Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງປະຊຸມໃຫຍ່ຄະນະພັກນະຄອນຫຼວງວຽງຈັນຄັ້ງທີ VII ເປິດຂຶ້ນຢ່າງເປັນທາງການ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 28/10/2020 16:54:40 ຈຳ​ນວນ​​ຢ້ຽມ​ຊົມ 2042 ຄັ້ງ

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ນະຄອນຫຼວງ​ວຽງ​ຈັນ ​ຄັ້ງ​ທີ VII ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 28 ຕຸລາ​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະທານຂອງ ສະຫາຍ ສິນ​ລະວົງ ຄຸດ​ໄພທູນ ກຳມະການ​ກົມ​ການ ເມືອງສູນ​ກາງ​ພັກ ເລຂາຄະນະ​ພັກ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະບໍລິຫານ​ງານ​ສູນ​ກາງພັກ ປະທານ​ປະເທດ, ມີບັນດາ​ສະ ຫາຍ​ຜູ້​ແທນ​ສົມບູນ​ ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ສະມາຊິກ​ພັກ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ.
ໃນ​ພິທີ​ ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ໄດ້​ກ່າວ​ບາງ​ຕອນ​ສຳຄັນ​ໃຫ້​ຮູ້​ວ່າ: ຄະນະ​ບໍ​ລິ ຫານ​ງານ​ພັກ ​ສະໄໝ​ທີ VI ໄດ້​ເປັນ​ເຈົ້າ​ການ​ກະກຽມ​ເນື້ອ​ໃນ, ບຸກ​ຄະລາ​ກອນ, ທັງ​ສ້າງ​ຂະ ບວນການ​ດ້ານ​ຕ່າງໆ​ຕາມລະ ບຽບ​ຂອງ​ພັກ ແລະ ຄຳ​ສັ່ງ​ຂອງ ​ຄະນະ​ເລຂາທິການ​ສູນກາງພັກ​ ມາ​ເກືອບ 2 ປີ, ພວກ​ເຮົາ​ໄດ້​ດຳເນີນ​ການ​ປັບປຸງ​ປົວແປງ​ພັກ, ເປີດ​ບັ້ນ​ດຳເນີນ​ຊີວິດ​ການ ເມືອງ, ສຳເລັດ​ການດຳເນີນ​ກອງ​ປະຊຸມ​ໃຫຍ່​ໜ່ວຍພັກ ​ຮາກ​ຖານ​ບ້ານ, ໜ່ວຍ​ພັກ​ຮາກ​ຖານ, ຄະນະ​ພັກ​ຮາກ​ຖານ​ຫ້ອງການ​ອ້ອມ​ຂ້າງ​ເມືອງ, ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ເມືອງ, ກອງ​ບັນຊາ​ການ, ໜ່ວຍ​ພັກ​ຮາກ ຖານ, ຄະນະ​ພັກ​ຮາກ​ຖານ, ພະ​ແນ​ກ​ການ​-​ອົງການ​ທຽບ​ເທົ່າ​ອ້ອມ​ຂ້າງ​ນະຄອນຫຼວງ​ວຽງ​ຈັນ, ຕິດພັນ​ກັບ​ການ​ເສີມ​ຂະຫຍາຍ​ປະຊາທິປະໄຕ​ພາຍ​ໃນ​ພັກ ແລະ ທົ່ວ​ສັງຄົມ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ປະກອບ​ຄຳ​ເຫັນ​ຕໍ່​ເນື້ອ​ໃນ​ຮ່າງ​ລາຍ​ງານ​ການເມືອງ ແລະ ການ​ທາ​ບ​ທາມ​ບຸກ​ຄະລາ​ກອນ​ຂອງ​ກອງ​ປະຊຸມ​ໃຫຍ່, ຂະບວນ​ການ​ດັ່ງກ່າວ​ເປັນ​ການ​ສ້າງ​ບັນຍາກາດ​ທາງ​ການເມືອງ​ອັນ​ດີ​ໃຫ້​ອົງຄະ​ນະ​ພັກ, ທັງຮັບ ປະກັນ​ໃຫ້ນະຄອນຫຼວງ​ວຽງ​ຈັນ​ມີ​ສະຖຽນ​ລະ​ພາບ​ທາງ​ການເມືອງ, ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງຄົມ​ໂດຍ​ພື້ນຖານ, ເສດ ຖະກິດ​ເຖິງ​ວ່າ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ແຕ່​ກໍຍັງ​ສືບຕໍ່​ຂະ ຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ການ​ພັດທະນາ​ຕົວ​ເມືອງ ແລະ ຊານເມືອງ​ໄດ້​ມີ​ບາດກ້າວຫັນ ປ່ຽນ​​ຢ່າງ​ຕັ້ງໜ້າ, ລະບົບ​ການ ເມືອງ​ປະຊາທິປະໄຕ​ປະຊາຊົນ​ ແຕ່​ນະຄອນຫຼວງ​ວຽງ​ຈັນ​ລົງ ຮອດ​ຮາກ​ຖານ​ໄດ້​ຮັບ​ການ​ປັບ ປຸງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ຂຶ້ນ​ຕື່ມ.
ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ນີ້​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ ຊຶ່ງ​ພວກ​ເຮົາ​ຈະ​ໄດ້​ສຸມ​ໃສ່​ຕີ​ລາຄາຜົນ​ການຈັດຕັ້ງ​ປະ ຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ ແລະ ແຜນ​ພັດທະນາ ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຄັ້ງ​ທີ VIII ຂອງ​ນະຄອນຫຼວງ​ວຽງ​ຈັນ, ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ​ຈາກ ພຶດຕິ​ກຳ​ຕົວ​ຈິງ, ພວກ​ເຮົາ​ຈະ​ໄດ້​ຄົ້ນຄວ້າ​ກຳນົດ​ທິດ​ທາງ, ໜ້າທີ່ ແລະ ຄາດໝາຍ​ໃຫຍ່​ໃນ​ການ ພັດທະນາ​ນະຄອນຫຼວງ​ວຽງ​ຈັນ​ກໍຄື​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025), ພ້ອມ​ດຽວ​ກັນ​ນັ້ນ​ຜູ້​ແທນ​ສົມບູນ​ກອງ​ປະຊຸມ​ໃຫຍ່​ຈະ​ໄດ້​ໃຊ້​ສິດ​ປະຊາທິປະໄຕ​ຂອງ​ຕົນປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ນະຄອນຫຼວງ​ວຽງ​ຈັນ​ ສະໄໝ​ທີ VII ແລະ​ ປ່ອນ​ບັດ​ເອົາ​ຜູ້ແທນ​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ.
(ຂ່າວ​-​ພາບ : ສຸກ​ສາຄອນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com