Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ຍຸພິນ
ແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ ເປັນອີກສະຖານທີ່ໜຶ່ງທີ່ໂດດເດັ່ນດ້ານທໍາມະຊາດທີ່ສວຍງາມຂອງແຂວງຫຼວງພະບາງ, ພາຍຫຼັງລັດຖະບານອອກມາດຕະການຜ່ອນຜັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຫຼ່ງທ່ອງທ່ຽວຫຼາຍແຫ່ງທົ່ວປະເທດເລີ່ມຄຶກຄັກ ຊຶ່ງແຫຼ່ງທ່ອງທ່ຽວຕາດກວາງຊີກໍເລີ່ມມີສັນຍານດີຂຶ້ນຫຼາຍ ຫຼັງສ້າງລາຍຮັບໄດ້ບໍ່ໜ້ອຍກວ່າ 1 ລ້ານກີບຕໍ່ມື້.
ທ່ານ ບຸນມີ ອຸ່ນນາທີ ຜູ້ຮັບຜິດຊອບຕາດກວາງຊີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ກ່ອນເກີດການລະບາດພະຍາດໂຄວິດ-19, ພວກເຮົາສ້າງລາຍຮັບຈາກການບໍລິການຕ່າງໆມື້ໜຶ່ງບໍ່ຫຼູດ 10 ລ້ານກີບ, ແຕ່ຖ້າແມ່ນວັນສໍາຄັນຕ່າງໆຈະສ້າງລາຍຮັບໄດ້ບໍ່ໜ້ອຍກວ່າ 15 ລ້ານກີບ, ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວເປັນຈໍານວນຫຼາຍ ໂດຍຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈີນ. ແນວໃດກໍດີຈາກການລະບາດພະຍາດໂຄວິດ-19 ກໍໄດ້ປິດການບໍລິການຕາມ ຄໍາສັ່ງແນະນໍາຂອງລັດຖະບານເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ, ແຕ່ພາຍຫຼັງລັດຖະບານອອກມາດຕະການຜ່ອນຜັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ນັກທ່ອງທ່ຽວກໍເລີ່ມເຂົ້າມາທ່ຽວຕາດກວາງຊີນັບມື້ຫຼາຍຂຶ້ນ ຊຶ່ງສ່ວນຫຼາຍແມ່ນນັກທ່ອງທ່ຽວພາຍໃນປະເທດ, ສ່ວນນັກທ່ອງທ່ຽວຕ່າງປະເທດມີໜ້ອຍ ແລະ ກໍເປັນພຽງນັກທ່ອງທ່ຽວວິຊາການ ຫຼື ຊ່ຽວຊານທີ່ມາເຮັດວຽກຢູ່ລາວເທົ່ານັ້ນ ໂດຍສະເລ່ຍແລ້ວມື້ໜຶ່ງສ້າງລາຍຮັບໄດ້ 1 ລ້ານກວ່າກີບ.
ທ່ານ ບຸນມີ ອຸ່ນນາທີ ກ່າວຕື່ມວ່າ: ລາຍຮັບທີ່ໄດ້ນີ້ເຖິງວ່າບໍ່ຫຼາຍເມື່ອທຽບໃສ່ກ່ອນເກີດການລະບາດພະຍາດໂຄວິດ-19 ແຕ່ຖືເປັນສັນຍານດີຂຶ້ນ ເນື່ອງຈາກນັກທ່ອງທ່ຽວພາຍໃນເຂົ້າມາທ່ຽວມີທ່າອ່ຽງເພີ່ມຂຶ້ນ. ໃນໂອກາດນີ້, ກໍຂໍເຊີນຊວນນັກທ່ອງທ່ຽວພາຍໃນປະເທດເຂົ້າມາທ່ຽວຕາດກວາງຊີ ກໍຄືສະຖານທີ່ທ່ອງທ່ຽວອື່ນໆຢູ່ແຂວງຫຼວງພະບາງໃຫ້ຫຼາຍຂຶ້ນກວ່າເກົ່າ ຕາມຄຳຂວັນທີ່ວ່າ ລາວທ່ຽວລາວ ໂດຍສະເພາະຕາດກວາງຊີ ທີ່ໄດ້ປັບປຸງຫຼາຍຢ່າງດີຂຶ້ນ ແລະ ສວຍງາມກວ່າເກົ່າ. ສໍາລັບຄ່າເຂົ້າຊົມສໍາລັບຄົນລາວຜຸ້ໜຶ່ງ 10.000 ກີບ, ຄົນຕ່າງປະເທດ 20.000 ກີບ, ສ່ວນເດັກນ້ອຍອາຍຸໜ້ອຍກວ່າ 8 ປີ ບໍ່ໄດ້ເສຍຄ່າ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com