Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມັງກອນ 2020 ໄດ້ຈັດຂຶ້ນໃນວັນທີ22-23/1/2020 ທີ່ສໍາ ນັກງານນາຍົກລັດຖະມົນຕີໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ກອງປະຊຸມ ດັ່ງກ່າວ ໄດ້ພິຈາລະນາບັນຫາສໍາຄັນຕ່າງໆຄື: ກອງປະຊຸມໄດ້ ຮັບຟັງການລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວກັບ ສະພາບພົ້ນເດັ່ນຂອງພາກພື້ນແລະສາກົນ,ການສົ່ງເສີມການ ຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດ ຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາແລະ ການຄຸ້ມຄອງ ລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າ ອາກາດ ແລະສະພາບຫາງສຽງສັງຄົມ; ການລາຍງານກ່ຽວ ກັບການຜັນຂະຫຍາຍຜົນຂອງກອງປະຊຸມຄັ້ງທີ42 ຂອງຄະ ນະກໍາມະການຮ່ວມມືທະວີພາຄີລະຫວ່າງລາວ-ຫວຽດນາມ; ການລາຍງານກ່ຽວກັບຜົນການຢ້ຽມຢາມ ສປ ຈີນຢ່າງເປັນ ທາງການຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວໃນ ວັນທີ 5-9 ມັງກອນ 2020; ບົດລາຍງານການຍົກລະດັບການ ພົວພັນຮ່ວມມືສອງຝ່າຍລະຫວ່າງສປປລາວແລະສະຫະພັນ ຣັດເຊຍ ໃນສະພາບການໃໝ່ ແລະ ເຫັນດີໃຫ້ແຕ່ງຕັ້ງ ຄະນະ ຮັບຜິດຊອບຈັດຕັ້ງການສະເຫຼີມສະຫຼອງ 60 ປີສາຍພົວພັນການທູດ ລາວ-ຣັດ ເຊຍ ຊຶ່ງຈະຄົບຮອບໃນເດືອນຕຸລາ 2020 ໂດຍມີກະກຽມ ບັນດາກິດຈະກໍາການສະເຫຼີມສະຫຼອງໃຫ້ດີເຊັ່ນ:ການຫວນຄືນ ປະຫວັດສາດສາຍພົວພັນຮ່ວມມືລະຫວ່າງສອງຊາດລາວ-ຣັດ ເຊຍ, ການແລກປ່ຽນດ້ານສິລະປະວັນນະຄະດີແລະ ອື່ນໆ; ການລາຍງານກ່ຽວກັບການຫັນເປັນທັນສະໄໝ ໃນການຊໍາ ລະສະສາງ ແລະການເກັບລາຍຮັບເຂົ້າງົບປະມານຜ່ານລະບົບ ໂທລະສັບມືຖື“Mobile Money”, ກອງປະຊຸມໄດ້ພິຈາລະນາ ແລະເຫັນດີຮັບຮອງເອົາຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະພັດທະນາພະລັງງານຊົນນະບົດ. ກອງປະຊຸມ ຍັງໄດ້ຊີ້ນໍາ ເນັ້ນໃຫ້ຄະນະລັດຖະບານເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມຈໍານວນໜຶ່ງດັ່ງນີ້: ສຳລັບແຜນວຽກຈຸດສຸມ ປີ2020 ມີຄື: ສືບຕໍ່ຮັບປະກັນ ສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີທ່າ ຕັ້ງໜ້າກວ່າເກົ່າ;ຈັດຕັ້ງປະຕິບັດຄໍາສັ່ງເລກທີ03/ນຍ,ລົງວັນທີ 21 ມັງກອນ 2020 ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນແລະການອອກໃບອະນຸຍາດ ດໍາເນີນທຸລະກິດ; ສືບຕໍ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ໃຫ້ສໍາເລັດຕາມແຜນກໍານົດໄວ້ເພື່ອສ້າງຄວາມສະດວກໃຫ້ ທຸລະກິດມີການຂັບເຄື່ອນໃນທາງທີ່ມີປະສິດທິພາບສູງຂຶ້ນ;ຍົກ ລະດັບແລະຄຸນນະພາບຂອງການສຶກສາແລະ ການບໍລິການ ດ້ານສາທາລະນະສຸກໃຫ້ດີຂຶ້ນ; ສຸມໃສ່ວຽກງານພັດທະນາ ຊົນນະບົດແລະ ລຶບລ້າງຄວາມທຸກຍາກ(ຕິດພັນກັບການຊຸກຍູ້ ປຸກລະດົມຂະບວນການຮັກຊາດ ແລະ ພັດທະນາໃຫ້ເຂົ້າສູ່ລວງ ເລິກ); ຊ່ວຍເຫຼືອປະຊາຊົນແລະ ຟື້ນຟູເຂດທີ່ຖືກກະທົບຈາກ ໄພພິບັດ; ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເລກທີ15/ນຍແລະຜັນ ຂະຫຍາຍແລະຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງ ຊາດ; ສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນ ຍົງ (SDG); ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເພື່ອຮັບປະກັນ ສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບຂອງ ສັງຄົມ; ສືບຕໍ່ເສີມຂະຫຍາຍວຽກງານພົວພັນຮ່ວມມືສາກົນໃນ ຂອບ 2 ຝ່າຍແລະຫຼາຍຝ່າຍທີ່ໄດ້ຕົກລົງກັບບັນດາປະເທດ ເພື່ອນມິດ ແລະ ອົງການສາກົນໃຫ້ແຕກດອກອອກຜົນໂດຍ ໄວ (ໂດຍເອົາໃຈໃສ່ພິເສດຕໍ່ໂຄງການຮ່ວມມືລາວ-ຫວຽດນາມ ແລະລາວ-ຈີນ);ກະກຽມກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ (MCL) ຄັ້ງທີ3, ກອງປະຊຸມສຸດຍອດຍຸດທະສາດ ການຮ່ວມມືດ້ານເສດຖະກິດແມ່ນໍ້າອີລາວະດີ-ແມ່ນໍ້າເຈົ້າພະ ຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ9; ກອງປະຊຸມສຸດຍອດ (CLMV) ຄັ້ງທີ10 ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມ ພັດທະນາ(CLV)ທີ່ລາວຈະເປັນເຈົ້າພາບໃນເດືອນມີນາ2020 ນີ້ແລະວຽກສໍາຄັນອື່ນໆ. ສ່ວນແຜນວຽກຈຸດສຸມປະຈໍາເດືອນກຸມພາ2020ແມ່ນໃຫ້ ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມ ສະຫງົບ, ເປັນລະບຽບຮຽບຮ້ອຍ, ປ້ອງກັນ, ສະກັດກັ້ນບັນຫາ ປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນການຄາດຕະກໍາ,ປຸ້ນຈີ້ ຊີງຊັບ, ຂີ້ລັກງັດແງະ, ອັກຄີໄພ, ບັນຫາສິ່ງເສບຕິດ ແລະອື່ນໆ ໃຫ້ມີມາດຕະການລະອຽດ ແລະ ເຂັ້ມງວດເພື່ອເຮັດໃຫ້ບັນດາ ປະກົດການຫຍໍ້ທໍ້ຫຼຸດລົງເທື່ອລະກ້າວ; ໃຫ້ສືບຕໍ່ຕິດຕາມແລະ ຄຸ້ມຄອງລາຄາສິນຄ້າຫ້າມບໍ່ໃຫ້ພໍ່ຄ້າຊາວຂາຍສວຍໂອກາດ ຂຶ້ນລາຄາສິນຄ້າ. ກໍລະນີຫາກມີຜູ້ລະເມີດສວຍໂອກາດຂຶ້ນ ລາຄາສິນຄ້າກໍໃຫ້ມີມາດຕະການເຂັ້ມງວດໃນການແກ້ໄຂໂດຍ ສະເພາະໃນໄລຍະເທດສະການຕ່າງໆ; ໃຫ້ສືບຕໍ່ເອົາໃຈໃສ່ຄຸ້ມ ຄອງສະພາບອັດຕາແລກປ່ຽນ,ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້;ພ້ອມນີ້ ກໍໃຫ້ຄົ້ນຄວ້າແລະລາຍງານທິດທາງການແກ້ໄຂບັນຫາເງິນເຟີ້ ແລະ ຄຸ້ມຄອງອັດຕາແລກປ່ຽນໄລຍະກາງ ແລະ ໄລຍະຍາວ; ໃຫ້ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດເປັນຕົ້ນແມ່ນການແກ້ ໄຂບັນຫາການສະໜອງນໍ້າໃນການຜະລິດ, ການລະບາດຂອງ ພະຍາດສັດ (ໄຂ້ຫວັດສັດປີກ) ແລະການປ້ອງກັນ-ສະກັດກັ້ນ ສັດຕູພືດ; ພ້ອມທັງມີການຄຸ້ມຄອງຈໍາກັດການນໍາເຂົ້າ, ການ ສົ່ງເສີມການຜະລິດແລະ ຊົມໃຊ້ພາຍໃນຂອບເຂດທົ່ວປະເທດ ຢ່າງເປັນຮູບປະທໍາ. ພ້ອມດຽວກັນ, ໃຫ້ເອົາໃຈໃສ່ການຜະລິດ ລະດູແລ້ງ ແລະ ມາດຕະການຮັບມື້ກັບໄພແຫ້ງແລ້ງທີ່ອາດ ຈະເກີດຂຶ້ນ; ໃຫ້ເອົາໃຈໃສ່ແລະຕິດຕາມເຝົ້າລະວັງສະພາບ ການປ່ຽນແປງອາກາດ ເປັນຕົ້ນແມ່ນສະພາບອາກາດທີ່ເປັນ ມົນລະພິດແລະສະພາບປະລິມານນ້ໍາບົກແຫ້ງແລະ ມີການ ແຈ້ງເຕືອນໃຫ້ປະຊາຊົນຮັບຊາບແລະກຽມຮັບມືຢ່າງທັນການ; ຕິດຕາມ, ເຝົ້າລະວັງ, ສະກັດກັ້ນການແຜ່ລະບາດຂອງເຊື້ອໄວ ຣັດຊະນິດໃໝ່ (ອັກເສບປອດ) ທີ່ພວມແຜ່ລະບາດຢູ່ສປຈີນ ພ້ອມທັງໃຫ້ຂໍ້ມູນຄວາມສ່ຽງແກ່ສັງຄົມທີ່ຖືກຕ້ອງທັນການເພື່ອ ປ້ອງກັນແລະສະກັດກັ້ນໃຫ້ທັນເວລາ,ມີປະສິດທິຜົນ; ໃຫ້ສືບຕໍ່ ຕິດຕາມຢ່າງໃກ້ຊິດຕໍ່ສະພາບການຂອງສາກົນ ແລະ ພາກພື້ນ ທີ່ມີຄວາມສັບສົນພ້ອມທັງມີການວິເຄາະ, ວິໄຈໃຫ້ຊັດເຈນທີ່ ອາດສົ່ງຜົນກະທົບທາງກົງແລະທາງອ້ອມຕໍ່ສປປ ລາວ; ພ້ອມ ນີ້ກໍໃຫ້ກະກຽມແຜນການເຄື່ອນໄຫວວຽກງານຕ່າງປະເທດຂອງ ການນໍາຂັ້ນສູງ ໂດຍສະເພາະແມ່ນກຽມຕ້ອນຮັບ ແລະ ພົບປະ ສອງຝ່າຍກັບນາຍົກລັດຖະມົນຕີມາເລເຊຍ; ບັນດາຜູ້ນໍາຂອງ ຕ່າງປະເທດ ທີ່ຈະເຂົ້າຮ່ວມກອງປະຊຸມສາກົນໃນເດືອນມີນາ 2020 ແລະ ກະກຽມເປັນເຈົ້າພາບຮ່ວມກອງປະຊຸມແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ແລະ ກອງປະຊຸມທີ່ຕິດພັນ. ເພື່ອຮັບປະກັນການຈັດຕັ້ງປະຕິບັດທິດຊີ້ນຳ ຂອງກອງ ປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2020 ໃຫ້ມີປະສິດທິຜົນນັ້ນ ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ຍົກສູງຄວາມ ຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການປະຕິບັດ ພາລະບົດບາດໜ້າທີ່ຂອງຕົນ ໂດຍສະເພາະເອົາໃຈໃສ່ຈັດ ຕັ້ງການເຊື່ອມຊຶມເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວໃຫ້ ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອນຳພາຊີ້ນຳຜັນຂະຫຍາຍຈັດ ຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນກຸມພາ ແລະ ວຽກ ງານຈຸດສຸມປີ2020 ທີ່ລັດຖະບານໄດ້ກຳນົດວາງອອກນັ້ນໃຫ້ ປະກົດຜົນເປັນຈິງ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com