Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ລັດຖະບານຄາດຄະເນວ່າ ເສດຖະກິດຈະຂະຫຍາຍຕົວພຽງ 3,3% ຊຶ່ງຕ່ຳກວ່າແຜນດັດແກ້, ໃນຂະນະທີ່ແຜນພັດ ທະນາເສດຖະກິດ-ສັງຄົມ ປະ ຈຳປີ 2021 ແມ່ນເປັນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໂດຍຈະສຸມໃສ່ນຳພາປະເທດໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ; ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ; ຜັນຂະຫຍາຍຍຸດທະສາດ ການເຕີບໂຕສີຂຽວ; ຮັບປະກັນການພັດທະນາໄປຕາມທິດຍືນຍົງ; ຮັບປະກັນໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ສົມດຸນກວ່າເກົ່າ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 27 ຕຸລານີ້ ໃຫ້ຮູ້ວ່າ: ເສດຖະກິດຂອງ ສປປ ລາວໃນປີນີ້ ຄາດວ່າຈະຂະຫຍາຍຕົວພຽງແຕ່ 3,3% ມູນຄ່າຕາມລາຄາໃນ ປີ ປະມານ 173.138 ຕື້ກີບ, ໃນນີ້ຂະແໜງກະສິກໍາຂະ ຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP; ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ ຂະຫຍາຍຕົວ 6,8%) ແລະ ຂະແໜງບໍລິການ -1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ ຂະຫຍາຍຕົວ 1,7%).
ໃນຂະນະທີ່ມູນຄ່າການ ນໍາເຂົ້າ-ສົ່ງອອກສິນຄ້າ ປະຕິ ບັດໄດ້ 75.267 ຕື້ກີບ ເທົ່າກັບ 67,79% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ ຫຼຸດລົງ 5,6%, ໃນນັ້ນ, ການສົ່ງອອກ ປະຕິບັດໄດ້ 4.278 ລ້ານໂດລາ ເທົ່າກັບ 70,84% ຂອງແຜນດັດແກ້ (6.039 ລ້ານໂດລາ), ການນໍາເຂົ້າປະຕິບັດໄດ້ 3.824 ລ້ານໂດລາ ເທົ່າກັບ 64,68% ຂອງແຜນດັດແກ້ (5.912 ລ້ານໂດລາ), ສາມາດເກີນດຸນ 454 ລ້ານໂດລາ (ແຜນການໃຫ້ເກີນ ດຸນ 127 ລ້ານໂດລາ). ຄາດວ່າໝົດປີ ມູນຄ່າການນໍາເຂົ້າ-ສົ່ງອອກ ຈະສາມາດປະຕິບັດໄດ້ບັນລຸແຜນດັດແກ້ 11.951 ລ້ານໂດລາ ຫຼື 111.024,79 ຕື້ກີບ.
ແນວໃດກໍຕາມ ຄວາມຫຍຸ້ງຍາກໃນການຄຸ້ມຄອງເສດ ຖະກິດມະຫາພາກ ທີ່ແກ່ຍາວມາຫຼາຍປີ, ບັນຫາໄພທໍາມະຊາດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໂດຍກົງຢ່າງໜັກໜ່ວງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາ ເຮັດໃຫ້ຫຼາຍຄາດໝາຍ ຈະບໍ່ສາມາດບັນລຸໄດ້ຕາມແຜນທີ່ວາງໄວ້.
ສຳລັບແຜນພັດທະນາເສດຖະກິດ-ສັງຄົມປີ 2021 ທ່ານນາຍົກລັດຖະມົນຕີ ກ່າວວ່າ: ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແມ່ນເພື່ອຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ປະກອບມີ (1) ນໍາພາປະເທດ ຊາດໃຫ້ສາມາດບັນລຸເງື່ອນ ໄຂ ການຫຼຸດພົ້ນອອກຈາກສະຖາ ນະພາບຄວາມດ້ອຍພັດທະ ນາ(LDC),ປະຕິບັດເປົ້າ ໝາຍພັດທະນາແບບຍືນຍົງ (SDGs), ຜັນຂະຫຍາຍຍຸດທະ ສາດການເຕີບໂຕສີຂຽວ; (2) ຮັບປະກັນການພັດທະນາໄປຕາມທິດຍືນຍົງ, ສົມດຸນ ແລະ ສີຂຽວ; (3) ຮັບປະກັນໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ສົມດຸນກວ່າເກົ່າ.
