Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ສະໂມສອນແຂວງ, ຄະນະບໍລິຫານງານພັກແຂວງສາລະວັນ ໄດ້ດໍາເນີນຊີວິດການເມືອງທ້າຍສະໄໝ ໂດຍເປັນກຽດເຂົ້າຮ່ວມຂອງສະ ຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ, ມີຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມ.
ສະຫາຍ ໂພໄຊ ໄຊຍະສອນ ໄດ້ກ່າວເປີດການດໍາເນີນຊີວິດການເມືອງທ້າຍສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງສາລະວັນ ໃນຄັ້ງນີ້ວ່າ: ເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ໂດຍຈະໄດ້ພ້ອມກັນສໍາຫຼວດກວດກາຕີລາຄາຄືນຄວາມຮັບຜິດຊອບການເມືອງຂອງຄະນະບໍລິຫານງານພັກແຂວງ ໂດຍຊອກໃຫ້ເຫັນຈຸດດີ, ຜົນງານ, ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຕີລາຄາຈັດປະເພດໃຫ້ຖືກຕ້ອງ, ຊັດເຈນ, ພາວະວິໄສ, ພ້ອມທັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນໃສ່ເນື້ອໃນຮ່າງບົດສໍາຫຼວດການນໍາພາລວມ, ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ VIII, ຍົກໃຫ້ເຫັນດ້ານຕັ້ງໜ້າ ແລະ ຂໍ້ຂາດຕົກບົກຜ່ອງໃນການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ ພ້ອມທັງສະເໜີທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ, ປະຕິບັດລະບອບຕໍານິຕິຊົມຕົນເອງ, ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເປັນການປັບປຸງປົວແປງພາຍໃນພັກ ຢ່າງແທ້ຈິງ ເພື່ອບຸກທະລຸໃນການປັບປຸງ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ນອກນີ້ໃນກອງປະຊຸມຈະໄດ້ທາບທາມໂຄງປະກອບບຸກຄະລາກອນ ຄະນະບໍລິຫານງານພັກແຂວງ ຮອບທີ III ເພື່ອຄົ້ນຄວ້າ, ເລືອກເຟັ້ນເອົາບຸກຄົນຜູ້ທີ່ມີມາດຖານເງື່ອນໄຂສະໝັກເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX.
ຈາກນັ້ນ ສະຫາຍ ຄຳພັນ ພົມມະທັດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກອງປະ ຊຸມ ໂດຍເນັ້ນໜັກໃນດ້ານ ການກະກຽມຮ່າງລາຍງານ ການເມືອງ, ການບັນຈຸສັບ ຊ້ອນບຸກຄະລາກອນ, ການຕີລາຄາຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນຕົ້ນແບບແຜນວິທີເຮັດວຽກ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ການນຳພາ, ການສ້າງພະນັກງານສືບທອດປ່ຽນແທນ, ການອອກມະຕິ, ຄຳສັ່ງຕ່າງໆ, ເພື່ອໃຫ້ມີຄວາມສອດຄ່ອງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການດຶງດູດນັກລົງທຶນ, ການຜະລິດສິນຄ້າ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ບັນຫາອື່ນໆໃນຄວາມຮັບຜິດຊອບ, ຄວາມມີສະຕິຕໍ່ຕົນເອງ, ຕໍ່ການຈັດຕັ້ງ ແລະ ຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງກໍຄືປະຊາຊົນ ໃນການສ້າງສາພັດ ທະນາປະເທດຊາດ ກໍຄືແຂວງສາລະວັນໃຫ້ກ້າວໄປຕາມແນວທາງນະໂຍບາຍຂອງພັກ.
(ຂ່າວ-ພາບ: ສິດຕາ ເພັດວົງສາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com