Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີເປີດວາງສະແດງຫໍພິ ພິທະພັນແຫ່ງຊາດຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 6 ຕຸລານີ້ ທີ່ຫໍພິພິທະພັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ທ່ານນາງ ວັນເພັງ ແກ້ວປັນຍາ ຜູ້ອຳນວຍ ການຫໍພິພິທະພັນແຫ່ງຊາດ ໄດ້ລາຍງານວ່າ: ຫໍພິພິພັນແຫ່ງ ຊາດ ໄດ້ຍ້າຍມາອາຄານຫຼັງ ໃໝ່ໃນປີ 2017 ຊຶ່ງໃຊ້ເວລາໃນການກໍ່ສ້າງທັງໝົດ 4 ປີ ເພື່ອຕອບສະໜອງນະໂຍ ບາຍແຫ່ງການອະນຸລັກ ປົກປັກຮັກສາສືບທອດ ແລະ ສົ່ງເສີມມູນເຊື້ອປະຫວັດສາດ ແລະ ອະລິຍະທໍາອັນດີງາມຂອງຊາດ ທີ່ບັນພະບູລຸດຂອງລາວໄດ້ສ້າງສັນມາໃນອະດີດ ຜ່ານແຕ່ລະຍຸກແຕ່ ລະສະໄຫມ ອັນໄດ້ກາຍເປັນມໍລະດົກອັນລ້ໍາຄ່າ ແລະ ເປັນເອກະລັກຢັ້ງ ຢືນຮາກເຫງົ້າທາງວັດທະນະທໍາ ຂອງປວງຊົນລາວທັງຊາດ ທັງເປັນການປັບປຸງຍົກລະດັບຫໍພິພິທະພັນແຫ່ງຊາດໃຫ້ຮັບປະກັນໄດ້ ຄວາມປອດໄພ ມີຄວາມກວ້າງ ຂວາງ ຄວາມທັນສະໄໝ ແລະ ມີເນື້ອໃນອຸດົມສົມບູນຂຶ້ນເທື່ອລະກ້າວ ຕາມວິໄສທັດຂອງລັດຖະບານ.
ອາຄານຫໍພິພິທະພັນແຫ່ງຊາດຫຼັງໃໝ່ນີ້ ໄດ້ມີພິທີມອບ-ຮັບຢ່າງເປັນທາງການໃນປີ 2017 ເພື່ອນໍາໃຊ້ເຂົ້າໃນເກັບຮັກສາ, ຕູ້ວາງສະແດງ ແລະ ແທ່ນວາງສະແດງໃນຫ້ອງວາງສະແດງ 1 ສະໄໝກ່ອນ. ປະຫວັດສາດ ລວມທັງຫ້ອງໂຖງພາກແນະນໍາ ສຳລັບການຕິດຕັ້ງສໍາເລັດ 100% ເດືອນຕຸລາ 2010. ຫຼັງຈາກນັ້ນກໍໄດ້ເລີ່ມຕິດຕັ້ງການວາງສະແດງຕາມໂຄງຮ່າງເນື້ອໃນວາງສະ ແດງທີ່ໄດ້ກໍານົດ ແລະ ຮັບ ຮອງເອົາ ຊຶ່ງປະກອບມີ 3 ຫົວຂໍ້ໃຫຍ່ຄື: 1. ແຜ່ນດິນລາວຍຸກດຶກດໍາບັນ;
2. ຍຸກກ່ອນ ປະຫວັດສາດ; ແລະ
3). ປະຫວັດສາດຊາດລາວສະໄໝກ່ອນລ້ານຊ້າງ,
ແຕ່ລະຫົວຂໍ້ໃຫຍ່ປະກອບມີຫົວຂໍ້ນ້ອຍ ເພື່ອລົງເລິກລາຍລະອຽດ ຂອງແຕ່ລະຍຸກສະໄໝໃຫ້ເຂົ້າໃຈແຈ້ງແລະງ່າຍຂຶ້ນສໍາລັບແຂກທີ່ເຂົ້າຊົມ ພ້ອມດຽວກັນນີ້ກໍໄດ້ມີການຈັດວາງສະແດງເພີ່ມບັນດາວັດຖຸບູຮານ ທີ່ໄດ້ຮັບຈາກໂຄງການຂຸດຄົ້ນບໍ່ຄໍາເຊໂປນ ໃນປີ 2010 ແລະ ເພີ່ມ ຕູ້ວາງສະແດງອີກຈໍານວນ 7 ໜ່ວຍ, ຕູ້ຈໍານວນດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ລ້ານຊ້າງມີເນໂຣນລິມິເຕັດ ວັດຖຸບູຮານທີ່ໄດ້ຈັດວາງສະແດງຢູ່ ໃນພາກນີ້ປະກອບມີ ຊາກພືດ ແລະ ສັດ; ເຄື່ອງມືຫີນ; ກະດູກມະ ນຸດບູຮານ; ເຄື່ອງປັ້ນດິນເຜົາ; ເຄື່ອງທອງສໍາລິດ; ພະພຸດທະຮູບຫີນ; ເທວະຮູບຫີນ ແລະ ອື່ນໆອີກ ລວມທັງໝົດມີ 279 ລາຍການ.