ສຳລັບທິດທາງລວມ ມີດັ່ງນີ້:
1) ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງ ຄົມຢ່າງໜັກແໜ້ນ, ສ້າງສັງ ຄົມ ສາມັກຄີປອງດອງ, ປອດໄພ, ສີວິໄລ ແລະ ຍຸຕິທໍາ;
2) ປະຕິຮູບໂຄງສ້າງເສດຖະກິດ ເພື່ອຍູ້ເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວ ດ້ວຍຄຸນນະພາບທີ່ດີຂຶ້ນ ດ້ວຍ ການປະຕິຮູບໂຄງສ້າງເສດຖະກິດໃຫ້ມີຄວາມສົມດຸນຕາມຂົງເຂດ, ຂະ ແໜງການ ແລະ ທ້ອງຖິ່ນ;
3) ພັດທະນາຊັບພະຍາ ກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນຕື່ມ ເພື່ອເປັນປັດໄຈຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ;
4) ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ທີ່ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການຜະລິດເປັນສິນຄ້າ ໂດຍສະເພາະໃນຂະແໜງການ ແລະ ທ້ອງຖິ່ນ ທີ່ມີເງື່ອນໄຂຕິດພັນກັບການສົ່ງເສີມການຜະລິດ ແລະ ບໍລິການຕາມແລວທາງລົດໄຟລາວ-ຈີນ ໃນພື້ນທີ່ ທີ່ມີທ່າແຮງຜະລິດເພື່ອເປັນສິນຄ້າ, ປັບປຸງການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ;
5) ພັດທະນາເສດຖະກິດທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ປົກປັກຮັກສາ ແລະ ນໍາໃຊ້ ຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນ, ຍືນຍົງ, ປະຢັດ ແລະ ມີປະສິດທິຜົນສູງສຸດ; ສົ່ງເສີມການຜະລິດອຸດສາຫະກໍາຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ສ້າງ ແລະ ຂະຫຍາຍຕົວແບບໃນການຜະລິດໃຫ້ຫຼາຍຂຶ້ນ ແລະ ກະກຽມຂະຫຍາຍກວ້າງອອກ;
6) ເອົາໃຈໃສ່ປະຕິຮູບລະບົບການບໍລິການຂອງລັດ ໃຫ້ມີຄວາມໂລ່ງລ່ຽນ, ກະທັດຮັດ, ວ່ອງໄວ, ໂປ່ງໃສ ໂດຍການຫັນເປັນທັນສະໄໝ ບົນຈິດໃຈຮັບໃຊ້ ແລະ ບໍລິການປະຊາ ຊົນຢ່າງແທ້ຈິງ;
7) ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ, ຕາມຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເປັນເຈົ້າການເຂົ້າຮ່ວມຂະບວນການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ;
8) ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານສ້າງ ແຂວງເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຢ່າງແຂງແຮງ ແລະ ເຂົ້າສູ່ລວງເລິກຕື່ມອີກ;
9) ສ້າງສະຕິສັງຄົມ, ສັງ ຄົມໃຫ້ຫັນປ່ຽນການດໍາລົງຊີວິດປະຈໍາວັນ, ການທໍາມາຫາກິນ ດ້ວຍວິຖີໃໝ່ແບບປົກ ກະຕິ (New Normal) ເຖິງແມ່ນວ່າ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ຍັງຢູ່ໃນໄລຍະຫຼໍ່ແຫຼມຢູ່ ຫຼື ພາຍຫຼັງໄດ້ມີການຄວບຄຸມໄດ້ແລ້ວນັ້ນ, ຢາກໃຫ້ສັງຄົມຂອງປະເທດເຮົາ ຫັນໄປສູ່ອັນ ໃໝ່ທີ່ກ້າວໜ້າ ທັນສະໄໝ ແລະ ມີລະບຽບວິໄນດີຂຶ້ນກວ່າເກົ່າ.
(ຂ່າວ: ຄຳເຮືອງ, ພາບ: ສຸກສະຫວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com