Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ ເມື່ອບໍ່ດົນມານີ້ ໂດຍມີທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງຈຳປາສັກ, ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄະນະນຳ, ພະນັກງານຫຼັກແຫຼ່ງ ແລະ ພາກທຸລະກິດ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການໂອ້ລົມ.
ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ລາຍງານຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ ໄລຍະ 9 ເດືອນ ປີ 2020 ໃຫ້ຊາບວ່າ: ທົ່ວແຂວງ ສືບຕໍ່ຮັກສາໄດ້ ຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໂຄງລ່າງພື້ນຖານດ້ານຕ່າງໆ ໄດ້ຮັບການກໍ່ສ້າງ ແລະ ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 12.620,76 ຕື້ກີບ, ທຽບໃສ່ແຜນປີ ປະຕິບັດໄດ້ 62,78%, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 1.889 ໂດລາ, ການເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 822,62 ຕື້ກີບ, ທຽບໃສ່ແຜນປີ ປະຕິບັດໄດ້ 56,5%, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 16,5%; ແຜນລາຍຈ່າຍ ປະຕິບັດໄດ້ 371,94 ຕື້ກີບ ເທົ່າກັບ 49,2% ຂອງແຜນປີ, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 21,46%; ວຽກງານການລົງທຶນ ສາມາດຂົນຂວາຍຈາກທຸກແຫຼ່ງທຶນ 3.283,81 ຕື້ກີບ, ທຽບໃສ່ແຜນປີ ປະຕິບັດໄດ້ 57,12%, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 8,39% ໃນນັ້ນ, ການລົງທຶນຂອງລັດ 16,97 ຕື້ກີບ, ທຶນຊ່ວຍເຫຼືອ (ODA) 125,92 ຕື້ກີບ, ການລົງທຶນເອກະຊົນ ພາຍໃນ ແລະ ຕ່າງປະເທດ 131,82 ຕື້ກີບ ແລະ ທຶນສິນເຊື່ອທະນາຄານ 3.009,1 ຕື້ກີບ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຜົນສຳເລັດ ທີ່ທາງແຂວງສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ, ລວມທັງຜົນງານການປະກອບສ່ວນຊ່ວຍລັດ ແລະ ການພັດທະນາສັງຄົມ ຂອງບັນດາພາກທຸລະກິດ. ພ້ອມກັນນັ້ນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ, ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ບັນດາປະເທດ, ຄວາມທ້າທາຍ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຄວາມພະຍາຍາມ ໃນການບໍລິຫານວຽກງານຂອງລັດຖະບານ ແລະ ອື່ນໆ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ ແລະ ເນັ້ນໜັກ ໃຫ້ອົງການປົກຄອງແຂວງຈຳປາສັກທຸກຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາຕື່ມ ເປັນຕົ້ນ ພ້ອມກັນສືບຕໍ່ຄົ້ນຄວ້າ ແລະ ພັດທະນາແຂວງຈຳປາສັກ ເຮັດໃຫ້ເສດຖະກິດຂະຫຍາຍຕົວ, ວຽກງານບໍລິການປະຊາຊົນນັບມື້ດີຂຶ້ນ, ຮັບປະກັນໄດ້ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ; ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຕາມຄະນະສະເພາະກິດວາງອອກ ແຕ່ລະໄລຍະ ຢ່າງເຂັ້ມງວດ, ພ້ອມທັງ ປັບປຸງແບບແຜນດຳລົງຊີວິດ ແລະ ວິທີຄິດ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ, ປອດໄພກວ່າເກົ່າ ແລະ ເກີດປະໂຫຍດຫຼາຍກວ່າເກົ່າ ໃຫ້ແກ່ຕົນເອງ, ການຈັດຕັ້ງ ແລະ ປະເທດຊາດ ໂດຍສະເພາະ ການເຮັດວຽກຢ່າງມີແຜນການ, ການປະຢັດມັດທະຍັດ, ການຈັດງານຕ່າງໆ ໃຫ້ມີຄວາມເໝາະສົມກັບເງື່ອນໄຂ ແລະ ສະພາບການ, ທັງຫຼີກລ່ຽງ ການຈັດທີ່ມີລັກສະນະໂອ້ອວດ ຫຼື ທຸລະກິດ; ສົ່ງເສີມການທ່ອງທ່ຽວພາຍໃນ ແລະ ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ ເພື່ອຮອງຮັບວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ; ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ແລະ ພາກສ່ວນຕ່າງໆ ໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນທາງດ້ານສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ເປັນກ້າວໆ ໂດຍສຸມໃສ່ຜະລິດກະສິກຳສະອາດ, ປອດສານພິດ ແລະ ຕາມທ່າແຮງ ທີ່ປະຊາຊົນ ແຕ່ລະທ້ອງຖິ່ນ ມີມູນເຊື້ອ; ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ວຽກງານການລົງທຶນ ແລະ ການດຳເນີນທຸລະກິດ ເພື່ອຍາດແຍ່ງເອົາການລົງທຶນໃຫ້ຫຼາຍ, ໄປຄຽງຄູ່ກັບການສົ່ງເສີມ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ໃຫ້ໄດ້ຮັບການພັດທະນາ ທັງປະລິມານ ແລະ ຄຸນນະພາບ, ມີຄວາມເຂັ້ມແຂງ ເປັນກ້າວໆ; ໃຫ້ບັນດາຂະແໜງການຂອງແຂວງ ສຸມໃສ່ປັບປຸງການບໍລິຫານວຽກງານຂອງຕົນ ໃຫ້ມີຄວາມກະທັດຮັດ, ວ່ອງໄວ, ທັນການ, ໂປ່ງໃສ ແລະ ບໍລິການຮັບໃຊ້ປະຊາຊົນ ຢ່າງແທ້ຈິງ. ນອກຈາກນັ້ນ, ກໍຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ມີສະຕິລະວັງຕົວ ໃນການຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້, ລວມທັງ ກົນອຸບາຍຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີ; ຄົ້ນຄວ້າ ຊ່ວຍເຫຼືອແຮງງານ ທີ່ກັບມາຈາກຕ່າງປະເທດ ທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ໃຫ້ເຂົາເຈົ້າ ມີວຽກເຮັດງານທໍາ, ມີສີມື ແລະ ດຶງດູດເຂົາເຈົ້າ ໃຫ້ດໍາລົງຊີວິດ ແລະ ທຳມາຫາກິນ ຢູ່ ສປປ ລາວ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍ; ຫາກກິດຈະການໃດຂອງລັດ ສາມາດຫັນເປັນຮຸ້ນໄດ້ ກໍໃຫ້ມີການຄົ້ນຄວ້າພິຈາລະນາ ບົນພື້ນຖານຮັບປະກັນຄວາມສະຫງົບ, ມີຄວາມຍືນຍົງ, ສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.
ສຳລັບການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ສຳຄັນ ແມ່ນບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຕໍ່ໜ້າ ແມ່ນຕ້ອງກົມກຽວ ໄປລວງດຽວກັນ, ການກຳນົດແຜນ ຕ້ອງໃຫ້ແທດເໝາະກັບທ່າແຮງບົ່ມຊ້ອນຕົວຈິງ, ມີຄວາມສາມາດຈັດຕັ້ງປະຕິບັດໄດ້ ແລະ ມີການຈັດລຽງບຸລິມະສິດ ບັນດາວຽກຈຸດສຸມ ແລະ ໂຄງການ ໃນແຕ່ລະຂົງເຂດວຽກງານ ຢ່າງລະອຽດຈະແຈ້ງ.
ການເຄື່ອນໄຫວຊຸກຍູ້ວຽກງານ ແຂວງຈຳປາສັກ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງ ສະພາບການປິ່ນປົວຄົນເຈັບ ຢູ່ໂຮງໝໍແຂວງ, ພ້ອມທັງ ມອບເງິນຊ່ວຍເຫຼືອໂຮງໝໍດັ່ງກ່າວ; ໄດ້ໄປຢ້ຽມຢາມສູນພັດທະນາສີມືແຮງງານພາກໃຕ້ ແລະ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຕື່ມອີກ.
(ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com