ສໍາລັບຫ້ອງວາງສະແດງ 2 ປະຫວັດສາດຊາດລາວສະ ໄໝລ້ານຊ້າງ ແມ່ນຍັງບໍ່ທັນໄດ້ອອກແບບວາງສະແດງຖາ ວອນເທື່ອ ແຕ່ປັດຈຸບັນໄດ້ຈັດ ວາງສະແດງແລ້ວແບບເຄິ່ງຖາ ວອນ ໂດຍນໍາໃຊ້ຕູ້ວາງສະແດງເກົ່າ ທີ່ຍົກຍ້າຍມາຈາກອາຄານຫຼັງເກົ່າເປັນການຊົ່ວຄາວຊໍາ ຊາໄດ້ມີການອອກແບບວາງ ສະແດງ ແລະ ຕິດຕັ້ງຫ້ອງວາງ ສະແດງໃໝ່. ນອກຈາກຕູ້ວາງ ສະແດງເກົ່າ ຍັງມີຕູ້ວາງສະ ແດງໃໝ່ ຈໍານວນ 10 ໜ່ວຍ ຊຶ່ງໄດ້ອອກແບບສະເພາະສໍາລັບວາງສະແດງພະພຸດທະຮູບ, ຕູ້ຈໍານວນດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກສະ ຖານທູດຈີນປະຈໍາລາວ ໂດຍຜ່ານສູນວັດທະນະທໍາຈີນປະຈໍາ ນະຄອນຫຼວງວຽງຈັນ, ພາກ ປະຫວັດສາດຊາດລາວສະໄໝ ລ້ານຊ້າງນີ້ ເນື້ອໃນວາງສະ ແດງປະກອບມີ 4 ຫົວຂໍ້ນ້ອຍ ຄື:
1. ອານາຈັກລາວລ້ານຊ້າງສະໄໝຊຽງທອງເປັນນະ ຄອນຫຼວງ ໃນສະຕະວັດທີ 14-15;
2. ອານາຈັກລາວລ້ານ ຊ້າງສະໄໝວຽງຈັນເປັນນະ ຄອນຫຼວງ ໃນສະຕະວັດທີ 16-17;
3. ອານາຈັກລາວລ້ານ ຊ້າງສະໄໝຖືກແຍກອອກ ເປັນສາມອານາຈັກໃນສະ ຕະວັດທີ 18 ແລະ
4. ອານາ ຈັກລາວລ້ານຊ້າງຕົກເປັນ ເມືອງສ່ວຍຂອງສັກດີນາສະ ຫຍາມ ໃນສະຕະວັດທີ 18-19.
ບັນດາວັດຖຸບູຮານທີ່ໄດ້ ຈັດວາງສະແດງຢູ່ຫ້ອງວາງສະແດງ 2 ນີ້ ກໍມີຫຼາກຫຼາຍປະເພດເຊັ່ນກັນ ລວມທັງໝົດ ມີ 585 ລາຍການ, ບັນດາທ່ານຈະໄດ້ເຂົ້າຊົມຕົວຈິງໄປພ້ອມໆກັນ.
ສະເພາະຫ້ອງໂຖງ ເນື້ອໃນວາງສະແດງລວມມີ ແຜນ ທີ່ປະເທດລາວນໍາສະເໜີກ່ຽວກັບຄວາມອຸດົມຮັ່ງມີ ແລະສວຍງາມຂອງປະເທດລາວ, ແຄນລາວ, ຂັບກາບ, ຊ້າງໄມ້ ແລະ ໄມ້ຄວັດແກະສະຫຼັກ ພະທາດຫຼວງວຽງຈັນ, ສ່ວນທີ່ຍັງເຫຼືອຄື ຫ້ອງວາງສະແດງ 3 ພາກປະຫວັດສາດຮ່ວມ ສະໄໝ, ຫ້ອງວາງສະແດງ 4 ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ຫ້ອງວາງສະແດງ 5 ພາກຊົນ ເຜົ່າໃນປະເທດລາວ ຫໍພິພິທະພັນແຫ່ງຊາດ ຈະໄດ້ສືບຕໍ່ຄົ້ນຄວ້າ ແລະ ປັບປຸງເນື້ອໃນວາງ ສະແດງ ຮ່ວມກັບກົມມໍລະ ດົກຈົນກວ່າຈະເຮັດສໍາເລັດ. ໃນໂອກາດດຽວກັນທ່ານລັດ ຖະມົນຕີກະຊວງ ຖວທ ກໍໄດ້ຍ່າງທ່ຽວຊົມຫ້ອງວາງສະ ແດງຕ່າງໆ ໂດຍການບັນຍາຍຂອງທ່ານ ນາງ ວິໄລວັນ ສີຫາຈັກ ຮອງອໍານວຍການຫໍພິພິທະພັນແຫ່ງຊາດອີກດ້ວຍ.
(ຂ່າວ+ພາບ: ບຸນອູ້ມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com