Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 29 ຕຸລານີ້, ທີ່ນະ ຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງສປປ ລາວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມບັນດາສະ ຫາຍຜູ້ແທນສົມບູນໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງເລິກເຊິ່ງ ແລະ ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ, ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານ ງານພັກນະຄອນຫຼວງວຽງຈັນສະໄໝທີ VI ແລະ ຮັບຮອງເອົາ 3 ທັດສະນະ, 4 ທິດທາງ ແລະ 19 ຄາດໝາຍໃຫຍ່, 8 ແຜນງານ, ໂຄງການບຸກທະລຸ ແລະ 9 ໜ້າທີ່ສໍາຄັນຂອງການພັດ ທະ ນານະຄອນຫຼວງ ໃນໄລຍະ 5 ປີຕໍ່ໜ້າ, ຫຼັງຈາກນັ້ນ, ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກນະ ຄອນຫຼວງວຽງຈັນຊຸດໃໝ່ ຊຶ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດ 46 ສະຫາຍ ຍິງ 10 ສະ ຫາຍ ແລະ ເລືອກໄດ້ 41 ສະ ຫາຍ, ຍິງ 9 ສະຫາຍ ຊຶ່ງກອງ ປະຊຸມຄັ້ງປະຖົມມະລືກຂອງ ຄະນະບໍລິຫານງານພັກນະ ຄອນຫຼວງວຽງຈັນ ສະໄໝທີ VII ໄດ້ເປັນເອກະສັນຢ່າງສົມ ບູນເລືອກຕັ້ງຄະນະກໍາມະການ ປະຈໍາພັກ 13 ສະຫາຍ ຍິງ 1 ສະຫາຍ ໃນນັ້ນໄດ້ເຫັນດີ ເປັນເອກະພາບກັນເລືອກເອົາ ສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ອາດສະພັງທອງ ສີພັນດອນ ເປັນຮອງເລຂາຄະນະພັກ ແລະ ເລືອກເອົາສະຫາຍ ວິລະສັກ ນາມມູນຕີ ເປັນປະທານກວດກາພັກ, ສະຫາຍ ນາງ ຄຳໄພ ລັດສະໝີ, ສະຫາຍ ກອງດີ ສຸທຳມະວົງ, ສະຫາຍ ບຸນສີ ກອງບຸດ ແລະ ສະຫາຍ ຈັນສະຫວ່າງ ຫິມມະພັນ ເປັນຮອງປະທານກວດກາພັກ, ພ້ອມກັນນັ້ນຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ຊຶ່ງເລືອກໄດ້ຜູ້ແທນສົມບູນ 33 ສະຫາຍ ຍິງ 7 ສະຫາຍ, ຜູ້ແທນສໍາຮອງ 3 ສະຫາຍ ຍິງ 2 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ໃນຄັ້ງນີ້, ທັງສະແດງຄວາມຊົມເຊີຍຕໍ່ຜົນ ງານທີ່ນະຄອນຫຼວງວຽງຈັນຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ບັນດາສະຫາຍໃນຄະນະພັກຊຸດໃໝ່ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບ ແຜນວິທີນໍາພາຂອງພັກ, ຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນເປັນສໍາຄັນ, ພ້ອມກັນສ້າງນະຄອນຫຼວງວຽງຈັນໃຫ້ເປັນຫົວໜ່ວຍຍຸດທະ ສາດທີ່ເຂັ້ມແຂງ, ເປັນສູນກາງການເມືອງຂອງປະເທດ (ເປັນໃຈກາງທາງດ້ານການ ເມືອງ, ເສດຖະກິດ, ວັດທະນະ ທໍາ-ສັງຄົມ, ຄວາມອັດສະລິ ຍະ, ວິທະຍາສາດເຕັກໂນໂລຊີ, ການເຊື່ອມໂຍງກັບສາ ກົນ ແລະ ເປັນສູນລວມຈິດໃຈຂອງ ປະຊາຊົນລາວທັງຊາດ); ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ; ສ້າງບ້ານໃນເທດ ສະບານເປັນຄຸ້ມບ້ານໜ້າຢູ່, ສ້າງບ້ານໃນເຂດຊານເມືອງເປັນ ບ້ານພັດທະນາ ແລະ ກາຍເປັນຊົນນະບົດໃໝ່ທີ່ມີພື້ນຖານຫັນເປັນຕົວເມືອງໃນອະນາຄົດ, ສ້າງເມືອງໜ້າຢູ່ໃຫ້ບັນລຸ 3 ຕົວຊີ້ວັດຄື: ສ. ສະຫງົບສຸກ, ສ. ສະອາດ, ສ. ສີຂຽວ ແລະ ແກ້ໄຂຄວາມດ້ອຍພັດທະນາ ດ້ານພື້ນຖານໂຄງລ່າງໃນເທດສະບານໃຫ້ໄດ້ໂດຍພື້ນຖານ, ແກ້ໄຂ, ຈັດສັນຄວາມເປັນລະບຽບ ຮຽບຮ້ອຍດ້ານທີ່ຢູ່ອາໄສ, ຊຸມ ຊົນແອອັດ ແລະ ດ້ານການຈະ ລາຈອນໃນຕົວເມືອງ ແລະ ຊານເມືອງ, ເອົາໃຈໃສ່ສ້ອມ ແປງ ແລະ ຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມ-ຂົນສົ່ງທາງບົກ ແລະ ລະບົບໄປສະນີໂທລະຄົມມະນາຄົມໃຫ້ມີຄຸນນະພາບດີຂຶ້ນ, ພ້ອມທັງໃຫ້ສຸມໃສ່ພັດທະນາເສດຖະກິດຂອງນະຄອນຫຼວງວຽງຈັນໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕັ້ງ ໜ້າເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແຜນງານ ແລະ ໂຄງການໃຫຍ່ລະດັບຊາດ ເປັນ ຕົ້ນໂຄງການທາງລົດໄຟ, ໂຄງ ການທາງດ່ວນ.
ນໍາໃຊ້ກາລະໂອກາດຈາກ ນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນ ທາງ ຂອງໂຄງການທາງລົດໄຟລາວ-ຈີນ, ລວມທັງການຍົກລະ ດັບເສັ້ນທາງ, ຂົວ ແລະ ການກໍ່ ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ທາງດ່ວນນະ ຄອນຫຼວງວຽງຈັນເລກ 1 ແລະ ບັນດາເສັ້ນທາງທີ່ເປັນຕາໜ່າງໃນແລວເສດຖະກິດທີ່ເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດອາຊຽນ.
ໃນຕອນທ້າຍ, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ມີຄຳເຫັນກ່າວປິດກອງປະຊຸມ ພ້ອມທັງຢືນຢັນວ່າ: ຄະນະບໍລິຫານງານພັກນະຄອນຫຼວງວຽງຈັນຊຸດທີ VII ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃຫ້ສົມກັບຄວາມເຊື່ອໝັ້ນຂອງຜູ້ແທນ ແລະ ປະຊາຊົນ, ຢືນຢັນຈະຍົກ ສູງຄວາມຮັບຜິດຊອບ, ຈະເປັນແບບຢ່າງນໍາໜ້າ, ເຕົ້າໂຮມທຸກ ກຳລັງແຮງຂອງສັງຄົມເຂົ້າໃນ ການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງນີ້ໃຫ້ບັນລຸຄາດ ໝາຍ, ສຳເລັດໜ້າທີ່ການເມືອງ ໃນໄລຍະໃໝ່ ແລະ ພ້ອມແລ້ວທີ່ຈະຮັບເອົາການຊີ້ນໍາຂອງສູນກາງພັກ, ລັດຖະບານ, ຂອງ ສະຫາຍເລຂາທິການໃຫຍ່ ປະ ທານປະເທດທີ່ສະຫາຍໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
(ຂ່າວ-ພາບ: ສຸກສາຄອນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com