັບຜົນກະທົບ ຈຳນວນ 18.450 ກວ່າເຮັກຕາ. ຜົນຜະລິດເຂົ້ານາປີຄາດວ່າ ຈະໄດ້ປະມານ 2,91 ລ້ານໂຕນ ເທົ່າກັບ 78,8% ຂອງແຜນ ການປີ(ແຜນການ 3,6 ລ້ານກວ່າໂຕນ). ເນື່ອງຈາກເກີດໄພ ນຳ້ຖ້ວມຢ່າງໜັກ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ສົ່ງຜົນໃຫ້ເນື້ອທີ່ການຜະລິດເຂົ້ານາປີໄດ້ຮັບຜົນກະທົບເຖິງ 172.830 ເຮັກຕາ ຊຶ່ງເນື້ອທີ່ເສຍຫາຍມີ105.206 ເຮັກຕາ ກວມ 13,63% ຂອງເນື້ອທີ່ປູກເຂົ້ານາປີທົ່ວປະເທດ. ສຳລັບ ປີ2020 ນີ້ຄາດໝາຍສູ້ຊົນຜະລິດເຂົ້າລວມໃຫ້ໄດ້ໃນລະດັບ 4,4 ລ້ານກວ່າໂຕນ. ປັດຈຸບັນ, ການຜະລິດລະດູແລ້ງຂອງຊາວກະສິກອນ ທ້ອງຖິ່ນຕ່າງໆ ແມ່ນພວມດຳເນີນໄປຢ່າງເປັນຂະບວນຟົດຟື້ນ ຊຶ່ງຊາວກະສິກອນບາງທ້ອງຖິ່ນ ກໍໄດ້ສຳເລັດການປັກດຳ ເຂົ້ານາແຊງຂອງຕົນ ແລະ ບາງທ້ອງຖິ່ນກໍພວມດຳເນີນຢ່າງ ຂຸ້ນຂ້ຽວເພື່ອໃຫ້ທັນກັບລະດູການແລະສຳເລັດຕາມແຜນການ ຄາດໝາຍ. ນອກນີ້ການປູກພືດເປັນສິນຄ້າ ກໍໄດ້ຮັບການຊຸກຍູ້ ສົ່ງເສີມ ໂດຍຊາວກະສິກອນບາງທ້ອງຖິ່ນ ກໍໄດ້ສຸມໃສ່ປູກພືດ ເປັນສິນຄ້າ.ອີງຕາມແຫຼ່ງຂ່າວຈາກໜັງສືພິມປະຊາຊົນເສດຖະ ກິດ-ສັງຄົມ ສະບັບວັນທີ16 ມັງກອນ 2020 ໃຫ້ຮູ້ວ່າ: ການ ຜະລິດເຂົ້ານາແຊງຂອງຊາວກະສິກອນໃນທົ່ວປະເທດ ແມ່ນ ເປັນຂະບວນຟົດຟື້ນດີຊຶ່ງມາຮອດປັດຈຸບັນ ຊາວກະສິກອນ ໄດ້ຕົກກ້າໄດ້5.000 ກວ່າເຮັກຕາ ເທົ່າກັບ 80%, ກຽມດິນໄດ້ 50.000 ກວ່າເຮັກຕາ ເທົ່າກັບ 50% ແລະ ປັກດຳໄດ້30.000 ກວ່າເຮັກຕາ ເທົ່າກັບ 36% ຂອງເນື້ອທີ່ແຜນການ 90.000 ເຮັກຕາ ໂດຍຈະໃຫ້ໄດ້ຜົນຜະລິດປະມານ 3,6 ແສນໂຕນ. ສຳລັບການສະໜອງນ້ຳຊົນລະປະທານໃຫ້ແກ່ການຜະລິດ ລະດູແລ້ງ ໃນຂອບເຂດທົ່ວປະເທດ ມີເນື້ອທີ່ທັງໝົດ 155.000 ເຮັກຕາ. ໃນນີ້ເນື້ອທີ່ປູກເຂົ້ານາແຊງ 90.000 ເຮັກຕາ ແລະ ເນື້ອທີ່ປູກພືດ 65.000 ເຮັກຕາ. ໜັງສືພິມດັ່ງກ່າວ ສະບັບ ວັນທີ7/1/2020 ໄດ້ໃຫ້ຮູ້ວ່າ: ການຜະລິດເຂົ້າໃນປີ2020 ນີ້ ນະຄອນຫຼວງວຽງຈັນຈະສູ້ຊົນໃຫ້ໄດ້60.000ກວ່າເຮັກຕາ. ໃນ ນີ້ເນື້ອທີ່ປູກນາແຊງ 14.000 ເຮັກຕາ. ສ່ວນການປູກພືດຜັກ ຈະສູ້ຊົນໃຫ້ໄດ້ໃນເນື້ອທີ່ 11.000 ກວ່າເຮັກຕາ. ໃນນີ້ເນື້ອທີ່ ປູກພືດລະດູແລ້ງ 1.350 ເຮັກຕາ. ໜັງສືພິມປະຊາຊົນເສດ ຖະກິດ-ສັງຄົມ ສະບັບວັນທີ14/1/2020 ຍັງໄດ້ລາຍງານອີກ ວ່າ: ການປັກດຳເຂົ້ານາແຊງຂອງຊາວກະສິກອນເມືອງຫີນບູນ ແຂວງຄຳມ່ວນ ແມ່ນສຳເລັດ 700 ກວ່າເຮັກຕາ ເທົ່າກັບ 75% ຂອງເນື້ອທີ່ແຜນການ1.000ເຮັກຕາຊຶ່ງຄາດວ່າຈະສຳເລັດໃນ ໄວໆນີ້. ສ່ວນການຜະລິດພືດລະດູແລ້ງຕາມເນື້ອທີ່ແຜນການ ແມ່ນ 1.700 ກວ່າເຮັກຕາ. ໜັງສືພິມປະຊາຊົນ ສະບັບວັນທີ 13/1/2020 ໄດ້ລາຍງານວ່າ: ປະຊາຊົນບັນດາເຜົ່າໃນ4 ເມືອງ ເໜືອຂອງແຂວງໄຊຍະບູລີຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ ກໍໄດ້ຂຸ້ນຂ້ຽວດຳເນີນການຜະລິດ ລະດູແລ້ງໃຫ້ທັນກັບລະດູການ ເປັນຕົ້ນການປູກພືດສະບຽງ ອາຫານ, ພືດອຸດສາຫະກຳເປັນສິນຄ້າ ແລະ ລ້ຽງສັດ ຕາມ ຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ. ໃນນີ້ເມືອງຄອບຈະປູກ ເຂົ້ານາແຊງໃຫ້ໄດ້150 ເຮັກຕາ ຊຶ່ງປັດຈຸບັນສຳເລັດການປັກ ດຳ 50%. ນອກນີ້ຍັງໄດ້ປູກພືດເປັນສິນຄ້າປະເພດສາລີແຂງ, ໝາກຖົ່ວດິນ, ໝາກໂມ ໃນຈຳນວນຫຼາຍຮ້ອຍເຮັກຕາ. ເມືອງ ຊຽງຮ່ອນ ຈະປູກເຂົ້ານາແຊງໃຫ້ໄດ້850 ເຮັກຕາ ຊຶ່ງໄດ້ປັກດຳ ແລ້ວ 200 ກວ່າເຮັກຕາ, ປູກພືດເສດຖະກິດ 500 ເຮັກຕາ ຊຶ່ງ ປະຕິບັດໄດ້ແລ້ວ300ກວ່າເຮັກຕາ.ເມືອງເງິນປູກເຂົ້ານາແຊງ ໃນເນື້ອທີ່ເກືອບ20ເຮັກຕາໂດຍໄດ້ປັກດຳສຳເລັດແລ້ວ100%. ນອກນີ້ຍັງມີແຜນປູກພືດອຸດສາຫະກຳເປັນສິນຄ້າ ຈຳນວນ 260 ກວ່າເຮັກຕາ ຊຶ່ງປັດຈຸບັນ ສາມາດປູກໄດ້ແລ້ວ 50 ກວ່າ ເຮັກຕາ, ພືດສະບຽງອາຫານໃນແຜນ ແມ່ນ 410 ກວ່າເຮັກຕາ ໂດຍປູກໄດ້404ກວ່າເຮັກຕາ.ເມືອງຫົງສາຈະປູກເຂົ້ານາແຊງ ໃຫ້ໄດ້25 ເຮັກຕາ ຊຶ່ງປູກໄດ້ແລ້ວ 10 ກວ່າເຮັກຕາ. ນອກນີ້ ຊາວກະສິກອນເມືອງດັ່ງກ່າວ ຍັງຈະໄດ້ປູກພືດຜັກຕ່າງໆເປັນ ຈຳນວນຫຼາຍຮ້ອຍເຮັກຕາເຊັ່ນ:ຜັກບົ່ວ,ຜັກທຽມ,ສາລີຫວານ, ໝາກເຜັດ, ໝາກເຂືອ, ໝາກແຕງ, ໝາກໂມ. ເພື່ອສູ້ຊົນການຜະລິດລະດູແລ້ງ ໃຫ້ບັນລຸຕາມແຜນການ ຄາດໝາຍທີ່ວາງໄວ້ແລະ ທັງເປັນການທົດແທນຜົນເສຍຫາຍ ຜົນຜະລິດໃນປີ2019 ທີ່ຜ່ານມານັ້ນ ຕ້ອງເອົາໃຈໃສ່ເພີ່ມທະວີ ແລະ ແກ້ໄຂທຸກອຸປະສັກຕໍ່ການສົ່ງເສີມການຜະລິດ ແລະ ການ ບໍລິການເປັນຕົ້ນການຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງ ສະບຽງອາຫານທີ່ພຽງພໍແລະ ມີສ່ວນແຮໄວ້, ມີນະໂຍບາຍສິນ ເຊື່ອແບບຜ່ອນຜັນ ແລະ ນະໂຍບາຍຫຼຸດຄ່າບໍລິການຕ່າງໆໃນ ເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດເພື່ອໃຫ້ປະຊາຊົນສາມາດ ກັບມາສູ່ການຜະລິດທົດແທນຜົນເສຍຫາຍ.ສຸມໃສ່ຊີ້ນຳນຳພາ ປະຊາຊົນ ໃນການຜະລິດລະດູແລ້ງໃຫ້ໄດ້ຕາມແຜນການ ເປັນຕົ້ນການປູກເຂົ້ານາແຊງ,ການປູກພືດສະບຽງອາຫານແລະ ພືດອຸດສາຫະກຳເປັນສິນຄ້າ ເພື່ອສົ່ງອອກ, ສົ່ງເສີມນັກລົງທຶນ ທາງດ້ານການປູກ-ການລ້ຽງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ໃນທ້ອງຖິ່ນຕ່າງໆ; ຈັດສົ່ງພະນັກງານ-ວິຊາ ການກະສິກຳດ້ານການປູກຝັງ ແລະ ລ້ຽງສັດ ລົງຕິດຕາມການ ຜະລິດຂອງຊາວກະສິກອນ, ປຸກລະດົມປະຊາຊົນເຂົ້າຮ່ວມໃນ ຂະບວນການສ້ອມແປງລະບົບຊົນລະປະທານທີ່ເປ່ເພ ແລະ ອະນາໄມຄອງເໝືອງ, ຈັກສູບນ້ຳ ໃຫ້ຢູ່ໃນສະພາບດີແລະ ນຳ ໃຊ້ເພື່ອຮັບປະກັນການສະໜອງນ້ຳໃຫ້ແກ່ການຜະລິດເຂົ້ານາ ແຊງ. ສຳລັບບ່ອນທີ່ມີເງື່ອນໄຂກໍແນະນຳໃຫ້ຊາວກະສິກອນ ນຳໃຊ້ກົນຈັກກະສິກຳເຂົ້າຊ່ວຍ ເພື່ອຫຼຸດແຮງງານ ເປັນຕົ້ນລົດ ໄຖນາ, ລົດຄາດນາ, ຈັກດຳນາ, ຈັກຟາດເຂົ້າຕາມທິດຫັນເປັນ ອຸດສາຫະກຳທັນສະໄໝ. ລົງຊຸກຍູ້ປຸກລະດົມປະຊາຊົນໃຫ້ມີ ຄວາມຕື່ນຕົວໃນການຜະລິດສະບຽງອາຫານແລະຜະລິດເປັນ ສິນຄ້າ ໃຫ້ເປັນຂະບວນຟົດຟື້ນ. ທັງນີ້ກໍເພື່ອຮັບປະກັນທາງ ດ້ານສະບຽງອາຫານແລະການຜະລິດເປັນສິນຄ້າໃຫ້ພຽງພໍກັບ ຄວາມຕ້ອງການ,ມີສ່ວນແຮໄວ້ແລະເປັນສິນຄ້າເພື່ອສົ່ງອອກ. (ໂດຍ: ມິງໂກ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com